ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ຈັນສີ ໂພສີຄຳ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານການນຳ ຫຼັກແຫຼ່ງເມືອງຫາດຊາຍຟອງ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 05/10/2018

          ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານການນຳຫຼັກແຫຼ່ງເມືອງຫາດຊາຍຟອງ ໃນຕົ້ນເດືອນຕຸລາ 2018 ທີ່ຜ່ານມາ ໂດຍການຕ້ອນຮັບຈາກ ສະຫາຍ ແກ່ນ ວໍລະສານ ຮັກສາການເລຂາພັກເມືອງ, ເຈົ້າເມືອງຫາຍຊາຍຟອງ ພ້ອມດ້ວຍຄະນະ ທີ່ສະໂມສອນເມືອງຫາດຊາຍຟອງ.

          ໃນໂອກາດນີ້ ສະຫາຍ ແກ່ນ ວໍລະສານ ໄດ້ລາຍງານສະພາບລວມ ແລະ ໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງຮອບດ້ານໂດຍຫຍໍ້ເຊັ່ນ: ເມືອງຫາດຊາຍຟອງ ມີທີ່ຕັ້ງລຽບຕາມແມ່ນ້ຳຂອງ 50 ກວ່າກິໂລແມັດ, ມີເນື້ອທີ່ທັງໝົດ 25.800 ເຮັກຕາ, ໃນນັ້ນມີເນື້ອທີ່ການຜະລິດກະສິກໍາ 11.691 ເຮັກຕາ, ເນື້ອທີ່ນາ 965 ເຮັກຕາ ແລະ ເນື້ອທີ່ປູກພືດຜັກ 356,9 ເຮັກຕາ, ລວມມີ 60 ບ້ານ, ມີຜົນລະເມືອງ 96.807 ຄົນ, ຍິງ 49.683 ຄົນ. ຄວາມໜາແໜ້ນຂອງປະຊາກອນ 375 ຄົນ/ກິໂລແມັດ. ພາຍໃຕ້ການຊີ້ນຳ-ນຳພາ ຂອງອົງຄະນະພັກເມືອງ, ໄດ້ເຮັດໃຫ້ປະຊາຊົນມີຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍ ບາຍຂອງພັກ, ຕື່ນຕົວເປັນເຈົ້າການປະຕິບັດສິດ ແລະ ພັນທະຕາມລັດຖະທຳມະນູນ ແລະ ກົດໝາຍເປັນຢ່າງດີ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ກວດກາລຽບຕາມຊາຍແດນແມ່ນ້ຳຂອງທີ່ຕິດກັບປະເທດເພື່ອນບ້ານ; ເຮັດໃຫ້ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຢ່າງຍຸດຕິທຳ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ.

          ການນຳພາວຽກງານກໍ່ສ້າງພັກ-ພະນັກງານ: ອົງຄະນະພັກເມືອງໄດ້ເອົາໃຈໃສ່ປະຕິບັດຕາມມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ກໍ່ຄືມະຕິກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວາງອອກ ແລະ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ວ່າດ້ວຍການເພີ່ມທະວີກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳສັງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນທົ່ວປະເທດ.  ອົງຄະນະພັກເມືອງໄດ້ເອົາໃຈໃສ່ຊີ້ນຳການປັບປຸງ-ກໍ່ສ້າງພັກຢ່າງໃກ້ຊິດ. ໃນຄະນະບໍລິຫານງານພັກເມືອງ ຊຸດທີ VI ປະກອບມີ 19 ສະຫາຍ, ຍິງ 1 ສະຫາຍ, ຄະນະປະຈຳພັກ 5 ສະຫາຍ. ທົ່ວເມືອງມີ 111 ໜ່ວຍພັກ, ໃນນັ້ນປະກອບມີ 2 ຄະນະພັກຮາກຖານຄື: ຄະນະພັກຮາກຖານ ປກສ-ປກຊ, ມີສະມາຊິກພັກທັງໝົດ 1.421 ສະຫາຍ, ຍິງ 410 ສະຫາຍ, ສະມາຊິກພັກສົມບູນ 1.306 ສະຫາຍ, ຍິງ 347 ສະຫາຍ, ສຳຮອງ 115 ສະຫາຍ, ຍິງ 63 ສະຫາຍ. ໃນນັ້ນ;ສະມາຊິກພັກທີ່ເປັນປະຊາຊົນ 460 ສະຫາຍ, ຍິງ 201 ສະຫາຍ ປີຜ່ານມາຮັບມະຫາຊົນກ້າວໜ້າເຂົ້າພັກສໍາຮອງໄດ້ 43 ສະຫາຍ, ຍິງ 7 ສະຫາຍ ແລະ ເລື່ອນເປັນສະມາຊິກພັກສົມບູນ 56 ສະຫາຍ, ຍິງ 16 ສະຫາຍ, ກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄດ້ 34 ໜ່ວຍ, ເທົ່າກັບ 38,9%, ມີໜ່ວຍພັກແຂງ 36 ໜ່ວຍ, ສາມາດດຳເນີນກອງປະຊຸມໃຫຍ່ຂອງໜ່ວຍພັກແລ້ວ 45 ໜ່ວຍ ພ້ອມນັ້ນສາມາດປັບປຸງກົງຈັກອຳ ນາດປົກຄອງບ້ານ 43 ບ້ານ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 01/ກມສພ ແລະ ກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນເມືອງ ແລະ ຮາກຖານພັກ ໂດຍອີງຕາມຄຳສັ່ງເລກທີ 04/ຄລສພ. ທົ່ວເມືອງມີພະນັກງານລັດຖະກອນທັງໝົດ 1.369 ຄົນ, ຍິງ 606 ຄົນ. ສົ່ງພະນັກງານການນຳໄປຝຶກອົບຮົມໄລຍະສັ້ນຢູ່ພາຍໃນ ແລະ ຕ່າງປະເທດ ມີ 3 ສະຫາຍ, ຍິງ 1 ສະຫາຍ ແລະ ສ້າງແຜນພະນັກງານນຳພາ-ຄຸ້ມຄອງໄດ້ 6 ຫ້ອງການ.

ດ້ານວຽກງານເສດຖະກິດ, ວັດທະນະທໍາ-ສັງຄົມ ມີການຂະຫຍາຍຢ່າງຕໍ່ເນື່ອງດ້ວຍຈັງຫວະທີ່ໜັກແໜ້ນ,  ຊຶ່ງສະແດງອອກຄື: ລວມຍອດຜະລິດຕະພັນພາຍໃນ GDP ຂອງເມືອງຂະຫຍາຍຕົວ 11% ແລະ ລາຍຮັບ ສະເລ່ຍຕໍ່ຫົວຄົນເທົ່າກັບ 20 ກວ່າກີບ/ປີ,  ແລະ ເປັນຕົວຊີ້ວັດຂອງການພັດທະນາແບບຍືນຍົງກໍ່ໄດ້ບັນລຸຄາດໝາຍທີ່ວ່າງໄວ້.

          ຄຽງຄູ່ກັບທ່າແຮງ, ຂໍ້ສະດວກຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບເຊັ່ນ: ເມືອງຫາດຊາຍຟອງ ຈະໄດ້ສືບຕໍ່ແກ້ໄຂຜົນກະທົບໄພພິບັດຈາກທຳມະຊາດທີ່ເຮັດໃຫ້ເສຍຫາຍທາງດ້ານຊັບສິນ ເປັນຕົ້ນ ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ກະກຽມເນື້ອທີ່ການຜະລິດ ເຊັ່ນ: ຊົນລະປະທານ, ປູກຝັງ-ລ້ຽງສັດ.

ຫຼັງຈາກນັ້ນ ສະຫາຍຈັນສີ ໂພສີຄຳ ກໍໄດ້ຖາມເຈາະຈີ້ມບາງບັນຫາ ແລະ ໄດ້ເໜັ້ນການນຳຂັ້ນເມືອງ,ຂັ້ນຮາກຖານໜ່ວຍພັກ, ເອົາໃຈໃສ່ຊີ້ນຳລົງເລິກວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກ

ແໜ້ນ, ເຂັ້ມແຂງ; ພ້ອມທັງເອົາໃຈໃສ່ຊີ້ນຳ-ນຳພາວຽກງານກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະ ຊວງ-ອົງການ, ແຂວງ-ນະຄອນຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃຫ້ປະກົດຜົນເປັນຈິງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕິດພັນກັບການຜະລິດກະສິກຳໃຫ້ຫຼາຍຂາຍເປັນສິນຄ້າ, ສົ່ງເສີມການພັດທະນາສັງຄົມ-ພັດທະນາຄົນໃຫ້ມີຄວາມຮູ້-ຄວາມສາມາດສູງ. ເພື່ອໃຫ້ການພັດທະນາພື້ນຖານໂຄ່ງລ່າງຂອງເມືອງໃຫ້ມີຄວາມໜັກແໜ້ນ, ສ້າງເງື່ອນໄຂກ້າວຂຶ້ນເປັນເມືອງຮັ່ງມີເຂັ້ມແຂງຮອບດ້ານ.

ໂດຍ: ພອນສະຫວັນ