ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ​ເຜີຍ​ແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ມະຕິສຳຄັນຂອງພັກຈຳນວນໜຶ່ງ
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 12/08/2020

       ໃນ​​ວັນ​ທີ 11 ສິງຫາ 2020 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງປະຊຸມເຜີຍ​ແຜ່​ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໜທີ X, ມະຕິເລກທີ 111/ກມສພ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ມະຕິເລກທີ 112/ກມສພ ລົງວັນທີ 02 ມິຖຸນາ 2020 ວ່າດ້ວການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ມະຕິເລກທີ 108/ກມສພ ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ໂດຍ​ໃຫ້​ກຽດ​ເຜີຍ​ແຜ່ຂອງສະຫາຍ ວັນ​ໄຊ ພອງ​ສະຫວັນ ​ຮອງເລຂາຄະນະພັກຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ຄະນະປະຈຳພັກ, ຮອງ​ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າ-ຮອງຫົວໜ້າກົມ, ພະນັກງານ​ບໍານານ ພ້ອມດ້ວຍສະມາຊິກພັກ-ພະນັກງານທົ່ວສຳນັກ ງານຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

          ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ​ໄດ້​ຍົກ​ໃຫ້​ເຫັນບັນຫາສຳຄັນຕ່າງໆຄື: ການຜັນ​ຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາປະຈຳໄຕ ມາດທີ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ, ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021-2025), ການປັບປຸງກົດລະບຽບພັກ ສະໄໝທີ X ແລະ ທິດປັບປຸງກົງຈັກລັດຖະບານ.

       ການເຜີຍແຜ່ເຊື່ອມຊຶມມະຕິຂອງພັກຄັ້ງນີ້ກໍ່ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ-ພະນັກ ງານພາຍໃນສຳນັກງານຄະນະຈັດຕັ້ງສູນກາງພັກໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບສູງຕໍ່ເນື້ອໃນເອກະ ສານດັ່ງກ່າວ ເພື່ອຫັນເອົາມາເປັນທິດທາງ ແລະ ເປັນແຜນປະຕິບັດງານລະອຽດຮອບດ້ານເຂົ້າໃນຂະແໜງການຂອງຕົນ ໃຫ້ເກີດຜົນເປັນຈິງ.

       ໂອກາດດັ່ງກ່າວ ສະຫາຍ ວັນ​ໄຊ ພອງ​ສະຫວັນ ໄດ້​ເນັ້ນໃຫ້ພະນັກງານ-ສະມາຊິກພັກທົ່ວສໍານັກ​ງານ ຄະນະຈັດຕັ້ງສູນກາງພັກກຳ​ໄດ້ເນື້ອໃນຈິດໃຈ​ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່​ເຊື່ອມຊຶມຄັ້ງນີ້ ພ້ອມ​ກັນ​ນຳໄປຈັດຕັ້ງຜັນ​ຂະຫຍາຍ​ເຂົ້າສູ່​ໜ້າ​ທີ່​ການ​ເມືອງ​ຕາມ​ຄວາມຮັບຜິດຊອບຂອງຕົນ ​​ໂດຍ​ວຽກຈຸດ​ສຸມທີ່​ຕິດ​ພັນ​ກັບ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ​ແຕ່​ນີ້​ຮອດ​ທ້າຍ​ປີ 2020 ຄື​ການ​ຕິດຕາມ​ຊຸກຍູ້​ຂະ​ບວນການກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ, ນະຄອນຫຼວງ, ກະຊວງ-ອົງການ ​ແລະ ການ​ທາ​ບທາມ​ຮ່າງ​ກົດ​ລະບຽບ​ພັກ​ ສະ​ໄໝ​ທີ XI ໃຫ້ສຳ​ເລັດທັນຕາມກຳນົດເວລາ.

ຂ່າວ: ວິ​ລະ​ສະ​ໄໝ ຍົດ​ບຸນ​ມີ

ພາບ: ພິດ​ສະ​ໄໝ ວິ​ໄລ​ຮັກ