ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກຫ້ອງການຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິພັກສຳຮອງ ແລະ ມອບບັດໃຫ້ສະມາຊິກພັກສົມບູນ
ຈຳນວນຜູ້ອ່ານ: 25
ອະນຸມັດວັນທີ: 19/06/2018

       ໃນຕອນບ່າຍຂອງວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ໜ່ວຍພັກຫ້ອງການຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ມອບບັດໃຫ້ສະມາຊິກພັກສົມບູນຂຶ້ນ ຢູ່ຫ້ອງປະຊຸມ ຊັ້ນ 3 ຂອງຄະນະຈັດຕັ້ງສູນກາງພັກ. ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

          ພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງສະບັບເລກທີ 11, 12, 13, 14 ແລະ 15/ຄພ.ຄຈສພ, ລົງວັນທີ 20 ເມສາ 2018 ວ່າດ້ວຍການຮັບຮອງເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກໃໝ່ ຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ ແລະ ມອບບັດໃຫ້ສະມາຊິກພັກສົມບູນ 1 ສະຫາຍ.

          ໃນພິທີທີ່ມີຄວາມໝາຍຄວາມສຳຄັນ ສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍພັກຫ້ອງການຄະນະຈັດຕັ້ງສູນກາງພັກ ທີ່ໄດ້ເປັນເຈົ້າການຕິດຕາມກໍ່ສ້າງມະຫາຊົນກ້າວໜ້າທັງ 5 ສະຫາຍເຂົ້າມາເປັນສະມາຊິກໃໝ່, ຊຶ່ງໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມກຳລັງແຮງໃຫ້ແກ່ ພັກ; ນອກຈາກນັ້ນ ສະຫາຍ ຍັງໄດ້ຊີ້ທິດເຍືອງທາງໃຫ້ສະມາຊິກພັກສໍາຮອງ ສືບຕໍ່ຝຶກຝົນຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເສີມຂະຫຍາຍບົດບາດນຳໜ້າພາທາງມະຫາຊົນໃນທຸກດ້ານ.

ໂດຍ: ພະແນກຂໍ້ມູນຂ່າວສານ