ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກລົງຊຸກຍູ້-ຊີ້ນຳວຽກງານຈັດຕັ້ງຢູ່ແຂວງສະຫວັນນະເຂດ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 06/02/2018

ໂດຍ: ສໍ​ສົດ​ໃສ

          ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດຄັ້ງທີ X ​ໄດ້ສຳ​ເລັດຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ບັນ​ດາ​​ແຂວງ, ກະຊວງ​-ອົງການກໍພ້ອ​ມ​ພາກັນ​ຜັນ​ຂະຫຍາຍເນື້ອໃນຂອງກອງປະຊຸມດັ່ງກ່າວ​ລົງສູ່​ຮາກ​ຖານໃນທົ່ວ​ປະ​ເທດ.

​ເຊັ່ນດຽວກັນ ໃນ​ລະຫວ່າງ​ວັນ​ທີ 23-24 ມັງກອນ 2017 ແຂວງສະຫວັນ​ນະ​ເຂດ ​ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່ເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ສະຫຼຸບ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ແຂວງ​ສະ​ຫວັນນະ​ເຂດ 5 ປີຄັ້ງ​ທີ VI ​ແລະວາງ​ທິດ​ທາງ​ແຜນການໃນ 5 ປີຕໍ່ໜ້າໃຫ້ສອດຄ່ອງກັບທິດ ຊີ້ນຳລວມຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ ​ແລະກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດຄັ້ງທີ X.ເປັນ​ກຽດ​ເຂົ້າ​ຮ່ວມ​ກອງປະຊຸມຄັ້ງນີ້ມີ​ສະຫາຍຈັນ​ສີ ​ໂພ​ສີຄຳກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ​ເປັນ​ປະທານ​ກອງປະຊຸມໂດຍສະຫາຍສັນຕິ​ພາບພົມວິຫານກຳມະການ​ສູນ​ກາງພັກ ​ເລຂາຄະນະບໍລິຫານງານ​ພັກ​ແຂວງ​ສະ​ຫວັນນະ​ເຂດ,ມີ​ບັນ​ດາ​ສະຫາຍ​ຄະນະ​ປະຈຳ​ພັກ​ແຂວງ, ກຳມະການພັກແຂວງ,ຄະນະ​ພັກ​ຮາກ​ຖານ, ​ເລຂາ​ໜ່ວຍ​ພັກ​ຮາກ​ຖານ, ຫົວໜ້າ​ພະ​ແນ​ກການ ​ແລະອົງການ​ທຽບ​ເທົ່າ​ອ້ອມ​ຂ້າງ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ ​ແລະຜູ້​ເຮັດ​ວຽກ​ງານຈັດ​ຕັ້ງ​ໃນ​ທົ່ວ​ແຂວງ​ເຂົ້າ​ຮ່ວມ​ຈຳນວນ 100 ກວ່າ​ສະຫາຍ.

          ໃນກອງ​ປະຊຸມຜູ້ເຂົ້າຮ່ວມໄດ້ຮັບ​ຟັງບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ X, ບົດ​ໂອ້​ລົມ​ຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຕໍ່​ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ X, ບົດ​ລາຍ​ງານ​ວຽກ​ງານ​ກໍ່​ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງທົ່ວ​ແຂວງ​ສະຫວັນ​ນະ​ເຂດ ​ໄລຍະ 5​ ປີ ​(2011-2015) ​ແລະ ທິດ​ທາງ​ແຜນການ 2016-2020 ​ພ້ອມນີ້ຜູ້ເຂົ້າຮ່ວມກໍ່ໄດ້ປະກອບ​ຄຳ​​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່ການຕີລາຄາລວມວຽກງານຈັດ ຕັ້ງທົ່ວແຂວງໃນໄລຍະ 5 ປີຜ່ານມາ, ​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ-ຂໍ້ຄົງຄ້າງ ແລະ ສະ​ເໜີ​ວິທີ​ການ ​ແກ້​ໄຂ​ໃນ​ຕໍ່ໜ້າເຮັດ​ໃຫ້​ກອງ​ປະຊຸມ​ມີບັນຍາ​ກາດຟົດ​ຟື້ນ ແລະ ມີເນື້ອໃນອຸດົມສົມບູນ​ດີ.

         ຜ່ານ​ການ​ຕີ​ລາຄາ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ແຂວງສະຫວັນ​ນະ​ເຂດ 5 ປີຜ່ານມາ​ເຫັນ​ວ່າຄະນະ​ພັກ​ທຸກ​ຂັ້ນ ​ໄດ້​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດເປັນ​ວຽກ​ແຖວ​ໜ້າ, ເປັນ​ວຽກ​ກົກ ແລະ ​ເປັນ​ສ່ວນ​ສຳຄັນ​ຂອງ​ວຽກງານກໍ່ສ້າງ​ພັກ-ພະນັກງ​ານ​, ຄະນະພັກໄດ້ຍົກ​ສູງ​ທັດສະນະ​ຫຼັກ​ໝັ້ນ, ອຸດົມ​ການ, ທາດ​ແທ້​ຊົນ​ຊັ້ນ​ລັກສະນະ​ນຳ​ໜ້າ ​ແລະ ລັກສະນະ​ຕໍ່ສູ້​ຂອງພັກ, ຕ້ານ​ກົນ​ອຸບາ​ຍຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິກຳລັງ​ປໍ​ລະ​ປັກ, ຕ້ານ​ທຸກ​ປະກົດ​ການ​ຫຍໍ້​ທໍ້ ​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ມີຄວາມເປັນເອກະພາບ ແລະ ເຄື່ອນ​ໄຫວ​ວຽກງານ​ໄປຕາມທິດຊີ້ນຳລວມຂອງພັກກໍ່ຄືໜ້າທີ່ການເມືອງທີ່ຕົນຮັບຜິດຊອບ ແນໃສ່​ກໍ່ສ້າງ​​ພັກ ​ໃຫ້ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ.

        ປະຈຸ​ບັນ ທົ່ວ​ແຂວງ​ສະຫວັນນະເຂດມີພະນັກງານ​-ລັດຖະກອນ ທັງ​ໝົດ 17.000 ກວ່າຄົນ, ຍິງ 8.000 ກວ່າຄົນ, ມີ​ສະມາຊິກ​ພັກ​ 24.000 ກວ່າ​ສະຫາຍ, ຍິງ 6.000 ​ກວ່າ​ສະຫາຍ, ໃນນີ້ມີສະມາຊິກພັກ​ແຂງ​ຮອບດ້ານ 6.500ກວ່າ​ສະຫາຍ, ສະມາຊິກພັກແຂງດ້ານໃດໜຶ່ງ 11.000ກວ່າສະຫາຍ, ໄດ້​ອອກ​ບັດ-ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ​ແລ້ວເກືອບ 8 ພັນສະຫາຍ, ເທົ່າ​ກັບ 32% ຂອງ​ຈຳນວນ​ສະມາຊິກ​ພັກ​ສົມບູນ​ທັງ​ໝົດ, ສ້າງໜ່ວຍ​ພັກ​ເຂັ້​ມ​ແຂງ-ຮູ້​ນຳພາ​ຮອບດ້ານໄດ້ 766 ໜ່ວຍ​ ກວມ​ເອົາ 46% ຂອງ​ໜ່ວຍ​ພັກ​ທັງ​ໝົດ 1.659 ໜ່ວຍ.

          ​ໃນ​ໂອກາດເຂົ້າຮ່ວມຊີ້ນຳກອງປະຊຸມຄັ້ງນີ້ສະຫາຍ​ ຈັນ​ສີ ​ໂພ​ສີຄຳ ກໍ​ໄດ້​ຕັ້ງ​ບັນຫາ​ ແລະ ​ມີ​ການ​ຖາ​ມ-ຕອບ​ແລກປ່ຽນ​ບົດ​ຮຽນ​ກັບ​ຜູ້​ຮັບຜິດຊອບແຕ່ລະວຽກ​ຢ່າງ​ລະອຽດຈະ​ແຈ້ງ ພ້ອມທັງມີຄຳເຫັນໂອ້​ລົມ​ໃຫ້ທິດຊີ້ນຳ​ໃນການ​ກໍ່ສ້າງ​ພັກທາງ​ດ້ານ​ການ​ເມືອງ-​ແນວ​ຄິດ, ກ​ານ​ຈັດ​ຕັ້ງ ​ແລະ ​ແບບ​​ແຜນ​ວິທີ​ນຳພາ​ຂອງ​ພັກ​ໃຫ້ຮັບປະກັນ​ໄດ້​ການ​ນຳພາ​ຂອງ​ພັກ​ຢ່າງ​ມີ​ຄຸນ​ນະພາ​ບ ​​ເຮັດ​ໃຫ້​​ການຈັດ​ຕັ້ງ​ປະຕິບັດ​ຖືກຕ້ອງ ​ແລະ ​ເປັນ​ເອກະ​ພາດ​ກັນ​ໃນ​ທົ່ວ​ພັກ, ​ເພີ່ມທະວີ​ຄວາມ​ເປັນ​ເຈົ້າ​ໃນ​ການ​ສ້າງ​ແຜນການ​ເຄື່ອນ​ໄຫວ​ກວດກາ, ຕິດຕາມ, ຊຸກຍູ້​ການ​ເຄື່ອ​ນ​ໄຫວ​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ບັນດາ​ການ​ຈັດ​ຕັ້ງ​ພັກ​ໃຫ້​ມີບາດກ້າວທີ່ຕັ້ງໜ້າ ກວ່າເກົ່າ, ສອດຄ່ອງ ແລະ ເໝາະສົມກັບການພັດທະນາຂອງຍຸກສະໄໝຕໍ່ໜ້າທີ່ການເມືອງໃນແຕ່ລະ ໄລຍະ...