ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມເຜີຍແຜ່ກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ
ຈຳນວນຜູ້ອ່ານ: 20
ອະນຸມັດວັນທີ: 02/07/2018

       ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ ຂຶ້ນຢູ່ທີ່ສະໂມສອນໃຫຍ່ຄະນະຈັດຕັ້ງສູນກາງພັກ, ຊຶ່ງໃຫ້ກຽດ ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະ ມົນຕີກະຊວງການຕ່າງປະເທດ, ມີຄະນະປະຈຳ, ຄະນະພັກຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ, ພະນັກງານອາວຸໂສບຳນານ, ຕະຫຼອດຮອດພະນັກງານລັດຖະກອນທົ່ວສຳນັກງານຄະນະຈັດຕັ້ງ ສູນກາງພັກເຂົ້າຮ່ວມ ຈຳນວນ 160 ຄົນ.

       ເນື້ອໃນຕົ້ນຕໍທີ່ສະເໜີໃນຄັ້ງນີ້, ທ່ານໄດ້ຍົກໃຫ້ເຫັນສາຍພົວພັນລະຫວ່າງລາວ-ກຳປູເຈຍໄດ້ມີມາ ແຕ່ສະໄໝດຶກດຳບັນຈົນເຖິງປະຈຸບັນ, ຊຶ່ງເປັນສາຍພົວພັນແບບບ້ານໃກ້ເຮືອນຄຽງ, ມີຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ບໍ່ເຄີຍມີເລື່ອງບາດໝາງນຳກັນມາກ່ອນ. ພ້ອມນັ້ນ, ທ່ານຍັງໄດ້ຊີ້ແຈງຜົນສຳເລັດ ແລະ ຂໍ້ຄົງຄ້າງລະຫວ່າງລາວ ແລະ ກຳປູເຈຍກ່ຽວກັບບັນຫາທີ່ສອງປະເທດມີຊາຍແດນຮ່ວມກັນຍາວ 535 ກິໂລແມັດ ຕິດກັບແຂວງຈຳປາສັກ ແລະ ອັດຕະປື, ເບື້ອງກຳປູເຈຍແມ່ນແຂວງເພຣຍວິເຮຍ, ແຂວງຊຽງແຕງ ແລະ ແຂວງລັດຕະນະຄິຣີ. ປີ 2000 ສອງຝ່າຍໄດ້ເລີ່ມສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ, ເຖິງປີ 2017 ສາມາດສຳຫຼວດ ທິດເນັ່ງເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງສຳເລັດ 465 ກິໂລແມັດ ເທົ່າກັບ 87% ຂອງເສັ້ນຊາຍແດນທັງໝົດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນແລ້ວ121 ຫຼັກ, ຍັງ 13% ບໍ່ທັນໄດ້ສຳຫຼວດ ແລະ ປັກຫຼັກໝາຍ, ໃນນັ້ນລວມມີບໍລິເວນນັບແຕ່ຫຼັກໝາຍຊາຍແດນເລກທີ 078 ລຽບຕາມນ້ຳເຊກອງຂຶ້ນໄປຫາແກ້ງຕໍມໍຄອຍ-ຫ້ວຍຕະເງົາມີຄວາມຍາວປະມານ 24 ກິໂລແມັດ ແລະ ຈາກແກ້ງຕໍມໍຄອຍຫາແກ້ງກະໂຕມ 16 ກິໂລແມັດ, ຄວາມຫຍຸ້ງຍາກບໍລິເວນດັ່ງກ່າວທີ່ບໍ່ສາມາດປັກຫຼັກໝາຍໄດ້ກໍ່ຍ້ອນວ່າທັດສະນະທັງສອງຝ່າຍ ບໍ່ຄືກັນ ເມື່ອມີຄວາມຫຍຸ້ງຍາກຄືແນວນັ້ນນາຍົກລັດຖະມົນຕີທັງສອງປະເທດໄດ້ເຫັນດີເປັນເອກະພາບ ກັນວ່າ “ບໍລິເວນນີ້ເປັນຈຸດຄົງຄ້າງມິດຕະພາບ” ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆ ໃຫ້ຮັກສາສະພາບເດີມຈົນກວ່າຈະມີການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນສຳເລັດ; ມາຮອດເດືອນກຸມພາ 2017 ຝ່າຍລາວໄດ້ກວດເຫັນການກໍ່ສ້າງເສັ້ນທາງຂອງຝ່າຍກຳປູເຈຍຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຝ່າຍລາວໄດ້ສົ່ງໜັງສືທັກທ້ວງ ແລະ ໄດ້ພົບປະຫາລືກັນແຕ່ລະດັບທ້ອງຖິ່ນຫາສູນກາງ ແລະ ຜ່ານກົນໄກການຮ່ວມມືຕ່າງໆເພື່ອສະເໜີໃຫ້ຝ່າຍກຳປູເຈຍຢຸດຕິການກໍ່ສ້າງເສັ້ນທາງດັ່ງກ່າວ ແລະ ຖອນກຳລັງອອກຈາກບໍລິເວນນັ້ນເພື່ອຮັກສາສະພາບເດີມໄວ້ຈົນກວ່າຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ. ໃນຕອນທ້າຍທ່ານຍັງຍົກໃຫ້ເຫັນວິທີການແກ້ໄຂໃນຕໍ່ໜ້າ, ທ່ານໄດ້ໃຫ້ທັດສະນະວ່າ ບັນຫາລະຫວ່າງຊາຍແດນລາວ ແລະ ກຳປູເຈຍ ຖືວ່າເປັນບັນຫາລະອຽດອ່ອນ, ຫຼໍ່ແຫຼມ, ທ້າທາຍ ທັງເປັນການທົດສອບຕໍ່ຄວາມອົດທົນໃນການຮັກສາຜົນປະໂຫຍດຂອງຊາດ, ພະຍາຍາມແກ້ໄຂໂດຍສັນຕິວິທີຕາມແນວທາງນະໂຍບາຍຂອງພັກ, ຫຼີກລ່ຽງການປະທະກັນດ້ວຍອາວຸດ, ບໍ່ໃຊ້ຄວາມຮຸນແຮງ,  ບໍ່ໃຊ້ກຳລັງອາວຸດເພາະມັນຈະເຮັດໃຫ້ເກີດມີຄວາມສູນເສຍທີ່ໃຫຍ່ຫຼວງນັບທັງຊີວິດ, ຊັບສິນ, ງົບປະມານ, ບົດບາດຕໍ່ສາກົນ ແລະ ພາກພື້ນ, ປຸກລະດົມຈິດໃຈຮັກຊາດ, ເຕົ້າໂຮມຄວາມສາມັກຄີ, ມີສະຕິລະວັງຕົວກຽມພ້ອມຮັບມື, ແກ້ໄຂບັນຫາທີ່ເກີດຂຶ້ນຕາມການຊີ້ນຳຂອງພັກ-ລັດ, ສືບຕໍ່ຄົ້ນຄວ້າຊອກຫາວິທີເພື່ອດຳເນີນການແກ້ໄຂຮ່ວມກັນຕາມຫຼັກການທັງສອງຝ່າຍໄດ້ເຫັນດີຕົກລົງກັນຈົນກວ່າເຂດຄົງຄ້າງມິດຕະພາບຈະໄດ້ຮັບການສຳຫຼວດ ແລະ ປັກຫຼັກໝາຍຢ່າງຖາວອນ.