ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບໜ້າທີ່ ແລະ ສັບຊ້ອນພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 14/05/2021

ໂດຍ: ສ.ສົດ​​ໃສ

        ໃນ​ວັນ​ທີ 13 ພຶດສະພາ 2021 ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ (ຄຈສພ) ​ໄດ້​ຈັດ​ພິທີ​ມອບ-ຮັບ​ໜ້າ​ທີ່​ພະນັກງານ​ພາຍ​ໃນສຳນັກງານ ຄຈສພ ໂດຍ​ການ​​ເປັນ​ປະທານຂອງ​ທ່ານ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ ຄຈສພ, ມີ​ການນຳ ຄຈສພ ແລະ ຄະນະກົມ ​ເຂົ້າ​ຮ່ວມ​.

       ໃນພິທີ​ດັ່ງກ່າວ ​​​ທ່ານ ນາງ ວິ​ໄລ​ວັນ ​​ເພັງສະຫວັດ ຄະນະພັກ, ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ ຄຈສພ ໄດ້​​ຜ່ານ​ມະຕິຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານຮັບນະໂຍບາຍບຳນານ, ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ແລະ ການສັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່​​ ດັ່ງນີ້:

  1. ຕົກລົງໃຫ້ ທ່ານ ນາງ ວົງ​ຄຳ ສຸ​ທຳ​ມະ​ວົງ ຄະນະພັກ ຄຈສພ, ຫົວໜ້າກົມໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ພັກຜ່ອນຮັບ​ນະໂຍບາຍ​ບຳນານ.
  2. ຕົກລົງໃຫ້ ທ່ານ ປອ ​ແສງ​ຄຳ​ຢອງ ພົມມະ​ປັນຍາ ຄະນະພັກ ຄຈສພ, ຫົວໜ້າ​ກົມປ້ອງ​ກັນພັກ-ພະນັກງານ ພັກຜ່ອນຮັບ​ນະໂຍບາຍ​ບຳນານ.
  3. ຕົກລົງ​​ແຕ່ງຕັ້ງ ທ່ານ ດວງ​ຕາ ຈູມ​ພາ​ວັນ ຫົວໜ້າຫ້ອງການ ຄຈສພ ເປັນຫົວໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ​ ຄຈສພ.
  4. ​ແຕ່ງຕັ້ງທ່ານ ພູ​ຂົງ ພິລາ​ເພັດ ຮອງຫົວໜ້າກົມປ້ອງກັນພັກ-ພະນັກງານ ຄຈສພ ​ວ່າການ​ແທນ​ຫົວໜ້າ​ຫ້ອງການ ຄຈສພ.
  5. ແຕ່ງຕັ້ງ​ ທ່ານ ດອນ ​ໄພ​ວົງ ຮອງຫົວໜ້າກົມກໍ່ສ້າງພັກ ຄຈສພ ວ່າ​​ການ​ແທນ​ຫົວໜ້າ​ກົມ​ໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ຄຈສພ.
  6. ແຕ່ງ​ຕັ້ງ ທ່ານ ​ວຽນ​ທອງ ສິງ​ຄຳ​ພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄຈສພ ວ່າການ​ແທນ​ຫົວໜ້າ​ກົມປ້ອງ​ກັນພັກ-ພະນັກງານ ຄຈສພ.
  7. ສັບຊ້ອນ ທ່ານ ວຽງວັນ ຄຳພາພັນ ຮອງຫົວໜ້າກົມໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ຄຈສພ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຫ້ອງການ ຄຈສພ.
  8. ​ສັບຊ້ອນ ທ່ານ ນາງ ແກ້ວຕາ ພັນດານຸວົງ ຮອງຫົວໜ້າຫ້ອງການ ຄຈສພ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ຄຈສພ.
  9. ສັບຊ້ອນ ທ່ານ ວິລັດ ສຸນີຈັນ ຫົວໜ້າພະແນກ ຫ້ອງການ ຄຈສພ, ເລຂານຸການ ອະດີດຫົວໜ້າ ຄຈສພ ໄປຮັບໜ້າທີ່ໃໝ່ຢູ່ກົມໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ຄຈສພ.
  10.  ສັບຊ້ອນ ທ່ານ ມະນີ ກ່ານສີລາ ຫົວໜ້າພະແນກ ຫ້ອງການ ຄຈສພ, ເລຂານຸການ ອະດີດຫົວໜ້າ ຄຈສພ ໄປຮັບໜ້າທີ່ໃໝ່ຢູ່ກົມ​ກໍ່ສ້າງ​ພະນັກງານ ຄຈສພ.

       ໃນຕອນທ້າຍຂອງພິທີ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ພິທີດັ່ງກ່າວ ໂດຍສະເພາະແມ່ນພະນັກງານທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃໝ່ ດ້ວຍທ່ວງທ່າ ແລະ ບາດກ້າວໃໝ່, ເປັນແກ່ນສານເຕົ້າໂຮມຄວາມສາມັກຄີ, ເປັນເສນາທິການໃຫ້ ຄຈສພ ຕາມພາລະບົດບາດຂອງກົມວິຊາການຂອງຕົນ ແລະ ເຮັດສຳເລັດໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມນີ້ ກໍ່ໄດ້ຍ້ອງຍໍຊົມເຊີຍບັນດາຫົວໜ້າກົມ-ຮອງກົມ ໂດຍສະເພາະບັນດາຫົວໜ້າກົມຜູ້ເກົ່າທີ່ໄດ້ຮັບອຸດໜູນບຳນານ ທີ່ມີຜົນງານໃນການຊີ້ນຳ-ນຳພາ ເຮັດວຽກງານຂອງຕົນໄລຍະຜ່ານມາ ມີຜົນສຳເລັດໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຊິ່ງເປັນແບບຢ່າງ ແລະ ເປັນບົດຮຽນທີ່ດີໃຫ້ກັບພະນັກງານລຸ້ນສືບທອດຕໍ່ໄປພາຍໜ້າ.