ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 21/07/2021

ໂດຍ: ແສງຄຳ

          ໃນວັນທີ 19 ກໍລະກົດ 2021 ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ ໂດຍການເຂົ້າຮ່ວມຂອງສະຫາຍ ນ. ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ເປັນປະທານຂອງສະຫາຍ ວຽນທອງ ສິງຄຳພັນ ຮັກສາການເລຂາໜ່ວຍພັກກົມ, ມີຄະນະໜ່ວຍພັກ, ສະມາຊິກພັກອາວຸໂສ-ບຳນານ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ສະຫາຍ ວຽນທອງ ສິງຄໍາພັນ ຮັກສາການເລຂາໜ່ວຍພັກກົມປ້ອງກັນພັກ-ພະນັກງານ ໄດ້ຜ່ານຮ່າງລາຍງານການເມືອງ ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ, ຕີລາຄາຄືນການຊີ້ນໍາ-ນໍາພາການເຄື່ອນ ໄຫວວຽກງານສະໄໝກອງປະຊຸມໃຫຍ່ຂອງໜ່ວຍພັກຄັ້ງຜ່ານມາ ເປັນຕົ້ນ ຜົນສໍາເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ ໄລຍະ 5 ປີຕໍ່ໜ້າ (2021-2025). ຈາກນັ້ນ, ສະຫາຍ ຄູນເພັງ ໄຊສະຫວາດ ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ຕະຫຼອດໄລຍະການເຄື່ອນໄຫວຊີ້ນຳ-ນຳພາສະໄໝກອງປະຊຸມໃຫຍ່ຄັ້ງຜ່ານມາ.

          ໃນວາລະກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກ ຊຸດໃໝ່ 3 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະໜ່ວຍພັກ ສະໄໝທີ II ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາສະຫາຍ ວຽນທອງ ສິງຄຳພັນ ເປັນເລຂາໜ່ວຍພັກ, ສະຫາຍ ຄູນເພັງ ໄຊສະຫວາດ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ນ. ເກດມະນີ ແກ້ວມະນີ ເປັນກຳມະການໜ່ວຍພັກ.

          ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນ. ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສຳເລັດການເຄື່ອນໄຫວຊີ້ນຳ-ນຳພາໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ທິດຊີ້ນຳໃນການປັບປຸງຂໍ້ຄົງຄ້າງໃນຕໍ່ໜ້າ ສະຫາຍໄດ້ຊົມເຊີຍຕໍ່ຜົນສຳເລັດກອງປະຊຸມເລືອກຕັ້ງໄດ້ຄະນະໜ່ວຍພັກຊຸດໃໝ່ 3 ສະຫາຍ ແລະ ເຊື່ອໝັ້ນວ່າຄະນະໜ່ວຍພັກຊຸດໃໝ່ຈະພ້ອມພາກັນນຳພາໜ້າທີ່ການເມືອງຂອງຕົນສູ່ຜົນສຳເລັດໃໝ່ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງໄວ້...ຯ