ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ປະທານ ສຸພານຸວົງ ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາຕະຫຼອດໄປ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 26/07/2019

         ເພື່ອສະແດງເຖິງຄວາມຮູ້ບຸນຄຸນທີ່ປະທານສຸພານຸວົງ ໄດ້ອຸທິດເລືອດເນື້ອ ແລະ ສະຕິປັນຍາເຂົ້າ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ໄລຍະໃໝ່. ໃນວັນທີ 26 ກໍລະກົດ 2019 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດພິທີປາຖະກະຖາ ລະນຶກວັນເກີດປະທານສຸພານຸວົງ ຄົບຮອບ 110 ປີ (13 ກໍລະກົດ 1909 - 13 ກໍລະກົດ 2019) ຂຶ້ນທີ່ສະໂມສອນ ຄຈສພ ໃຫ້ກຽດເລົ່າຄືນມູນເຊື້ອຂອງປະທານສຸພານຸວົງ ໂດຍ ທ່ານ ບົວຈັນ ເພັງສະຫວັດ ພະນັກງານອາວຸໂສບຳນານ, ອະດີດຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ. ເຂົ້າຮ່ວມ ໃນພິທີມີ ສະຫາຍ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ສະມາຊິກພັກ ແລະ ພະນັກງານທົ່ວສຳນັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມ.

          ບາງເນື້ອໃນສຳຄັນປະຫວັດຂອງປະທານສຸພານຸວົງນັ້ນ ທ່ານ ບົວຈັນ ເພັງສະຫວັດ ໄດ້ຍົກໃຫ້ ເຫັນຊີວິດການເຄື່ອນໄຫວປະຕິວັດຂອງປະທານໃນການນຳພາປະຊາຊົນລາວຕໍ່ສູ້ກູ້ຊາດໃນແຕ່ລະໄລຍະ, ຜົນງານອັນຍິ່ງໃຫຍ່ ແລະ ຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ, ຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມ ແຂງ, ມີເຫດຜົນ, ມີຄວາມກ້າຫານ ແລະ ຄວາມເສຍສະລະອັນສູງສົ່ງ ຍາມໃດເພິ່ນກໍ່ຍົກສູງຜົນປະ ໂຫຍດຂອງຊາດ ຂອງປະຊາຊົນ ຫຼາຍກວ່າຜົນປະໂຫຍດຂອງສ່ວນຕົວ ແລະ ຄອບຄົວ, ຕໍ່ສູ້ຢ່າງ ພິລະອາດຫານບໍ່ຍອມຈຳນົນ, ມີນ້ຳໃຈຮັກຊາດອັນດູດດື່ມທີ່ສຸດ. ເວົ້າລວມແລ້ວປະທານສຸພານຸວົງໄດ້ ເປັນແວ່ນແຍງອັນໃສແຈ້ງໃນຄວາມຈົງຮັກພັກດີຕໍ່ພາລະກິດປະຕິວັດ, ຕໍ່ອຸດົມການອັນສູງສົ່ງຂອງພັກ, ເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ເສຍສະລະຜົນປະໂຫຍດສ່ວນຕົວ ເພື່ອສ່ວນ ລວມ, ເພື່ອຊາດ ແລະ ເພື່ອປະຊາຊົນຢູ່ສະເໝີ. ນອກຈາກນັ້ນປະທານສຸພານຸວົງຍັງເປັນໃຈກາງໃນການ ເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ປຸກລະດົມຂົນຂວາຍ ປະຊາຊົນໃຫ້ເຕົ້າໂຮມຄວາມສາມັກຄີເປັນກ້ອນກຳລັງອັນໜຶ່ງອັນດຽວ ເພື່ອຕໍ່ສູ້ສັດຕູຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ, ນັ້ນແມ່ນໜຶ່ງໃນປັດໄຈອັນສຳຄັນທີ່ຮັບປະກັນໄຊຊະນະຂອງການປະຕິວັດ ເຮົາຕະຫຼອດໄລຍະແຫ່ງຂະບວນວິວັດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຜ່ານມາປະທານສຸພານຸວົງໄດ້ສຸມໝົດສະຕິປັນຍາ ແລະ ກຳລັງວັງຊາຢ້າງບໍ່ຮູ້ອິດເມື່ອຍປະກອບສ່ວນເຂົ້າ ໃນພາລະກິດຂອງຊາດ ເພື່ອຄວາມເປັນເອກະພາບ, ອິດສະລະພາບ ແລະ ຄວາມສົມບູນພູນສຸກຂອງ ປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບໂລກ.

        ດັ່ງນັ້ນ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ປະທານໄດ້ສ້າງໄວ້ໃຫ້ລູກຫຼານ. ພວກເຮົາຄວນຮໍ່າ ຮຽນເອົາຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງປະທານສຸພານຸວົງ ເພື່ອເປັນ ແນວທາງໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ການຈັດຕັ້ງຂອງຕົນ.