ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 26/03/2020

          ​​ເນື່ອງ​ໃນ​ໂອ​ກາດວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 65 ປີ (22/3/1955-22/3/2020) ໃນ​ວັນ​ທີ 22 ມີນາ 2020 ຢູ່ທີ່​ຫໍ​ພິພີ​ທະ​ພັນ ປະທານ ​ໄກ​ສອນ ພົມວິຫານ (ຫຼັກ 6, ນະຄອນຫຼວງ​ວຽງ​ຈັນ) ​ໄດ້​ມີ​ພິທີ​ວາງ​ກະຕ່າ​ດອກ​ໄມ້​ ຢູ່​ຕໍ່ໜ້າ​ຮູບ​ປັ້ນປະທານ ​ໄກສອນ ພົມວິຫານ  ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ນຳ​ໂດຍ​ສະຫາຍ ວັນ​ໄຊ ພອງ​ສະຫວັນ ຮອງ​ເລຂາຄະນະ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ພ້ອມດ້ວຍຄະນະ​ໄດ້​ເຂົ້າ​ຮ່ວມວາງ​ກະຕ່າ​ດອກ​ໄມ້​ ​​​​ເພື່ອ​ສະ​ແດງ​​ເຖິງຄວາມ​ເຄົາລົບ​ຮັກ, ຄວາມ​ກະຕັນຍູຮູ້​ບຸນຄຸນ ​ແລະ ຈາລຶກ​ຄຸນງາມຄວາມດີ​, ​ນໍ້າ​ໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ​ແລະ ບໍ່​ຍອມ​ຈຳນົນ​ຂອງ​ບັນພະ​ບູລຸດ, ນັກຮົບປະຕິວັດ​ຜູ້​ທີ່​ເສຍສະຫຼະ​ຊີວິດ​ເລືອດ​ເນື້ອທັງ​ຫຼາຍ, ​ເພື່ອການປະຕິວັດຊາດປະຊາທິປະໄຕ ແລະ ​ຜືນ​ແຜນ​ດິນ​ຂອງ​ຊາດ​ລາວ​ເຮົາ​, ພ້ອມ​ໄດ້​ສຸມ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ນຳພາ​ຂະ​ບວນການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ແບບ​ໃໝ່; ຕະຫຼອດໄລຍະ 65 ປີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫຼາຍປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ​ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນຳ​ເອົາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ມາສູ່​ປະຊາຊົນ​ບັນດາ​ເຜົ່າ ຜົນງານ ​ແລະ ຄຸນງາມຄວາມດີ​ນັ້ນ ​ແມ່ນ​ໄດ້​ຈາລຶກ​ໄວ້​ໃນ​ປະຫວັດສາດຂອງຊາດລາວ ແລະ ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ລາວ​ບັນ​ດາ​ເຜົ່າຕະຫຼອດ​ຊົ່ວ​ກາລະ​ນານ…ຯ 

​ໂດຍ: ສໍ​ສົດ​ໃສ