ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ທົ່ວອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ປັບປຸງປົວແປງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2017
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 06/02/2018

ໂດຍ: ສ. ມິດ​ມີ​ໄຊ

         ​ເພື່ອ​ປະຕິບັດ​ຕາມ​ຄຳ​ສັ່ງ ​ເລກທີ 01 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ດຳ​ເນີນຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ທົ່ວ​ພັກ ປີ 2017; ​ໃນລະຫວ່າງ​ວັນ​ທີ 6-13 ມີຖຸນາ 2017 ນີ້ ກະຊວງ​ກະສິກຳ ​ແລະ ​ປ່າ​ໄມ້ ​​ໄດ້​ເປີດ​ກອງ​ປະຊຸມ​ດຳ​ເນີນ​ຊີວິດ​ການ​ເມືອງປັບປຸງ​ປົວ​ແປງ​ທົ່ວອົງຄະ​ນະ​ພັກ​ກະຊວງ​ຂອງ​ຕົນ​ຂຶ້ນ ​ໂດຍ​ການ​​ເປັນ​ປະ​ທານ​ຂອງສະຫາຍ ປອ ລຽນ ທິ​ແກ້ວ ກຳມະການ​ສູນ​ກາ​ງພັກ ​ເລຂາ​ຄະນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ປອ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ຄະນະ​ກວດກາ​ສູນ​ກາ​ງພັກ, ຮອງ​ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງປັບປຸງ​ປົວ​​ແປງ​ທົ່ວ​ພັກ ປີ 2017, ມີ​ບັນດາ​ຄະນະນຳ​ພັກ​ກະຊວງ, ​ເລຂາ​ຄະນະ​ພັກ​ຮາກ​ຖານ, ​ເລຂາ​ຮາກ​ຖານ​ພັກ, ສະມາຊິກ​ພັກ​ອາວຸ​ໂສ, ສະມາຊິກ​ພັກ-ພະນັກງານ​ທົ່ວ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

         ການ​ເປີດ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ໃນ​ຄັ້ງ​ນີ້ ບັນດາ​ຜູ້​ເຂົ້າ​ຮ່ວມໄດ້​ຮັບ​ຟັງການ​ເຜີຍ​ແຜ່ບັນດາ​ເອ ກະສານ​ທີ່​ກ່ຽວ​ກັບ​ການປັບປຸງ​ປົວ​ແປງ​ທົ່ວ​ພັກ ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ​, ທັງ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​ບົດ​ສະ​ຫຼຸບ​ຕີ​ລາຄາ​ການ​ຊີ້​ນຳ-ນຳພາ​ຂອງ​ຄະນະບໍລິ​ຫານ​ງານ​ພັກ​ກະຊວງ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ຄັ້ງ​ທີ VIII, ມະຕິ​ຄຳ​ສັ່ງ​ຂອງ​ພັກ, ຂອງ​ລັດ; ຊີ້​ໃຫ້​ເຫັນ​ຈຸ​ດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງຂອງ​ທົ່ວ​ອົງຄະ​ນະ​ພັກ​ກະຊວງ​, ຊອກ​ໃຫ້​ເຫັນ​ສາ​ເຫດ​, ບົດຮຽນ ​ແລະ ມາ​ດຕະການ​ແກ້​ໄຂ​ຈຸດ​ອ່ອນ​ຂໍ້ຄົງຄ້າງຂອງ​ລວມໝູ່​ຄະນະ​ພັກ​ກະຊວງ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ສູງ​ພາຍ​ໃນ​ອົງຄະ​ນະ​ພັກກະຊວງ ​ເດັດດ່ຽວ​ສູ້​ຊົນ​ນຳພາ​ທົ່ວ​ຂະ​ແໜງ​ກະສິກຳ-ປ່າ​ໄມ້, ພັດ ທະນາ​ຊົນນະບົດລຶບລ້າງ​ຄວາມທຸ​ກຍາກ ​ໃຫ້​ມີ​ຜົນສຳ​ເລັດ​ຢ່າງ​ຈົບງາມ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບ ດ້ານ ​ແລະ ມີ​ຫຼັກການ​ຂອງ​ພັກ; ຊຶ່ງ​ປະຈຸ​ບັນ ທົ່ວ​ອົງຄະ​ນະ​ພັກ​ກະຊວງ ປະ​ກອບ​ມີ 61 ຮາກຖານ​ພັກ ​ໃນ​ນັ້ນ,  ມີ 12 ຄະນະ​ພັກ​ຮາກ​ຖານ, 03 ໜ່ວຍ​ພັກ​ຮາກ​ຖານ ​ແລະ 46 ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ ​ແລະ ມີ 55 ຈຸ​ພັກ; ມີ​ສະມາຊິກ​ພັກ​ທັງ​ໝົດ 800 ກວ່າ​ສະຫາຍ ຍິງ 200 ກວ່າ​ສະຫາຍ, ພະນັກງານ-ລັດຖະກອນ ມີ​ທັງ​ໝົດ 11.000 ກວ່າ​ຄົນ ຍິງ 3.000 ກວ່າ​ຄົນ.

          ​ເວົ້າ​ລວມ​ແລ້ວ, ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ ​ເພາະ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງ ການອັນ​ຮີບ​ດ່ວນ ​ເພື່ອ​ປັບປຸງ​ປົວ​​ແປງ​ພາຍ​ໃນ​ພັກ ຂອງ​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ-ປ່າ​ໄມ້ ​ແນ່​ໃສ​ສ້າງ​ພັກ​ເຮົາ​ໃຫ້​ມີ​ຄວາມ​ປອດ​ໃສ​, ໜັກ​ແໜ້ນ, ​ເຂັ້ມ​ແຂງ ມີ​ກາ​ນຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ແລະ ທັນ​ສະພາບ​ການ​ເພື່ອ​ສືບ​ຕໍ່​ນຳພາ ພາລະ​ກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຕາມ​ທິດ​ຍຶນຍົງ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ.

          ​ໃນ​ໂອກາດຂອງກອງ​ປະຊຸມ​ດັ່ງກ່າວ​ນີ້ ບັນດາ​ຜູ້​ເຂົ້າ​ຮ່ວມ​ ໄດ້​ຮັບ​ກຽດຟັງ​ການ​​ໂອ້​ລົມ ​ແລະ ຊີ້​ທິດ​ເຍືອງ​ທາງຂອງ​ສະຫາຍ ປອ ບຸນ​ທອງ ຈິດ​ມະນີ ຊຶ່ງ​ສະຫາຍ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ພັກ-ພະນັກງານ​ທຸກ​ທົ່ວ​ໜ້າ ຈົ່ງ​ເຊີດ​ຊູ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ດຳ​ເນີນ​ການ​ສຳ​ຫຼວດກວດກາ​ດ້ວຍ​ຄວາມ​ກ້າຫານ, ​ເດັດດ່ຽວ, ບໍລິສຸດ, ຈິ​ງ​ໃຈ ​ແລະ ສ້າງສັນ ​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມໃນ​ຄັ້ງ​ນີ້ ບັນລຸ​ຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ ​ເຮັດ​ໃຫ້​ພາຍ​ໃນ​ພັກ​​​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ກ້າວ​ສູ່​ຈຸດໝາຍ​ປາຍທາງ​ຕາມ​ທີ່​ພັກ​ເຮົາ​ກຳນົດ​ໄວ້...ໆ