ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີປຸກຕົ້ນໄມ້ເນື່ອງໃນວັນປຸກຕົ້ນໄມ້ແຫ່ງຊາດ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 18/06/2018

ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປຸກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2018 ຄະນະຈັດຕັ້ງສູນກາງພັກໄດ້ຈັດພິທີປູກຕົ້ນໄມ້ປະດັບຈຳນວນ 28 ຕົ້ນ ໃສ່ຕໍ່ໜ້າສຳນັກງານຄະນະຈັດຕັ້ງສູນກາງພັກ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ປ້າສິມມາ ໂພສີຄຳ ຄອບຄົວການນຳ, ມີຄະນະປະຈໍາ, ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ ຕະຫຼອດຮອດພະນັກງານທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ. ການປູກຕົ້ນໄມ້ຄັ້ງນີ້ເປັນການສ້າງຂະບວນການຕ້ອນຮັບວັນດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນ ແລະ ສ້າງຈິດສຳນຶກໃຫ້ພະນັກງານລັດຖະກອນຮັບຮູ້, ເຂົ້າໃຈຕໍ່ຄຸນຄ່າຂອງຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ເພື່ອເປັນການປະດັບເອ້, ສ້າງຄວາມສວຍສົດງົດງາມ, ເຕັມໄປດ້ວຍສີຂຽວໃຫ້ສຳນັກງານ, ເປັນການຮັກສາສິ່ງແວດລ້ອມໃຫ້ມີຄວາມຊຸ່ມຊື່ນ, ຫຼຸດຜ່ອນອາກາດຮ້ອນ. ທັງໝົດນັ້ນ, ໄດ້ເປັນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕາມທິດຍືນຍົງໃຫ້ປະກົດຜົນເປັນຈິງ.

ໂດຍ: ພະແນກຂໍ້ມູນຂ່າວສານ