ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງສະຫວັນນະເຂດສຳເລັດການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ.
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 20/02/2019

       ໃນລະຫວ່າງວັນທີ 11-13 ກຸມພາ 2019 ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ ໄດ້ຈັດກອງປະຊຸມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງຂອງແຂວງສະຫວັນນະເຂດ ເປັນປະທານໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາພັກແຂວງສະຫວັນນະເຂດ, ເຂົ້າຮ່ວມມີສະຫາຍ ທອງຈັນ ໂຂງພູມຄຳ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ພະນັກງານການນຳຫຼັກແຫຼ່ງຂອງແຂວງເຂົ້າຮ່ວມເກືອບ 300 ຄົນ.

       ໃນໂອກາດນີ້, ສະຫາຍ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຜ່ານມະຕິວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ຜ່ານຄຳແນະນຳເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ. ຈາກນັ້ນ, ກອງປະຊຸມໄດ້ແນະນຳວິທີ ແລະ ທາບທາມຮອບທີ 1, ຫລັງຈາກນັ້ນແມ່ນສັງລວມຄະແນນທາບທາມຮອບທີ 1 ເພື່ອສົ່ງໃຫ້ຄະປະຈຳພັກແຂວງຄົ້ນຄວ້າເປົ້າ ໝາຍລົງທາບທາມຮອບທີ 2, ເມື່ອຮ່າງສຳເລັດແລ້ວໄດ້ດຳເນີນກອງປະຊຸມຄະນະປະຈຳພັກແຂວງເພື່ອຄົ້ນຄວ້າເປົ້າໝາຍລົງທາບທາມຮອບ 3 ຫຼັງຈາກນັ້ນ, ຄະນະຮັບຜິດຊອບສັງລວມຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງທັງໝົດ ສຳເລັດແລ້ວຈິ່ງສະເໜີຂໍລາຍເຊັນຮັບຮອງຈາກເລຂາພັກແຂວງ.

       ການສ້າງແຜນກຳນົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າ ໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ. ການກະກຽມບຸກຄະລາກອນແບບເປີດກວ້າງເພື່ອເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງຕອບສະໜອງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໜ່ງ ນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ການຫັນປະເທດເປັນອຸດສາ ຫະກຳທັນສະໄໝເທື່ອລະກ້າວ, ແນໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມ ນິຍົມ.

ຂ່າວ : ລັດດາວັນ ສີຫານຸວົງ