ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 09/04/2018

       ໃນວັນທີ 5 ມັງກອນ 2017 ນີ້ ຢູ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີ ມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປະຈຳປີ 2016 ໃຫ້ກັບ 6 ໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານຂອງຕົນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງເພັດ ອິນທະວົງ ຮອງ ເລຂາຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາເລຂາໜ່ວຍພັກອ້ອມຂ້າງພ້ອມດ້ວຍສະ ມາຊິກພັກຂອງ 6 ໜ່ວຍພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ໃນພິທີດັ່ງກ່າວ ເລຂາຂອງ 6 ໜ່ວຍພັກໄດ້ພັດປ່ຽນກັນຂຶ້ນລາຍງານຜ່ານບົດສະຫຼຸບການ ຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຂອງຕົນ ເຊິ່ງໃນໄລຍະຜ່ານ ມາໄດ້ປະຕິບັດຕາມຂໍ້ກຳນົດຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງໜ່ວຍພັກເຂັ້ມແຂງ-ຮູ້ ນຳພາຮອບດ້ານ ແລະ ອີງໃສ່ແຜນການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຂອງໜ່ວຍພັກໃນ ແຕ່ລະປີ, ຄະນະໜ່ວຍພັກໄດ້ນຳພາສະມາຊິກພັກຈັດຕັ້ງຜັນຂະຫຍາຍຂໍ້ກຳນົດດັ່ງກ່າວເປັນບູລິມະ ສິດຕົ້ນຕໍໃນການຊີ້ນຳ-ນຳພາເປັນຕົ້ນດ້ານການເມືອງ-ແນວຄິດ ແລະ ວຽກງານວິຊາສະເພາະໃນການ ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວ ກໍ່ຄືຄະນະພັກ-ຄະນະນຳ ກະຊວງພະລັງງານ ແລະ ບໍ່ແຮ່ ຕາມໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

        ແຕ່ລະໜ່ວຍພັກໄດ້ຖືເອົາການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຕິດພັນກັບ ວຽກງານວິຊາສະເພາະໃນຂະບວນການລວມຂອງຄະນະພັກຮາກຖານກໍ່ຄືຂອງກະຊວງ, ຖືສຳຄັນ ມາດຖານ ແລະ ຫຼັກການລວມເປັນພື້ນຖານໃນການກໍ່ສ້າງໜ່ວຍພັກຂອງຕົນ; ພາຍໃຕ້ການຊີ້ນຳ-ນຳພາຂອງໜ່ວຍພັກເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄວາມຈູບຈ້າວຫ້າວຫັນ ຕັ້ງໜ້າປະຕິບັດ ໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີແນວຄິດອຸ່ນອ່ຽງ, ທຸ່ນທ່ຽງ, ຍຶດໝັ້ນ ແລະ ເປັນເອກະພາບປະຕິບັດຕາມແນວທາງຂອງພັກຢ່າງ ສະເໝີຕົ້ນສະເໝີປາຍ.

       6 ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃນຄັ້ງນີ້ມີໜ່ວຍ ພັກສູນຝຶກ ແລະ ສ້ອມແປງ, ໜ່ວຍພັກທຸລະກິດ 1, ໜ່ວຍພັກຜະລິດ, ໜ່ວຍພັກຈຳໜ່າຍ 2, ໜ່ວຍພັກເຕັກນິກ 1 ແລະ ໜ່ວຍພັກເຕັກນິກ 2.

      ໃນຕອນທ້າຍສະຫາຍ ທອງເພັດ ອິນທະວົງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກ-ພະນັກງານໃນຄວາມຮັບຜິດຊອບ ຂອງຕົນເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ຍົກສູງຄວາມຮັບຜິດຊອບໜ້າທີ່ການ ເມືອງໃນໄລຍະໃໝ່ໃຫ້ສົມຄູ່ກັບການພັດທະນາໃນແຕ່ລະໄລຍະ ແລະ ຮັກສາໄດ້ມູນເຊື້ອການເປັນ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄວ້ໃຫ້ໝັ້ນຄົງຕະຫຼອດໄປ.