ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ຮັບສະມາຊິກພັກສົມບູນ
ຈຳນວນຜູ້ອ່ານ: 63
ອະນຸມັດວັນທີ: 29/06/2021

​​ຂ​ຽນໂດຍ: ສ.ສົດ​ໃສ

​ຮູບ​ຖ່າຍ​ໂດຍ: ສໍ​ສົດ​ໃສ

     ໃນ​ວັນ​ທີ 26 ມິຖຸນາ 2021 ໜ່ວຍ​ພັກກົມ​ຄຸ້ມ​ຄອງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ ​ໄດ້ຈັດ​ພິທີ​​ເລື່ອນ​ສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິກ​ພັກສົມ​ບູນ ຢູ່​ທີ່ຫ້ອງ​ປະຊຸມ​ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ດວງ​ຕາ ຈູມ​ພາ​ວັນ ກຳມະການຄະນະ​ພັກ ຄຈສພ, ​ເລຂາ​ໜ່ວຍ​ພັກ​ກົມ​ຄຸ້ມ​ຄອງ​ພະນັກງານ ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ​ກຳມະການປະຈຳ​ພັກ, ປະທານ​ກວດກາ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ບັນດາ​ຫົວໜ້າ​ໜ່ວຍ-ຮອງ​ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ສະມາຊິກ​ພັກ​ພາຍ​ໃນ​ໜ່ວຍ​ພັກ​ເຂົ້າ​ຮ່ວມ.

     ໃນ​ພິທີ​ດັ່ງກ່າວ ສະຫາຍ ທົງ​ສັກ ​ກົມມະ​ເມືອງ ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ ​ໄດ້​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ 3 ສະຫາຍ ທີ່​​ໄດ້ຜ່ານ​ການ​ຝຶກ​ຝົນຫຼໍ່ຫຼອມ ​ແລະ ທົດ​ສອບ​ໃນ​ຂະ​ບວນການ​ວຽກ​ງານຕົວ​ຈິງ, ມີ​ຜົນງານ​ດີ​ເດັ່ນ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື ​ແລະ ​ໄວ້​ວາງ​ໃຈ​ຈາກ​ມະຫາຊົນ. ​ຈາກນັ້ນ, ສະຫາຍ ດວງ​ຕາ ຈູມ​ພາ​ວັນ ໄດ້ມີຄຳເຫັນ​ກ່າວ​ຮັບ ​ແລະ ມອບ​ໃບ​ຂໍ້​ຕົກລົງ​ໃຫ້​ສະມ​າຊິ​ກພັກ​ສົມບູນ​ໃໝ່.

     ໃນຕອນ​ທ້າຍຂອງ​ພິທີ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ​ໄດ້​ມີຄຳເຫັນໂອ້​ລົມ​ຕໍ່​ພິທີ ໂດຍສະເພາະຕໍ່ສະມາ​ຊິ​ກພັກ​ສົມບູນໃໝ່ 3 ສະຫາຍ ເຊິ່ງ​ສະຫາຍ​ໄດ້​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ກໍ່ສ້າງ​ ​ແລະ ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ຈົນ​ສາມາດ​ເລື່ອນເປັນ​ສະມາຊິກ​ພັກ​ສົມບູນ, ສະຫາຍ​ມີຄວາມເຊື່ອ​ໝັ້ນ ​ແລະ ຮຽກຮ້ອງ​ໃຫ້ສະມາຊິກພັກ​ສົມບູນ​ໃໝ່ ຈົ່ງ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ, ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ, ມີ​ຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົ​ນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດທີ່ປອດໃສຂາວສະອາດ, ຮູ້ໃຫ້ກຽດຮູ້ໃຫ້ອາໄພເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີເປັນປຶກແຜ່ນ, ​ຍຶດໝັ້ນປະກອບ​ສ້າງ​ລະບອບ​ປະ​ຊາ​ທິປະໄຕ​ປະຊາຊົນ​ກ້​າວສູ່​ຈຸດໝາຍ​ສັງຄົມ​ນິຍົມ…ຯ