ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກໍ່ສ້າງພັກ ຈັດພິທີຮັບສະມາຊິກພັກສຳຮອງ 1 ສະຫາຍ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 05/04/2021

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 2 ເມສາ 2021 ໜ່ວຍພັກກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ ເພື່ອສ້າງເປັນອີກໜຶ່ງກຳລັງແຮງໃນການປະຕິບັດໜ້າທີ່ການເມືອງ ຊ່ວຍໜ່ວຍພັກຂອງຕົນ; ເຂົ້າຮ່ວມພິທີດັ່ງກ່າວມີສະຫາຍ ປອ ແສງຄຳຢອງ ພົມມະປັນຍາ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງ ໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

     ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ຈາກນັ້ນ ສະມາຊິກພັກສຳຮອງ ຂຶ້ນສະເໜີໂຕກ່າວຄຳປະຕິຍານ; ຕໍ່ຈາກນັ້ນ ສະຫາຍເລຂາໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ແລະ ຈັບມືຕ້ອນຮັບສະມາຊິກພັກໃໝ່ ເພື່ອສືບຕໍ່ກໍ່ສ້າງໃຫ້ຜ່ານສະໄໝ ສຳຮອງ 12 ເດືອນ ແລະ ກ້າວໄປສູ່ການເປັນສະມາຊິກພັກສົມບູນໃນຂັ້ນຕໍ່ໄປ.

     ໃນຕອນທ້າຍຂອງພິທີ ຕາງໜ້າຄະນະພັກຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສຳຮອງ ທີ່ຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ນອກຈາກນັ້ນ ສະຫາຍຍັງໄດ້ໃຫ້ທິດຊີ້ນຳຕໍ່ສະມາຊິກພັກໃໝ່ໃຫ້ສືບຕໍ່ຝຶກຝົນຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເສີມຂະຫຍາຍບົດບາດນຳໜ້າພາທາງມະຫາຊົນໃນທຸກດ້ານ ກາຍເປັນຜູ້ ສືບທອດທີ່ດີຂອງພັກສືບເນື່ອງຕໍ່ໄປ.