ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢູ່ແຂວງໄຊສົມບູນ
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 14/11/2018

      ​ເພື່ອ​ຕິດຕາມ​ຊຸກຍູ້​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ-ພະນັກງານ ຢູ່​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ, ໃນລະຫວ່າງວັນທີ 12-13 ພະຈິກ 2018 ສະຫາຍ ຈັນສີ ໂພສີຄຳ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນ​ໄຫວຊີ້​ນຳ ແລະ ເກັບ​ກຳ​ສະພາບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢູ່ແຂວງໄຊສົມບູນ ເຊິ່ງ ໄດ້ເຮັດວຽກຢູ່ 3 ຈຸດໃຫຍ່ ຄື: ເທດສະບານແຂວງ ແລະ 2 ເມືອງ ຄື: ​ເມືອງທ່າໂທມ ແລະ ​ເມືອງລ້ອງແຈ້ງ.

      ໃນຕອນເຊົ້າຂອງມື້ທຳອິດ ໄດ້ເຮັດວຽກຢູ່ສຳນັກງານ​ປົກຄອງເມືອງທ່າໂທມ ໃຫ້ການ ຕ້ອນຮັບ​ຢ່າງ​ອົບອຸ່ນຈາກສະຫາຍ ພິມພາ ນິລາວົງ ກຳມະການພັກແຂວງໄຊສົມບູນ, ເລຂາ ພັກເມືອງ ​ເຈົ້າ​ເມືອງທ່າໂທມ ພ້ອມ​ດ້ວຍ​ຄະນະ; ໃນໂອກາດເຮັດວຽກຢູ່ເມືອງດັ່ງກ່າວສະຫາຍ ຈັນສີ ໂພສີຄຳ ໄດ້ຮັບຟັງການລາຍງານການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ຂອງ​ເມືອງ​ທ່າ​​ໂທມ ແລະ ມີທິດຊີ້ນຳຕໍ່ເມືອງດັ່ງກ່າວ.

      ເມືອງ​ທ່າ​ໂທມ​​ ​ເປັນ​ເມືອງ​ພູດ​ອຍ ກວມ 75% ຂອງ​ເນື້ອ​ທີ່​ທັງ​ໝົດ, ຊຶ່ງເໝາະ​ແກ່​ການ​ປູກຝັງ-ລ້ຽງສັດ, ການ​ກໍ່ສ້າງ​​ເຂື່ອນ​ໄຟຟ້າ​ນ້ຳຕົກ, ການ​ບໍລິການ​ທາງຜ່ານ ​ແລະ ການ​ທ່ອງ​ທ່ຽວ; ເປັນເມືອງທີ່ແຍກອອກຈາກເມືອງໝອກໃໝ່ ແຂວງຊຽງຂວາງ ຂຶ້ນກັບເຂດພິເສດ ໄຊສົມບູນ ປີ 1994 – 2006 ແລະ ໄດ້ໂອນຄືນມາຂຶ້ນກັບແຂວງຊຽງຂວາງອີກໃນປີ 2007–2013, ຮອດປີ 2014 ເປັນຕົ້ນມາ ໄດ້ແຍກອອກຈາກແຂວງຊຽງຂວາງ ມາຂຶ້ນກັບ ແຂວງໄຊສົມບູນຈົນເຖິງປະຈຸບັນ.

      ​ເມືອງທ່າໂທມປະກອບ​ມີ 4 ກຸ່ມ​ບ້ານ, ມີ 26 ບ້ານ, 3.700 ກວ່າຄົວ​ເຮືອນ, ພົນລະ​ເມືອງ​ 22.000 ກວ່າຄົນ, ຍິງ 10.000 ກວ່າຄົນ​; ​ເມືອງ​ໄດ້​ກຳນົດ​ສ້າງ​ບ້ານ​ໃຫຍ່​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ​ຢູ່ 3 ກຸ່ມ​ບ້ານຄື: ກຸ່ມ​ບ້ານ​ທ່າ​ວຽງ, ກຸ່ມ​ບ້ານ​ປາກ​ຍອງ ​ແລະ ກຸ່ມ​ບ້ານ​ຍາມ; ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ເມືອງ ປະຕິບັດ​ໄດ້ 155,35 ຕື້​ກີບ ສະ​ເລ່ຍ ລາຍ​ຮັບ​ຕໍ່​ຫົວ​ຄົນໄດ້ປະມານ 7 ລ້ານກວ່າກີບ/ຄົນ/ປີ ຫຼື ​ເທົ່າ​ກັບ 900 ກວ່າ​ໂດ​ລາ​ສະຫະ ລັດ/ຄົນ/ປີ;

      ຄະນະ​ບໍລິຫາ​ນງານ​ພັກ​ເມືອງ​ມີ 19 ສະຫາຍ, ມີ 8 ຄະນະ​ພັກ​ຮາກ​ຖານ, ມີ 61 ໜ່ວຍ​ພັກ, ມີ​ສະມາຊິກ​ພັກ​ທັງ​ໝົດ 1.000 ກວ່າສະຫາຍ, ໜ່ວຍ​ພັກ​ທີ່​ຮັບຮອງ ​ແລະ ປະ ກາດ​ເປັນໜ່ວຍ​ພັກ​ເຂັ້ມ​ແຂງ-ຮູ້ນຳພາ​ຮອບດ້ານ​ ໃນປີ 2017 ໄດ້ 51 ໜ່ວຍ​ພັກ​ ​ເທົ່າກັບ 83% ທຽບ​ໃສ່​ແຜນການ 5 ປີ ລື່ນ​ຄາດໝາຍ 3%, ພ້ອມນີ້ກໍ່ໄດ້​ກຳນົດ​ຕຳ​ແໜ່​ງງານ​ພະນັກ ງານ​ນຳພາ-ຄຸ້ມ​ຄອງ ເພື່ອ​ກະກຽມ​ບຸກຄະລາ​ກອນ​ໃຫ້ແກ່ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ເມືອງ ຄັ້ງ​ທີ V ສຳ​ເລັດ.

      ໃນຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ​ສະຫາຍ ຈັນສີ ໂພສີຄຳ ພ້ອມດ້ວຍຄະນະ ໄດ້​​ເຄື່ອນ ໄຫວເຮັດ​ວຽກ​ຢູ່​ເມືອງ​ລ້ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ ໂດຍ​ກາ​ນຕ້ອນຮັບ​ຂອງສະຫາຍ ​ແຮ ວົງ​ສຸ​ວັດ ​ກຳມະການ​ພັກ​ແຂວງ, ​ເລຂາ​ພັກ​ເມືອງ ​ເຈົ້າ​ເມືອງ​ລ້ອງ​ແຈ້ງ ພ້ອມດ້ວຍ​ພະນັກງານ​ຫຼັກ​ແຫຼ່ງຂອງ​ເມືອງ.​

      ​ເມືອງ​ລ້ອງ​ແຈ້ງ ມີ​ພູມ​ສັນຖານ​ສູງ​ຊັນ ກວມ​ເອົາ 90% ຂອງ​ເນື້ອ​ທີ່​ທັງ​ໝົດ, ມີ​ສາຍ​ນ້ຳ​ຫຼາຍ​ສາຍ​ໄຫຼ​ຜ່ານ​ເໝາະ​ສົມ​ແກ່​ການ​ຜະລິດ​ກະ​ສິກຳ ແລະ ການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ. ເມືອງດັ່ງກ່າວມີທີ່ຕັ້ງຫ່າງ​ຈາກ​ສຳນັກງານ​ປົກຄອງ​ແຂວງ​ໄຊ​ສົມບູນ 73 ກິ​ໂລ​ແມັດ; ປະກອບ ມີ 3 ກຸ່ມ​ບ້ານ, ມີ​​ທັງ​ໝົດ 10 ບ້ານ, ມີ 1.800 ຄອບຄົວ, ມີ​ພົນລະ​ເມືອງ​ທັງ​ໝົດ 8.600 ຄົນ, ເສດ​ຖະກິດໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ຂອງ​ເມືອງ​ໃນໄລ ຍະ​ 10 ​ເດືອນທຳອິດຂອງປີ 2018 ປະຕິບັດໄດ້ 525 ລ້ານກວ່າກີບ ເທົ່າກັບ 80%, ທົ່ວ​ເມືອງ​ມີ​ສະມາຊິກ​ພັກ​ທັງ​ໝົດ 300 ກວ່າສະຫາຍ, ມີ​ພະນັກງານ-ລັດຖະກອນທັງ​ໝົດ 280 ຄົນ.

      ​ພາຍຫຼັງເຄື່ອນໄຫວເຮັດວຽກ​ຢູ່ 2 ​ເມືອງ​ດັ່ງກ່າວແລ້ວ ຄະນະ​ໄດ້ສືບ​ຕໍ່​ເດີນທາງ​ເຮັດ ວຽກ​ຢູ່ເທດສະບານແຂວງ​ໄຊ​ສົມບູນ ດ້ວຍການຕ້ອນ​ຮັບຂອງສະຫາຍ ປອ ພົຕ ທອງ​ລອຍ ສີ​ລິ​ວົງ ກຳ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ,​ ​ເຈົ້າ​ແຂວງ​ໄຊ​ສົມບູນ ພ້ອມດ້ວຍການນຳ ຫຼັກແຫຼ່ງຂອງແຂວງ.

      ໃນວັນ​ທີ 13 ພະຈິກ 2018 ສະຫາຍ ຈັນ​ສີ ​ໂພ​ສີຄຳ ພ້ອມ​ດ້ວຍ​ຄະນະ ​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ລາຍ​ງານ​ບາງ​ວຽກງານທີ່ພົ້ນ​ເດັ່ນ​ໃນ​ການ​ຊີ້​ນຳ-ນຳພາ​ ​ພັດທະນາ​ຮອບ ດ້ານ​ຂອງ​ແຂວງ​ໄຊ​ສົມບູນ ​ແລະ​ ທິດ​ທາງ​ຈຸດ​ສຸມ​ໃນ​ຕໍ່ໜ້າ; ຕະຫຼອດ​ໄລຍະ​ຊຸມ​ປີ​ທີ່​ຜ່ານ​ມາ ອົງຄະ​ນະ​ພັກ, ອົງການປົກຄອງ​ແຂວງ​ໄຊ​ສົມບູນ ​ໄດ້​ມີ​ຄວາມ​ພະຍາຍ​າມຢ່າງ​ຕັ້ງໜ້າ ​ໃນ​ການ​ນຳພາ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ແຂວງຂອງຕົນ ​​ສຸມ​ໃສ່​​ຈັດ​ຕັ້ງຜັນ​ຂະຫຍາຍ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ​ແຫ່ງ​ລັດ ຄັ້ງທີ VIII, ມະຕິ​ກອງ​ປະຊຸມ​ຕົວ​ແທນ​ສະມາຊິກ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ​ແຂວງ​ໄຊ​ສົມບູນ ​ໄລຍະ 5 ປີ (2016-2020).

      ປະຈຸ​ບັນ ​ແຂວງ​ໄຊ​ສົມບູນ ​ໄດ້​ມີ​ບາດ​ລ້ຽວຫັນປ່ຽນ​ໃໝ່ຢ່າງຕັ້ງໜ້າ ​​​ແຂວງ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ​ເປັນ​ລະບຽບ​ຮຽບຮ້ອຍ​ໂດຍ​ພື້ນ​ຖາ​ນ; ​ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ​ຂະຫຍາ​ຍຕົວ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ສະ​ແດງ​ອອກ​ການ​ເຕີບ​​ໂຕ​ຂອງ​ເສດຖະກິດ​ຢູ່​ໃນ​ລະດັບ 7-8%, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ບັນລຸ​ໄດ້ 900 ກວ່າຕື້​ກີບ, ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ 10 ລ້ານກວ່າກີບ/ຄົນ/ປີ ຫຼື​ ​ເທົ່າ​ກັບ 1.200 ​ໂດ​ລາ​ສະຫະລັດ/ຄົນ/ປີ.

      ການ​ພັດທະ​ນາ​ກຸ່ມ​ບ້ານ, ພັດທະນາ​ຊົນນະບົດ, ລຶບ​ລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາ ຊົນ ​ໄດ້​ຮັບ​ການ​ແກ້​ໄຂ​ດີຂຶ້ນ​ເປັນ​ລຳດັບ ທົ່ວ​ແຂວງ​ຍັງ​ມີ 12 ບ້ານ​ທຸກ​ຍາກ, ຄອບຄົວ​ທຸກ​ຍາກ 1.300 ຄອບຄົວ ເທົ່າກັບ 9% ຂອງ​ຄອບຄົວ​ທັງ​ໝົດ.

      ແຂວງ​ໄຊ​ສົມບູນ ປະກອບມີ 5 ​ເມືອງ, ມີ 89 ບ້ານ, 17 ກຸ່ມ​ບ້ານ, 14.000 ຄອບຄົວ, ມີ​ປະຊາກອນ​ 90.000 ກວ່າ​ຄົນ. ທົ່ວ​ແຂວງ​ມີ​ 266 ໜ່ວຍ​ພັກ​, ມີ​ສະມາຊິກ​ພັກ​ທັງ​ໝົດ 3.600 ສະຫາຍ, ພະນັກງານ-ລັດຖະກອນ​ທັງ​ໝົດ 2.800 ຄົນ. ການຊຸກຍູ້​ສົ່ງ​ເສີມ​​ຜະລິດ​ເປັນ​ສິນຄ້າ​ຂອງ​ປະ​ຊາ​ຊົນຕາມ​ທ່າ​ແຮງ​ແຕ່ລະ​ເມືອງ ສ່ວນໃຫຍ່ແມ່ນການຜະລິດກະສິ ກຳເປັນສິນຄ້າ ​ເຊັ່ນ: ການ​ປູກ​ເຂົ້າ, ສາລີ, ມັນ​ຕົ້ນ, ໝາກ​ນັດ, ໝາກກ້ຽງ, ພື​ດຜັກ, ຢາງ ພາລາ, ​ລ້ຽງສັດ ປະ​ເພດ​ງົວ, ຄວາຍ, ໝູ ແລະ ສັດປີກ.

      ​ໃນການເຄື່ອນໄຫວຢ້ຽມຢາມ-ເຮັດວຽກຢູ່ແຕ່ລະບ່ອນ ສະຫາຍ ຈັນ​ສີ ​ໂພ​ສີຄຳ ໄດ້ມີ ຄຳ ເຫັນໂອ້ລົມ ຊີ້ນຳວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໂດຍສະເພາະການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ​ໜັກ​ແໜ້ນ ​ແລະ ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ-ອົງການ, ​ແຂວງ-ນະຄອນຫຼວງ; ອົງຄະ​ນະ​ພັກ​ເມືອງ-ນະຄອນ ​ແລະ ຮາກ ຖານ​ພັກ​ໃນ​ທົ່ວ​ປະ​ເທດ ໂດຍ​ມີ​ການ​ຖາມ-ຕອບ​ແລກປ່ຽນ​ບົດຮຽນ​ຈາກ​ສະຫາຍ​ຜູ້​ຮັບຜິດຊອບ​ວຽກ​ງານຈັດ​ຕັ້ງ, ກໍ່ສ້າງ​ພັກ-ພະນັກງານຂອງ​ແຂວງ​, ຂອງ​ເມືອງຢູ່ແຕ່ລະບ່ອນຢ່າງ​ກົງ​ໄປ​ກົງ​ມາ ນອກນັ້ນ, ສະຫາຍ​​ໄດ້​ເນັ້ນ​ໜັກ​ບາງບັນຫາທີ່​ສຳຄັນ​ຄື:

  1. ວຽກ​ງານ​ປ້ອງ​ກັນຄວາ​ມສະຫງົບພາຍ​ໃນ​ແຂວງ​-​ເມືອງ ຮັບປະກັນ​ໃຫ້​ແຂວງ ແລະ ເມືອງ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ;
  2. ສຸມ​ໃສ່​ພັດທະນາ​ເສດຖະກິດ​ໃຫ້​ຂະຫຍາຍຕົວ​ຕໍ່​ເນື່ອງ ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ໃຫ້​ມີ​ຢູ່​ມີ​ກິນ ແລະ ມີສ່ວນ​ເຫຼືອແຮໄວ້​ຂາຍ​ເປັນສິນຄ້າ;
  3. ຍົກ​ສູງ​ຄວາມ​ສາມາດ​ການ​ນຳພາ​ຂອງ​ພະນັງ​ການ​ຄຸ້ມ​ຄອງທຸກ​ຂະ​ແໜງ​ການ​ຂອງ​​ແຂວງ-​ຂອງເມືອງ, ຍົກ​ລະດັບ​ຄວາມ​ຮູ້​ທາງ​ດ້ານ​ວິຊາ​ສະ​ເພາະ​ຂອງ​ສາມະຊິກ​ພັກ, ພະນັກງານ- ລັດຖະກອນ ​ແລະ ຍົກ​ລະດັບ​ຄວາມ​ຮູ້​-ຄວາມ​ເຂົ້າ​ໃຈ​ຕໍ່​ແນວທາງ​ຂອງ​ພັກໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ໄປ​ພ້ອມ​ກັບ​ການ​ປຸກລະດົມ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​​ເປັນ​ປຶກ​​ແຜ່ນ​ຂອງ ​ປະຊາຊົນ​ບັນດາ​ເຜົ່າ ພ້ອມ​ກັນ​ເປັນ​ເຈົ້າ​ການ​ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ແຂວງໄຊ​ສົມບູນ​ໃຫ້​ຈະ​ເລີ​ນກ້າວໜ້າ;
  4. ສືບ​ຕໍ່​ນຳພາ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ​ໃຫ້​ເຂັ້ມ​ແຂງ, ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ ​ແລະ ​ແບບ​ແຜນການ​ນຳພາ, ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 01 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ; ມະຕິ​ເລກທີ 030 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍມາດຕະຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ; ມະຕິ​ເລກທີ 031 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍວຽກ​ງານ​ຄຸ້ມ​ຄອງ​ພະນັກງານ; ມະຕິ​ເລກທີ 032 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍວຽກ​ງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ; ຄຳ​ ສັ່ງ​ເລກທີ 04 ​ຂອງ​ຄະນະ​ເລຂາ​ທິການ​ສູນ​ກາງ​ພັກວ່າ​ດ້ວຍການ​ກະກຽມ​ດຳ​ເນີນ​ກອງ​ປະ ຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ-ອົງການ, ​ແຂວງ-ນະຄອນຫຼວງ; ອົງຄະ​ນະ​ພັກ​ເມືອງ-ນະ ຄອນ ​ແລະ ຮາກຖານ​ພັກ​ໃນ​ທົ່ວ​ປະ​ເທດ.

      ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ແຕ່ລະບ່ອນ ຄະນະໄດ້ນຳເຄື່ອງຄອມພິວເຕີ ພ້ອມດ້ວຍປິ້ນເຕີ ມອບໃຫ້ບ່ອນລະຊຸດ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີ ຄວາມທັນສະໄໝວ່ອງໄວມີປະສິດທິຜົນກວ່າເກົ່າ.

ໂດຍ: ສໍສົດໃສ