ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ແລະ ປະກາດແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 01/04/2021

ໂດຍ: ລັດດາວັນ ສີຫານຸວົງ

         ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ (5/4/19961-5/4/2021), ໃນວັນທີ 24 ມີນາ 2021 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຂຶ້ນທີ່ສຳນັກງານຂອງຕົນ, ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ສະຫາຍ ພົນຕີ ບຸນມີ ແສງຄຳຢອງ ອະດີດຄະນະປະ ຈຳພັກ ກະຊວງປ້ອງກັນຄວາມສະຫງົບ, ອະດີດຜູ້ຊ່ວຍລັດຖະມົນຕີ, ອະດີດຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ທອງຈັນ ໂຂງພູມຄຳ ຮອງເລຂາຄະນະ ພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ​ຮອງກົມ, ພະນັກງານ-ລັດຖະກອນທົ່ ວສຳນັກງານຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຮັບຟັງ.

          ໃນພິທີຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ຄັ້ງນີ້ ສະຫາຍ ພົນຕີ ບຸນມີ ແສງຄຳຢອງ ໄດ້ຍົກໃຫ້ເຫັນ 4 ບັນຫາຄື :

  • ສະພາບແວດລ້ອມກ່ອນການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ຄວາມຈຳເປັນຕ້ອງໄດ້ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ຄວາມໝາຍຄວາມ ສຳຄັນຂອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
  • ສະພາບພາຍຫລັງການສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
  • ຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວຕໍ່ສູ້ປົດປ່ອຍຊາດໃນໄລຍະຜ່ານມາ.
  • 3 ທາດແທ້ຂອງກຳລັງ ແລະ 7 ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

          ຈຸດປະສົງ ແມ່ນເພື່ອທົບທວນຫວນຄືນມູນເຊື້ອແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານ, ມູນເຊື້ອພິລະອາດຫານ ແລະ ໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

          ໃນວາລະທີສອງຂອງພິທີດັ່ງກ່າວນີ້ ຍັງໄດ້ປະກາດແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເພີ່ມຕື່ມ 1 ສະຫາຍ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ໃນພິທີ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນ​ຜ່ານ​ມະຕິ​ຕົກລົງ ສະບັບ​ເລກ​ທີ 45/ຄລສພ ລົງ​ວັນ​ທີ 12 ມີນາ 2021 ວ່າ​ດ້ວຍ​ການແຕ່ງຕັ້ງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ເປັນຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອລົມ ໃຫ້ທິດຊີ້ນຳໃນການດຳເນີນວຽກງານຈຸດສຸມອັນຮີບດ່ວນໃນຕໍ່ໜ້າ ໂດຍສະເພາະແມ່ນການກະກຽມ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຄະນະຈັດຕັ້ງສູນກາງພັກ ໃນກາງປີ 2021 ແລະ ກອງປະຊຸມຈັດຕັ້ງທົ່ວປະເທດ ໃນທ້າຍປີ 2021 ໃຫ້ມີຄວາມພ້ອມ ແລະ ສາມາດດຳເນີນໃຫ້ສຳເລັດຕາມກຳນົດເວລາ.