ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ໄດ້ສຳເລັດລົງຢ່າງຈົບງາມ
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 02/08/2021

ໂດຍ: ພອນສະຫວັນ ລາຊະບັນເທົາ

          ໃນວັນທີ 27 ກໍລະກົດ 2021 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ໄດ້ຈັດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ V ຂອງຕົນດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານ ຂອງສະຫາຍ ດອນ ໄພວົງ ຮັກສາການເລຂາໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ  ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຄະນະໜ່ວຍພັກ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ, ມີສະມາຊິກພັກພາຍໃນໜ່ວຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ຕີລາຄາການນຳພາວຽກງານ ໃນໄລຍະແຕ່ປີ 2015 ເປັນຕົ້ນມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ພ້ອມນີ້ກໍ່ໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງຕະຫຼອດໄລຍະສະໄໝກອງປະຊຸມໃຫຍ່ ຄັ້ງຜ່ານມາ ໜ່ວຍພັກສາມາດເຮັດລ້ອນໜ້າທີ່ການເມືອງ ນຳພາວຽກງານວິຊາສະເພາະໄດ້ຮັບຜົນສຳເລັດເປັນຢ່າງດີ.

          ໃນກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ດອນ ໄພວົງ ເປັນເລຂາໜ່ວຍພັກ, ສະຫາຍ ວິລັດ ສຸນີຈັນ ເປັນຮອງເລຂາ ແລະ ສະຫາຍ ນາງ ແສງວອນ ແກ້ວນິນັນລັດ ເປັນກຳມະການໜ່ວຍພັກ ທັງເປັນຜູ້ກວດກາໜ່ວຍພັກ.

          ໃນຕອນທ້າຍຂອງກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຝັງຄຳເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳຕໍ່ຄະນະໜ່ວຍພັກຊຸດໃໝ່ ໃນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.