ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກຈັດກອງປະຊຸມສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນ ປະຈຳປີ 2019 ແລະ ທິດທາງ ປີ 2020 ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ X
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 03/02/2020

    ໃນວັນທີ 28 ມັງກອນ 2020 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນ ປະຈຳປີ 2019 ແລະ ທິດທາງ ປີ 2020 ພ້ອມນີ້ຍັງໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X ໃຕ້ການເປັນປະທານຂອງສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກຄະນະຈັດຄັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ, ພະນັກງານອາວຸໂສບຳນານ ແລະ ສະມາຊິກພັກ-ພະນັກງານທົ່ວ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມໄດ້ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2019 ແລະ ທິດທາງແຜນການປີ 2020 ສະເໜີໂດຍສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຈສພ. ໃນໜຶ່ງປີຜ່ານມາ, ຄະນະຈັດຕັ້ງສູນກາງພັກ ໄດ້ເປັນເຈົ້າການນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ​ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ X ​ແລະ ທິດທາງແຜນການປີ 2019 ໂດຍ​ການ​ຫັນ​​ເປັນ​ແຜນການເຄື່ອນໄຫວປະຈຳ​ເດືອນຂອງຕົນ. ຄະນະພັກ ຄະນະຈັດຕັ້ງສູນກາງພັກ ​ໄດ້​ເອົາ​ໃຈ​ໃສ່​ນຳພາ​ວຽກງານການເມືອງ-ແນວຄິດພະນັກງານ, ສະມາຊິກ​ພັກ ຢ່າງ​ເປັນ​ປົກກະຕິ​ຕໍ່​ເນື່ອງ ​ເປັນ​ຕົ້ນ​ແມ່ນ: ໄດ້ຊີ້ນໍາບັນດາໜ່ວຍພັກ, ບັນດາ​ກົມ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ ໃຫ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ ແລະ ເປັນປົກກະຕິ ​ເພື່ອ​ຍົກ​ສູງສະຕິ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ, ສະຕິ​ຕໍ່​ການຈັດ​ຕັ້ງປະຕິບັດ​ລະບຽບວິ​ໄນ ຕິດພັນກັບການຮ່ວມຊີວິດພັກຂອງບັນດາໜ່ວຍພັກ ​ແລະ ວຽກງານວິຊາສະເພາະປະຈໍາເດືອນຂອງບັນດາກົມ ​ແລະ ​ອົງການ​ຈັດ​ຕັ້ງ​ມະຫາຊົນ; ຈັດຕັ້ງເຊື່ອມຊຶມມະຕິ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ.

    ຜ່ານການສຶກສາອົບຮົມການເມືອງ-ແນວຄິດຄືດັ່ງກ່າວ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມ​ເຊື່ອ​ໝັ້ນ, ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍ​ບາຍ ​ແລະ ການ​ນຳພາ​ຂອງ​ພັກສູງ​ຂຶ້ນ​, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມ​ຮັບຜິດຊອບ, ມີສະຕິ​ຕໍ່​ການຈັດ​ຕັ້ງ, ລະບຽບ​ວິ​ໄນ​; ຈໍາກັດ ​ແລະ ຕີ​ຖອຍ​ໄດ້​ສະພາບ​ແນວ​ຄິດ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງຂອງ​ສະມາຊິກ​ພັກ-ພະນັກງານຈຳນວນ​ໜຶ່ງ​. ບັນດາໜ່ວຍພັກໃຫ້ເອົາໃຈໃສ່ກໍ່ສ້າງພັກຕິດແໜ້ນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບປຸງຄຸນນະພາບຂອງການຂະຫຍາຍພັກ, ເຮັດໃຫ້ວຽກງານຂະຫຍາຍພັກໄດ້ດໍາເນີນຢ່າງຕໍ່ເນື່ອງ ແລະ ຖືກຕາມກົດລະບຽບຂອງພັກ. ໃນ 1 ປີຜ່ານມາ ໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 04 ສະຫາຍ, ຍິງ 4 ສະຫາຍ; ເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ 12 ສະຫາຍ, ຍິງ 4 ສະຫາຍ. ຮັບເອົາສະມາຊິກພັກມາຮ່ວມຊີວິດພັກຢູ່ອົງຄະນະພັກຄະນະຈັດຕັ້ງສູນກາງພັກ 02 ສະຫາຍ, ຍົກຍ້າຍສະມາຊິກພັກໄປຮ່ວມຊີວິດພັກຢູ່ໜ່ວຍພັກໃໝ່ ຈໍານວນ 18 ສະຫາຍ, ຍິງ 03 ສະຫາຍ, ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ 14 ສະຫາຍ, ຍິງ 06 ສະຫາຍ; ປະຈຸບັນຄະນະຈັດຕັ້ງສູນກາງພັກ ມີສະມາຊິກພັກທັງໝົດ 151 ສະຫາຍ, ຍິງ 57 ສະຫາຍ.

    ໄດ້ສຸມໃສ່ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາກ່ຽວກັບວຽກງານພັກ-ພະນັກງານ ສ​ະ​ເໜີ​ກົມການ​ເມືອງ, ຄະນະເລຂາທິການສູນກາງພັກ ແລະ ຄະນະຈັດຕັ້ງສູນກາງພັກຮັບຮອງ ແລະ ລົງລາຍເຊັນປະກາດໃຊ້ຢ່າງເປັນທາງການ ເຊັ່ນ: ອອກ​ຄຳ​ສັ່ງ ​ເລກທີ 064 ວ່າ​ດ້ວຍ​ວຽກ​ງານ​ຂະຫຍາຍ​ພັກ, ມະຕິ​ຂອງ​ກົມການ​ເມືອງ​ສູນ​ກາງ​ພັກ ​ເລກທີ 072 ວ່າ​ດ້ວຍ​ລະບອບ​ການ​ຮໍ່າຮຽນ​ທິດ​ສະດີກາ​ນ​ເມືອງ; ມະຕິ​ຂອງ​ກົມການ​ເມືອງ​ສູນ​ກາງ​ພັກ ເລກທີ 073 ວ່າ​ດ້ວຍ​ການສ້າງ​ແຜນກໍ່ສ້າງ-ບຳລຸງ​ພະນັກງານ​ນຳພາ-ຄຸ້ມ​ຄອງ; ຄຳ​ສັ່ງ ຂອງຄະນະ​ເລຂາທິການ​ສູນ​ກາງ​ພັກ​ເລກທີ 03 ວ່າ​ດ້ວຍ​ການ​ປັບປຸງ​ຫຼັກສູດ​ການ​ຮຽນ-ການສອນ​ທິດ​ສະດີກາ​ນ​ເມືອງ ​ໃນ​ລະບົບ​ໂຮງຮຽນ​ພັກ ​ແລະ ລະບົບ​ການສຶກສາ​ແຫ່ງ​ຊາດ, ຂໍ້​ກຳນົດ ​ເລກທີ 01 ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ຢັ້ງຢືນ​ລະດັບ​ທິດ​ສະ​ດີກາ​ນ​ເມືອງ ​ແລະ ຄຳ​ແນະນຳຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ເລກທີ 201, 204 ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ນິຕິ​ກຳ​ດັ່ງກ່າວ.

    ນອກຈາກນັ້ນ, ຍັງໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ 10 ສະເໜີໂດຍ ສະຫາຍ ທອງຈັນ ໂຂງພູມຄຳ ຄະນະພັກ, ຮອງຫົວໜ້າ ຄຈສພ ເພື່ອໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບມະຕິດັ່ງກ່າວໃຫ້ເລິກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານຂອງຕົນຕາມເນື້ອໃນ ແລະ ທິດຊີ້ນຳຂອງນິຕິກຳດັ່ງກ່າວ.

    ພ້ອມນີ້ ໃນວາລະກອງປະຊຸມຍັງໄດ້ມີພິທີມອບໃບຍ້ອງຍໍຜົນງານໃຫ້ພະນັກງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ ປະຈຳປີ 2019; ເດັ່ນປະເພດ 1 ມີ 34 ສະຫາຍ ແລະ ເດັ່ນປະເພດ 2 ມີ 48 ສະຫາຍ.

    ຕອນທ້າຍກອງປະຊຸມ, ສະຫາຍ ຈັນສີ ໂພສີຄຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໜ້າທີ່ວຽກງານໃນປີ 2019 ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ຂໍ້ຄົງຄ້າງ ພ້ອມທັງໃຫ້ທິດຊີ້ນຳໃນການແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ; ສະຫາຍໄດ້ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານທຸກສະຫາຍ ໃຫ້ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດໃໝ່ລື່ນຄາດໝາຍທີ່ວາງໄວ້.

ໂດຍ: ລັດດາວັນ