ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ (ຄຈສພ) ປັບປຸງການຈັດຕັ້ງພາຍໃນຂອງຕົນ
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 10/02/2020

        ໃນ​​ວັນ​ທີ 4 ກຸມພາ 2020 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດພິທີສັບປ່ຽນ ແລະ ມອບໝາຍໜ້າທີ່ໃໝ່ໃຫ້ພະນັກງານພາຍໃນການຈັດຕັ້ງຂອງຕົນຈຳນວນໜຶ່ງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ດັ່ງນີ້:

1. ທ່ານ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າກົມກໍ່ສ້າງພະນັກງານຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ ປ່ຽນແທນທ່ານ ຄຳອ້ວນ ອຸດົມມີໄຊ ອະດີດຮັກສາການຫົວໜ້າກົມຈັດຕັ້ງ-ພະນັກງານ ທີ່ໄດ້ຮັບນະໂຍບາຍພັກຜ່ອນບຳນານ.

2. ທ່ານ ນາງ ວົງຄຳ ສຸທຳມະວົງ ຫົວໜ້າຫ້ອງການ ຄຈສພ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ປ່ຽນແທນທ່ານ ປີຊາ ສີພັນດອນ ອະດີດຮັກສາການຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ທີ່ໄດ້ຮັບນະໂຍບາຍພັກຜ່ອນບຳນານ.

3. ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມຄົ້ນຄວ້ານະໂຍບາຍ-ພະນັກງານ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງການ ຄຈສພ.

4. ທ່ານ ວິສຸກ ພົມພິທັກ ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກົມກໍ່ສ້າງພັກ ປ່ຽນແທນທ່ານ ສູນທອນ ຈິດປັນຍາ ອະດີດຫົວໜ້າກົມກໍ່ສ້າງພັກທີ່ໄດ້ຮັບນະໂຍບາຍພັກຜ່ອນບຳນານ.

5. ທ່ານ ວຽງສະອາດ ຈິດຕິລາດ ຮອງຫົວໜ້າຫ້ອງການ ຄຈສພ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມ ກໍ່ສ້າງພັກ.

6. ທ່ານ ນາງ ແກ້ວຕາ ພັນດານຸວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າ ຫ້ອງການ ຄຈສພ.

7.ທ່ານ ບັນນະວົງ ດ້ວງປັນຍາ ຮອງຫົວໜ້າກົມຄົ້ນຄວ້ານະໂຍບາຍພະນັກງານ ໄປຮັບໜ້າທີ່ໃໝ່ເປັນຮອງ ຫົວໜ້າກົມຈັດຕັ້ງ-ພະນັກງານ.

8. ທ່ານ ນາງ ວິໄລ ອຸ່ນມີໄຊ ຮອງຫົວໜ້າກົມຄົ້ນຄວ້ານະໂຍບາຍພະນັກງານ ໄປຮັບໜ້າທີ່ໃໝ່ເປັນຮອງ ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ.

9. ທ່ານ ຄຳປ່ຽນ ແກ້ວສໍລະສິງ ຮອງຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ເປັນຮັກສາການ ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ.

10. ທ່ານ ວິລະພັນ ສີລິທຳ ຮອງຫົວໜ້າກົມກໍ່ສ້າງພະນັກງານ ຂຶ້ນຮັບໜ້າທີ່ຮັກສາການຫົວໜ້າກົມກໍ່ສ້າງ ພະນັກງານ.

11. ທ່ານ ສິງພອນ ທຳມະວົງສິງ ຮອງຫົວໜ້າກົມກໍ່ສ້າງພັກ ຮັບນະໂຍບາຍພັກຜ່ອນບຳນານ.

12. ໂຮມກົມຄົ້ນຄວ້ານະໂຍບາຍ-ພະນັກງານ ແລະ ກົມຄຸ້ມຄອງພະນັກງານເຂົ້າກັນ ເປັນກົມຄຸ້ມຄອງ ພະນັກງານ.

13. ຈັດວາງສັບຊ້ອນພະນັກງານກົມຄົ້ນຄວ້ານະໂຍບາຍພະນັກງານໄປຮັບໜ້າທີ່ໃໝ່ຢູ່ບັນດາກົມ ແລະ ຫ້ອງການ ຕາມຄວາມເໝາະສົມ.

          ໃນພິທີ ຜູ້ຕາງໜ້າກົມທີ່ຖືກສັບປ່ຽນໜ້າທີ່ໃໝ່ໄດ້ສະຫລຸບລາຍງານວຽກງານທີ່ຕົນຮັບຜິດຊອບຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ໃນຕອນທ້າຍພິທີ ສະຫາຍ ຈັນສີ ໂພສີຄຳ ກໍາມະການກົມການເມືອງ ສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ພິທີດັ່ງກ່າວ ໂດຍໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ ໄດ້ຮັບໜ້າທີ່ໃໝ່ເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນເສນາທິການໃຫ້ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຕາມພາລະບົດບາດໜ້າທີ່ທີ່ຕົນຮັບຜິດຊອບດ້ວຍບັນຍາກາດ ແລະ ຜົນສຳເລັດອັນໃໝ່ ປະກອບສ່ວນເຂົ້າໃນຂະບວນການລວມຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX.

ຂ່າວ: ຄອນຄຳ ໂສລັດຕະນະວົງ

ພາບ: ບານ ມູນປະເສີດ