ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກໄດ້ເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 03/09/2018

      ໃນລະຫວ່າງວັນທີ 27-28 ສິງຫາ 2018 ຜ່ານມານີ້ ຄະນະຈັດຕັ້ງສູນກາງພັກ ໄດ້ເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ພາຍໃຕ້ການເປັນປະທານຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກເລຂາທິການສູນກາງພັກເລຂາຄະນະພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກ, ຄະນະພັກ, ເລຂາ, ຮອງເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກ-ພະນັງານລັດຖະກອນເຂົ້າຮ່ວມ 200 ສະຫາຍ.

      ກອງປະຊຸມໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ຕິດພັນກັບການຕີລາຄາຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ x ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກໃນໄລຍະຜ່ານມາ ແລະ ກຳນົດໜ້າທີ່ຈຸດສຸມໃນຕໍ່ໜ້າ  ເປັນກຽດເຜີຍແຜ່ເອກະສານດັ່ງກ່າວໂດຍ ທ່ານ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.

      ນອກຈາກນັ້ນ ກອງປະຊຸຸມໄດ້ຍັງໄດ້ເປີດໂອກາດໃຫ້ບັນດາເລຂາໜ່ວຍພັກທີ່ຂຶ້ນກັບຄະນະພັກ ຄະນະຈັດຕັ້ງສູນກາງພັກລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ ໂດຍສະເພາະເລັ່ງໃສ່ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການ ແລະ ວິທີການແກ້ໄຂວຽກງານໃນຕໍ່ໜ້າຢ່າງມີຈຸດສຸມ.

      ໃນຕອນທ້າຍກອງປະຊຸມໄດ້ຮັບກຽດຟັງການໂອ້ລົມຈາກ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສຳຄັນດັ່ງລຸ່ມນີ້:

1. ໃຫ້ສືບຕໍ່ຄົ້ນຄວ້າ​ເຊື່ອມ​ຊຶມ​ກຳ​ແໜ້ນເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ  ຄັ້ງ​ທີ 6 ສະ​ໄໝ X ຂອງ​ພັກ​ໃຫ້​ເລິກ​ເຊິ່ງ​ເຖິງ​ຖອງ ​ແລະ ນຳພາ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປັນອັນລະອຽດ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຢູ່​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ໃຫ້ປະກົດຜົນ​ເປັນ​ຈິງ. ​ແຕ່​ລະ​ກົມ​ຕ້ອງ​ເປັນ​ເຈົ້າ​ການກວດ​ເບິ່ງ​ວ່າ, ຍັງ​ມີ​ວຽກ​ອັນ​ໃດ​ທີ່​ເປັນຄວາ​ມຮັບຜິດຊອບ​ຂອງ​ຕົນ​ແຕ່​ຍັງ​ບໍ່​ທັນ​ໄດ້​ເຮັດ ຫຼື ​ເຮັດ​ບໍ່​ທັນ​ດີ, ຕ້ອງ​ຮີບ​ຮ້ອນ​ສຸມ​ໃສ່​ແກ້​ໄຂ, ​ໂດຍ​ມີ​ການ​ກຳ​ນົດມາດ​ຕະການ, ວິທີ​ການ ​ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ແກ້​ໄຂ​ໃຫ້​ຈະ​ແຈ້ງ ​ເພື່ອ​ເຮັດ​ໃຫ້​ບັນ​ຫາ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ດັ່ງກ່າວ ​​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຮູບ​ປະ​ທຳ ​ແລະ ມີ​ຜົນສຳ​ເລັ​ດຕາມ​ຄາດໝາຍ​ທີ່​ວາງ​ໄວ້.

2. ຈັດ​ຕັ້ງ​ການ​ລົ​ງຕິດຕາມ​ຊຸກຍູ້​ການ​ກະກຽມ​ດຳ​ເນີນກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ​ໃນ​ຂອບ​ເຂດ​ທົ່​ວປະ​ເທດ ​ເພື່ອ​ເຮັດ​ໃຫ້​ຂະ​ບວນການ​ດັ່ງກ່າວ​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ​ຕາມ​ລະບຽບ​ຂອງ​ພັກ, ກໍ່​ຄື​ຄຳ​ສັ່ງ​ແນະນຳ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະນະ​ພັກ​ກະຊວງ-ອົງການ ​ແລະ ທ້ອງ​ຖິ່ນ. ຢາກ​ໄດ້​ຄື​ແນວ​ນັ້ນ, ພວກ​ເຮົາ​ຕ້ອງ​ມີ​ການ​ກະກຽມ​ຄວາມ​ພ້ອມ; ຜູ້​ຈະລົງ​ໄປ​ຊ່ວຍ​ທ້ອງ​ຖິ່ນ, ຮາກ​ຖານ​ຕ້ອງ​ກຳ​ແໜ້ນ​ທິດ​ຊີ້​ນຳ, ກຳ​ແໜ້ນ​​ເນື້ອ​ໃນນິຕິ​ກຳກ່ຽວ​ກັບ​ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ແຕ່ລະ​ຂັ້ນ​ມີ​ຄວາມ​ໜັກ​ແໜ້ນ, ທ່ຽງ​ທຳ, ສະດຸ້ງ​ໄວ​ ​ແລະ ຄ່ອງ​ແຄ້ວ​ຕໍ່​ການ​ເບິ່ງ ​ແລະ ​ແກ້​ໄຂ​ບັນຫາ​ຊ່ວຍ​ທ້ອງ​ຖິ່ນ​ຮາກ​ຖານ, ​ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ບຸກ​ຄະລາກອນ​ທີ່​ຈະ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຢູ່​ແຕ່ລະ​ຂັ້ນ, ຕ້ອງ​ຖື​ເອົາ​ມາດຕະຖານເງື່ອນໄຂເປັນຫຼັກ, ກຳ​ແໜ້ນ​ທິດ​ນຳ​ໃນ​ການ​ຫັນ​ເປັນ​ໜຸ່​ມ, ຫັນ​ໄປ​ສູ່​ຄຸນະພາ​ບ​ເປັນ​ຕົ້ນຕໍ ​ແລະ ຮັບປະກັນ​ທາງ​ດ້ານ​ໂຄງ​ປະ​ກອບ​ເພດ, ​ເຜົ່າ​ ຢ່າງ​ສົມສ່ວນ.

3. ສືບ​ຕໍ່​ຜັນ​ຂະຫຍາຍ​ຜົນສຳ​ເລັດ​ຂອງ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ພັກ ປີ 2017 ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ກ່ວາ​ເກົ່າ. ຄະນະ​ພັກ, ໜ່ວຍ​ພັກ ​ເປັນ​ເຈົ້າການ​ກວກ​ກາ​ຄືນ ຈຸດ​ອ່ອນ, ​ຂໍ້ຄົງຄ້າງນັ​ບທັງ​ອັນ​ລວມຂອງ​ຄະນະ​ພັກ ​ແລະ ອັນ​ສະ​ເພາະ​ຂອງ​ບຸກຄົນ​ທີ່​ເກັບ​ກຳ​ໄດ້​ໃນ​ບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ປັບປຸງ​ປົວ​ແປງທົ່ວ​ພັກ ປີ 2017 ອັນ​ໃດ​ແກ້​ແລ້ວ, ອັນ​ໃດ​ຍັງ​ບໍ່​ທັນ​​ໄດ້​ແກ້, ຕ້ອງ​ຮີບ​ຮ້ອນ​ຄົ້ນຄວ້າ​ວາງ​ມາດ​ຕະການ, ວິ​ທີ​ແກ້​ໄຂ​ໃຫ້​ເປັນ​ຮູບ​ປະ​ທຳ; ສືບ​ຕໍ່​ນຳ​ເອົາ​ຜົນ​ຂອງ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ດັ່ງກ່າວ​ຕິດ​ພັນ​ກັບ​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ ກະກຽມ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່ລະ​ໜ່ວຍ​ພັກ, ຄະນະ​ພັກ​ ຢ່າງ​ເລິ​ກ​ເຊິ່ງ​ເຖິງ​ຖອງ.

4.ສຸມ​ໃສ່​ຕິດຕາມ​ຊຸກຍູ້ການ​ຂຶ້ນ​ແຜນ​ກຳນົດ​ພະນັ​ກງານ​ນຳພາ-ຄຸ້ມ​ຄອງ ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ ​ແລະ ພະນັກງານ​ນຳພາ-ຄຸ້ມ​ຄອງ​ຢູ່​ແຕ່ລະ​ຂັ້ນ ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ກະກຽມ​ບຸກຄະລາ​ກອນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ  ​ແລະ ການ​ຂຶ້ນ​ແຜນ​ກໍ່ສ້າ​ງ -ບຳລຸງ​ພະນັກງານ​ຢູ່​ແຕ່ລະ​ຂັ້ນ ຕ້ອງ​ສອດຄ່ອງ​ກັບ​ມະຕິ ​ເລກທີ 32 ຂອງກົມການ​ເມືອງ​ສູນ​ກາງ​ພັກ, ສະບັບ​ລົງ​ວັນ​ທີ 3 ມັ​ງກອນ 2018, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ຄັດ​ເລືອກ​ເອົາ​ພະນັກງານ​ໜຸ່ມ​ແໜ້ນ, ພະນັກງານ​ເພດ, ​ເຜົ່າ ທີ່​ເຕີບ​ໃຫຍ່​ຈາກ​ຂະ​ບວນການ​ຕົວ​ຈິງ ​ເພື່ອ​ບັນຈຸ​ເຂົ້າ​ໃນ​ຕຳ​ແໜ່​ງນຳພາ-​ຄຸ້ມ​ຄອງ ​ແຕ່ລະ​ຂັ້ນ.

5.ສຸມໃສ່ຄົ້ນຄວ້າສ້າງນິຕິກຳທີ່ເຫັນວ່າມີຄວາມຈຳເປັນ, ສົມທົບປັບປຸງນິຕິກຳທີ່ມີ ແລ້ວ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ໃໝ່, ຮັບ​ປະກັນ​ເນື້ອ​ໃນ​ຄົບ​ຖ້ວນ, ຮັດກຸມ ​​ໂດ​ຍສະ​ເພາະ​ແມ່ນ​ນິຕິ​ກຳທີ່​ກ່ຽວ​ພັນ​ເຖິງ​ວຽກ​ງານ​ພັກ-ພະນັກງານ ທັງ​ນີ້​ກໍ​ເພື່ອ​ໃຫ້​ຄະນະ​ພັກ​ແຕ່ລະ​ຂັ້ນ​ມີ​ບ່ອນ​ອີງ​ໃນ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ.

6.ເປັນ​ເຈົ້າ​ການຕິດຕາມ​ຊຸກຍູ້​ຄະນະ​ພັ​ກ​ແຕ່ລະ​ຂັ້ນ ຂຶ້ນ​ແຜນ​ສ້າງ-ບຳລຸງ​ພະນັກ​ງານ​ຢ່າງ​ມີ​ຈຸດ​ສຸມ, ຕິດ​ພັນ​ກັບ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ຢູ່​ແຕ່ລະ​ຂັ້ນ​ຢ່າງ​ເຄັ່ງ​ຄັດ ​ແນໃສ່​ສ້າງ​ບຸກຄະລາ​ກອນ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ.

     ເອົາ​ໃຈ​ໃສ່​ຊຸກຍູ້​ບັນດາ​ກະຊວງ-ອົງ​ການ ຫັນ​ພະ​ນັກ​ງານ​ລົງ​ສູ່​ທ້ອງ​ຖິ່ນ​ ຮາກ​ຖານ ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ທີ່​ມີ​ເງື່ອນ​ໄຂ ສ້າງ​ເປັນ​ພະນັກງານ​ສືບ​ທອດປ່ຽນ​ແທນ​ ​ໃນ​ອານາ​ຄົດ ​ແນໃສ່​ສ້າງ​ໃຫ້​ໄດ້​ພະນັກງານທີ່​ມີ​ທັງ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ ປະສົບການ​ຈາກ​ຕົວ​ຈິງ​ໃຫ້​ຫຼາຍ​ຂຶ້ນ.

     ສະ​ເພາະຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ຄົ້ນ​ຄວ້າ​ປັບປຸງ​ຫຼັກສູດ​ຝຶກ​ອົບຮົມ​ໃຫ້​ພະນັກງານ​ຈັດ​ຕັ້ງ​ແຕ່ລະ​ຂັ້ນໃຫ້​ສຳ​ເລັດ, ​ເພື່ອ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ບຳລຸງ-ສ້າງ​ພະນັກງານ​ໃນ​ຂົງ​ເຂດ​ດັ່ງກ່າວ ຢ່າງ​ເປັນ​ຮູ​ບ​ປະ​ທຳ, ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​​ໃໝ່, ເລືອກເຟັ້ນເອົາພະນັກງານໜຸ່ມລົງໄປກໍ່ສ້າງຢູ່ຮາກຖານ.

7.ສືບ​ຕໍ່​ຢຶດໝັ້ນ​ທັດສະນະ​ຂອງ​ພັກ ກ່ຽວ​ກັບ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຕາມ​ທິດ ກະທັດ​ຮັດ-ສົມ​ເຫດສົມ​ຜົນ ​ໂດຍ​ການ​ເລັ່ງທວງ​ໃຫ້​ແຕ່​ລະ​ກະຊວງ-ອົງການ, ທ້ອງ​ຖິ່ນ ຄົ້ນ​ຄວ້າ​ກຳນົດ​ຕຳ​ແໜ່​ງງານ​ຄືນ​ໃໝ່ ​ໃຫ້​ເໝາະ​ສົມ​ກັບ​ໜ້າ​ວຽກ​ຕົວ​ຈິງ, ກຳຈັດ​ທ່າ​ອ່ຽງຂະຫຍາຍ​ກົງຈັກ​ການຈັດ​ຕັ້ງ ​ເພື່ອ​ຈັດ​ສັນ​ຕຳ​ແໜ່​ງງານ​ໃຫ້​ບຸກຄົນ ຊຶ່ງ​ພາ​ໃຫ້​ກົງຈັກ​ການຈັ​ດຕັ້ງ​ໃຫຍ່​ໂຕ​ໂດຍ​ທີ່​ບໍ່​ຈຳ​ເປັນ.

8.ສຳ​ລັບ​ການ​ປັບປຸງ​ພາຍ​ໃນຂອງ​ຄະນະ​ຈັດ​ຕັ້ງ​​ນັ້ນ, ກໍ​ໃຫ້​ສຸມ​ໃສ່​ໄປ​ຕາມ​ທິດ​ລວມທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​ມາ ​ແລະ ​ໄປ​ຕາມ​ທິດ, ຕາມ​ແຕ່​ລະ​ວຽກ ທີ່​ແຕ່​ລະ​ກົມ​​ໄດ້​ສະ​ເໜີ, ​ໄດ້​ຄົ້ນຄວ້າ​ນຳ​ກັນ​ຢູ່​ກອງ​ປະຊຸມ​ແລ້ວ​ນັ້ນ ​ໃຫ້​ປະກົດຜົນ​ເປັນ​ຈິງ ​ແລະ ມີ​ປະສິດທິ​ຜົນ​ສູງ​ຂຶ້ນ​ກ່ວາ​ເກົ່າ.

ກອງປະຊຸມໄດ້ປິດລົງໃນຕອນບ່າຍຂອງວັນທີ 28 ສິງຫາ 2018 ດ້ວຍຜົນສຳເລັດອັນຈົບງາມ.