ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດຝຶກອົບຮົມ ຍົກລະດັບດ້ານການບໍລິຫານຄຸ້ມຄອງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງພາຍໃນສຳນັກງານຂອງຕົນ.
ຈຳນວນຜູ້ອ່ານ: 97
ອະນຸມັດວັນທີ: 28/01/2021

ໂດຍ: ສ. ສົດ​ໃສ

          ປະຕິບັດ​ຕາມ​ແຜນການ​ບຳລຸງ-ກໍ່ສ້າງ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ຂອງຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ເພື່ອ​ຍົກ​ສູງ ​ຄວາ​ມຮູ້-ຄວາມ​ສາມາດ​ຂອງ​ພະນັກງານ​ຂັ້ນ​ນຳພາ-ຄຸ້ມ​ຄອງ ສາມາດຕອບ​ສະໜອງ​​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ຕໍ່ໜ້າ; ​​ໃນລະຫວ່າງ​ວັນ​ທີ 26-29 ມັງກອນ 2021 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ການ​ບໍລິຫານ​ລັດລະ​ບົບຫຼັກສູດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ລະດັບ​ກາງ​ ​ໂດຍ​ການ​​ເປັນ​ປະທານ​ຂອງ​ທ່ານ ນາງ ວິ​ໄລ​ວັນ ​ເພັງ​ສະຫວັດ ຄະນະ​ພັກ ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນກາງ​ພັກ, ມີ​ທ່ານ ປອ ນາງ ຈັນທາ ອ່ອນ​ໄຊ​ວຽງ ຫົວໜ້າ​ສະຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ປົກຄອງ ແລະ ຝຶກ​ອົບຮົມ ກະຊວງ​ພາຍ​ໃນ, ມີ​ນັກ​ວິທະຍາກອນ​ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິທະຍາສາດການ​ປົກຄອງ ​ແລະ ຝຶກ​ອົບຮົມ ກະຊວງ​ພາຍ​ໃນຈຳນວນ​ໜຶ່ງ ພ້ອມ​ດ້ວຍ​ສຳ​ມະ​ນາກ​ອນ 37 ສະຫາຍ ຍິງ 17 ສະຫາຍ ຈາກຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

          ຊຸດ​ຝຶກ​ອົບຮົມ​​ຄັ້ງ​ນີ້ ໃຊ້​ເວລາ 4 ວັນ ຮຽນ 7 ວິຊາຄື: ວຽກ​ງານ​ການ​ບໍລິຫານ​ຄຸ້ມ​ຄອງ​ລັດ, ການ​ນຳພາ ​ແລະ  ການ​ຄຸ້ມ​ຄອງ, ການວາງ​ແຜນ​ຍຸດ​ທະ​ສາດ, ຈັນ​ຍາ​ບັນ ​ແລະ ຄ່າ​ນິຍົມ, ການ​ບໍລິຫານ​ການ​ປ່ຽນ​ແປງ​ເພື່ອ​ຄວາມ​ກ້າວໜ້າ, ການ​ບໍລິຫານ​ອົງການ ​ແລະ ການ​ຮ່າງ​ເອກະສານ​ທາງ​ລັດຖະການ.

          ​ເພື່ອ​ເຮັດ​ໃຫ້​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້ ມີ​ຜົນສຳ​ເລັດ​ຕາມ​ຈຸດປະສົງ ທ່ານ ນາງ ວິ​ໄລ​ວັນ ​ເພັງ​ສະຫວັດ ​ໄດ້​ຮຽກຮ້ອງ​ມາ​ຍັງ​​ສຳ​ມະ​ນາກ​ອນ ​ແລະ ຄະນະ​ຮັບຜິດຊອບ​ກ່ຽວຂ້ອງ ​ມີ​ຄວາມ​ຮັບຜິດຊອບສູງ​ຕໍ່ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃນຊຸດ​ຝຶກ​ອົບຮົມຄັ້ງ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ສຳ​ມະ​ນາກ​ອນ ຈົ່ງພ້ອມ​ກັນ​​ເອົາ​ໃຈ​ໃສ່​ຮັບ​ຟັງ​ການ​ນຳ​ສະ​ເໜີ​ບົດຮຽນຂອງຄູ​ຝຶກ, ຄົ້ນຄວ້າ ​ແລະ ​ໃສ່​ໃຈການ​ບັນຍາຍ​ຂອງວິທະຍາກອນ, ນຳ​ເອົາ​ປະສົບ​ການ​ວຽກ​ງານ​ຕົວ​ຈິງ​ທີ່ຜ່ານ​ມາ​ສົມ​ທຽບກັບ​ທິດ​ສະ​ດີ, ມີ​ບັນຫາ​ໃດ​ບໍ່​ຈະ​ແຈ້ງ ຍັງ​ບໍ່​ທັນ​ເຂົ້າ​ໃຈ​ເລິກ​ເຊິ່ງ ຕ້ອງ​ກ້າ​ຕັ້ງ​ຄຳ​ຖາມ​ແລກປ່ຽນ​ນຳ​ຄູ​ຝຶກ ​ແລະ ສຳ​ມະ​ນາກ​ອນດ້ວຍກັນ ​ຢ່າງສ້າງສັນ-​ກົງ​ໄປ​ກົງ​ມາ ​ເພື່ອ​ຄວາມ​ເຂົ້າ​ໃຈ ​ແລະ ສາມາດ​ນຳ​ໄປ​ໝູ​ນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​​​ໃຫ້​ບັນລຸ​ຜົນ…ຯ