ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ.
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 25/03/2020

         ໃນລະຫວ່າງວັນທີ 18-20 ມີນາ 2020 ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງ ໄຊຍະບູລີ, ຊຸກຍູ້-ຊີ້ນຳວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢູ່ເມືອງທົ່ງມີໄຊ, ເມືອງໄຊສະຖານ ແລະ ເຂົ້າຮ່ວມມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ.

          ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ 19 ມີນາ 2020, ສະຫາຍ ຈັນສີ ໂພສີຄໍາ ໄດ້ຮັບຟັງການສະຫຼຸບລາຍງານຜົນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ໂດຍການລາຍງານຂອງສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໃຫ້ຮູ້ເຖິງບາດກ້າວຂັ້ນຕອນການກະກຽມໄປເຖິງບາດກ້າວການດຳເນີນກອງປະຊຸມຈົນປະສົບຜົນສຳເລັດ; ພ້ອມນີ້ກໍ່ໄດ້ຮັບຟັງການປະກອບຄຳເຫັນຈາກບັນດາສະຫາຍເລຂາຄະນະບໍລິຫານງານພັກເມືອງ 11 ເມືອງ, ຄຳເຫັນຈາກຜູ້ຕາງໜ້າອະນຸກຳມະການເນື້ອໃນ, ອະນຸກຳມະການຂະບວນການ, ອະນຸກຳມະການບຸກຄະລາກອນ ແລະ ຄຳເຫັນຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງມີບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນອຸດົມສົມບູນ.

          ການສະຫຼຸບຕີລາຄາການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ໄດ້ດຳເນີນໄປຕາມບາດກ້າວຂັ້ນຕອນບັນດານິຕິກຳທີ່ກ່ຽວຂ້ອງໃນການກະກຽມດຳເນີນກອງປະຊຸມໃຫຍ່ພັກຂັ້ນຂອງຕົນ ເປັນຕົ້ນ: ບາດກ້າວທີ 1 ກະກຽມ ແລະ ສ້າງແຜນການ, ເຊື່ອມຊຶມບັນດານິຕິກໍາທີ່ກ່ຽວຂ້ອງຂອງຂັ້ນເທິງ, ອອກມະຕິຕົກລົງແຕ່ງຕັ້ງບັນດາອະນຸກຳມະການ ແລະ ຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມ, ຈາກນັ້ນຄະນະທີ່ໄດ້ຮັບການແຕ່ງຕັ້ງສ້າງແຜນການດຳເນີນງານຂອງຕົນ; ບາດກ້າວທີ 2 ກະກຽມເຮັດທົດລອງດຳເນີນກອງປະຊຸມໃຫຍ່ຢູ່ຂັ້ນຮາກຖານໜ່ວຍພັກໃດໜຶ່ງກ່ອນ ສະຫຼຸບ ຖອດຖອນບົດຮຽນແລ້ວຈິ່ງຈັດຕັ້ງຜັນຂະຫຍາຍດຳເນີນໄປແຕ່ລະໜ່ວຍພັກທົ່ວເມືອງ ແລະ ທົ່ວແຂວງ. ບາດກ້າວທີ 3 ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກເມືອງ ແລະ ດຳເນີນກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງທ້າຍສະໄໝ, ດຳເນີນກອງປະຊຸມຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮ່າງບົດສຳຫຼວດການນຳພາລວມເທື່ອສຸດທ້າຍ, ຈັດຕັ້ງທາບທາມບຸກຄະລາກອນຮອບທີ 3, ລາຍງານການກະກຽມຄວາມພ້ອມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນ, ຄະນະປະຈຳພັກແຂວງຄົ້ນຄວ້າພິຈາລະນາ ແລະ ມີຄຳເຫັນເພື່ອປັບປຸງບາງວຽກງານທີ່ບໍ່ທັນຄົບຖ້ວນ, ຖ້າເຫັນວ່າຄົບຖ້ວນແລ້ວກໍ່ອອກມະຕິຕົກລົງອະນຸມັດດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງຢ່າງເປັນທາງການ. ບາດກ້າວທີ 4 ທົດລອງດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງໜຶ່ງແລ້ວຖອດຖອນບົດຮຽນ ເພື່ອຜັນຂະຫຍາຍສູ່ບັນດາເມືອງທີ່ຍັງເຫຼືອທົ່ວແຂວງ ສຳລັບເມືອງເອກໃນເທດສະບານແຂວງແມ່ນດຳເນີນກອງປະຊຸມເປັນເມືອງສຸດທ້າຍ. ບາດກ້າວທີ 5 ສະຫຼຸບຖອດຖອນບົດຮຽນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ເພື່ອສືບຕໍ່ສ້າງຂະບວນການຕ້ອນຮັບບັນຍາກາດກ້າວເຂົ້າສູ່ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງໃນຂັ້ນຕໍ່ໄປ.

          ຜ່ານການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ 11 ເມືອງທົ່ວແຂວງໄຊຍະບູລີ ມີຄະນະບໍລິຫານງານພັກເມືອງຊຸດໃໝ່ທັງໝົດ 277 ສະຫາຍ, ຍິງ 48 ສະຫາຍ ທຽບໃສ່ສະໄໝຜ່ານມາຄະນະບໍລິຫານ ງານພັກເມືອງເພີ່ມຂຶ້ນ 20 ສະຫາຍ, ຍິງ 13 ສະຫາຍ, ໂຄງປະກອບມີ 3 ລຸ້ນ ຄື: 56-60 ປີ ມີ 32 ສະຫາຍ, ອາຍຸ 46-55 ປີ ມີ 137 ສະຫາຍ, ອາຍຸຕໍ່ກວ່າ 45 ປີ ມີ 108 ສະຫາຍ, ເປັນເລຂາໜ່ວຍພັກຮາກຖານບ້ານ 25 ສະຫາຍ, ຍິງ 4 ສະຫາຍ ຖ້າທຽບໃສ່ແຜນກຳນົດພະນັກງານນຳພາ-ຄຸ້ມຄອງທີ່ໄດ້ຮັບຮອງໄວ້ ສາມາດປະຕິບັດໄດ້ 95%.

      ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ຈັນສີ ໂພສີຄຳ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ພ້ອມນີ້ ສະຫາຍຍັງໄດ້ເນັ້ນໃຫ້ຄະນະ​ພັກ​ຊຸດໃໝ່ແຕ່ລະ​ຂັ້ນ​ເພີ່ມທະວີ​ເອົາ​​ໃຈ​ໃສ່​​ສຶກສາ​ອົບຮົມ​ນໍາພາ​ແນວ​ຄິດ​ສະມາ​ຊິກ​ພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່ສິ່ງທ້າທາຍຕ່າງໆໃຫ້​ສູງ​ຂຶ້ນ​ກວ່າ​​ເກົ່າ ສາມາດເຕົ້າໂຮມໄດ້ຄວາມສາມັກຄີເປັນປຶກແຜ່ນ; ສຸມ​ໃສ່​​ປັບປຸງ​ກໍ່ສ້າງ​ຮາກ​ຖານ​ພັກ​​ໃຫ້​ປອດໃສ, ​ເຂັ້ມ​ແຂງ, ໜັ​ກ​ແໜ້ນ, ສາມາດ​ເປັນ​ແກນ​ນໍາ​ໃນ​ລະບົບ​ການ​ເມື​ອງຢູ່​ຂັ້ນ​ຮາກ​ຖານ, ​ເປັນຫຼັກ​ແຫຼ່ງ​ໃນ​ການ​ນໍາພາ​​ພັດທະນາເສດຖະກິດ-ສັງຄົມໃນຂອບເຂດສິດຂອງຕົນ. ຕໍ່ກັບຄະນະບໍລິຫານງານພັກເມືອງຊຸດໃໝ່ໃຫ້ຮີບຮ້ອນດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຕົນ ເພື່ອ​ແບ່ງ​ວຽກ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບຸກຄົນ​ໃນ​ຄະນະ​ຢ່າງ​ຈະ​ແຈ້ງ, ວາງແຜນງານ-ໂຄງການຕະລອດໄລຍະສະໄໝຂອງຕົນ, ຮັບຮອງເອົາແຜນດຳເນີນງານ, ປະຕິບັດ​ລະບອບ​ເຮັດ​ວຽກຕາມ​ແຜນການ​​ທີ່​ວາງ​ໄວ້, ເສີມ​ຂະຫຍາຍ​ແບບ​ແຜ​ນ​ເຮັດ​ວຽກຕິດ​ແທດ​ກັບ​ຮາກ​ຖານ​ຕົວ​ຈິງ, ຕິດ​ແທດ​ກັບ​ມະຫາຊົນ​ ​ແລະ ສ້າງໃຫ້ໄດ້ບຸກຄະລາກອນທີ່ມີຄຸນນະພາບ ກໍ່ຄືພະນັກງານລຸ້ນສືບທອດປ່ຽນແທນທີ່ດີຄົບມາດຖານເງື່ອນໄຂໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງຕໍ່ໄປ. ຄຽງຄູ່ກັນນັ້ນ ກໍ່ພ້ອມກັນຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນໃຫ້ປະຊາຊົນ ແລະ ສະມາຊິກພັກ-ພະນັກງານທົ່ວເມືອງໄດ້ຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບພ້ອມກັນຈັດຕັ້ງປະຕິບັດ, ບັນຫາສໍາຄັນ ແມ່ນຄະນະພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການສູງໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ, ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານດັ່ງກ່າວໃຫ້ປະກົດເປັນຈິງ ສາມາດບັນລຸຜົນສຳເລັດໄດ້ຕາມຄາດໝາຍທີ່ວາງໄວ້.ຯ.

ໂດຍ: ຄອນຄໍາ ໂສລັດຕະນະວົງ