ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສຳເລັດກອງປະຊຸມເຜີຍແຜ່ ແນະນຳນິຕິກຳກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 04/06/2018

      ໃນລະຫວ່າງວັນທີ 10-11 ພຶດສະພາ 2018 ຜ່ານມານີ້ ຄະນະຈັດຕັ້ງສູນກາງພັກ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ໂດຍການເປັນປະທານຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີພະນັກງານຫຼັກແຫຼ່ງ, ວິຊາການທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າຄະນະຈັດຕັ້ງກະຊວງ-ອົງການ, ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຫົວໜ້າຄະນະຈັດຕັ້ງເມືອງໃນຂອບເຂດທົ່ວປະເທດເຂົ້າຮ່ວມ 351 ທ່ານ. ກອງປະຊຸມໄດ້ຮັບການເຜີຍແຜ່ແນະນຳການຈັດຕັ້ງປະຕິບັດເອກະສານ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານຄື:

  • ຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
  • ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 07 ພຶດສະ ພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ຜ່ານຮ່າງຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ເປັນ ກຽດເຜີຍແຜ່ເອກະສານດັ່ງກ່າວໂດຍ ທ່ານ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.
  • ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ; ມະຕິ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ມະຕິ ສະບັບເລກທີ 031/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ແລະ ຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກ ງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ: ເປັນກຽດເຜີຍແຜ່ເອກະສານດັ່ງກ່າວໂດຍ ທ່ານ ທອງຈັນ ໂຂງພູມຄຳ ກຳມະການປະຈຳຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ

 

 

      ໃນຕອນທ້າຍກອງປະຊຸມໄດ້ຮັບກຽດຟັງການໂອ້ລົມຈາກ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ທ່ານໄດ້ເນັ້ນໜັກຫຼາຍບັນຫາຄື:

  1. ເປັນເຈົ້າການ​ສືບ​ຕໍ່​ຄົ້ນຄວ້າ​ເຊື່ອມ​ຊຶມ, ກຳແໜ້ນເນື້ອໃນ ບັນດາ​ມະຕິ, ຄຳ​ສັ່ງ, ບົດ​ແນະນຳເຫຼົ່ານີ້ ​ໃຫ້​​ເລິກ​ເຊິ່ງ, ​ເຖິງ​ຖອງ ​ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ຂະ​ແໜງ​ການ​ແລະ ທ້ອງ​ຖິ່ນຂອງ​ຕົນ, ​ເຮັດໃຫ້​ເນື້ອ​ໃນ​ຂອງ​ມະຕິ​ດັ່ງກ່າວ​ກາ​ຍ​ເປັນ​ການ​ກະທຳ​ຕົວ​ຈິງ, ມີ​ຜົນສຳ​ເລັດ​ຕົວ​ຈິງ.
  2. ຄະນະ​ພັກເອົາ​ໃຈ​ໃສ່​ຊຸກຍູ້​ການ​ກໍ່ສ້າງ​ຮາກຖານ​ພັກ, ໜ່ວຍ​ພັກ ຕາມ​ທິດກໍ່ສ້າງ​ພັກປອດ​ໃສ,​ ເຂັ້ມ​ແຂງ, ໜັກ​ແໜ້ນ ​​ໂດຍ​ໂດຍ​ຊີ້​ນຳ​ທຸກ​ໜ່ວຍ​ພັກ​ເປັນ​ເຈົ້າ​ການ​ສ້າງ​ແຜນການ​ຂອງ​ໜ່ວຍ​ພັກ, ກຳນົດຄາດໝາຍ​ສູ້​ຊົນ​​ແຕ່​ອົງຄະ​ນະ​ພັກ​​ໃຫ້​ຈະ​ແຈ້ງ. ສຳ ລັບ​ຄະນະ​ຈັດ​ຕັ້ງ​ແຕ່ລະ​ຂັ້ນ​ ຕ້ອງ​ສ້າງ​ແຜນການ​ຕິດຕາມ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ໄກ້​ຊິດ,​ ປົກກະຕິ, ຕໍ່​ເນື່ອງ ​ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ໜ່ວຍ​ພັກ ​ປະຕິບັດ​​ໃຫ້ຖືກ ຕ້ອງຕາມ​ເນື້ອ​ໃນ, ​ບາດກ້າວ, ຂັ້ນ​ຕອນ ທີ່​ກຳນົດ​ໄວ້​ໃນ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮັບປະກັນ​ທາງ​ດ້ານ​ຄຸນ​ນະພາ​ບ​ໃນ​ການ​ນຳພາ​ວຽກ​ງານ​ຮອບດ້ານ​ຢູ່​ຂັ້ນ​ຮາກ​ຖານ, ​​ໃຫ້​ເອົາ​ໃຈ​ໃສ່​ແຕ່​ຫົວທີ ​ເລີ່​ມ​ແຕ່​ການ​ສ້າງ​ແຜນການ​ໃຫ້​ແທດ​ກັບ​ສະ ພາບ​ຄວາມ​ເປັນ​ຈິງ, ຮູ້​ນຳພາ​ຈັດ​ຕັ້ງ​ປະຕິບັດ​ແຜນການ, ຮູ້​ສະຫຼຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ແຜນການ, ຮູ້ຕີ​ລາຄາ​ຄຸນ​ນະພາ​ບ ​ແລະ ​ແບ່ງ​ປະ​ເພດ​ສະມາຊິກ​ພັກ ​ແລະ ໜ່ວຍ​ພັກ; ຫຼີກ​ເວັ້ນການ​ກໍ່ສ້າງ ​ແລະ ຮັບຮອງ ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ທີ່​ບໍ່​ມີ​ຄຸນ​ນະພາ​ບ, ​ໄດ້​ແຕ່​ທາງ​ດ້ານ​ຈຳນວນ; ການ​ຕີ​ລາຄາ​ແບ່ງ​ປະ​ເພດ​ສະ ມາຊິກ​ພັກ, ໜ່ວຍ​ພັກ ຕ້ອງ​ເອົາ​ຜົນສຳ​ເລັດ​ການ​ເຄື່ອນ​ໄຫວ​ຊີ້​ນຳ-ນຳພາ​ເປັນ​ຕົວ​ຊີ້​ວັດ​ເຖິງ​ຄຸນ​ນະພາ​ບສະມາຊິກ​ພັກ ​ແລະ ໜ່ວຍ​ພັກ.
  3. ຮີບຮ້ອນຈັດຕັ້ງ​ກະກຽ​ມດຳ​ເນີນ​ກອງປະຊຸມ​ໃຫຍ່​ຮາກ​ຖານ​ພັກ, ເຮັດໃຫ້ຂະບວນ ການ ກະກຽມດຳເນີນກອງປະຊຸມ ຄັ້ງ​ນີ້​​ກາຍ​ເປັນ​ບັ້ນ​ປັບປຸງ   ພາຍ​ໃນ​ພັກ​ໃຫ້​ມີ​ຄວາມ​ໜັກ ແໜ້ນ​, ​ເຂັ້ມ​ແຂງ​ ​ໃຫ້​ເປັນ​ການຍົກ​ສູງ​ຄວາມ​ສາມາດ​​ນຳພາ​ຂອງ​ຄະນະ​ພັກຢູ່​ຂັ້ນ​ຮາກ​ຖານ​ຢ່າງ​ແທ້​ຈິງ ​ແລະ ​ໃຫ້​ຕິດ​ພັນ​ກັບ​ການ​ປັບປຸງ​ອົງການ​ປົກຄອງ​ບ້ານ.
  4.  ​ອື່ນ​ໝົດ​ຕ້ອງ​ຈັດ​ຕັ້ງ​ເຊື່ອມ​ຊຶມ ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ, ອົງການ, ​ແຂວງ -ນະຄອນຫຼວງ; ອົງຄະນະ​ພັກ​ເມືອງ-ນະຄອນ ​ແລະ ຮາກ​ຖານ​ພັກ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສະບັບ​ເລກທີ 04/ຄລສພ,  ລົງວັນ​ທີ 7/5/2018  ​ແລະ ອອກ​ມະຕິ​ຕົກລົງ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ລວມ, ອະນຸ​ກຳມະການ​ຊ່ວຍ​ວຽກ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຂອງ​ຕົນ; ຄົ້ນ​ຄ້ວາ​ຂຶ້ນ​ແຜນ​ງົບປະມານ; ສ້າງ​ແຜນການ​ລະອຽດ​ໃນ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ​ໃຫ້​ທັນ​ເວລາ​ທີ່​ກຳນົດ​ໄວ້.
  5.   ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ດ້ານ​ພື້ນຖານ​ແມ່ນ​​ໃຫ້ອີງ​ໃສ່​ກົດ​ລະ ບຽບ​ພັກ ​​ແລະ ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ ​ ​ເອົາ​ໃຈ​ໃສ່​ຍູ້​ຂະ​ບວນ​ການ​ວຽກ​ງານ​​ແຕ່​ລະ​ດ້ານ​ໃຫ້​ກາຍ​ເປັນ​ຂະ​ບວນການ​ຂອງ​ມະຫາຊົນ, ​ໃຫ້​ມະຫາຊົນ​ເປັນ​ເຈົ້າ​ການຈັດ​ຕັ້ງ​ປະຕິບັດ, ສຳ​ຄັນ​ແມ່ນ​ໃຫ້​ຖື​ເອົາ​ການ​ປັບປຸງ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕິດ​ພັນ​ກັບ​ຂະ​ບວນການ​ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ, ພ້ອມ​ນັ້ນ ກໍ່​ໃຫ້​ເອົາ​ໃຈ​ໃສ່​ກະກຽມ​ທາງ​ດ້ານ​ເນື້​ອ​ໃນ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ, ສຳລັບ​ຄະນະ​ຈັດ​ຕັ້ງ​ພວກ​ເຮົາ ຕົ້ນຕໍ​ແມ່ນ​ການ​ກະກຽມ​ທາງ​ດ້ານ​ບຸກຄະລາ​ກອນ ​ເພາະວ່າ​ບັນຫາ​ນີ້​ເປັນ​ບັນຫາ​ສຳຄັນ​ທີ່​ສຸດ ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ. ຕ້ອງເລືອກ​ເຟັ້ນບຸກຄະລາ​ກອນ ​ປະກອບ​ເຂົ້າ​ໃນ​ໂຄງ​ປະກອບ​ຂອງ​ຄະນະ​ພັກ​ ໃຫ້​ຖືກຕ້ອງ​ຕາມ​ມາດຕະ​ຖານ, ​ເງື່ອນ​ໄຂ ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 030 ລົງ​ວັນ​ທີ 03 ມັງກອນ 2018 ວ່າ​ດ້ວຍ​ມາດຕະຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຂອງ​ຄະນະ​ພັກ ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ ​ໃຫ້​ສົມ​ຄູ່​ກັບ​ການ​ເລັ່ງທວງ​ໃນ​ໄລຍະ​ໃໝ່. ສະ​ເໜີ​ໃຫ້​ບັນດາ​ສະຫາຍ ຈົ່ງ​ພ້ອມ​ກັນ​ຖອ​ດຖອນ​ບົດຮຽນໃນ​ການ​ດຳ​ເນີນ​ກອງ​ປະ​ຊຸມຄັ້ງ​ຜ່ານ​ມາວ່າ ​ພວກ​ເຮົາ​ເຮັດ​ມີ​ດ້ານດີ-ດ້ານ​ອ່ອນ ຂໍ້ຄົງຄ້າງ​ຫຍັງ​ແດ່ ​ເພື່ອຈະ​ເຮັດ​ໃຫ້ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ຜົນສຳ​ເລັດ​ຕາມ​ຈຸດປະສົງ ​ແລະ ຄາດ ໝາຍ​ທີ່​ວາງ​ໄວ້.
  6. ຜ່ານ​ມາ​ສັງ​ເກດ​ເຫັນ​ວ່າ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຍັງພົບຄວາມຫຍຸ້ງຍາກ, ບໍ່ທັນຮັບປະກັນທາງດ້ານມາດຕະຖານ, ເງື່ອນໄຂ ຕາມ​ທີ່​ໄດ້​ກຳ ນົດ​ໄວ້; ການປະເມີນ ແຜນກຳນົດພະນັກງານ ບໍ່ໄດ້ເຮັດເປັນປົກກະຕິແຕ່ລະປີ, ສະ​ນັ້ນ ພວກ​ເຮົາ​ຕ້ອງສູ້​ຊົນ​ສ້າງ​ແຜນ​ກຳນົດ​ພະນັກງານ​ໃຫ້​ມີ​ຄຸນ​ນະພາ​ບ​ໃໝ່​ ຕາມ​ມະຕິ​ເລກທີ 032 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລົງ​ວັນ​ທີ 03 ມັງກອນ 2018, ວ່າ​ດ້ວຍ​ການ​ສ້າງ​ແຜນ​ກຳນົດ​ພະນັກງານຢ່າງ​ເຂັ້ມ​ງວດ, ການສ​້າງ​ແຜນ​ກຳນົດ​ພະນັກ ງານ​ຕ້ອງ​ເຮັດ​ເປັນ​ໝູ່​ຄະນະ, ອີງ​ໃສ່​ການ​ເລັ່ງທວງ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ ​ເລີ່​ມຈາກ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຖັນ​ແຖວ​ພະນັກ ງານ, ຮັບປະກັນ​ລັກສະນະ​ເປີດ​ກ້ວາງ ​ແລະ ​ເຄື່ອນ​ເໜັງ, ຄຳນຶງ​ເຖີງ​ໂຄງ​ປະກອບ​ເພດ, ​ເຜົ່າ ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ ​ເລັ່ງ​ໃສ່​ພະນັກງານ​ໜຸ່ມ​ໃຫ້​ກວມ​ອັດ​ຕາ​ສ່ວນ​ຫຼາຍ ເພື່ອ​​ໃຫ້​ມີ​ແຫຼ່ງ​ເລືອກ​ເຟັ້ນພະນັກງານ​ນຳພາ-ຄຸ້ມ​ຄອງ ​ແຕ່ລະ​ຂັ້ນ, ​ແຕ່ລະ​ຂະ ​ແໜງ​ການ ​ໃນ​ການ​ຄາດ​ຄະ​ເນ​ສັບ​ຊ້ອນ ​ແລະ ຈັດ​ວາງ​ພະນັກງານ​ຢ່າງ​ສົມ​ເຫດ​ສົມ​ຜົນ.
  7. ຫຼັງ​ຈາກ​ມີ​ແຜນ​ກຳນົດ​ພະນັກງານ​ນຳພາ, ຄຸ້ມ​ຄອງ​ແລ້ວ ກໍ່​ຂຶ້ນ​ແຜນກໍ່​ສ້າງ ​ແລະ ບຳ ລຸງ​ພະນັ​ກງານ ​ຢ່າງຮອບດ້ານ, ​ເນັ້ນໃສ່​ຄຸນ​ນະພາ​ບ​ເປັນ​ຕົ້ນ​ຕໍ. ການ​ກໍ່ສ້າ​ງ-ບຳລຸງພະນັກງານ ຕ້ອງ​ອີງ​ໃສ່​ແຜນ​ກຳນົດ​ພະນັກງານ, ໝາຍວ່າ​ຕ້ອງ​ສ້າງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ, ຫຼີກ​ເວັ້ນການ​ສ້າງ​ຕາມ​ຄ່າ​ນິຍົມ ຫຼື ຄວາມ ​ຕ້ອງການ​ຂອງ​ສ່ວນ​ບຸກຄົນ, ຮູບ​ການ​ກໍ່ສ້າງ,​ ບຳລຸງ ພະນັກງານ ນອກຈາກ​ສ້າງ​ຢູ່​ສະ​ຖາ​ບັນ​ການ​ສຶກສາ​ທັງ​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ແລ້ວ ​​ໃຫ້​ເນັ້ນໃສ່​ສ້າງ​​ໃນຂະ​ບວນວຽກ​ງານ​ຕົວ​ຈິງ, ສ້າງ​ຢູ່​ຮາກ​ຖານ​ ແລະ  ສ້າ​ງ​ໃນ​ຂະ​ບວນການ​ມະຫາຊົນ​ເປັນ​ຕົ້ນຕໍ.
  8. ​ໃນ​ແງ່ການແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນ, ຈັດວາງ ພະນັກງານ ຜ່ານ​ມາ​ກໍ່​ເຫັນ​ວ່າ​ມີບາງກໍລະນີບໍ່ປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດ; ບໍ່ໄດ້ມີການປະເມີນຕີລາຄາ, ສຳຫຼວດກວດກາ ກ່ອນຈະມີການແຕ່ງຕັ້ງ, ຍົກຍ້າຍ ຈາກຕຳແໜ່ງນີ້ໄປຮັບຜິດຊອບຕຳແໜ່ງອື່ນ; ການຕົກລົງບັນຫາຕ່າງໆຂອງພະນັກງານ ບາງບ່ອນບໍ່ເປັນໝູ່ຄະນະ ແລະ ບໍ່ໄປຕາມການແບ່ງຂັ້ນຄຸ້ມຄອງ.
  9. ກ່ອນ​ຈະ​ມີ​ການ​ສັບ​ຊ້ອນ, ຍົກຍ້າຍ​ພະນັກງານ​ທຸກ​ລະດັບ ຈາກ​ຕຳ​ແໜ່​ງໜຶ່ງ​ໄປ​ສູ່​ຕຳ​ແໜ່​ງໜຶ່ງຈະ​ແມ່ນ​ກໍລະນີ​ໃດ​ກໍ​ຕາມ ຕ້ອງ​ດຳ​ເນີນ​ການ​ສຳ​ຫຼວດກວດກາ, ຕີ​ລາຄາ​ຄຸນ​ນະພາ​ບຂອງ​ພະນັກງານ​ຜູ້​ນັ້ນ​ໃຫ້​ຈະ​ແຈ້ງ; ການ​ສັບ​ຊ້ອນ, ຈັດ​ວາງ​ພະນັກ ງານ-ລັດຖະກອນ ​ເຂົ້າ​ໃສ່​ຕຳ​ແໜ່​ງງານ​ໃຫ້​ຖືກ​ກັບ​ວຽກ​ຕົວ​ຈິງ​, ​ແກ້​ໄຂ​ໃຫ້​ໄດ້​ສະ ພາບ​ພະນັກງານ​ເຫຼືອ​ບໍ່ພໍ ຢູ່​ໃນ​ການຈັດ​ຕັ້ງ.ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ກຳ​ແໜ້ນ​ ຄຸນ​ນະພາ​ບ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ພະນັກງານ​ທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ ຂອງ​ຄະນະພັກ​ຂັ້ນ​ຕົນ​. ຜ່ານ​ມາ​ການ​ຄຸ້ມ​ຄອງ​ພະ ນັກງານ​ບໍ່​ທັນ​ເຮັດ​ໄດ້​ດີ, ກຳ​ພະນັກງານ​ບໍ່​ແໜ້ນ.

   

 ກອງປະຊຸມໄດ້ປິດລົງໃນຕອນບ່າຍຂອງວັນທີ 11 ພຶດສະພາ 2018 ດ້ວຍຜົນສຳເລັດອັນຈົບງາມ.

ໂດຍ: ພະແນກຂໍ້ມູນຂ່າວສານ