ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມຈັດຕັ້ງ ແລະ ກົດລະບຽບພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 06/02/2019

     ໃນຕອນເຊົ້າຂອງວັນທີ 31 ມັງກອນ 2019 ທີ່ຜ່ານມາ ໜ່ວຍພັກກົມຈັດຕັ້ງ ແລະ ກົດລະບຽບພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຢູ່ຫ້ອງປະຊຸມໃຫຍ່ຄະນະຈັດຕັ້ງສູນກາງພັກ. ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

      ກອງປະຊຸມໄດ້ຜ່ານຂໍ້ຕົກລົງສະບັບເລກທີ 04/ຄພ.ຄຈສພ, ລົງວັນທີ 18 ມັງກອນ 2019 ວ່າດ້ວຍການອະນຸມັດເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

     ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍພັກ ທີ່ໄດ້ເປັນເຈົ້າການຕິດຕາມກໍ່ສ້າງມະຫາຊົນກ້າວໜ້າເຂົ້າມາເປັນສະມາຊິກພັກໃໝ່, ຊຶ່ງໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມກຳລັງແຮງໃຫ້ແກ່ພັກ; ນອກນັ້ນ ສະຫາຍ ຍັງໄດ້ຊີ້ທິດເຍືອງທາງໃຫ້ສະມາຊິກພັກສໍາຮອງ ແລະ ສົມບູນ ທັງໝົດໃຫ້ສືບຕໍ່ຝຶກຝົນຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ເສີມຂະຫຍາຍບົດບາດນຳໜ້າພາທາງມະຫາຊົນໃນທຸກດ້ານ.

     ພິທີ່ດັ່ງກ່າວໄດ້ສິ້ນສຸດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

ໂດຍ: ພະແນກຂໍ້ມູນຂ່າວສານ