ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຍົກສູງຄຸນນະພາບ ກ່ຽວກັບການປະເມີນຜົນ ຂອງພະນັກງານ-ລັດຖະກອນ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 18/09/2018

     ໃນລະຫວ່າງວັນທີ 13 ຫາ 14 ກັນຍາ 2018 ທີ່ຜ່ານມາ ກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ເປີດຊຸດຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂຶ້ນທີ່ສະໂມສອນ ຄະນະຈັດຕັ້ງສູນກາງພັກ ເຊິ່ງມີພະນັກງານຈາກບັນດາກົມເຂົ້າຮ່ວມຈຳນວນ 40 ກວ່າສະຫາຍ.

      ກອງປະຊຸມ ໄດ້ເຜີຍແຜ່ດຳລັດສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017; ຄຳແນະນຳວ່າດ້ວຍການປະເມີນລັດຖະກອນ ແລະ ຄຳແນະນຳການຈັດຕັ້ງປະຕິບັດດຳລັດເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018 ນຳສະເໜີໂດຍທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມປະເມີນຜົນ ແລະ ພັດທະນາພະນັກງານ-ລັດຖະກອນ; ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈທາງດ້ານທິດສະດີ, ຫຼັກການ, ບົດຮຽນລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນ, ຄຸ້ມຄອງພະນັກງານ-ລັດຖະກອນໃນເງືອນໄຂໃໝ່ໃຫ້ມີຄວາມຮັດກຸມຂຶ້ນກວ່າເກົ່າ.