ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກົງຈັກການຈັດຕັ້ງ-ກົດລະບຽບພັກ ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນສຳເລັດ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 25/06/2021

        ໃນວັນທີ 18 ມິຖຸນາ 2021 ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ຄະນະຈັດຕັ້ງສູນກາງພັກ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ສີໄສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ໃນພິທີ ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ຮັກສາການເລຂາໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຕໍ່ກອງປະຊຸມ ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກສະໄໝຜ່ານມາ, ຕີລາຄາຄືນຢ່າງເລິກເຊິ່ງ, ຮອບດ້ານ ແລະ ພາວະວິໄສ ເຫັນໄດ້ຜົນສຳເລັດ, ດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະ 5 ປີ ແລະ ພ້ອມກັນຄົ້ນຄວ້າປະກອບຄຳເຫັນໃສ່ທິດທາງແຜນການ 5 ປີຕໍ່ໜ້າ (2021-2025).

        ໃນໄລຍະສະໄໝຂອງກອງປະຊຸມຄັ້ງຜ່ານມາ ໄດ້ຂະຫຍາຍມະຫາຊົນເຂົ້າພັກ 10 ສະຫາຍ, ຍິງ 2 ສະຫາຍ, ສະມາຊິກພັກສົມບູນໄດ້ຮັບບັດສະມາຊິກພັກ ມີ 15 ສະຫາຍ. ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ມີສະມາຊິກພັກທັງໝົດ 16 ສະຫາຍ, ຍິງ 6 ສະຫາຍ.

        ເພື່ອສືບຕໍ່ຊີ້ນຳ-ນຳພາ ເປັນໃຈກາງເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ກອງປະຊຸມ ໄດ້ດຳເນີນການປ່ອນບັດເລຶອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 3 ສະຫາຍ ຄື:

       1. ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ເປັນເລຂາໜ່ວຍພັກ.

       2. ສະຫາຍ ພອນສະຫວັນ ໄຊຊະນະ ເປັນຮອງເລຂາ

       3.ສະຫາຍ ນາງ ວິໄລ ອຸ່ນມີໄຊ ເປັນກໍາມະການພັກ ທັງເປັນຜູ້ຮັບຜິດຊອບວຽກງານກວດກາຂອງໜ່ວຍພັກ.

ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນສະໄໝຜ່ານມາ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ຂໍ້ຄົງຄ້າງ ພ້ອມທັງໃຫ້ທິດຊີ້ນຳໃນການປັບປຸງແກ້ໄຂຕໍ່ໜ້າ, ສະຫາຍໄດ້ຮຽກຮ້ອງມາຍັງສະມາຊິກພັກພາຍໃນໜ່ວຍ ໃຫ້ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ຈະນຳພາໜ່ວຍພັກກົມກົງຈັກການຈັດຕັ້ັ້ງ ແລະ ກົດລະບຽບພັກໃຫ້ມີຜົນສຳເລັດໃໝ່ເປັນກ້າວໆ.