ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ແຂວງຊຽງຂວາງ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 08/02/2019

     ເພື່ອເປັນການລະນຶກເຖິງຂະບວນການປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ຜູ້ຮັກຊາດ ກໍ່ຄືວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949-20 ມັງກອນ 2019) ຄົບຮອບ 70 ປີ  ທີ່ແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຂຶ້ນໃນວັນທີ 25 ມັງກອນ 2019 ຢູ່ໜາມກິລາແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ແລະ ເປັນປະທານຂອງ ສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ; ມີການນຳຈາກສູນກາງ, ການນຳຂອງແຂວງ, ພະນັກງານປະຕິວັດອາວຸໂສ-ບຳນານ ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕະຫຼອດຮອດມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມ.

     ໃນໂອກາດດັ່ງກ່າວ ສະຫາຍ ບຸນຕົ້ນ ຈັນທະພອນ ໄດ້ຂຶ້ນກ່າວຄຳປາໄສ ຕໍ່ພິທີສະເຫຼີມສະ ຫຼອງຄັ້ງນີ້ດ້ວຍຄວາມໜັກແໜ້ນວ່າ: ການກຳເນີດ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນລາວ ນັບແຕ່ທ້າຍສະຕະວັດທີ 19 ເປັນຕົ້ນມາ ປະເທດລາວໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວໄດ້ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ເສຍຄວາມເປັນເອກະລາດແຫ່ງຊາດ, ຄວາມເປັນເຈົ້າຕົນເອງ. ຈາກເຫດການດັ່ງກ່າວປະຊາຊົນລາວບັນດາເຜົ່າຜູ້ຮັກຊາດໄດ້ສາມັກຄີເດັດດ່ຽວລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວ, ລູກແຫຼ້ງຕີນມືຂອງພວກເຂົາດ້ວຍຫຼາຍຮູບການ, ຫຼາຍລະດັບ ກ້າວໄປເຖິງການຕໍ່ສູ້ດ້ວຍກຳລັງປະກອບອາວຸດຢ່າງອົງອາດກ້າຫານ ແລະ ເປັນຂະບວນການກວ້າງຂວາງ, ພາຍໃຕ້ການນຳພາຂອງເຈົ້າກົກເຈົ້າເຫຼົ່າຢູ່ແຕ່ລະທ້ອງຖິ່ນເຊັ່ນ: ຂະບວນລຸກຮຶື້ຂຶ້ນຕໍ່ສູ້ຂອງອົງແກ້ວ-ອົງກົມມະດຳ, ພໍ່ກະດວດ, ເຈົ້າຟ້າປັດໄຈ ແລະ ຂະບວນຕໍ່ສູ້ອື່ນໆ, ຊຶ່ງແຕ່ລະຂະບວນການຕໍ່ສູ້ເຫຼົ່ານັ້ນບໍ່ໄດ້ຮັບໄຊຊະນະ ຍ້ອນບໍ່ມີພັກນຳພາ ບໍ່ມີຈຸດໝາຍປາຍທາງທີ່ແນ່ນອນ. ປີ 1930 ພັນກອມມູນນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນປະທານໂຮ່ຈີມິນເປັນຜູ້ນຳພາການປະຕິວັດຂອງ 3 ຊາດລາວອິນດູຈີນ ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການກໍ່ຄືຂະບວນການປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາ ເຜົ່າຜູ້ຮັກຊາດ, ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ິນໃນວັນທີ 20 ມັງກອນ 1949 ຜ່ານການສ້າງຕັ້ງສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະລະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດ ຊາດ, ສາມາດເຮັດສຳເລັດພາລະກິດປະເທດຊາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ພ້ອມດ້ວຍລູກແຫຼ່ງຕີນມືຂອງພວກເຂົາ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

     ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເອົາ ໃຈໃສ່ປັບປຸງກຳລັງ, ຮໍ່າຮຽນຝຶກແອບການທະຫານ-ການເມືອງ ປັບປຸງກຳລັງຫຼວງ, ກຳລັງທ້ອງຖິ່ນ, ກໍ່ສ້າງທະຫານຮາບກອງຫຼອນ ເຮັດໃຫ້ກຳລັງປະກອບອາວຸດ ແຂວງຊຽງຂວາງ ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ; ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນຕາມ 4 ເນື້ອໃນ 4 ຄາດໝາຍ ເປັນເຈົ້າການປົກປັກຮັກສາເຂດນໍ້າແດນດິນປ້ອງກັນເວນຍາມ, ວັນບຸນສຳຄັນຂອງພັກຂອງຊາດ, ປະຕິບັດພະລາທິການກັບທີ່ ດ້ວຍການປູກຝັງ-ລ້ຽງສັດ ແລະ ອື່ນໆ ຊຶ່ງເຮັດໃຫ້ທົ່ວແຂວງ ມີຄວາມສະຫງົບສຸກ, ປະຊາຊົນພາຍໃນແຂວງມີຄວາມສາມັກຄີແໜ້ນແຟ້ນ ແລະ ມີຄວາມຫ້າວຫັນຕັ້ງໜ້າ ສ້າງສາພັດທະນາຊີວິດການເປັນຢູ່ຂອງຕົນຢ່າງເປັນຂະບວນ.

     ໃນໂອກາດດັ່ງກ່າວ ສະຫາຍ ຈັນສີ ໂພສີຄຳ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມເຂດພັດທະນາຈຸດສຸມກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໂດຍມີ ສະຫາຍພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນຫົວໜ້າພັດທະນາຈຸດສຸມກຸ່ມບ້ານຄັງວຽງ ຕະຫຼອດຮອດການນຳຂອງແຂວງ, ເມືອງ ແລະ ປະຊາຊົນກຸ່ມບ້ານດັ່ງກ່າວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມດຽວກັນສະຫາຍກໍ່ໄດ້ຮັບຟັງການລາຍງານສະພາບການຕ່າງໆຈາກຫົວໜ້າກຸ່ມ ແລະ ການນຳຂອງແຂວງ ແລະ ເມືອງ, ຈາກນັ້ນສະ ຫາຍ ຈັນສີ ໂພສີຄຳ ກໍ່ໄດ້ໂອ້ລົມ ຊີ້ນຳແນວທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງກໍ່ຄືໜ້າທີ່ວຽກງານດ້ານຕ່າງໆແກ່ການນຳຫຼັກແຫຼ່ງເຂດພັດທະນາຈຸດສຸມດັ່ງກ່າວ ແລະ ໄດ້ມອບເຄື່ອງຄອມພິວເຕີ່ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ອຸປະກອນກິລາຈຳນວນໜຶ່ງເຊັ່ນ: ຈັກແຟັກ 1 ໜ່ວຍ, ຄອມພິວເຕີຕັ້ງໂຕະ 3 ໜ່ວຍ, ຈັກປິ່ນເອກະສານ 1 ໜ່ວຍ, ບານເຕະ 2 ໜ່ວຍ, ບານຕີ 2 ໜ່ວຍ, ກະຕໍ້ຫວາຍ 6 ໜ່ວຍ, ຕາໜ່າງກະຕໍ້ 2 ຜືນ, ຕາໜ່າງບານສົ່ງ 1 ຜືນ, ເຄື່ອງນຸ່ງກິລາບານເຕະ 30 ຊຸດ ແລະ ໄດ້ທ່ຽວຊົມການພັດທະນາພື້ນຖານໂຄງລ່າງຂອງເຂດພັດທະນາຈຸດສຸມດັ່ງ ກ່າວ. ການເຄື່ອນໄຫວຄັ້ງນີ້ ສະຫາຍ ຈັນສີ ໂພສີຄຳ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມອ້າຍນ້ອງທະຫານຢູ່ກອງພັນນ້ອຍປັດໄຈ ໄດ້ຊ່ວຍເຫຼືອຊຸກຍູ້ກອງພັນດັ່ງກ່າວເປັນເງິນສົດ 20 ລ້ານກີບແລະ ຍັງໄດ້ ໂອ້ລົມ-ໃຫ້ກຳລັງໃຈແກ່ນາຍ ແລະ ພົນທະຫານ; ຊຶ່ງໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານທຸກສະຫາຍ, ທຸກກົມກອງ, ຕ້ອງສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກ, ຂອງຊາດກໍ່ຄືຂອງບັນພະ ບຸລຸດ, ຕ້ອງມີຄວາມຫ້າວຫັນ, ເຂັ້ມແຂງ, ມີຄວາມອົດທົນບຸກບືນຜ່ານຜ່າທຸກບັນຫາຮັກ ສາໃຫ້ໄດ້ຄວາມສາມັກຄີພາຍໃນ ເປັນອັນໜຶ່ງອັນດຽວກັບປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນຢ່າງແໜ້ນແຟ້ນຮັບໃຊ້ປະຊາຊົນ, ຊື່ສັດບໍລິສຸດຕໍ່ປະຊາຊົນ, ຕໍ່ປະເທດຊາດ, ເດັດດ່ຽວເດີນຕາມພັກ, ຈົ່ງຮັກພັກ ດີ ແລະ ເຊື້ອໝັ້ນຕໍ່ອຸດົມການຂອງພັກ, ຮັກສາມູນເຊື້ອປະຕິວັດເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດຖະບານມອບໝາຍໃຫ້ມີຜົນສຳເລັດ ກາຍເປັນກຳລັງແຮງອັນແຂງແກ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນໝັ້ນຄົງຕະຫຼອດໄປ...ຯ

  ໂດຍ: ບານ ມູນປະເສີດ