ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫຼາຍພາກສ່ວນຈັດປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 03/12/2020

          ໂດຍ: ວິລະສະໄໝ ຍົດບຸນມີ

          ປະຕິບັດຕາມແຈ້ງການແນະນຳຂອງຄະນະໂຄສະນາອົບບຮົມສູນກາງພັກ ເລກທີ 44/ຄອສພ, ລົງວັນທີ 06 ພະຈິກ 2020 ກ່ຽວກັບການຈັດຕັ້ງປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ. 

          ໃນວັນທີ 27 ພະຈິກ 2020 ຄະນະຈັດຕັ້ງສູນກາງພັກໄດ້ຈັດຕັ້ງປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ X ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ  ທອງຈັນ ໂຂງພູມຄຳ ຄະນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ການປາຖະກະຖາຂອງສະຫາຍ ບົວສີ ຈະເລີນສຸກ ອະດີດຫົວໜ້າຄະນະຮັບຜິດຊອບ ຫໍພິພິທະພັນໄກສອນ ພົມວິຫານ, ມີຫົວໜ້າ-ຮອງຫົວໜ້າກົມ, ພະນັກງານບຳນານ, ພະນັກງານ-ສະມາຊິກພັກທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

          ໃນວັນດຽວກັນກະຊວງກະສິກຳ ແລະ ປ່າໄມ້ກໍ່ໄດ້ຈັດປາຖະກະຖາໃນລັກສະນະດຽວກັນ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ແລະ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງກະສິກຳ ແລະ ປ່າໄມ້.

          ໃນວັນທີ 1 ທັນວາ 2020 ຢູ່ກະຊວງແຜນການ ແລະ ການລົງທຶນກໍ່ໄດ້ຈັດປາຖະກະຖາລະນຶກເຖິງວັນສຳຄັນດັ່ງກ່າວເຊັ່ນກັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ມະຕິດັ່ງກ່າວໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນ, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນ ແລະ ສະຫາຍ ປອ ກິແກ້ວ ຈັນທະບູຣີ ຄະນະປະຈຳພັກ, ປະທານກວດກາພັກກະຊວງແຜນການ ແລະ ການລົງທຶນ.

          ການເຜີຍແຜ່ເອກະສານດັ່ງກ່າວກໍ່ເພື່ອແນໃສ່ ເຮັດໃຫ້ພະນັກງານຫຼັກແຫຼ່ງມີຄວາມຮັບຮູ້ເຂົ້າໃຈ, ເປັນທິດທາງ ແລະ ເປັນແຜນປະຕິບັດວຽກງານລະອຽດຮອບດ້ານເຂົ້າໃນວຽກງານຂະແໜງການຂອງຕົນ ພ້ອມດຽວກັນນັ້ນ ກໍເພື່ອເປັນການ​ທົບ​ທວນ​ຫວນ​ຄືນ​ມູນ​ເຊື້ອ ​ແລະ ​ໄຊ​ຊະນະ​ປະຫວັດສາດ​ຂອງ​ພາລະກິດ​​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອກ່ອນ ​ແລະ ຜົນສຳ​ເລັດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງ​ພັກໃນໄລຍະໃໝ່, ຖື​ເອົາ​ໂອກາດ​ນີ້ ​ເປັນ​ການ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ​ພະນັກງານ, ສະມາຊິກ​ພັກ, ນັກຮົບ, ລັດຖະກອນ ​ແລະ ປະຊາຊົນລາວ​ບັນດາ​ເຜົ່າ ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ມູນ​ເຊື້ອ​ສາມັກຄີ​ປອງ​ດອງ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ຊັ້ນ​ຄົນ, ນຳ​ໃຈ​ຕໍ່ສູ້​ອັນ​ອົງ​ອາດ​ກ້າຫານ​ຂອງ​ກອງທັບ ​ແລະ ປະຊາຊົນ​ລາວ ແລະ ຈາລຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.