ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງໜ່ວຍພັກຫ້ອງການ
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 28/07/2021

ໂດຍ: ລັດດາວັນ

          ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ກໍລະກົດ 2021 ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ພູຂົງ ພິລາເພັດ ຮັກສາການເລຂາໜ່ວຍພັກຫ້ອງການ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຕາງໜ້າຄະນະໜ່ວຍພັກ, 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ 30 ກວ່າສະຫາຍ.

          ກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ ເພື່ອຕີລາຄາຄືນສະພາບການເຄື່ອນໄຫວຊີ້ນຳ-ນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ແລະ ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ໂດຍໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ເຫັນໄດ້ດ້ານດີ, ດ້ານອ່ອນທີ່ຍັງຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງໃນໄລຍະ 5 ປີຜ່ານມາ ໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບ, ຊຸກຍູ້ໃຫ້ສະມາຊິກພັກ-ລັດຖະກອນເຂົ້າຮ່ວມຮັບຟັງເຜີຍແຜ່ບັນດາເອກະສານສຳຄັນຂອງພັກ-ຂອງຊາດຢ່າງເປັນປົກກະຕິ. ຕະຫຼອດໄລຍະສະໄໝກອງປະຊຸມໃຫຍ່ຄັ້ງຜ່ານມາ ໜ່ວຍພັກໄດ້ເຮັດສຳເລັດໜ້າທີ່ການເມືອງ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍເປັນຢ່າງດີ.

          ໃນວາລະກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 3 ສະຫາຍ, ຍິງ 1 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ພູຂົງ ພິລາເພັດ ເປັນເລຂາໜ່ວຍພັກ, ສະຫາຍ ຄຳສອນ ສຸເທບມະນີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ແກ້ວໃຈ ແສງມີໄຊ ເປັນກຳມະການໜ່ວຍພັກ ທັງເປັນຜູ້ກວດກາໜ່ວຍພັກ.

          ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳຕໍ່ຄະນະໜ່ວຍພັກຊຸດໃໝ່ ໃນການນຳພາເຕົ້າໂຮມຄວາມສາມັກຄີ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.