ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດການຝຶກອົບຮົມ ທັກສະ ແລະ ເຕັກນິກໃນການຂຽນບົດລົງວາລະສານກໍ່ສ້າງພັກ ໃຫ້ແກ່ພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ ຊຸດທີ I
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 10/08/2021

         ໂດຍ: ວິລະສະໄໝ

     ໃນວັນທີ 3-4 ສິງຫາ 2021 ກົມໂຄສະນາກໍ່ສ້າງພັກ-ພະນັກງານ ໄດ້ຈັດຊຸດຝຶກອົບຮົມທັກສະ ແລະ ເຕັກນິກການຂຽນບົດລົງວາລະສານກໍ່ສ້າງພັກ ໃຫ້ແກ່ພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ ຊຸດທຳອິດ ໂດຍການເປັນປະທານຂອງສະຫາຍ ດອນ ໄພວົງ ວ່າການແທນຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ, ມີພະນັກງານພາຍໃນກົມ ແລະ ພະນັກງານກົມອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.

     ໃນການຝຶກອົບຮົມຄັ້ງນີ້ ໄດ້ເຊີນເອົາຜູ້ມີປະສົບການສະເພາະວຽກງານກ່ຽວຂ້ອງມາຂຶ້ນຫ້ອງສອນ ໂດຍມີ ສະຫາຍ ລິດຖີ ສີສຸວົງ ພະນັກງານອາວຸໂສບຳນານ ອະດີດຫົວໜ້າຄະນະບັນນາທິການວາລະສານກໍ່ສ້າງພັກ ແລະ ສະຫາຍ ນາງ ວັນສີ ບົວໄລທອງ ພະນັກງານອາວຸໂສບຳນານ ອະດີດຮອງຫົວໜ້າຄະນະບັນນາທິການວາລະສານກໍ່ສ້າງພັກ ພັດປ່ຽນກັນຂຶ້ນຫ້ອງສອນຕາມຫົວຂໍ້ບົດສອນ 4 ບົດ ຄື:

  1. ທັກສະ ແລະ ເຕັກນິກໃນການຂຽນບົດນຳ.
  2. ທັກສະ ແລະ ເຕັກນິກໃນການຂຽນບົດຄົ້ນຄວ້າແລກປ່ຽນຄຳເຫັນ.
  3. ທັກສະ ແລະ ເຕັັກນິກໃນການຂຽນບົດທິດສະດີ ແລະ ພຶດຕິກຳ.
  4. ທັກສະ ແລະ ເຕັກນິກໃນການຂຽນບົດວຽກດີຄົນເດັ່ນ.

     ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈເລິກເຊິ່ງ ແລະ ຮູ້ວິທີການຂຽນບົດລົງວາລະສານກໍ່ສ້າງພັກ ໂດຍສະເພາະແມ່ນບັນດາຫົວຂໍ້ບົດທີ່ນຳມາຂຶ້ນຫ້ອງສອນໃນໄລຍະເວລາ 2 ວັນ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຂຶ້ນຕື່ມກ່ຽວກັບທິດສະດີ, ຫຼັກການ ແລະ ວິທີ-ຂັ້ນຕອນ ໃນການຂຽນບົດດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ຄົບຖ້ວນຕາມບາດກ້າວຂັ້ນຕອນຂອງຕຳລາຮຽນ.

     ການຝຶກອົບຮົມໃນຄັ້ງນີ້ ນອກຈາກໄດ້ຮຽນຮູ້ທິດສະດີແລ້ວ ຜູ້ເຂົ້າຮ່ວມຍັງໄດ້ຈັດຕັ້ງກັນເປັນໜ່ວຍເຮັດບົດຝຶກຫັດທົດສອບຄວາມຮູ້ ຄວາມເຂົ້າໃຈບົດຮຽນທີ່ໄດ້ຮຽນມາ ແລ້ວນຳສະເໜີຜົນງານຂອງຕົນໃຫ້ຄູຝຶກ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມດ້ວຍກັນມີຄຳເຫັນ ເຊິ່ງຜ່ານການຝຶກອົບຮົມຄັ້ງນີ້ ເຫັນວ່າຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈບົດຮຽນໄດ້ດີ ແລະ ນຳສະເໜີຜົນງານອອກມາໃນບົດຝຶກຫັດໄດ້ດີ.

     ຜົນສຳເລັດໃນການຝຶກອົບຮົມ ຈະໄດ້ສືບຕໍ່ໝູນໃຊ້ເຂົ້າໃນວຽກງານຕົວຈິງ ເປັນຕົ້ນການຂຽນບົດ ຂຽນຂ່າວ ລົງໃນສື່ກໍ່ສ້າງພັກ ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຊອບ ທີ່ໄດ້ຮັບມອບໝາຍ ໃຫ້ມີສຳເລັດຜົນກ້າວຂຶ້ນສູ່ຄຸນນະພາບໃໝ່ໃນຕໍ່ໜ້າ.