ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະຈັດຕັ້ງສູນກາງພັກ.
ຈຳນວນຜູ້ອ່ານ: 58
ອະນຸມັດວັນທີ: 03/02/2021

         ໂດຍ: ລັດດາວັນ ສີຫານຸວົງ

          ພິທີ​ມອບ​-​ຮັບ​ໜ້າທີ່ ຫົວໜ້າຄະນະຈັດຕັ້ງສູນກາງພັກ ລະຫວ່າງ​ ຜູ້​ເກົ່າ ແລະ ຜູ້​ໃໝ່ ໄດ້​ຈັດ​ຂຶ້ນໃນວັນທີ 1 ກຸມພາ 2021 ​ທີ່​ຫ້ອງ​ປະຊຸມ ຄະນະຈັດຕັ້ງສູນກາງພັກ ໂດຍ​ເປັນກຽດເຂົ້າຮ່ວມ​​ຂອງ​ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີສະຫາຍ ທອງສະລິດ ມັ່ງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ສະມາຊິກພັກ-ພະນັກງານທົ່ວຄະນະຈັດຕັ້ງສູນກາງພັກ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

          ໃນ​ພິທີ​ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມຈັດຕັ້ງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນ​ຜ່ານ​ມະຕິ​ຕົກລົງ ສະບັບ​ເລກ​ທີ 02/ກມສພ ລົງ​ວັນ​ທີ 29 ມັງກອນ 2021 ວ່າ​ດ້ວຍ​ການແຕ່ງຕັ້ງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເປັນເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຜູ້ໃໝ່) ແລະ ​ອະນຸມັດ​ໃຫ້​ພະນັກງານ​ການ​ນຳ​ຂັ້ນ​ສູງ​​ຮັບ​ອຸດ​ໜູນ​ບຳນານ, ຕົກລົງ​ໃຫ້ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຜູ້ເກົ່າ) ​ຮັບ​ອຸດ​ໜູນ​ບຳນານ.

          ຕະຫຼອດໄລຍະເວລາ 10 ປີແຫ່ງການປະຕິບັດໜ້າທີ່ອັນໜັກໜ່ວງຂອງສະຫາຍ ຈັນສີ ໂພສີຄຳ ພ້ອມກັບໝູ່ຄະນະ, ສະມາຊິກພັກ-ພະນັກງານລັດຖະກອນທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຕັ້ງໜ້າປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະຈັດຕັ້ງສູນກາງພັກ ທີ່ເປັນເສນາທິການໃຫ້ແກ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະບໍລິຫານງານສູນກາງພັກ, ເຮັດພາລະບົດບາດເປັນວິຊາການດ້ານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢ່າງມີຜົນສຳເລັດ ເປັນຕົ້ນ​ແມ່ນ​ການ​ເປັນໃຈ​ກາງ​​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ​ຢ່າງ​ກວ້າງຂວາງ, ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ IX ແລະ ຄັ້ງທີ X, ບັນດາ​ເນື້ອ​ໃນ​ມະຕິ​ຂອງ​ສູນ​ກາງ​ພັກ, ຂອງ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ເຮັດໃຫ້ບົດບາດ​ການ​ນຳພາ​ຂອງ​ພັກ​ຍົກ​ລະດັບສູ່ຄຸນນະພາບໃໝ່, ວຽກ​ງານ​ກໍ່ສ້າງ​ພັກ-ກໍ່ສ້າງ​ພະນັກງານ ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ ແລະ ຊົມເຊີຍຕໍ່ສະຫາຍເລຂາຄະນະພັກ ຄະນະຈັດຕັ້ງສູນກາງພັກ (ຜູ້ເກົ່າ) ທີ່​ມີ​ຜົນງານ​ດີເດັ່ນໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດກໍ​ຄື​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໂດ​ຍ​ສະເພາະ​ແມ່ນ​​ວຽກ​ງານ​ການ​ປັບປຸງ​ກົດ​ລະບຽບ​ພັກ, ຄົ້ນຄວ້າ​ປັບປຸງ, ​ສ້າງ​ນິຕິ​ກຳ​ຕ່າງໆ ກ່ຽວ​ກັບ​ວຽກງານຈັດຕັ້ງ, ກໍ່ສ້າງພັກ​-​ພະນັກງານ, ຄົ້ນຄວ້າ​ສັບ​ຊ້ອນ​-​ຈັດ​ວາງ​ພະນັກງານ​ຫຼັກ​ແຫຼ່ງຂັ້ນ​ສູນ​ກາງ​ຄຸ້ມ​ຄອງ ຊຶ່ງ​​ເປັນ​ສ່ວນ​ໜຶ່ງໃນຜົນງານອັນ​ໃຫຍ່​ຫຼວງ​ທີ່​ສະຫາຍ​ໄດ້​ຈັດຕັ້ງປະຕິບັດຜ່ານມາ ແລະ ​ເປັນ​ແບບຢ່າງ​ທີ່​ດີໃຫ້​ແກ່​ສະມາຊິກ​ພັກ​-​ພະນັກງານ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໃຫ້​ເລຂາ​ຄະນະພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ (ຜູ້ໃໝ່) ຕັ້ງໜ້າ​ປະຕິບັດ​ໜ້າວຽກ​ງານທີ່​ໄດ້​ຮັບ​ມອບ​ໝາຍ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຮ່ວມ​ກັບ​ບັນດາ​ສະຫາຍ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ຄົ້ນຄວ້າ​ຜັນ​ຂະຫຍາຍ​ມະຕິ​, ຄຳສັ່ງ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງວິຊາສະເພາະໃຫ້​ເລິກເຊິ່ງ, ຄົ້ນຄວ້າການ​ປັບປຸງ​ກົງຈັກ​ການຈັດຕັ້ງ​ພັກ​-​ລັດ, ການ​ກໍ່ສ້າງ​ພັກ - ພະນັກງານ ໂດຍ​ສະເພາະ​ແມ່ນການ​ຄົ້ນຄວ້າ​ປັດ​ໄຈ​ຊຸກຍູ້​ມະຫາຊົນ​ເຂົ້າ​​ພັກ, ການ​ປັບປຸງ​ການຈັດຕັ້ງ​ພັກ​ແຕ່​ລະ​ຂັ້ນ ຕ້ອງ​ເດັດດ່ຽວ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ​ເອົາໃຈໃສ່​ປັບປຸງ​ເນື້ອ​ໃນ​ຂອງ​ການ​ດຳເນີນ​ຊີວິດ​ການເມືອງ​ຂອງ​ພັກ​ແຕ່​ລະ​ຂັ້ນ ມີ​ການ​ຕໍາ​ນິ-ສົ່ງຂ່າວ​ກໍ່ສ້າງ​ກັນ​ຢ່າງ​ສ້າງສັນ, ມີ​ການ​ວິເຄາະ​, ວິໄຈ-ໄຈ້​ແຍກ​ບັນຫາ​ຢ່າງ​ລະອຽດ, ມີ​ການ​ປຶກສາ​ຫາລືແກ້​ໄຂ​ບັນຫາ​ໃຫ້ຖືກຈຸດ ແລະ ເໝາະ​ສົມ​ກັບ​ສະພາບ​ຄວາມເປັນຈິງໃນແຕ່ລະໄລຍະ.