ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວປະເທດ ປະຈຳປີ 2018
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 04/01/2019

        ໃນລະຫວ່າງວັນທີວັນທີ 24-26 ທັນວາ 2018 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວປະເທດ ປະຈຳປີ 2018 ຂຶ້ນທີ່ຫ້ອງປະຊຸມຫໍວັດທະນະທຳແຂວງສະຫວັນນະເຂດ. ໂດຍການເປັນປະທານຂອງ ສະຫາຍ ຈັນສີ ໂພສີຄຳ ກຳມະ ການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ໄດ້ຮັບກຽດເຂົ້າຮ່ວມຈາກ ສະຫາຍ  ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ ຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງກະຊວງ-ອົງການ, ຄະນະປະຈຳພັກ, ປະທານກວດກາພັກ-ລັດແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າພະແນກພາຍໃນແຂວງ, ເຂລາພັກເມືອງ ແລະ ຫົວໜ້າຄະນະຈັດຕັ້ງເມືອງທີ່ຂຶ້ນກັບແຂວງສະຫວັນນະເຂດເຂົ້າຮ່ວມ ທັງໝົດ 164 ສະຫາຍ.

        ກອງປະຊຸມໄດ້ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກ ງານແຕ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ X  ມາເຖິງປະຈຸບັນ ແລະ ລົງເລິກຕີລາຄາສະເພາະປີ 2018 ແລະ ວາງທິດທາງແຜນການປະຈຳປີ 2019. ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນການກໍ່ສ້າງພັກທາງດ້ານການເມືອງແນວຄິດ ຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການສຶກສາອົບຮົມນຳພາແນວຄິດສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິ, ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກເຊິ່ງເປັນເຫດການການເມືອງໜຶ່ງທີ່ມີຄວາມຈຳເປັນພາວະວິໄສ, ເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເຂົ້າສູ່ຊີວິດຕົວຈິງເພື່ອແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກ ມາຮອດປະຈຸບັນ ຕາມທີ່ເກັບກຳໄດ້ສຳເລັດແລ້ວ 3.514 ບ້ານ; ວຽກງານຂະຫຍາຍພັກ ສ່ວນຫຼາຍໄດ້ປະຕິບັດຖືກຕ້ອງຕາມບາດກ້າວຂັ້ນຕອນຂອງການຂະຫຍາຍພັກ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ ເຮັດໃຫ້ຈຳນວນສະມາຊິກພັກເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປະຈຸບັນທົ່ວປະເທດມີສະມາຊິກພັກທັງໝົດ 320.805 ສະຫາຍ, ຍິງ 77.618 ສະຫາຍ, ທຽບໃສ່ປີ 2017 ເພີ່ມຂຶ້ນ 18.268 ສະຫາຍ; ວຽກງານຄຸ້ມຄອງສະມາຊິກພັກ ໄດ້ເກັບກຳຈຳນວນສະຖິຕິສະມາຊິກພັກ, ຄຸ້ມຄອງສຳນວນເອກະສານຂອງສະມາຊິກພັກຕາມການແບ່ງຂັ້ນຄຸ້ມຄອງ, ໄດ້ຄົ້ນຄວ້າອອກບັດ-ມອບບັດ ໃຫ້ສະມາຊິກພັກສົມບູນໄດ້ 33.945 ສະຫາຍ, ມາຮອດປະຈຸບັນສະມາຊິກພັກສົມບູນໄດ້ຮັບບັດທັງໝົດ 222.963 ສະຫາຍ, ໄດ້ອະນຸມັດຄວັດຕາປະທັບໃຫ້ການຈັດຕັ້ງພັກ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ 148 ພາກສ່ວນ, ຈຳນວນ 3.723 ໜ່ວຍ; ວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງໂດຍຜ່ານບັນດາສື່ຕ່າງໆທີ່ເປັນກະບອກສຽງຂອງພັກ.

        ວຽກງານພະນັກງານ, ຄະນະຈັດຕັ້ງສູນກາງ ພັກໄດ້ສົມທົບກັບຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ ດຳເນີນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງຕາມບາດກ້າວ, ຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນມະຕິກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ, ມາຮອດປະຈຸບັນໄດ້ສໍາເລັດ 31 ກະຊວງ-ອົງການ ແລະ 15 ແຂວງ-ນະຄອນຫຼວງ, ພ້ອມນັ້ນຄະນະຈັດຕັ້ງສູນກາງພັກກໍຍັງໄດ້ຊຸກຍູ້, ຕິດຕາມດ້ານວິຊາການ ໃນການສ້າງແຜນກຳນົດພະນັກງານທີ່ຂຶ້ນກັບສິດຄຸ້ມຄອງຂອງກະຊວງ-ອົງການ ແລະ ທ້ອງຖິ່ນ, ສຳເລັດແລ້ວ 29 ກະຊວງ-ອົງການ, 15 ແຂວງ-ນະຄອນຫຼວງ. ສະເພາະຂັ້ນບ້ານພາຍຫຼັງໄດ້ເຮັດທົດລອງແລ້ວ ແຕ່ລະແຂວງກໍ່ໄດ້ສຶບຕໍ່ຜັນຂະຫຍາຍຕາມການເກັບກຳໄດ້ມີ 6 ແຂວງ-ນະຄອນຫຼວງ,  ມີ 1.243 ບ້ານ ທີ່ໄດ້ສ້າງແຜນກຳນົດພະນັກງານສຳເລັດ, ໃນນັ້ນມີແຂວງໄຊຍະບູລີໄດ້ສຳເລັດທົ່ວແຂວງແລ້ວ. ການກໍ່ສ້າງບຳລຸງພະນັກງານໄດ້ດຳເນີນເປັນປົກກະຕິ, ນັບທັງທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະດ້ວຍຫຼາຍລະບົບ, ຫຼາຍຮູບການ. ໃນ 1 ປີຜ່ານມາ ສະເພາະແຕ່ຄະນະຈັດຕັ້ງສູນກາງພັກຮັບຜິດຊອບ ໄດ້ສົ່ງໄປກໍ່ສ້າງ-ບຳລຸງຢູ່ພາຍໃນ ແລະ ຕ່າງປະເທດ ທັງໝົດ 1.012 ສະຫາຍ, ຍິງ 256 ສະຫາຍ, ໃນນັ້ນສົ່ງໄປກໍ່ສ້າງໄລຍະຍາວ 366 ສະຫາຍ, ຍິງ 98 ສະຫາຍ, ໄລຍະສັ້ນ 646 ສະຫາຍ, ຍິງ 158 ສະຫາຍ. ວຽກງານຄຸ້ມຄອງພະນັກງານ, ການສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍພະນັກງານໄດ້ປະຕິບັດເປັນປົກກະຕິຕໍ່ເນື່ອງຢູ່ແຕ່ລະຂັ້ນ, ໄດ້ເລື່ອນຕຳແໜ່ງພະນັກງານຂັ້ນສູນກາງຄຸ້ມຄອງທັງໝົດ 271 ສະ ຫາຍ, ຍິງ 8 ສະຫາຍ, ໃນນັ້ນດ້ານພັກມີ 86 ສະຫາຍ, ຍິງ 2 ສະຫາຍ, ດ້ານລັດມີ 113 ສະຫາຍ, ຍິງ 6 ສະຫາຍ, ໄດ້ຄົ້ນຄວ້າສະເໜີເລື່ອນຊັ້ນນາຍທະຫານ ແລະ ນາຍຕຳຫຼວດແຕ່ຊັ້ນພັນເອກຂຶ້ນໄປ ມີທັງໝົດ 72 ສະຫາຍ, ໄດ້ຄົ້ນຄວ້າແກ້ໄຂພະນັກງານ-ລັດຖະກອນທີ່ມີຄວາມບົກຜ່ອງ, ມີການກະທຳຜິດລະເມີດຕໍ່ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດຕາມການເກັບກຳໄດ້ ມີທັງໝົດ 73 ສະຫາຍ, ຍິງ 13 ສະຫາຍ, ໃນນັ້ນມີພະນັກງານຂັ້ນສູນກາງຄຸ້ມຄອງ 53 ສະຫາຍ, ຍິງ 4 ສະຫາຍ, ລົງວິໄນຂັ້ນປົດຕຳແໜ່ງ 6 ສະຫາຍ; ໄດ້ຄົ້ນຄວ້າສະເໜີປະຕິບັດນະໂຍບາຍພະນັກງານ-ລັດຖະກອນ ອອກພັກການຮັບເບ້ຍບຳນານທັງໝົດ 3.619 ສະຫາຍ, ຍິງ 1.357 ສະຫາຍ, ພະນັກງານຂັ້ນສູນກາງຄຸ້ມຄອງ 75 ສະຫາຍ, ພັກຜ່ອນປິ່ນປົວຍາວນານ 1 ສະຫາຍ.

        ການປັບປຸງກົງຈັກການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ: ກົງຈັກການຈັດຕັ້ງຂັ້ນກະຊວງ-ອົງການ, ຂັ້ນແຂວງ-ນະຄອນຫຼວງ ແລະ ຂັ້ນເມືອງຍັງຮັກສາຄືເກົ່າ, ແຕ່ໄດ້ສຸມໃສ່ປັບປຸງພາລະບົດບາດຂອງກະຊວງ-ອົງການ, ຂອງບັນດາກົມກອງຂຶ້ນກັບກະຊວງ, ພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງຂຶ້ນໃໝ່ຈຳນວນໜຶ່ງ ໃຫ້ມີຄວາມສອດຄ່ອງ, ເໝາະສົມ, ຮັດກຸມກວ່າເກົ່າເພື່ອບໍ່ໃຫ້ວຽກງານມີການຊ້ຳຊ້ອນກ້າວກ່າຍກັນ, ໄດ້ຄົ້ນຄວ້າສ້າງຕັ້ງ 3 ອົງຄະນະພັກນະຄອນຄື: ນະຄອນຫຼວງພະບາງ, ນະຄອນໄກສອນ ພົມວິຫານ ແລະ ນະຄອນປາກເຊ, ປັບປຸງພາລະບົດບາດຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ຫໍພິພິທະພັນ ໄກສອນ ພົມວິຫານ, ຄະນະກວດກາສູນກາງພັກ, ຄົ້ນຄວ້າກະກຽມສ້າງຕັ້ງສະຫະພັນຊາວໜຸ່ມລາວ.

        ຄຽງຄູ່ກັບຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ, ກໍຍັງມີຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ມະຕິກອງປະຊຸມວຽກງານຈັດຕັ້ງ ຄັ້ງທີ X ທຸກກະຊວງ-ອົງການ ແລະ ທ້ອງຖິ່ນໄດ້ຈັດຕັ້ງຜັນຂະຫຍາຍແຕ່ການດຳເນີນຕົວຈິງຊັກຊ້າ, ບໍ່ເລິກເຊິ່ງ ແລະ ແທດຕົວຈິງ, ກຳນົດເປັນແຜນລວມໆ ບໍ່ທັນຫັນເປັນໂຄງການແຜນດຳເນີນງານລະອຽດຂອງອົງຄະນະພັກຂັ້ນຕົນ, ການສຶກສາອົບຮົມການເມືອງນຳພາແນວຄິດຢູ່ພາຍໃນພັກກໍຄືພາຍໃນສັງຄົມບໍ່ທັນດີ, ຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກບໍ່ສູງ; ການຈັດຕັ້ງເຊື່ອມຊຶມກົດລະບຽບພັກ ສະໄໝທີ X ໃຫ້ຄະນະພັກ, ສະມາຊິກພັກ ຫຼາຍບ່ອນເຮັດບໍ່ເລິກເຊິ່ງ ແລະ ທົ່ວເຖິງ ໂດຍສະເພາະຢູ່ຂັ້ນຮາກຖານບ້ານ, ເຮັດໃຫ້ຄວາມຮັບຮູ້ເຂົ້າໃຈບໍ່ໜັກແໜ້ນ; ການຂະຫຍາຍພັກບາງບ່ອນບໍ່ຮັບປະກັນ ທາງດ້ານຄຸນນະພາບ, ຄະນະພັກ-ສະມາຊິກພັກຈຳນວນໜຶ່ງບໍ່ເປັນແບບຢ່າງໃຫ້ມະຫາຊົນ, ຂາດຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ເຄື່ອນໄຫວລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍຂອງລັດ.

        ການສ້າງແຜນກຳນົດພະນັກງານ ບາງບ່ອນບໍ່ທັນຮັບປະກັນຕາມທິດຫັນເປັນໜຸ່ມ, ຍ້ອນຄວາມ ຮັບຮູ້ເຂົ້າໃຈເປັນເອກະພາບຂອງຄະພັກ, ຄະນະນຳຈຳນວນໜຶ່ງບໍ່ທັນສູງ; ການກໍ່ສ້າງ-ບຳລຸງພະນັກງານ ບາງບ່ອນບໍ່ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຂະແໜງການ ແລະ ທ້ອງ ຖິ່ນຕົນ, ບໍ່ອີງໃສ່ຕາມແຜນກຳນົດ ແລະ ມາດຕະຖານຕຳແໜ່ງງານ, ເນື້ອໃນ, ຄຸນນະພາບຂອງການກໍ່ ສ້າງບໍ່ທັນດີ, ການໝູນໃຊ້ບົດຮຽນຂອງປະເທດເພື່ອມິດເຂົ້າໃນວຽກງານຕົວຈິງຍັງເຮັດໄດ້ໜ້ອຍ; ການ ຄຸ້ມຄອງພະນັກງານທີ່ຢູ່ໃນສິດຄຸ້ມຄອງຂອງແຕ່ລະຂັ້ນບໍ່ທັນແໜ້ນ, ກຳການເຄື່ອນໄຫວຂອງພະນັກ ງານບໍ່ໄດ້, ເຮັດການການສັບຊ້ອນ, ຈັດວາງ, ເລື່ອນຊັ້ນ ເລື່ອນຕຳແໜ່ງພະນັກງານບາງບ່ອນບໍ່ຮັບປະ ກັນຕາມມາດຕະຖານ, ເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ; ການປະຕິບັດ ນະໂຍບາຍຕໍ່ພະນັກງານບຳນານ, ເສຍອົງຄະ ຈຳນວນໜຶ່ງບໍ່ທັນດີເທົ່າທີ່ຄວນ.

        ການປັບປຸງກົງຈັກການຈັດຕັ້ງບໍ່ທັນຮັບປະກັນຕາມທິດ ເຮັດໃຫ້ກົງຈັກກະທັດຮັດສົມເຫດສົມ ຜົນ ແລະ ເຄື່ອນໄຫວມີປະສິດທິຜົນແທ້; ການມອບສິດ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຕາມ ທິດ 3 ສ້າງບໍ່ທັນຈະແຈ້ງ; ພາລະບົດບາດບາງຂະແໜງການຍັງຊ້ຳຊ້ອນ, ຄຸມເຄືອ, ການກຳນົດຕຳແໜ່ງ ງານບໍ່ລະອຽດ, ຍັງມີສະພາບພະນັກງານເຫຼືອຢູ່ຂັ້ນກະຊວງ-ອົງການ, ຂັ້ນແຂວງ-ນະຄອນຫຼວງ ແລະ ຂາດແຄນພະນັກງານ, ງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ຢູ່ຂັ້ນເມືອງ.

        ໃນຕອນທ້າຍປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນປີຕໍ່ໜ້າ, ໂດຍໃຫ້ນຳເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ. ກອງປະຊຸມໄດ້ປິດລົງໃນຕອນທ່ຽງຂອງວັນທີ 26 ທັນວາ 2018 ດ້ວຍຜົນສຳເລັດອັນຈົບງາມ.