ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫລຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວປະເທດ ປະຈຳປີ 2019
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 19/12/2019

      ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວປະເທດປະຈຳປີ 2019 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ທັນວາ 2019 ຢູ່ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີບັນດາຫົວໜ້າຄະນະຈັດຕັ້ງແຂວງ, ນະຄອນຫຼວງວຽງຈັນ, ຫົວໜ້າກົມຈັດຕັ້ງ-ພະນັກງານບັນດາກະຊວງ-ອົງການ, ເລຂາພັກເມືອງ ແລະ ຫົວໜ້າຄະນະຈັດຕັ້ງບັນດາເມືອງຂອງແຂວງໄຊຍະບູລີ ພ້ອມດ້ວຍຄະນະພັກ ຄະນະຈັດຕັ້ງສູນກາງພັກ, ພະນັກງານຂັ້ນກົມ ແລະ ຂັ້ນພະແນກພາຍໃນສຳນັກງານຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມທັງໝົດ 200 ກວ່າທ່ານ.

     ຜູ້ແທນກອງປະຊຸມໄດ້ພ້ອມກັນ ສັງເກດຕີລາຄາການຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2019 ພ້ອມທັງກຳນົດທິດທາງວຽກງານຈຸດສຸມໃນປີ 2020; ໃນນີ້ໄດ້ລົງເລິກຕີລາຄາຜົນສຳເລັດການກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກເມືອງທີ່ໄດ້ດຳເນີນສຳເລັດແລ້ວ ພົບຂໍ້ຫຍຸ້ງຍາກ ແລະ ຄວນປັບປຸງແກ້ໄຂຈຸດໃດໃນການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງທີ່ຍັງບໍ່ທັນໄດ້ດຳເນີນ ເພື່ອເປັນບົດຮຽນໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ທຽບເທົ່າ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງ-ນະຄອນຫຼວງ, ກະຊວງ-ອົງການ ໃນປີ 2020 ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມີຄວາມເປັນເອກະພາບກັນທົ່ວປະເທດ, ຖືກຕ້ອງຕາມເນື້ອໃນຄຳສັ່ງ 04/ຄລສພ ແລະ ບົດແນະນຳຂອງຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ.

     ໃນໄລຍະ 1 ປີຜ່ານມາ, ຄະນະພັກ ຄະນະຈັດຕັ້ງແຕ່ລະຂັ້ນໄດ້ຈັດຕັ້ງຜັນຂະຫຍາຍນິຕິກໍາຕ່າງໆ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານເຂົ້າສູ່ໜ້າທີ່ການເມືອງຂອງຕົນ ເປັນຕົ້ນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາຍພັກ, ການອອກບັດ-ມອບບັດສະມາຊິກພັກເປັນປົກກະຕິຕໍ່ເນື່ອງ; ພ້ອມທັງກະກຽມ-ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ມາຮອດປະຈຸບັນ ໜ່ວຍພັກຂັ້ນຮາກຖານບ້ານ ແລະ ອົງຄະນະພັກເມືອງຈຳນວນໜຶ່ງໄດ້ດຳເນີນກອງປະຊຸມໃຫຍ່ພັກຂັ້ນຂອງຕົນສຳເລັດແລ້ວ ແລະ ບັນລຸຜົນສຳເລັດຕາມຄາດໝາຍເປັນສ່ວນໃຫຍ່, ໂຄງປະກອບຂອງຄະນະພັກໄດ້ເປັນໄປຕາມທິດຫັນເປັນໜຸ່ມຫຼາຍຂຶ້ນ, ມີເພດ, ມີເຜົ່າ ແລະ ຕົວແທນຈາກຮາກຖານໜ່ວຍພັກບ້ານປະກອບເຂົ້າເປັນຄະນະພັກເມືອງຫຼາຍຂຶ້ນ, ເຮັດໃຫ້ການຈັດຕັ້ງຂອງພັກຢູ່ຂັ້ນດັ່ງກ່າວ ໄດ້ຮັບການປັບປຸງດີຂຶ້ນ.

     ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ ໄດ້ສຳເລັດເປັນສ່ວນຫຼາຍ, ສາມາດເປັນບ່ອນອີງແກ່ການສັບຊ້ອນ, ຈັດວາງ ແລະ ກໍ່ສ້າງ-ບຳລຸງພະນັກງານເປັນຢ່າງດີ; ການກໍ່ສ້າງ-ບຳລຸງພະນັກງານ ໄດ້ເຮັດເປັນປົກກະຕິດ້ວຍຫຼາຍວິທີຕາມເງື່ອນໄຂຂອງແຕ່ລະບ່ອນ ເປັນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

     ກອງປະຊຸມໄດ້ເປີດປະຊາທິປະໄຕໃຫ້ຜູ້ແທນກອງປະຊຸມໄດ້ມີຄຳເຫັນແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມຄວາມຮັບຜິດຊອບໃນຂະແໜງການຂອງຕົນດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນທີ່ອຸດົມສົມບູນ ເຊິ່ງເປັນປະໂຫຍດຕໍ່ການວາງແນວທາງນະໂຍບາຍລວມຂອງພັກ ກໍ່ຄືວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນຕໍ່ໜ້າ.

ຂ່າວ: ຄອນຄຳ ໂສລັດຕະນະວົງ

ພາບ: ພອນສະຫວັນ ລາຊະບັນເທົາ