ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 70 ປີ.
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 22/01/2019

​          ໃນ​​ວັນ​ທີ 14 ມັງກອນ 2019 ທີ່​ສະໂມສອນຂອງຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດ​ພິທີ​ປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ເພື່ອຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ 20 ມັງກອນ 1949 - 20 ມັງກອນ 2019 ເພື່ອໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນທີ່ເກີດໃໝ່ໃຫຍ່ລຸນໄດ້ເຊື່ອມຊຶມ ແລະ ເຂົ້າໃຈມູນເຊື້ອປະຫວັດຄວາມເປັນມາພ້ອມທັງຜົນງານ ແລະ ຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວນັບແຕ່ມື້ສ້າງຕັ້ງມາເຖິງປະຈຸບັນ.

​          ເຂົ້າ​ຮ່ວມ​ໃນ​ພິທີ ມີ​ສະຫາຍ ວັນ​ໄຊ ພອງ​ສະຫວັນ ຮອງເລຂາ, ຮອງ​ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີບັນດາສະຫາຍຄະນະພັກ ຄຈສພ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສຳນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວ​ມຢ່າງ​ພ້ອມພຽງ; ໃຫ້​ກຽດປາຖະກະຖາເລົ່າມູນເຊື້ອ ໂດຍສະຫາຍ ແສງທອງ ດວງບັນດິດ ຄະນະພັກ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຫົວໜ້າກົມໂຄສະນາອົບຮົມ.

            ເນື້ອໃນປາຖະກະຖາໄດ້ເວົ້າເຖິງເງື່ອນໄຂທີ່ພາໃຫ້ເກີດມີກອງທັບປະຊາຊົນລາວຕິດພັນກັບມູນເຊື້ອການຕໍ່ສູ້ເຕີບໃຫຍ່ເຂັ້ມແຂງຂອງກອງທັບ, ການຕໍ່ສູ້ຕ້ານກັບສັດຕູຜູ້ຮຸກຮານໃນແຕ່ລະໄລຍະ, ການຕໍ່ສູ້ກັບສະພາບການພັດທະນາໃນໄລຍະໃໝ່ ແລະ ສັງລວມຜົນງານຂອງກອງທັບນັບແຕ່ມື້ສ້າງຕັ້ງມາຈົນເຖິງປະຈຸບັນ. ກອງທັບປະຊາຊົນລາວ ສ້າງຕັ້ງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງຊົນຊັ້ນກໍາມະກອນ ແລະ ໜ້າທີ່ການເມືອງຂອງພັກປະຊາຊົນປະຕິວັດລາວ ທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ກອງທັບປະຊາຊົນລາວແມ່ນກອງທັບຂອງປະຊາຊົນ ມາຈາກປະຊາຊົນ ຕໍ່ສູ້ເພື່ອນຳເອົາເອກະລາດ ອຳນາດອະທິປະໄຕມາໃຫ້ປະຊາຊົນ ທັງຕໍ່ສູ້ທັງປັບປຸງກຳລັງຂອງຕົນໃນແຕ່ລະບັ້ນຮົບ ຍິ່ງຕໍ່ສູ້ຍິ່ງນັບມື້ ເຕີບໃຫຍ່ເຂັ້ມແຂງ, ຍາມບ້ານເມືອງມີຄວາມສະຫງົບກໍ່ພ້ອມກັນເພີ່ມພູນຜະລິດຜົນ.

          ກອງທັບປະຊາຊົນລາວ ມີນ້ຳໃຈຮັກຊາດ ອົງອາດກ້າແກ່ນ ເດັດດ່ຽວໜຽວແໜ້ນ ມິໄຫວພິບ ເດັດຂາດບໍ່ຍອມຈຳນົນ, ຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນ, ກຽມພ້ອມທຸກສະຖານະການ ປະກອບສ່ວນເຂົ້າໃນ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາໝາກຜົນຂອງການປະຕິວັດ, ພັດທະນາກຳລັງ ຂອງຕົນ ກໍ່ຄືປະເທດຊາດຕາມອຸດົມການສັງຄົມນິຍົມ ພາຍໃຕ້ການຊີ້ນຳ-ນຳພາຮອບດ້ານເດັດຂາດໂດຍ ກົງຂອງພັກປະຊາຊົນປະຕິວັດລາວ; ກອງທັບປະຊາຊົນລາວເປັນກອງທັບວິລະຊົນ ໄດ້ຮັບຫຼຽນຄຳສູງສຸດ ຂອງຊາດ 5 ຫຼຽນຄຳ, ກອງພົນວິລະຊົນ 1 ກອງພົນ, ກອງພັນວິລະຊົນ 7 ກອງພັນ, ກອງຮ້ອຍວິລະ ຊົນ 37 ກອງຮ້ອຍ, ວິລະຊົນແຫ່ງຊາດ 60 ສະຫາຍ, ນັກຮົບແຂ່ງຂັນ 300 ກວ່າສະຫາຍ; ນອກຈາກນີ້ ຍັງມີກົມກອງວິລະຊົນຫຼາຍກົມກອງ, ແຂວງວິລະຊົນຫຼາຍແຂວງ, ເມືອງວິລະຊົນຫຼາຍເມືອງ ແລະ ບ້ານວິ ລະຊົນຫຼາຍບ້ານຕື່ມອີກ.

          ພາຍຫຼັງປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບແລ້ວ ໄດ້ຈັດພິທີປະດັບຫຼຽນກາລະນຶກໃຫ້ພະ ນັກງານອະດີດນາຍທະຫານທີ່ຍົກຍ້າຍຈາກກອງທັບມາຢູ່ຄະນະຈັດຕັ້ງສູນກາງພັກ ໄດ້ຮັບຫຼຽນກາລະນຶກ ຕາມມາດຖານ-ເງື່ອນໄຂທີ່ກຳນົດໄວ້ 12 ສະຫາຍ ແລະ ຫຼຽນກາລະນຶກວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ໃຫ້ຜູ້ມີຜົນງານ ແລະ ຄຸນງາມຄວາມດີປະກອບສ່ວນເຂົ້າໃນການພັດທະນາເມືອງວຽງໄຊ ໃນໄລຍະຜ່ານມາ ຈຳນວນ 11 ສະຫາຍ.

ໂດຍ: ຄອນຄຳ ໂສລັດຕະນະວົງ