ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ຈັນສີ ໂພສີຄຳ ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນພັກກອມມູນິດຈີນ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 09/12/2019

    ຄະນະຜູ້ແທນພັກກອມມູນິດຈີນ ນຳໂດຍສະຫາຍ ຈ່າງ ອານມິນ ເລຂາທິການ ຄະນະຈັດຕັ້ງສູນກາງພັກກອມມູນິດຈີນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 4-6 ທັນວາ 2019 ຕາມແຜນການຮ່ວມມືລະຫວ່າງສອງພັກ ລາວ-ຈີນ ປະຈຳປີ 2019, ຈຸດປະສົງຕົ້ນຕໍແມ່ນການມາແຈ້ງຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະການສູນກາງພັກກອມມູນິດຈີນ ຄັ້ງທີ 4 ສະໄໝທີ XIX. ໃນໄລຍະຢ້ຽມຢາມຄັ້ງນີ້, ໃນຕອນເຊົ້າຂອງວັນທີ 05 ທັນວາ 2019 ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປາຖະກະຖາກ່ຽວກັບຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະການສູນກາງພັກ ຄັ້ງທີ 4 ສະໄໝທີ XIX ຂອງພັກກອມມູນິດຈີນ ໃຫ້ພະນັກງານນຳພາ-ພະນັກງານຫຼັກແຫຼ່ງລາວ ຊຶ່ງມີບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ-ຄະນະນຳຂອງກະຊວງ-ອົງການຈັດຕັ້ງພັກ, ສະຖາບັນຄົ້ນຄວ້າຂອງລາວ ຈຳນວນ 600 ກວ່າສະຫາຍເຂົ້າຮ່ວມຮັບຟັງ.

    ຕອນບ່າຍຂອງວັນດຽວກັນ ຄະນະໄດ້ເຂົ້າຢ້ຽມຂຳນັບ ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໃນການພົບປະດັ່ງກ່າວ ສະຫາຍ ຈັນສີ ໂພສີຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ປາຖະກະຖາຢູ່ ສ ປປ ລາວ ຂອງຄະນະໃນຄັ້ງນີ້ ຊຶ່ງເປັນການປະຕິບັດຕາມແຜນການຮ່ວມມືປະຈຳປີ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ. ສະຫາຍ ຈັນສີ ໂພສີຄຳ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XIX ຂອງພັກກອມມູນິດຈີນທີ່ຜ່ານມາ, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນທາງການເມືອງຂອງພັກ-ລັດຖະບານຈີນ ໃນການປັບປຸງລະບົບການຄຸ້ມຄອງພັກ-ບໍລິຫານປະເທດ ຕາມສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ-ໜັກແໜ້ນຂອງສູນກາງພັກກອມມູນິດຈີນ ທີ່ຖືສະຫາຍ ສີຈິ້ນຜິງ ເປັນແກນນຳນັ້ນ, ປະຊາຊົນຈີນອ້າຍນ້ອງຈະສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອບັນລຸຄາດໝາຍການສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານໃນປີ 2020 ຕາມທີ່ກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນວາງອອກ. ສະຫາຍ ຈັນສີ ໂພສີຄຳ ໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຕະຫຼອດໄລຍະທີ່ຜ່ານມາ ແລະ ຝ່າຍລາວຍິນດີສືບຕໍ່ຮ່ວມມືກັບຝ່າຍຈີນ ຈັດຕັ້ງຜັນຂະຫຍາຍຄວາມຮັບຮູ້ທີ່ເປັນເອກະພາບລະຫວ່າງການນຳສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ກ່ຽວກັບການສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງເປັນປົກກະຕິ, ການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ-ບໍລິຫານປະເທດ, ການກໍ່ສ້າງພັກ-ພະນັກງານ ແລະ ການຊຸກຍູ້ເພີ່ມທະວີແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ.

    ໃນໂອກາດດັ່ງກ່າວ, ສະຫາຍ ຈ່າງ ອານມິນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ, ໄດ້ສະແດງຄວາມອວຍພອນ ແລະ ຊົມເຊີຍຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ ໂດຍໄດ້ຕີລາຄາສູງທີ່ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ໜັກແໜ້ນຂອງພັກປະຊາຊົນປະຕິວັດລາວ, ສປປ ລາວ ໄດ້ມີຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ດີຂຶ້ນ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການຍົກສູງຂຶ້ນເລື້ອຍໆ. ສະຫາຍໄດ້ສະແດງຄວາມເຊື່ອໝັ້ນວ່າ ພັກ-ລັດ ແລະ ປະຊາຊົນລາວ ຈະສາມາດບັນລຸເປົ້າໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ ວາງອອກ ເພື່ອກ້າວໄປສູ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ ໃນຕໍ່ໜ້າ. ສະຫາຍ ຈ່າງ ອານມິນ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງການພົວພັນຮ່ວມມືຂອງສອງຝ່າຍນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ, ໃນໂອກາດດ່ັງກ່າວ, ສະຫາຍ ຈ່າງ ອານມິນ ຍັງໄດ້ແຈ້ງໃຫ້ສະຫາຍ ຈັນສີ ໂພສີຄຳ ກ່ຽວກັບຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XIX ຂອງພັກກອມມູນິດຈີນ ພາຍໃຕ້ຫົວຂໍ້ “ການຢຶດໝັ້ນ ແລະ ບູລະນະລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ລະບົບການບໍລິຫານລັດ ແລະ ການຍົກສູງຄວາມສາມາດໃນການບໍລິຫານລັດໃຫ້ທັນສະໄໝ” ທີ່ຫາກໍ່ສຳເລັດລົງໃນທ້າຍເດືອນຕຸລາ 2019 ທີ່ຜ່ານມາ…ຯ

   ໂດຍ: ສ.ສົດໃສ