ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດຕັ້ງເຊື່ອມຊຶມມະຕິ 7 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ແລະ ສະຫຼຸບວຽກງານປະຈຳປີ 2018
ຈຳນວນຜູ້ອ່ານ: 76
ອະນຸມັດວັນທີ: 31/01/2019

​      ໃນ​​ລະຫວ່າງວັນ​ທີ 29-30 ມັງກອນ 2019 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໜທີ X ແລະ ສະຫຼຸບວຽກງານວິຊາສະເພາະປະຈຳປີ 2018 ພ້ອມວາງທິດທາງແຜນການປີ 2019 ພາຍໃຕ້ການເປັນປະທານຂອງສະຫາຍ ຈັນສີ ໂພສີຄຳ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຄະນະປະຈໍາພັກ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າກົມ, ພະນັກງານ​ບໍານານ ພ້ອມດ້ວຍສະມາຊິກພັກ-ພະນັກງານທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ ຢ່າງພ້ອມພຽງ.

     ໃນວາລະກອງປະຊຸມຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະ ມະຕິວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະ ໄຕປະຊາຊົນໃຫ້ເຂັ້ມແຂງ ໜັກແໜ້ນ ສະບັບເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018. ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈິ້ມຕໍ່ກອງປະຊຸມເປັນຕົ້ນແມ່ນ: ບັນຫາຄວາມຫຍຸ້ງຍາກ ແລະ ສາເຫດ ດ້ານເສດຖະກິດ-ການເງິນທີ່ເປັນໄພອັນຕະລາຍຕໍ່ບົດບາດ-ຄວາມສາມາດນໍາພາຂອງພັກຢູ່​ແຕ່ລະ​ຂັ້ນ, ຍ້ອນຄວາມບໍ່ເດັດຂາດ-ເຂັ້ມງວດການປະຕິບັດນິຕິກໍາຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ​ເປັນຕົ້ນການ​ປະຕິບັດ​ວິ​ໄນ​ແຜນ​ການ, ການ​ເງິນ ​ແລະ ຄວາມຮັບຜິດຊອບຂອງຄະນະພັກຕໍ່ການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ.

      ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງ​ໄປ​ກົງ​ມາຕໍ່ບັນຫາຄົງຄ້າງທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ ໂດຍອີງໃສ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໜທີ X ເປັນ​ພຶ້ນຖານ​ໃນ​ການ​ປະກອບ​ຄຳ​ເຫັນເຂົ້າໃສ່ຂົງເຂດເສດຖະກິດ-ການເງິນ, ມາດຕະການການຄຸ້ມຄອງໜີ້ ສິນພາກລັດຂອງພາກສ່ວນກ່ຽວຂ້ອງ, ການຊໍາລະໜີ້ສາທາລະນະ, ມາດຕະການຊຸກຍູ້ສົ່ງເສີມເສດຖະກິດຕ່າງໆ, ວິທີແກ້ໄຂການຮົ່ວໄຫຼຂອງງົບປະມານ, ມາດຕະການປະຢັດການໃຊ້ຈ່າຍບໍລິຫານ, ຍົກລະດັບການຄຸ້ມຄອງແຫຼ່ງລາຍຮັບງົບປະມານ, ການຄຸ້ມຄອງເງິນຕາຢ່າງເປັນລະບົບ, ການປັບປຸງລັດວິສາຫະກິດໃຫ້ມີປະສິດທິຜົນກວ່າເກົ່າ, ການປັບປຸງຮາກຖານການເມືອງໃນຕໍ່ໜ້າ ແລະ ການ​ປັງ​ປຸງ​ຮາກ​ຖານ​ການ​ເມືອງ​ຂອງ​ລະບອບ​ປະຊາທິປະ​ໄຕປະຊາຊົນ ​ໃຫ້​ເຂັ້ມ​ແຂງ ​ໜັກ​ແໜ້ນ.

            ໃນມື້ທີສອງຂອງກອງປະຊຸມ ໄດ້ສະຫລຸບຕີລາຄາວຽກງານວິຊາສະເພາະຄະນະຈັດຕັ້ງສູນກາງພັກ ປະຈຳປີ 2018 ແລະ ພ້ອມກັນມີຄຳເຫັນຕໍ່ຈຸດອ່ອນ-ຂໍ້ຄົງຄ້າງໃນປີຜ່ານມາ ເພື່ອວາງທິດທາງແກ້ໄຂໃນປີຕໍ່ໜ້າ. ໃນໜຶ່ງປີຜ່ານມາໄດ້ຄົ້ນຄວ້າປັບປຸງ ແລະ ອອກນິຕິກຳຈຳນວນໜຶ່ງ ເຊັ່ນ: ຄຳແນະນຳເລກທີ 291, 292, 04 ແລະ 784 ກ່ຽວກັບ ການຈັດຕັ້ງປະຕິບັດມະຕິເລກທີ 030, 031, 032, ຄຳສັ່ງເລກທີ 01/ກມສພ ແລະ 04/ຄລສພ ແລະ ພວມສະເໜີ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພິຈາລະນານິຕິກຳກ່ຽວກັບການຂະຫຍາຍພັກໃນໄລຍະໃໝ່, ລະບອບການຮຽນທິດສະດີການເມືອງຂອງພະນັກງານນຳພາ-ຄຸ້ມຄອງ, ການສ້າງແຜນກໍ່ ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ ແລະ ແຜນຍຸດທະສາດໃນການກໍ່ສ້າງ-ບຳລຸງພະນັກງານ, ປັບປຸງນິຕິກຳການດຳ ເນີນຊີວິດການເມືອງປັບປຸງປົວແປງພັກ, ການສັບປ່ຽນໜ້າທີ່-ບ່ອນປະຈຳການ ແລະ ການຕີລາຄາພະນັກງານ, ລະບຽບ ການຄຸ້ມຄອງສຳນວນເອກະສານຂອງພະນັກງານ, ປັບປຸງຄຳແນະນຳກ່ຽວກັບການຂຽນຊີວະປະຫວັດພະນັກງານ, ການ ຮັກສາສຸຂະພາບ ແລະ ການຈັດຕັ້ງງານຊາປະນະກິດສົບຂອງພະນັກງານການນຳຂັ້ນສູງ, ອອກແຈ້ງການເລກທີ 166/ຄຈສພ ກ່ຽວກັບການປະກອບເອກະສານສະເໜີຍົກຍ້າຍ, ແຕ່ງຕັ້ງ, ເລື່ອນຊັ້ນ ແລະ ສັບປ່ຽນໜ້າທີ່ບ່ອນປະຈຳ ການພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ແຈ້ງການແນະນຳເລກທີ 168/ຄຈສພ ກ່ຽວກັບການກະກຽມພະນັກງານ ສືບທອດປ່ຽນແທນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ຈັດຝຶກອົບຮົມວຽກງານປ້ອງກັນພັກ-ພະນັກງານທົ່ວປະເທດ ໄດ້ 1 ຄັ້ງ, ຈັດຝຶກອົບຮົມທິດສະດີການເມືອງການປົກຄອງ 45 ວັນ ໃຫ້ພະນັກງານ-ສະມາຊິກພັກພາຍໃນສຳນັກງານ ໄດ້ 2 ຊຸດ ແລະ ສຳເລັດການດຳເນີນກອງປະຊຸມສະຫຼຸບວຽກງານຈັດຕັ້ງທົ່ວປະເທດ ປະຈຳປີ 2018 ຢູ່ແຂວງສະຫວັນ ນະເຂດ, ອະນຸມັດນຳສົ່ງໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 5.000 ກວ່າໃບ, ອອກບັດ-ມອບບັດໃຫ້ ສະມາຊິກພັກສົມບູນ 33.000 ກວ່າສະຫາຍ, ມາຮອດປະຈຸບັນໄດ້ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ ສຳເລັດແລ້ວ 227.000 ສະຫາຍ, ສົມທົບກະຊວງ-ອົງການ ແລະ ທ້ອງຖິ່ນ ຄັດເລືອກພະນັກງານໄປກໍ່ສ້າງ-ບຳລຸງສາຍການເມືອງ-ການປົກຄອງຢູ່ພາຍໃນ ແລະ ຕ່າງປະເທດ ທັງໝົດ 1.000 ກວ່າສະຫາຍ.

ໃນວາລະກອງປະຊຸມດັ່ງກ່າວ ຍັງໄດ້ມີພິທີຍ້ອງຍໍບຸກຄົນດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ປະຈຳປີ 2018, ເດັ່ນປະເພດ 1 ມີ 47 ຄົນ ແລະ ເດັ່ນປະເພດ 2 ມີ 67 ຄົນ. ໂອກາດດັ່ງກ່າວ ສະຫາຍ ຈັນສີ ໂພສີຄຳ ໄດ້ໃຫ້ ທິດຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ນໍາເອົາເນື້ອໃນຈິດໃຈຂອງມະຕິທີ່ໄດ້ເຊື່ອມຊຶມໃນກອງປະຊຸມຄັ້ງນີ້ໄປຈັດ ຕັ້ງປະຕິບັດໃຫ້ເປັນແຜນການ-ແຜນງານທີ່ຕິດພັນກັບໜ້າທີ່ຮັບຜິດຊອບຂອງຕົນ ພ້ອມທັງນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ປະກອບສ່ວນເຂົ້າໃນຜົນສໍາເລັດລວມແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ສໍາລັບວຽກຈຸດສຸມໃນປີ 2019 ແມ່ນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ສາມຂັ້ນຂອງພັກ, ສົມທົບກັບຄະນະພັກແຕ່ລະຂັ້ນໃນການກະກຽມບຸກຄະລາກອນໃຫ້ທັນຕາມກຳນົດເວລາ, ອີກວຽກໜຶ່ງທີ່ຮີບດ່ວນຈະຕ້ອງໄດ້ຈັດຕັ້ງປະຕິບັດໃນປີ 2019 ຢູ່ພາຍໃນສຳນັກງານ ຄະນະຈັດຕັ້ງສູນກາງພັກ ໃຫ້ສຳເລັດແມ່ນການສົ່ງພະນັກງານລົງຮາກຖານ ເຊິ່ງເປັນໜຶ່ງໃນຮູບແບບ ແລະ ແຜນການກໍ່ສ້າງພະນັກງານຂອງພັກກໍ່ຄືຂອງສຳນັກງານທີ່ໄດ້ກຳນົດໄວ້.

ໂດຍ: ຄອນຄຳ  ໂສລັດຕະນະວົງ