ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສອງໜ່ວຍພັກສ້າງກຳລັງແຮງຂອງຕົນເພີ່ມອີກ 2 ສະຫາຍ
ຈຳນວນຜູ້ອ່ານ: 20
ອະນຸມັດວັນທີ: 06/03/2020

          ໃນວັນທີ 3 ມີນາ 2020 ໜ່ວຍພັກກົມກໍ່ສ້າງພະນັກກງານ ແລະ ໜ່ວຍພັກກົມກົງຈັກການຈັດຕັ້ັ້ງ ແລະ ກົດລະບຽບພັກ ໄດ້້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 1 ສະຫາຍ.  ເຂົ້າຮ່ວມພິທີດັ່ງກ່າວມີສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ຄຈສພ ພ້ອມດ້ວຍສະມາຊິກພັກທັງສອງໜ່ວຍ 20 ກວ່າສະຫາຍ.

          ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄຈສພ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ; ພາຍຫຼັງສະມາຊິກພັກສຳຮອງ ແລະ ມະຫາຊົນຜູ້ກ້າວໜ້າໄດ້ຜ່ານບົດສຳຫຼວດ ແລະ ຄຳຮ້ອງຂໍເຂົ້າເປັນສະມາຊິກພັກຂອງຕົນແລ້ວ, ສະມາຊິກພັກສົມບູນ 2 ສະຫາຍ ທີ່ຕິດຕາມກໍໄດ້ມີຄຳເຫັນຢັ້ງຢືນຕໍ່ຜູ້ກ່ຽວ ເຊິ່ງຜ່ານການຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງຕົນເອງເຫັນວ່າ ຜູ້ກ່ຽວມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ຕາມການມອບໝາຍ ແລະ ມີມາດຖານ-ເງື່ອນໄຂຄົບຖ້ວນ ທີ່ກຳນົດໄວ້ໃນກົດລະບຽບຂອງພັກ. ຫຼັງຈາກນັ້ນ ສະຫາຍ ເລຂາໜ່ວຍພັກ ໄດ້ຂຶ້ນກ່າວຄຳເຫັນ ແລະ ຈັບມືຮັບເອົາເຂົ້າເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນໃນຂັ້ນຕໍ່ໄປ.

          ໃນຕອນທ້າຍຂອງພິທີ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກທັງ 2 ສະຫາຍ ຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດກົດລະບຽບ-ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; ພ້ອມນີ້ ສະຫາຍຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກທຸກສະຫາຍພາຍໜ່ວຍພັກ ໃຫ້ພ້ອມກັນກໍ່ສ້າງສະມາຊິກພັກໃໝ່ໃຫ້ກາຍເປັນສະມາຊິກພັກທີ່ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ເຮັດລ້ອນໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ.

ຂ່າວ :  ລັດດາວັນ

ພາບ : ພອນສະຫວັນ