ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກຈັດປາຖະກະຖາເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 19/07/2021

ໂດຍ: ວິລະສະໄໝ ຍົດບຸນມີ

          ໃນວັນທີ 12 ກໍລະກົດ 2021 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີປາຖະກະຖາ ເຜີຍແຜ່ ເຊື່ອມຊຶມເອກກະສານສຳຄັນຈຳນວນໜຶ່ງ ໃຫ້ກັບພະນັກງານການນຳຫຼັກແຫຼ່ງຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ, ຫົວໜ້າຄະນະຈັດຕັ້ງພະນັກງານ ຄຈສພ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ເຂົ້າຮ່ວມ.

          ໃນພິທີ ໄດ້ເຜີຍແຜ່ 3 ເອກະສານສຳຄັນດັ່ງນີ້:

  1. ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໄໝ່.
  2. ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່.
  3. ປາຖະກະຖາວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ (01/07/1921-01/07/2021).

          ໃນວັນທີ 22 ກໍລະກົດ 2021 ກໍ່ໄດ້ສືບຕໍ່ເຜີຍແຜ່ເຊື່ອມຊຶມເອກສານຈຳນວນໜຶ່ງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກສານຂອງສະຫາຍ ທອງຈັນ ໂຂງພູມຄຳ ກຳມະການຄະນະພັກປະຈຳພັກ, ປະທານກວດກາຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ນ ສີບານ ສີສະອາດ ກຳມະການໜ່ວຍພັກ ໂດຍໃນພິທີໄດ້ເຜີຍແຜ່ 4 ເອກະສານສຳຄັນດັ່ງນີ້:

  1. ປາຖະກະຖາ ລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ(16/2/1982-16/2/2021)
  2. ບົດສະຫຼຸບຕີລາຄາວຽກງານກວດກາ ປະຈຳ 5 ປີ ຂອງຄະນະຈັດຕັ້ງສູນກາງພັກ.
  3. ບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາປະຈຳປີ 2020 ແລະ 5 ປີ(2016-2020) ຂອງຄະນະກວດກາສູນກາງພັກ ສະບັບເລກທີ 42/ຄກສພ, ລົງວັນທີ 125 ກຸມພາ 2021.
  4. ຜ່ານບົດໂອ້ລົມ ຂອງສະຫາຍ ບຸນທອງ ຈິດມະນີ ຕໍ່ກອງປະຊຸມກວດກາທົ່ວປະເທດປະຈຳປີ 2020 ແລະ 5 ປີ (2016-2020) ຄັ້ງວັນທີ 29 ມັງກອນ 2021.

           ການເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ ເປັນການສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານນຳພາ ຫຼັກແຫຼ່ງໃນຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ກຳໄດ້ສະພາບການເມືອງ ແລະ ແນວຄິດຂອງພະນັກງານໃນໄລຍະໃໝ່ ເຫັນໄດ້ກົນອຸ ບາຍອັນເລິກແຫຼບແນບນຽມຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ເຊິ່ງວຽກງານດັ່ງກ່າວເປັນວຽກກົກທີ່ຈະຕ້ອງໄດ້ປະຕິບັດກ່ອນ, ເຮັດເປັນປະຈຳ ຕໍ່ເນື່ອງ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ. ຜ່ານການເຊື່ອມຊຶມ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຍົກລະດັບຄວາມຮູ້ ຄວາມເຂົ້າໃຈວຽກງານການເມືອງ ແລະ ວຽກງານວັດທະນະທຳໃນໄລຍະໃໝ່ ສາມາດໝູນໃຊ້ເຂົ້າໃນໜ້າວຽກປະຈຳວັນຕາມຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດໃໝ່ຢ່າງຕັ້ງໜ້າ.