ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກໍ່ສ້າງພະນັກງານ ແລະ ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ຈັດພິທີຮັບສະມາຊິກພັກສຳຮອງ ແລະ ສົມບູນ
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 13/11/2020

ໂດຍ: ວິລະສະໄໝ ຍົດບຸນມີ

          ໃນວັນທີ 13 ພະຈິກ 2020 ໜ່ວຍພັກກົມກໍ່ສ້າງພະນັກງານ ແລະ ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງ ໜ່ວຍພັກກົມກໍ່ສ້າງພະນັກງານ 1 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງ ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ 1 ສະຫາຍ ເຂົ້າເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນ; ເຂົ້າຮ່ວມພິທີດັ່ງກ່າວມີສະຫາຍ ດວງຕາ ຈູມພາວັນ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກທັງສອງໜ່ວຍພັກເຂົ້າຮ່ວມ.

          ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ຈາກນັ້ນ ສະມາຊິກພັກສົມບູນ ແລະ ສຳຮອງ ຂຶ້ນສະເໜີໂຕກ່າວຄຳປະຕິຍານ ໂດຍມີສະມາຊິກພັກສົມບູນທີ່ຕິດຕາມ 2 ສະຫາຍ ມີຄຳເຫັນຢັ້ງຢືນ; ຕໍ່ຈາກນັ້ນ ສະຫາຍເລຂາໜ່ວຍພັກຂອງສອງໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ແລະ ຈັບມືຮັບເອົາເຂົ້າເປັນກຳລັງແຮງໃນການໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນສືບເນື່ອງຕໍ່ໄປ.

          ໃນຕອນທ້າຍຂອງພິທີ ສະຫາຍ ດວງຕາ ຈູມພາວັນ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກທັງສອງສະຫາຍ ເຊິ່ງຈະຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ພ້ອມທັງເປັນແບບຢ່າງໃນການປະຕິບັດລະບຽບ-ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເປັນແບບຢ່າງນຳໜ້າມະຫາຊົນ ພ້ອມນີ້ສະຫາຍ ຍັງໄດ້ເນັ້ນໃຫ້ ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກທຸກສະຫາຍພາຍໃນໜ່ວຍພັກ ພ້ອມກັນກໍ່ສ້າງສະມາຊິກພັກໃຫ້ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ເຮັດລ້ອນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ.