ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ທອງສິງ ທຳມະວົງ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢູ່ 3 ແຂວງພາກເໜືອ
ຈຳນວນຜູ້ອ່ານ: 59
ອະນຸມັດວັນທີ: 07/02/2018

        ໃນລະຫວ່າງວັນທີ 11-15 ທັນວາ 2017 ສະຫາຍ ທອງສິງ ທໍາມະວົງ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນເຮັດວຽກຢູ່ 3 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າ ແລະ ແຂວງບໍ່ແກ້ວ.

         ຈຸດປະສົງໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້ແມ່ນ ເພື່ອຕິດຕາມຊຸກຍູ້ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ກໍ່ຄືມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ການຕີລາຄາຄືນ ພາຍຫຼັງ ສຳເລັດ ບັ້ນດຳເນີນຊີວິດການເມືອງປົວແປງພັກ ປີ 2017 ຊຶ່ງໃນການເຄື່ອນໄຫວວຽກງານຂອງສະຫາຍໃນຄັ້ງນີ້ສະຫາຍຍັງໄດ້ຮັບຟັງການລາຍງານຈາກຄະນະພັກ, ຄະນະນຳຂອງແຂວງໃນການຈັດ ຕັ້ງ ຜັນຂະຫຍາຍບັນດານິຕິກໍາທີ່ກ່າວມາຂ້າງເທິງ ກໍ່ຄືມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຂອງຕົນ ແລະ ສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ຂົງເຂດວຽກງານລັດຢ່າງຮອບດ້ານ.

ສະເພາະຂົງເຂດວຽກງານກໍ່ສ້າງພັກ-ພະນັກງານໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍຖືສຳຄັນເອົາການກໍ່ສ້າງ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານເປັນໃຈກາງ, ອັນໄດ້ເຮັດໃຫ້ການຈັດຕັ້ງຮາກຖານພັກໄດ້ຮັບການປັບປຸງ ແລະ ຂະຫຍາຍທັງດ້ານປະລິມານ ແລະ ຄຸນນະພາບ, ດ້ານວຽກງານກໍ່ສ້າງພະນັກງານ ກໍໄດ້ເອົາໃຈໃສ່ກໍ່ສ້າງພະນັກງານຕາມແຜນກຳນົດ ຢູ່ບັນດາໂຮງຮຽນ, ສະຖາບັນ, ການຈັດຝຶກອົບຮົມໄລຍະສັ້ນຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະບັນດາແຂວງແຮກສ່ຽວ, ແຂວງໃກ້ຄຽງຂອງ ສສ ຫວຽດນາມ ແລະ ສປ ຈີນ ຄຽງຄູ່ກັບການກໍ່ສ້າງພະນັກງານກັບທີ່ ແລະ ລົງກໍ່ສ້າງຢູ່ຮາກຖານ.

         ຄຽງຄູ່ກັບຜົນສຳເລັດໃນການຊີ້ນໍາ-ນຳພາ ຂອງອົງຄະນະພັກແຂວງດັ່ງກ່າວ ຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ-ແກ້ໄຂ ໂດຍສະເພາະແມ່ນການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງບາງບ່ອນຍັງເຮັດບໍ່ທັນໄດ້ດີ ແລະ ເປັນລະບົບຕໍ່ເນື່ອງ ສະແດງອອກການຫັນເອົາພະນັກງານລົງກໍ່ສ້າງຮາກຖານຍັງຂາດການປະສານສົມທົບລະຫວ່າງເມືອງ ແລະ ແຂວງ ຜ່ານການຈັດຕັ້ງປະຕິບັດພາຍຫຼັງຫັນເອົາພະນັກງານ ກັບສູ່ກົມກອງແລ້ວ ສະພາບການດັ່ງກ່າວແມ່ນກັບສູ່ປົກກະຕິບໍ່ມີການປ່ຽນແປງ ສະແດງອອກຍັງຖືເບົາ ການກໍ່ສ້າງພະນັກງານສືບທອດປ່ຽນແທນຢູ່ຂັ້ນຮາກຖານ, ການກໍ່ສ້າງ ແລະ ຂະຫຍາຍພັກຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນເຂດຊົນນະບົດຫ່າງໄກສອກຫຼີກ ການຈັດຕັ້ງປະຕິບັດໂຄງການບາງບ່ອນຍັງບໍ່ທັນສຳເລັດຍ້ອນງົບປະມານຕອບສະໜອງບໍ່ພຽງພໍ.

         ເພື່ອເປັນທິດໃນການຈັດຕັັ້ງປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະເພື່ອເຮັດໃຫ້ແນວທາງການຈັດຕັ້ງຂອງພັກໃຫ້ເຂົ້າສູ່ລວງເລິກໃນການສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ. ສະຫາຍ ທອງສິງ ທຳມະວົງ ທີ່ປຶກສາຄະນະບໍລິຫານງານສູນກາງພັກໄດ້ມີຄຳເຫັນໂອ້ລົມບາງຕອນດັ່ງນີ້.