ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກໍ່ສ້າງພັກ ແລະ ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ຈັດພິທີຮັບສະມາຊິກພັກສຳຮອງ ແລະ ສົມບູນ
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 20/03/2021

ໂດຍ: ວິລະສະໄໝ ຍົດບຸນມີ

          ໃນເດືອນມີນາ 2021 ໜ່ວຍພັກກົມກໍ່ສ້າງພັກ ແລະ ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບສະມາຊິກພັກ ສຳຮອງ ແລະ ສົມບູນ 5 ສະຫາຍ. ໃນນີ້ວັນທີ 16 ມີນາ ມີໜ່ວຍພັກກົມກໍ່ສ້າງພັກ ໄດ້ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 2 ສະຫາຍ ແລະ ວັນທີ 17 ມີນາ ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບສະມາຊິກພັກສຳຮອງ 3 ສະຫາຍ; ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ ມີສະຫາຍ ນາງ ວົງຄຳ ສຸທຳມະວົງ ຄະນະພັກຄະນະຈັດຕັ້ງສູນກາງພັກ, ເລຂາໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ, ສະຫາຍ ປອ ວິສຸກ ພົມພິທັກ ເລຂາໜ່ວຍພັກກົມກໍ່ສ້າງພັກ, ມີສະມາຊິກພັກພາຍໃນໜ່ວຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

          ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ຕໍ່ຈາກນັ້ນ ສະມາຊິກພັກສົມບູນ ແລະ ສຳຮອງ ຂຶ້ນສະເໜີໂຕກ່າວຄຳປະຕິຍານ; ຕໍ່ຈາກນັ້ນ ສະຫາຍເລຂາຂອງສອງໜ່ວຍພັກໄດ້ມີຄຳເຫັນ ແລະ ມອບມະຕິຕົກລົງ ພ້ອມຈັບມືຮັບເອົາສະມາຊິກພັກເຂົ້າເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນ.

          ເມື່ອໄດ້ເຂົ້າເປັນສະມາຊິກພັກແລ້ວ ຈະຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ພ້ອມທັງເປັນແບບຢ່າງໃນການປະຕິບັດລະ ບຽບ-ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເປັນແບບຢ່າງນຳໜ້າມະຫາຊົນ ກາຍເປັນສະມາຊິກພັກທີ່ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ກາຍເປັນຜູ້ສືບທອດທີ່ດີຂອງພັກ.