ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງຫຼວງພະບາງຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2017 ແລະ ວາງທິດທາງແຜນການປະຈຳປີ 2018
ຈຳນວນຜູ້ອ່ານ: 68
ອະນຸມັດວັນທີ: 07/02/2018

ໂດຍ: ສັນຕິ​ບານ

      ກອງ​ປະຊຸມ​ຄົບ​ຄະນະ​ບໍລິ​ຫາ​ນງານ​ພັກ​ແຂວງ​ ເປີດ​ກວ້າງ​ ຄັ້ງທີ 8 ສະ​ໄໝ​ທີ VII ​ແຂວງ​ຫຼວງ​ພະ​ບາງ​ໄດ້​​ໄຂ​ຂຶ້ນ ​ແລະ ດຳ​ເນີນ​ເປັນ​ເວລາ 5 ວັນ  (25-28 ທັນວາ 2017) ​ໂດຍ​ການ​ເປັນ​ປະ ທານ​ຂອງ​ສະຫາຍ ຄຳ​ຂັນ ຈັນທະ​ວີ​ສຸກ ​ເລຂາພັກ​ແຂວງ ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຊີ້​ນຳ ​ແລະ ​ໂອ້​ລົມ​ຂອງ​ສະຫາຍ ຈັນ​ສີ ​ໂພ​ສີຄຳ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຄະນະ​​ພັກ​ແຂວງ, ​ເມືອງ ​ແລະ ຂະ​ແໜງ​ການ​ຕ່າງໆ​ຂອງ​ແຂວງເຂົ້າ​ຮ່ວມ.

      ກອງ​ປະ​ຊຸມຄັ້ງນີ້​ໄດ້​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 5 ສະ​ໄໝ​ທີ X ​ແລະ ຕີ​ລາຄາ​ການ​ຈັ້ດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ພັກ​ແຂວງ ຄັ້ງທີ 7 ສະ​ໄໝ​ທີ VII, ວຽກ​ງານ​ຮອບດ້ານ ປີ 2017 ​ແລະ ກຳນົດ​ທິດທາງ​ຈຸດ​ສຸມ ປີ 2018. ​ໃນ 1 ປີຜ່ານ​ມາເຫັນ​ວ່າ​ມີ​ຜົນສຳ​ເລັດ​ຫຼາຍ​ດ້ານ​ ເປັນ​ຕົ້ນ ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ: ສະພາບ​ທີ່​ພົ້ນ​ເດັ່ນ​ ແມ່ນ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ບັນຫາຂີ້ລັກ, ງັດ​ແງະ, ອຸ​ບັດ​ຕິ​ເຫດ​ຕາມ​ທ້ອງ​ຖະໜົນ​, ການ​ເຄື່ອນ​ຍ້າຍ ​ແລະ ເຂົ້າ-ອອກ​ຊາຍ​ແດນ​ຜິດ​ກົດໝາຍ​ຂອງ​ພົນລະ​ເມືອງ, ການ​ຂະຫຍາຍສາສະໜາ​ບໍ່​ຖືກຕ້ອງ ​ແລະ ​ປະກົດ​ການ​ຫຍໍ່​ທໍ້ອື່ນໆ. ປັດຈຸບັນ​ທົ່ວ​ແຂວງ​ມີ​ບ້ານ​ວັດ​ທະນະ​ທຳ​ກວມ​ເອົາ 67,44%, ຄອບຄົວ​ວັດທະນະ ທຳ​ກວມ 65,13%. ​ໄດ້​ເປັນ​ເຈົ້າ​ການ​ເຊື່ອມ​ຊຶມ​ມະຕິ X ຂອງ​ພັກ ​ແລະ ມະຕິ VII ຂອງ​ອົງຄະ​ນະ​ພັກ​ແຂວງ ​ແລະ ປາຖະກະຖາ​ເອກະສານ ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ພັກ, ຂອງ​ຊາດ, ຂະຫຍາຍ​ມະຫາຊົນ​ກ້າວ​ໜ້າ​ເຂົ້າ​ພັກ​ໄດ້ 1.051 ສະຫາຍ, ຍິງ 457 ສະຫາຍ, ຂະຫຍາຍ​ໜ່ວຍ​ພັກ​ໃໝ່​ໄດ້ 9 ໜ່ວຍ ປັດຈຸ ບັນ​ມີ​ໜ່ວຍ​ພັກ​ທັງ​ໝົດ 1.354 ໜ່ວຍ ມີ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານກວມ​ເອົາ 77,91%, ມີ​ສະມາຊິກ​ພັກ​ທັງ​ໝົດ 21.538 ສະຫາຍ ຍິງ 4.525 ສະຫາຍ, ​ໃນ​ນີ້​ມີ​ຜູ້​ໄດ້​ຮັບບັດ​ສະມາຊິກ​ພັກ​ສົມບູນ​ແລ້ວ​ກວມ 65,51%, ​ໄດ້​ຄົ້ນຄວ້າ​ເຊື່ອມ​ຊຶມ​ຄຳ​ສັ່ງ 01 ຂອງ​ກົມ​ການ​ເມືອງ ​ແລະ ສຳ​ເລັດ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ທົ່ວ​ພັກ​ຂັ້ນ​ແຂວງ, ​ເມືອງ ​ແລະ ​ບ້ານ.

      ທີ່​ປະຊຸມ ​ບັນດາ​ຜູ້​ແທນ​​ໄດ້​ຂຶ້ນ​ປະກອບ​ຄຳ​ເຫັນ ​ແລະ ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ຂົງ​ເຂດ​ຕົນ​ຮັບຜິດຊອບຢ່າງ​ກົງ​ໄປ​ກົງ​ມາ. ຄຽງ​ຄູ່​ຜົນສຳ​ເລັດ​ທີ່​ກ່າວ​ມາ​ນັ້ນ ກໍ​ຍັງ​ມີ​ດ້ານ​ອ່ອນ ​ແລະ ​ຂໍ້ຄົງ ຄ້າງຈຳນວນ​ໜຶ່ງ ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ ຄວາມ​ເປັນ​ແບບຢ່າງ​ ຄວາມ​ກະຕືລື​ລົນ​ຂອງ​ພະນັກງານ-ສະ ມາຊິກ​ພັກ ​ແລະ ປະຊາຊົນ​ຈຳນວນ​ໜຶ່ງ​ຫຼຸດ​ລົງ​, ການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ, ການ​ນຳພາ​ແກ້​ໄຂ​ວຽກ​ຕົວ​ຈິງ​ຊ່ວຍ​ປະຊາຊົນ​ຍັງ​ເຮັດ​ໄດ້​ໜ້ອຍ.

      ໃນ​ຕໍ່ໜ້າ​ຈະ​ໄດ້​ສືບ​ຕໍ່​ລົງ​ຮາກ​ຖານ​ການ​ເມືອງ, ສຶກສາ​ອົບຮົມ​ປະ​ຊົນ​ບັນດາ​ເຜົາ​ໃຫ້​ມີ​ສະຕິ​ເຄົາລົບ​ລະບຽບ​ກົດໝາຍ ​ເປັນ​ເຈົ້າ​ການ​ສະກັດ​ກັນ​ກົນອຸບາຍ​ຂອງ​ສັດຕູ​ຢ່າງ​ໜັກ​ແໜ້ນ ​ຕັ້ງໜ້າ​ປັບປຸງ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ສືບ​ຕໍ່​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ພາຍ​ໃນ, ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເພື່ອ​ກະ​ຕຸ້ນ​ເສດຖະກິດ​ຂອງ​ແຂວງ​ໃຫມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຖືກ​ທິດ ​ແລະ ຍືນ​ຍົງ​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະຊາຊົນ ​ເລັ່ງ​ໃສ່​ການ​ຜະລິດ​ສະບຽງ​ອາຫານ​​ພັດທະນາ​ອຸສາ​ຫະກຳ-ການ​ຄ້າ ມີ​ຄວາມ​ເຂັ້ມ​ແຂງ ສ້າງ​ມູນ​ຄ້າ​ການ​ສົ່ງ​ອອກ​ໃຫ້​ຫຼາຍ​ກວ່າ​ເກົ່າ.

      ຈານ​ນັ້ນ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ສະຫາຍ ຈັນ​ສີ ​ໂພ​ສີຄຳ ກ່ອນ​ອື່ນ​ສະຫາຍ​ໄດ້​ຍ້ອງ ຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້ ​ເປັນ​ຕົ້ນ​ທົ່ວ​ແຂວງ​ມີ​ຄວາມ​ສະຫງົບ, ​ເສດຖະກິດ​ມີ​ການ​ຂະຫຍາຍຕົວ, ພື້ນຖານ​ໂຄງ​ລ່າງ​ຂອງ​ແຂວງ​ໄດ້​ຮັບ​ການ​ພັດທະນາ​ຫຼາຍ​ດ້ານ ຊຶ່ງ​ເຮັດ​ໃຫ້​ແຂວງ​ຫຼວງ​ພະ​ບາ​ງມີ​ໂສມ​ໜ້າ​ໃໝ່. ນອກ​ນີ້ສະຫາຍ​ຍັງ​ໄດ້​ຊີ້​ນຳ​ໃຫ້​ຄະນນະ​ພັກ​ເອົາ​ໃຈ​ໃສ່ສືບ​ຕໍ່​ຊີ້​ນຳ​ການ​ລົງກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ໃຫ້​ຕິດ​ແທດ​ກັບ​ທ້ອງ​ຖິ່ນ​ ​ເພືອປຸກລະດົມ​ຂົນຂວາຍ​ປະຊາຊົນ​ໃຫ້​ເຂົ້າ​ໃຈ​ຕໍ່​ແນວທາງ​ຂອງ​ພັກ, ​ເອົາ​ໃຈ​​ໃສ່​ຊຸ​ກຍູ້​ສົ່ງ​ເສີມ​ເສດຖະກິດ​ທ້ອງ​ຖິ່ນ, ​ເສດຖະກິດ​ຄອບຄົວ, ສົ່ງ​ເສີມ​ສ້າງ​ສີມື​ແຮງ​ງານ​ໃຫ້​ປະຊາຊົນ​, ​ຫັນ​ເອົາ​ພະ ນັກງານ​ລົງທ້ອງ​ຖິນ​, ຈັດ​ສັນ​ກຸ່ມ​ຜະລິດ​ຢ່າງ​​ເປັນຂະ​ບວນການ​​​, ສ້າງໂຄງການ ​ແລະ ສົ່ງ​ເສີມ​ການ​ປູກ-ການ​ລ້ຽງ​ໃຫ້​ກາຍ​ເປັນ​​ສິນຄ້າ ​ເພື່ອ​ສ້າງເສດຖະກິດ​ຄອບຄົວໃຫ້​ແທດ​ເໝາະ​ກັບ​ສະພາບ​ເງື່ອນໄຂ​ຕົວ​ຈິງ​ຂອງ​ແຕ່​ລະ​ບ້ານ​, ​ແຕ່​ລະ​ຄອບຄົວ ນອກ​ນີ້​ຕ້ອງ​ໄດ້ປັບປຸງ​ ​ເສີມ​ຂະຫຍາຍ​ກຳລັງ​ ປກຊ-ປກສ​ ໃຫ້​ເຂັ້ມ​ແຂງ ​ແລະ ລົງ​ເຄື່ອນ​ໄຫວ​ຢ່າງ​ເຂັ້ມ​ງວດ ​ຈຶ່ງ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບ ປະຊາຊົນ​​ຍູທ່າງ​ທຳ​ມາ​ຫາ​ກິນ ​ແລະ ສ້າງສາ​ພັດທະນາ​ໃຫ້​ດີ​ຂຶ້ນ...ຯ