ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ສຳເລັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ
ຈຳນວນຜູ້ອ່ານ: 82
ອະນຸມັດວັນທີ: 06/02/2018

       ບັ້ນດຳເນີນຊີວິດການ ເມືອງປັບປຸງປົວແປງພັກທົ່ວ ອົງຄະນະພັກຄະນະຈັດຕັ້ງສູນ ກາງພັກ ໄດ້ສຳເລັດລົງໃນວັນ ທີ 7 ສິງຫານີ້ ທີ່ຫ້ອງປະຊຸມ ຄະນະຈັດຕັ້ງສູນກາງພັກ, ພາຍ ໃຕ້ການເປັນປະທານຂອງສະ ຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ ໄດ້ຜ່ານບົດສະຫຼຸຸບຕີລາຄາຈຸດດີ, ຈຸດອ່ອນ ແລະ ຜົນໄດ້ຮັບ ໃນບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຄັ້ງນີ້ໄດ້ເຊື່ອມຊຶມເອກະສານ 2 ສະບັບຄື: ເອກະສານທີ 1 ເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອກະສານທີ 2 ບົດສະ ຫຼຸຸບຕີລາຄາການຊີ້ນຳໆພາຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກຄະນະຈັດຕັ້ງສູນກາງພັກ ໃນໄລຍະທີ່ຜ່ານມາ; ການດຳເນີນຊີວິດການເມືອງຄັ້ງນີ້ເນື້ອແທ້ແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ. ສະຫາຍ ຈັນສີ ໂພສີຄຳ ໄດ້ກ່າວວ່າ: ຜົນໄດ້ຮັບໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກໃນຄັ້ງນີ້ບັນດາສະ ຫາຍຄະນະພັກ, ສະມາຊິກພັກ ແຕ່ລະສະຫາຍໄດ້ຕີລາຄາຕົນເອງທັງ 4 ດ້ານ: ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດ ສິນທຳປະຕິວັດ, ດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ດ້ານແບບແຜນວິທີເຮັດວຽກ ເຊິ່ງເຫັນໄດ້ວ່າດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ເຄັ່ງຂຶມ, ເອົາຈິງເອົາຈັງນັ້ນສະແດງໃຫ້ເຫັນວ່າພວກເຮົາໄດ້ປະຕິບັດຕາມຫຼັກການກໍ່ສ້າງປັບປຸງພັກ, ເປັນການເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກຢ່າງເລິກເຊິ່ງ.

       ສະຫາຍ ຈັນສີ ໂພສີຄຳ ໄດ້ເນັ້ນວ່າ: ໃນຕໍ່ໜ້າຈະຕ້ອງໄດ້ເອົາໃຈໃສ່ບາງດ້ານຄື: 1. ບຸກບືນ ສູ້ຊົນປະຕິບັດໜ້າທີ່ການເມືອງ ທີ່ກົມການເມືອງສູນກາງພັກ ມອບໃຫ້ເປັນເສນາທິການ ແລະ ເປັນອົງການມະຫາພາກ ກ່ຽວກັບວຽກງານຈັດຕັ້ງ, ວຽກ ງານກໍ່ສ້າງພັກພະນັກງານ, ກໍ່ສ້າງພະນັກງານຄຸ້ມຄອງນຳພາແຕ່ລະຂັ້ນໃຫ້ໄດ້ທາງດ້ານ ຈຳນວນ ແລະ ມີມາດຕະຖານ ເງື່ອນໄຂຄົບຖ້ວນ, ວຽກງານຮີບດ່ວນຕ້ອງໄດ້ປັບປຸງແກ້ໄຂ ແມ່ນເລື່ອງນິຕິກຳຈຳນວນໜຶ່ງ ໃຫ້ສຳເລັດໃນໄວໆນີ້, 2. ຄະນະພັກ, ສະມາຊິກພັກຕ້ອງໄດ້ ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ສ້າງໃຫ້ຕົນເອງມີນ້ຳໃຈຮັກຊາດ, ຍອມເສຍສະຫຼະ ເພື່ອຊາດເພື່ອປະຊາຊົນ, ມີສະຕິລະວັງຕົວຕໍ່ກົນອຸບາຍເລ່ຫຼ່ຽມຂອງສັດຕູ, ຕ້ານແນວຄິດຫຼາຍເຄົ້າຫຼາຍພັກການເມືອງ, ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ - ລັດຖະບານ ແລະ ບັນດາຂໍ້ຫ້າມຂອງສະມາຊິກພັກຢ່າງເຄັ່ງຄັດ, 3. ຮັກສາຫຼັກການ ແລະ ແບບແຜນນຳພາຂອງພັກເຮົາຄື ຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ມີຄວາມຮັບຜິດຊອບ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ບໍ່ອຸ້ມວຽກ, ບໍ່ປ່ອຍປະ, ນັບຖືເຊິ່ງກັນ ແລະ ກັນ, ເຊື່ອໝັ້ນກັນເມື່ອໄດ້ຮັບການມອບໝາຍແລ້ວຕ້ອງສູ້ຊົນ ເຮັດໃຫ້ສຳເລັດຖ້າປະຕິບັດ ວຽກງານພົບຄວາມຫຍຸ້ງຍາກຕ້ອງລາຍງານຕໍ່ໝູ່ຄະນະ, 4. ຕ້ອງດຳລົງຊີວິດດ້ວຍຄວາມດຸ ໝັ່ນ, ສັດຊື່, ປະຢັດ, ປອດໃສ, ເຂັ້ມງວດຕໍ່ລະບຽບພັກ, ຂໍ້ຫ້າມສະມາຊິກພັກ, ກົດໝາຍຂອງລັດ, ຈະຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດຕໍ່ຄອບຄົວ ຍາດຕິພີ່ນ້ອງ ໃຫ້ດຳລົງຊີວິດຖືກຕ້ອງຕາມລະບຽບກົດໝາຍຂອງລັດ ແລະ ພ້ອມກັນຮັກສາມູນເຊື້ອພັກໃຫ້ຮັກສາໄດ້ປະເພດແຂງ, 5. ພາຍຫຼັງດຳເນີນຊີວິດການເມືອງຄັ້ງນີ້ສະເໜີໃຫ້ສະຫາຍ ຄະນະພັກ - ຄະນະນໍາຄົ້ນ ຄວ້າບັນດາບັນຫາທີ່ຍັງຄົງຄ້າງຢູ່ພາຍໃນອົງຄະນະພັກຕົນ, ມີບັນຫາໃດຄົງຄ້າງ, ຕ້ອງພ້ອມກັນແກ້ໄຂ, ການດຳເນີນ ຊີວິດການເມືອງ - ຕໍານິຕິຊົມກັນແມ່ນຫຼັກການກໍ່ສ້າງພັກ ແມ່ນກົດເກນການຄົງຕົວ ແລະ ຂະຫຍາຍຕົວຂອງພັກເຮົາ, 6.ໃຫ້ພວກສະຫາຍຈົ່ງພ້ອມ ກັນຈັດຕັ້ງຜັນຂະຫຍາຍຈຸດດີ ແລະ ຊອກຫາວິທີການແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ພ້ອມດຽວກັນກໍຮຽກຮ້ອງມາຍັງບັນດາສະຫາຍ ໃນຄະນະພັກຈົ່ງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນຈັດຕັ້ງປະຕິບັດຕາມໜ້າທີ ວຽກງານທີ່ພັກ - ລັດຖະບານ ມອບໝາຍໃຫ້.

ຂັດຈາກເວບໄຊໜັງສືພິມປະຊາຊົນ