ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບ-ຖອດຖອນບົດຮຽນ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ອົງຄະນະພັກແຂວງ, ອົງຄະນະພັກເມືອງ ແລະ ຮາກຖານພັກທົ່ວແຂວງວຽງຈັນ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 20/11/2019

    ປະຕິບັດຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນທົ່ວປະເທດ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 784/ຄຈສພ, ລົງວັນທີ 14 ກັນຍາ 2018; ຄຳສັ່ງຂອງຄະນະປະຈຳພັກແຂວງວຽງຈັນ ສະບັບເລກທີ 13 ລົງວັນທີ 18 ພະຈິກ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ຄະນະພັກຮາກຖານ, ໜ່ວຍພັກທົ່ວແຂວງວຽງຈັນ; ອີງຕາມຜົນສຳເລັດການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ III ໃນລະຫວ່າງວັນທີ 12-13 ພະຈິກ 2019 ນີ້ ເປັນເມືອງທຳອິດຂອງແຂວງວຽງຈັນ, ດັ່ງນັ້ນ ໃນວັນທີ 18 ພະຈິກ 2019 ຢູ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ອົງຄະນະພັກແຂວງ, ເມືອງ ແລະ ຮາກຖານພັກທົ່ວແຂວງວຽງຈັນຂຶ້ນ ໂດຍການເປັນປະທານຂອງສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ມີບັນດາຄະນະປະຈຳ, ກຳມະການພັກແຂວງວຽງຈັນ, ຫົວໜ້າຄະນະຈັດຕັ້ງແຂວງ, ປະທານກວດກາ 11 ເມືອງ, ເລຂາຄະນະພັກຮາກຖານ-ເລຂາໜ່ວຍພັກອ້ອມຂ້າງແຂວງ, ບັນດາຫົວໜ້າອະນຸກຳມະການຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ III ແລະ ແຂກຖືກເຊີນອີກຈຳນວນໜຶ່ງເຂົ້າຮ່ວມ.

    ຈຸດປະສົງກອງປະຊຸມດັ່ງກ່າວ ເພື່ອຖອດຖອນບົດຮຽນຜົນສຳເລັດຂອງການກະກຽມ-ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ III ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ເພື່ອນຳໄປເປັນບົດຮຽນໃຫ້ບັນດາເມືອງທີ່ຂຶ້ນກັບແຂວງວຽງຈັນ ທີ່ຍັງບໍ່ທັນດຳເນີນກອງປະຊຸມໃຫຍ່ຜູ້ແທນຂອງຕົນ.  

    ຜູ້ແທນກອງປະຊຸມໄດ້ຮັບຟັງບົດສະຫຼຸບ-ຖອດຖອນບົດຮຽນຜົນສຳເລັດການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ III ໂດຍການລາຍງານຂອງສະຫາຍ ພູວອນ ບຸນວິໄລ ກຳມະການພັກແຂວງວຽງຈັນ ເລຂາພັກເມືອງໝື່ນ ບົດສະຫຼຸບດັ່ງກ່າວໄດ້ສະແດງໃຫ້ຮູ້ເຖິງບາດກ້າວກະກຽມ ຈົນໄປເຖິງບາດກ້າວການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ III ໄດ້ປະສົບຜົນສຳເລັດ ຊຶ່ງກອງປະຊຸມນີ້ ດຳເນີນ 2 ວັນເຕັມ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 98 ສະຫາຍ, ຍິງ 7 ສະຫາຍ ທີ່ເປັນຕົວແທນຂອງສະມາຊິກພັກທົ່ວເມືອງໝື່ນທັງໝົດ 764 ສະຫາຍ ພ້ອມນັ້ນ ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ໄດ້ 19 ສະຫາຍ, ຍິງ 3 ສະຫາຍ ໃນກອງປະຊຸມຄັ້ງປະຖົມມະເລີກຄະນະບໍລິຫານງານພັກເມືອງໝື່ນ ເລືອກເອົາຄະນະປະຈຳພັກເມືອງ ຈຳນວນ 5 ສະຫາຍ, ຍິງ 0 ສະຫາຍ, ເລືອກໄດ້ສະຫາຍ ພູວອນ ບູນວິໄລ ເປັນເລຂາພັກເມືອງ, ສະຫາຍ ພອນເທິດ ສຸຫວັດດີ ເປັນຮອງເລຂາພັກເມືອງ ທັງເປັນປະທານກວດກາພັກເມືອງ ແລະ ສະຫາຍ ບຸນເພັງ ເຮີບົວລົງ ເປັນຮອງເລຂາພັກເມືອງ, ສະຫາຍ ບຸນປອນ ຍິງພົມມະນີຈັນ ແລະ ສະຫາຍ ອາລຸນ ວົງລັດສະໜີ ເປັນຮອງປະທານກວດກາ.

    ກອງປະຊຸມສະຫຼຸບ-ຖອດຖອນບົດຮຽນຄັ້ງນີ້ ບັນດາຜູ້ແທນເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າແລກປ່ຽນປະກອບຄຳຄິດເຫັນໃສ່ຄຳຖາມເຈາະຈິ້ມຂອງປະທານກອງປະຊຸມທີ່ເນັ້ນໃສ່ 5 ບັນຫາຄື: 1. ດ້ານຂະບວນການ, 2. ດ້ານເນື້ອໃນ ເຊັ່ນ: ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມ 3. ດ້ານບຸກຄະລາກອນ 4. ບັນຍາກາດໃນໄລຍະດຳເນີນກອງປະຊຸມ 2 ວັນ ແລະ 5. ການຊີ້ນຳ-ນຳພາຂອງຄະນະພັກທຸກຂັ້ນໄລຍະຜ່ານມາ ໃນການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງນີ້ມີຜົນສຳເລັດຄືແນວໃດ? ໃນນັ້ນ, ການປະກອບຄຳຄິດເຫັນຍັງຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງຈຳນວນໜຶ່ງ ຕໍ່ການຈັດຕັ້ງປະຕິບັດການກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ຢ່າງເລິກເຊິ່ງ ແລະ ກົງໄປກົງມາ; ຕໍ່ຈາກນັ້ນ, ຍັງໄດ້ຮັບຟັງການສະຫຼຸບສັງລວມການປະກອບຄຳຄິດຄຳເຫັນຂອງຜູ້ແທນທັງໝົດ ໂດຍສະຫາຍ ຄຳພັນ ສິດທິດຳພາ ຕື່ມອີກ.

    ຕອນທ້າຍກອງປະຊຸມ ຜູ້ແທນທີ່ເຂົ້າຮ່ວມຍັງໄດ້ຮັບກຽດຟັງການໂອ້ລົມຂອງສະຫາຍ ຈັນສີ ໂພສີຄຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ III ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກ​ໃຫ້​​ຄະນະພັກແຕ່ລະຂັ້ນ, ບັນດາອະນຸກຳມະການທີ່ຮັບຜິດຊອບວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ອົງຄະນະພັກແຂວງ, ອົງຄະນະພັກເມືອງ ແລະ ຮາກຖານພັກທົ່ວແຂວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຖືກຕ້ອງຕາມຄຳສັ່ງ, ຄຳແນະນຳຂອງຄະນະພັກຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ...ຯ

 ໂດຍ: ສ. ສົດໃສ