ຂໍຄຳເຫັນຈາກຜູ້ເຂົ້າຊົມ

ເວັບໄຊນີ້ມີປະໂຫຍດຕໍ່ທ່ານບໍ່?

ມີຫຼາຍທີສຸດ
ຫຼາຍ
ປານກາງ
ມີໜ້ອຍ
ບໍ່ມີ

ສະແດງຄວາມຄິດເຫັນເພີ່ມ

ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 496779 ຄັ້ງ
wc   ປີກາຍ: 258344 ຄັ້ງ
wc   ປີນີ້: 99887 ຄັ້ງ
   ເດືອນແລ້ວ: 28445 ຄັ້ງ
   ເດືອນນີ້: 4758 ຄັ້ງ
   7 ວັນລ່າສຸດ: 4443 ຄັ້ງ
   ມື້ນີ້: 314 ຄັ້ງ
ບົດບາດຂອງລັດທິມາກ-ເລນິນ ໃນການສ້າງລັດປະຊາທິປະໄຕປະຊາຊົນຢູ່ຫວຽດນາມ
ຈຳນວນຜູ້ອ່ານ: 4999
ອະນຸມັດວັນທີ: 09/03/2018

          ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ລັດທິມາກ-ເລນິນ ແມ່ນໄດ້ ແລະ ພວມມີບົດບາດອັນສຳຄັນໃຫຍ່ຫຼວງທີ່ສຸດໃນ ສ້າງ ຫຼື ປະດິດສ້າງລັດສັງຄົມນິຍົມເວົ້າລວມ, ລັດປະຊາທິປະໄຕປະຊາຊົນ ເວົ້າສະເພາະຢູ່ບັນດາປະເທດພວມພັດທະ ນາກ້າວຂຶ້ນສັງຄົມນິຍົມ. ເພື່ອສ້າງຄວາມກະຈ່າງແຈ້ງຕໍ່ບົດບາດດັ່ງກ່າວນີ້ ໃນບົດຂຽນ, ຂ້າພະເຈົ້າຕ້ອງການນຳສະເໜີ ທັດສະນະຂອງລັດທິມາກ-ເລນິນ ແລະ ນິຍາມຕ່າງໆເຊັ່ນ: ປະຊາທິປະໄຕ, ປະຊາທິປະໄຕປະຊາຊົນ, ໄລຍະຂ້າມຜ່ານ ຈາກລັດທິທຶນນິຍົມສູ່ລັດທິສັງຄົມນິຍົມ ແລະ ລັດຜະເດັດການກຳມະຊີບ. ບົນພື້ນຖານດັ່ງກ່າວ, ຜູ້ຂຽນຍົກຂະບວນ ການໝູນໃຊ້ບົດບາດຂອງລັດທິມາກ-ເລນິນ ໃນການປະດິດສ້າງລັດປະຊາທິປະໄຕປະຊາຊົນ ຕໍ່ກັບພາລະກິດສ້າງລັດປະຊາທິປະໄຕປະຊາຊົນ ແລະ ລັດສັງຄົມນິຍົມຢູ່ຫວຽດນາມຂອງປະທານ ໂຮ ຈິມິນ ແລະ ພັກກອມມູນິດຫວຽດ ນາມ.

  1. ທັດສະນະຂອງລັດທິມາກ-ເລນິນ ຕໍ່ກັບປະຊາທິປະໄຕ, ໄລຍະຂ້າມຜ່ານ ແລະ ລັດຜະເດັດການກຳມະຊີບ

ກ. ທັດສະນະຂອງລັດທິມາກ-ເລນິນ ຕໍ່ກັບປະຊາທິປະໄຕ ແລະ ບັນດາຮູບແບບປະຊາທິປະໄຕ

         ອາດຢັ້ງຢືນໄດ້ວ່າ ທັດສະນະກ່ຽວກັບປະຊາທິປະໄຕມີທີ່ມາຈາກພື້ນຖານຄວາມສີວິໄລຂອງເກຼັກບູຮານ ໂດຍ ມີຄວາມໝາຍວ່າ ອຳນາດຂອງປະຊາຊົນ. ນັບຈາກນັ້ນມາ ທັດສະນະກ່ຽວກັບປະຊາທິປະໄຕໄດ້ມີການປ່ຽນແປງຫຼາຍ ຄັ້ງຢູ່ນຳປະຫວັດສາດຂອງມວນມະນຸດ. ແຕ່ມີຫຼັກການສຳຄັນອັນໜຶ່ງທີ່ບໍ່ວ່າຄຳນິຍາມໃດກ່ຽວກັບປະຊາທິປະໄຕກໍນຳ ສະເໜີ. ນັ້ນແມ່ນປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບສິດເສລີພາບທີ່ຖືກຮັບຮູ້ຢ່າງກວ້າງຂວາງ. ບົນພື້ນຖານການຮັບເອົາ ມູນເຊື້ອ ແລະ ພັດທະນາບັນດາແນວຄິດທີ່ກ່າວມານັ້ນ, ລັດທິມາກ-ເລນິນ ໄດ້ຍົກບັນດາຄຸນລັກສະນະຕົ້ນຕໍກ່ຽວກັບປະຊາທິປະໄຕຄືດັ່ງລຸ່ມນີ້:

ໜຶ່ງແມ່ນ: ປະຊາທິປະໄຕແມ່ນອຳນາດຂຶ້ນກັບປະຊາຊົນ, ໝາຍຄວາມວ່າປະຊາຊົນມີສິດກຳນົດບັນດາບັນຫາ ຕ່າງໆທີ່ພົວພັນເຖິງການດຳລົງຊີວິດຂອງຕົນ ແລະ ມີສິດເປັນເຈົ້າຂອງປະເທດຊາດ. ຄຸນລັກສະນະດັ່ງກ່າວແມ່ນຄຸນຄ່າ ສູງສຸດຂອງປະຊາທິປະໄຕ.

ສອງແມ່ນ: ປະຊາທິປະໄຕແມ່ນມາດຕະເກນທີ່ນອນຢູ່ທັງການເມືອງ ແລະ ທັງປັດຊະຍາການເມືອງ. ຕາມ ຄວາມໝາຍດັ່ງກ່າວນີ້ ແຕ່ລະລະບອບປະຊາທິປະໄຕຕິດພັນກັບລັດ ລ້ວນແຕ່ມີທາດແທ້ຂອງຊົນຊັ້ນປົກຄອງ ແລະ ປົກ ປ້ອງຜົນປະໂຫຍດຂອງຊົນຊັ້ນດັ່ງກ່າວ. ຍິ່ງໄປກວ່ານັ້ນ ນິຍາມປະຊາທິປະໄຕ ແມ່ນມາດຕະເກນທາງປະຫວັດສາດອັນ ໜຶ່ງ ແລະ ມັນຕິດພັນກັບການຄົງຕົວຂອງບັນດາຮູບແບບລັດຢູ່ໃນປະຫວັດສາດຢູ່ສະເໝີ.

ສາມແມ່ນ: ປະຊາທິປະໄຕຍັງໄດ້ນັບການໃຫ້ທັດສະນະໃນຖານະທີ່ເປັນຄຸນຄ່າທາງວັດທະນະທຳອັນໜຶ່ງ ສ່ອງແສງເຖິງລະດັບການພັດທະນາຂອງບຸກຄົນ ແລະ ປະຊາຄົມ ໃນຂະບວນການຕ້ານການກົດຂີ່, ຂູດຮີດ, ໄຮ້ຄວາມສະ   ເໝີພາບທາງສັງຄົມ ເພື່ອຫັນສູ່ບັນຫາຄຸນຄ່າແຫ່ງຄວາມສະເໝີພາບທາງສັງຄົມ, ມະນຸດສະທຳ, ເສລີພາບ ແລະ ຜາສຸກ.

         ນັບແຕ່ລັດທິມາກ-ເລນິນ ກຳເນີດຂຶ້ນ ແລະ ຂະບວນການກຳມະຊີບປະກົດຕົວຂຶ້ນນັ້ນ ນິຍາມປະຊາທິປະໄຕ ກໍຖືກແບ່ງອອກເປັນສອງຊະນິດຕົ້ນຕໍຄື: ປະຊາທິປະໄຕທຶນນິຍົມ ແລະ ປະຊາທິປະໄຕສັງຄົມນິຍົມ. ຄຽງຄູ່ກັນນັ້ນ, ນິຍາມປະຊາທິປະໄຕຕິດພັນກັບລະບອບປະຊາທິປະໄຕ ແລະ ພື້ນຖານປະຊາທິປະໄຕຢູ່ສະເໝີ. ໂດຍທົ່ວໄປແລ້ວ ນິ ຍາມລະບອບປະຊາທິປະໄຕໃຊ້ເພື່ອຊີ້ບອກລະບົບບັນດາລະບອບລະບຽບກົນໄກທີ່ໄດ້ຮັບການສ້າງຂຶ້ນ ແລະ ປະຕິບັດ ໃນສັງຄົມຕົວຈິງຕາມເປົ້າໝາຍປະຕິບັດສິດເປັນເຈົ້າຂອງປະຊາຊົນໃນສັງຄົມດັ່ງກ່າວນັ້ນ. ຕາມຄວາມໝາຍດັ່ງກ່າວນີ້, ນິຍາມລະບອບປະຊາທິປະໄຕ ແລະ ພື້ນຖານປະຊາທິປະໄຕມີທາດແທ້ຮ່ວມກັນ, ແຕ່ຂຶ້ນນຳແຕ່ລະກໍລະນີຕົວຈິງທີ່ ນຳໃຊ້ພວກມັນຢ່າງເໝາະສົມ.

        ສາມາດເວົ້າໄດ້ວ່າ, ການກຳເນີດພື້ນຖານປະຊາທິປະໄຕທຶນນິຍົມ ແມ່ນບາດກ້າວເດີນທີ່ມີຄຸນນະພາບອັນໜຶ່ງໃນການພັດທະນາຂອງລັດ. ເຖິງຢ່າງໃດກໍຕາມ, ເລນິນ ຖືວ່າບັນດາຮູບແບບຂອງລັດທຶນນິຍົມແມ່ນມີຄວາມແຕກຕ່າງກັນຢ່າງຂາດຂັນ, ແຕ່ຄວາມຈິງມັນພຽງແຕ່ແມ່ນອັນໜຶ່ງອັນດຽວ ນັ້ນຄືພື້ນຖານຜະເດັດການທຶນນິຍົມ. ຍິ່ງກວ່ານັ້ນ ເລນິນ, ໃນຮູບແບບລັດ ສາມຮູບແບບ: ລັດປະຊາທິປະໄຕເຈົ້າທາດ, ລັດປະຊາທິປະໄຕທຶນນິຍົມ ແລະ ລັດປະຊາທິປະໄຕສັງຄົມນິຍົມ ນັ້ນມີພຽງລັດປະຊາທິປະໄຕສັງຄົມນິຍົມເທົ່ານັ້ນແມ່ນປະຊາທິປະໄຕຢ່າງແທ້ຈິງ, ປະຊາທິປະໄຕໃຫ້ແກ່ມະຫາຊົນປະຊາຊົນຊາວຜູ້ອອກແຮງງານຈຳນວນຫຼວງຫຼາຍ, ເພາະມັນມີທິດທາງກ້າວໄປສູ່ການສ້າງສັງຄົມອັນໜຶ່ງ ທີ່ບໍ່ມີການກົດຂີ່, ຂູດຮີດ, ມະນຸດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສ້າງຕັ້ງລະບອບກຳມະຊີບສັງຄົມນິຍົມ.

ຂ. ທັດສະນະຂອງລັດທິມາກ-ເລນິນ ຕໍ່ກັບໄລຍະຂ້າມຜ່ານ ແລະ ຜະເດັດການກຳມະຊີບ.

          ໃນສະໄໝພັດທະນາ ແລະ ບູລະນະລັດທິວັດຖຸນິຍົມປະຫວັດສາດ, ກ. ມາກ ຢືນຢັນວ່າ ຊົນຊັ້ນກຳມະກອນ ແລະ ປະຊາຊົນຊາວຜູ້ອອກແຮງງານຕ້ອງການລົບລ້າງສະພາບການຄົນກົດຂີ່ຄົນ ແລະ ທຸກຄວາມເຊື່ອມຊາມຂອງມະ ນຸດ ທີ່ເລີ່ມຈາກລະບອບກຳມະຊີບສ່ວນບຸກຄົນຕໍ່ກັບພາຫະນະການຜະລິດນັ້ນ ກ່ອນອື່ນໝົດພວກເຂົາຕ້ອງຍາດໄດ້ອຳ ນາດການປົກຄອງ, ປະຕິບັດຜະເດັດການຂອງຊົນຊັ້ນກຳມະກອນ. ຕາມທັດສະນະຂອງເພິ່ນ, ລະຫວ່າງສັງຄົມທຶນນິຍົມ ແລະ ສັງຄົມກອມມູນິດນິຍົມແມ່ນໄລຍະປະຕິຮູບການປະຕິວັດຈາກສັງຄົມນັ້ນໄປຫາສັງຄົມອື່ນ. ປັບຕົວເຂົ້າກັບໄລຍະ ດັ່ງກ່າວນັ້ນແມ່ນໄລຍະຂ້າມຜ່ານການເມືອງອັນໜຶ່ງ ແລະ ລັດຂອງໄລຍະເວລາດັ່ງກ່າວບໍ່ອາດແມ່ນສິ່ງອື່ນໃດນັ້ນກໍ່ຄືພື້ນ ຖານຜະເດັດການປະຕິວັດຂອງຊົນຊັ້ນກຳມະຊີບ. ເປັນຄືແນວນັ້ນ, ຮູບແບບລັດຜະເດັດການກຳມະຊີບ ແມ່ນຮູບແບບ ລັດພິເສດອັນໜຶ່ງ. ອັງແກນ ກ່າວວ່າ, ນັ້ນແມ່ນລັດທີ່ບໍ່ຖືກຕ້ອງຕາມຄວາມໝາຍແປນຂອງມັນແຕ່ແມ່ນ​ “ເຄິ່ງລັດ”. ໃນຂະບວນການປົກປັກຮັກສາ ແລະ ພັດທະນາທັດສະນະຂອງລັດທິມາກກ່ຽວກັບລັດໃນສະໄໝຈັກກະພັດ ແລະ ການປະຕິວັດກຳມະຊີບ, ເລນິນ ໄດ້ວິຈານບັນດາທັດສະນະອັນຜິດພາດກ່ຽວກັບລັດ ເມື່ອປະຕິເສດຊົນຊັ້ນກຳມະຊີບ ຍາດໄດ້ອຳນາດການປົກຄອງ ປະຕິເສດຜະເດັດການຂອງຊົນຊັ້ນກຳມະຊີບ. ຕາມທັດສະນະຂອງເພິ່ນນັ້ນ, ມີພຽງຄົນທີ່ເຂົ້າ ໃຈວ່າ ຜະເດັດການຂອງຊົນຊັ້ນໜຶ່ງແມ່ນສິ່ງຈຳເປັນບໍ່ພຽງແຕ່ສຳຫຼັບທຸກສັງຄົມທີ່ມີຄຸນຄ່າເວົ້າລວມ, ບໍ່ພຽງແຕ່ສຳຫຼັບຊົນຊັ້ນກຳມະຊີບພາຍຫຼັງທີ່ລົບລ້າງຊົນຊັ້ນທຶນນິຍົມເທົ່ານັ້ນ ແຕ່ຍັງແມ່ນສຳຫຼັບທັງໝົດໄລຍະປະຫວັດສາດຈາກລະ ບອບທຶນນິຍົມເຖິງ “ສັງຄົມທີ່ບໍ່ມີຊົນຊັ້ນ, ເຖິງລະບອບກອມມູນິດນິຍົມ ມີພຽງແຕ່ຄົນເຫຼົ່ານັ້ນຈຶ່ງເຊື່ອມຊຶມໄດ້ ທາດແທ້ຂອງທິດສະດີຂອງມາກກ່ຽວກັບລັດ”

          ໄນໄລຍະຂ້າມຜ່ານຜະເດັດການກຳມະຊີບມີບົດບາດເປັນກົນໄກສຳຄັນເພື່ອຮັບປະກັນການນຳພາຂອງຊົນຊັ້ນກຳມະກອນຕໍ່ກັບປະຊາຊົນ. ເມື່ອເອີ່ຍເຖິງໜ້າທີ່ພື້ນຖານຂອງລັດຜະເດັດການກຳມະຊີບ, ເລນິນ ຢືນຢັນວ່າ ຜະເດັດ ການກຳມະຊີບບໍ່ພຽງແຕ່ແມ່ນການໃຊ້ກຳລັງຕໍ່ກັບຊົນຊັ້ນກົດຂີ່ຂູດຮີດ, ແລະ ຕົ້ນຕໍກໍບໍ່ແມ່ນການໃຊ້ກຳລັງ ແຕ່ດ້ານພື້ນ ຖານຂອງມັນແມ່ນການຈັດຕັ້ງ, ສ້າງສັງຄົມໃໝ່ທີ່ຄົບຖ້ວນ-ສັງຄົມນິຍົມ ແລະ ກອມມູນິດນິຍົມ.

          ສັງເຂບທັດສະນະຂອງ ມາກ, ອັງແກນ ແລະ ເລນິນ ກ່ຽວກັບຜະເດັດການກຳມະຊີບສະແດງອອກຄືດັ່ງລຸ່ມນີ້:

        ທີໜຶ່ງ: ລັດຜະເດັດການກຳມະຊີບແມ່ນ ຮູບແບບລັດທີ່ເໝາະສົມກັບໄລຍະຂ້າມຜ່ານຈາກລັດທິທຶນນິຍົມສູ່ລັດ ທິສັງຄົມນິຍົມ. ມັນຖືກສ້າງຕັ້ງພາຍຫຼັງຊົນຊັ້ນກຳມະຊີບ ເຮັດການປະຕິວັດລົບລ້າງລັດຂອງຊົນຊັ້ນທຶນນິຍົມ ແລະ ລັດຜະເດັດການກຳມະຊີບຈະເສຍໄປເອງ ເມື່ອສ້າງລັດກອມມູນິດສຳເລັດຜົນ.

   ທີສອງ: ລັດຜະເດັດການກຳມະຊີບແມ່ນລັດທີ່ມີທາດແທ້ຊົນຊັ້ນກຳມະກອນ, ຈັດຕັ້ງປະຊາຊົນຊາວຜູ້ອອກ ແຮງງານສ້າງສັງຄົມນິຍົມສຳເລັດຜົນບົນພື້ນຖານພັນທະພາບຊາວນາ ແລະ ປັນຍາຊົນ, ຢູ່ພາຍໃຕ້ການນຳພາຂອງພັກ ຂອງຊົນຊັ້ນກຳມະກອນ.

        ທີສາມ: ລັດຜະເດັດການກຳມະຊີບບໍ່ພຽງແຕ່ມີໜ້າທີ່ປາບປາມສັດຕູທີ່ຕໍ່ຕ້ານພາລະກິດແຫ່ງການສ້າງລັດທິສັງ ຄົມນິຍົມ ແຕ່ສິ່ງຕົ້ນຕໍແມ່ນການຈັດຕັ້ງການສ້າງພື້ນຖານເສດຖະກິດໃໝ່, ສັງຄົມນິຍົມ.

    ໂດຍມີຄວາມໝາຍຄືດັ່ງກ່າວນັ້ນ, ຜະເດັດການກຳມະຊີບແມ່ນການປົກຄອງເມືອງຂອງຊົນຊັ້ນກຳມະກອນ, ໂດຍແມ່ນການປະຕິວັດສັງຄົມນິຍົມສ້າງຂຶ້ນ ແລະ ມີສາຕາກຳໃນການສ້າງສັງຄົມນິຍົມໃຫ້ສຳເລັດຜົນ.

          ເມື່ອຄົ້ນຄວ້າກ່ຽວກັບລັດຜະເດັດການກຳມະຊີບ, ກາກມາກ ແລະ ອັງແກນ ບໍ່ຄ່ອຍເອີ່ຍເຖິງບັນດາຮູບການ ຂອງຮູບແບບລັດນີ້. ລັດຜະເດັດການກຳມະຊີບໄດ້ຄົງຕົວຢູ່ພາຍໄຕ້ຮູບການທີ່ແຕກຕ່າງກັນ. ກອມມູນິດປາຮີ ປີ 1871 ໄດ້ກຳເນີດພື້ນຖານລັດຜະເດັດ ການກຳມະຊີບແບບກອມມູນິດ. ໃນຮູບການນີ້ ແລະ ລັດດັ່ງກ່າວນີ້, ທ່ານ ມາກໄດ້ວິເຄາະ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງຮູບການລັດແບບໃໝ່ນີ້. ຮູບແບບທີສອງຂອງຜະເດັດການກຳມະ ຊີບຄື ສະຫະພາບໂຊວຽດ. ທ່ານເລນິນ ຖືວ່ານັ້ນແມ່ນ ”ຮູບການຜະເດັດການກຳມະຊີບ”. ຈາກພຶດຕິກຳຂອງການປະຕິ ວັດລັດເຊຍ, ເພິ່ນໄດ້ວິເຄາະ ແລະ ຊີ້ນຳສ້າງຮູບການລັດໂຊວຽດນີ້. ຕາມທ່ານ ເລນິນ, ພື້ນຖານກອມມູນິດໂຊວຽດ ແມ່ນຮູບການພຽງໜຶ່ງດຽວ ທີ່ມີຄວາມສາມາດປ່ຽນຈາກລະບອບທຶນນິຍົມໄປສູ່ສັງຄົມນິຍົມຢ່າງງ່າຍດາຍ. ພ້ອມດຽວ ກັນນັ້ນ, ບົນພື້ນຖານພຶດຕິກຳການປະຕິວັດຢູ່ປະເທດຕ່າງໆ ພາຍຫຼັງສົງຄາມໂລກຄັ້ງທີ II, ບາງປະເທດຜະເດັດການກຳ ມະຊີບຍັງຄົງຕົວຢູ່ພາຍໃຕ້ຮູບການລັດປະຊາທິປະໄຕປະຊາຊົນ. ພັກກອມມູນິດຖືວ່າຮູບການລັດປະຊາທິປະ ໄຕປະຊາຊົນ ແມ່ນຮູບການທີ່ເໝາະສົມກັບຂະບວນການປັບປຸງຄືນເສດຖະກິດ-ສັງຄົມ ຕາມທິດສັງຄົມນິຍົມ.

          ພຶດຕິກຳໃນການສ້າງລັດທິສັງຄົມນິຍົມ ນຳມາຫຼາຍຮູບການໃໝ່ທີ່ໄດ້ຍົກມານັ້ນ ແກ່ລັດຜະເດັດການກຳມະຊີບ. ເຖິງວ່າຈະຢູ່ພາຍໃຕ້ຊື່ໃດ, ຮູບແບບການຈັດຕັ້ງຕົວຈິງຈະເປັນແນວໃດກໍຕາມແຕ່ທາດແທ້ຕົວຈິງຈະເປັນແນວໃດກໍຕາມ ແຕ່ທາດແທ້ຕົວຈິງຂອງບັນດາລັດດັ່ງກ່າວນັ້ນລ້ວນແຕ່ນອນໃນຮູບແບບລັດຜະເດັດການກຳມະຊີບ, ໄດ້ຮັບການສ້າງຕັ້ງບົນພື້ນຖານພັນທະພາບລະຫວ່າງຊົນຊັ້ນກຳມະກອນກັບຊົນຊັ້ນຊາວນາ ແລະ ຖັນແຖວປັນຍາຊົນ, ຢູ່ພາຍໃຕ້ການນຳພາຂອງພັກກອມມູນິດ, ຕາມຈຸດໝາຍສ້າງລັດທິສັງຄົມນິຍົມໃຫ້ສຳເລັດຜົນ.

          ລັດທິ ມາກ-ເລນິນ ໄດ້ຊີ້ໃຫ້ເຫັນວ່າການສ້າງລັດຜະເດັດການກຳມະຊີບນັ້ນ ຫຼື ລັດປະຊາທິປະໄຕປະຊາຊົນ ແມ່ນຈຳເປັນພາວະວິໄສດ້ວຍເຫດຜົນຕ່າງໆຄືດັ່ງລຸ່ມນີ້:

          ອັນທີໜຶ່ງ: ບັນດານັກທິດສະດີຍຸກລິເລີ່ມຂອງລັດທິ ມາກ-ເລນິນ ຢັ້ງຢືນວ່າ, ເມື່ອຊົນຊັ້ນກຳມະກອນພ້ອມ ກັບປະຊາຊົນຊາວຜູ້ອອກແຮງງານທັບມ້າງລັດທິທຶນນິຍົມ ເພື່ອຍາດເອົາອຳນາດການປົກຄອງ, ສ້າງຜະເດັດການກຳມະ ຊີບນັ້ນ ພວກເຂົາກໍມີຄວາມຈຳເປັນຕ້ອງສືບທອດ ແລະ ຮັບເອົາບັນດາບົດຮຽນ, ປະສົບການທາງດ້ານວິທະຍາສາດໃນ ການຈັດຕັ້ງ, ຄຸ້ມຄອງລັດຂອງຊົນຊັ້ນນາຍທຶນເພື່ອສືບຕໍ່ສ້າງລັດຂອງຕົນຢ່າງໝັ້ນຄົງໜັກແໜ້ນ.

          ອັນທີສອງ: ຕ້ອງສ້າງຕັ້ງຜະເດັດການກຳມະຊີບ ກໍຄືບັນດາຮູບການຂອງມັນ ແນໃສ່ເພື່ອປາບປາມສັດຕູ, ປົກປ້ອງໝາກຜົນຂອງການປະຕິວັດ. ພ້ອມດຽວກັນນັ້ນ, ຕ້ອງສ້າງລັດຜະເດັດການກຳມະຊີບເພື່ອໂຄສະນາເຜີຍແຜ່, ດຶງດູດບັນດາຊົນຊັ້ນ, ຊັ້ນຄົນລະດັບກາງໃນສັງຄົມໄປຕາມລັດທິສັງຄົມນິຍົມ.

          ອັນທີສາມ: ສ້າງລັດຜະເດັດການກຳມະຊີບໂດຍຮູບການໃໝ່, ໃນນັ້ນມີລັດປະຊາທິປະໄຕປະຊາຊົນ ແມ່ນຈຳ ເປັນເພື່ອໃຫ້ກາຍເປັນພື້ນຖານຂອງຂະບວນການສ້າງພື້ນຖານຂອງປະຊາທິໄຕສັງຄົມນິຍົມ, ສິດອຳນາດແມ່ນຂຶ້ນນຳປະ ຊາຊົນຕ້ອງປະຕິບັດໃນພາກຕົວຈິງ, ພ້ອມດຽວກັນ ກໍຕໍ່ສູ້ຕ້ານບັນດາພຶດຕິກຳການລະເມີດບັນດາຄຸນຄ່າປະຊາທິປະໄຕ. ບົນພື້ນຖານດັ່ງກ່າວເພື່ອກ້າວຂຶ້ນລັດທິສັງຄົມນິຍົມ.

          ສາມາດຢັ້ງຢືນວ່າ, ສະເພາະເຫດຜົນເທິງນັ້ນແມ່ນບັນດາຫຼັກການທີ່ມີພື້ນຖານທິດສະດີ ແລະ ພຶດຕິກຳທາງປະ ຫວັດສາດ ເພື່ອສືບຕໍ່ສ້າງ ແລະ ປະດິດສ້າງຮູບການຈັດຕັ້ງລັດປັດຈຸບັນຢູ່ບັນດາປະເທດພວມພັດທະນາກ້າວຂຶ້ນສັງຄົມ ນິຍົມ, ໃນນັ້ນມີປະເທດຫວຽດນາມ ແລະ ລາວ. ຫ່າງເຫີນພື້ນຖານທິດສະດີ ແລະ ຫຼັກການທີ່ກ່າວມາເທິງນັ້ນ ຈະບໍ່ອາດຫຼີກລ້ຽງການເດີນຜິດທາງ ຂອງຂະບວນການປະດິດສ້າງລັດປະຊາທິປະໄຕປະຊາຊົນ-ລັດສັງຄົມນິຍົມ ໃນຂະ ບວນການສ້າງລັດທິສັງຄົມນິຍົມ. ຍິ່ງໄປກວ່ານັ້ນ, ລັດທິມາກ-ເລນິນ ໄດ້ຊີ້ໃຫ້ເຫັນວ່າ ລັດຜະເດັດການກຳມະຊີບທີ່ໄດ້ກ່າວມານັ້ນແມ່ນລັດພິເສດອັນໜຶ່ງ, “ລັດທີ່ບໍ່ຫຼົງເຫຼືອຄວາມໝາຍ” ວ່າແມ່ນລັດ “ເຄິ່ງລັດ”. ພາຍຫຼັງພື້ນຖານເສດຖະກິດ-ສັງຄົມຂອງການກຳເນີດລັດໝົດໄປ, ລັດຈະບໍ່ຫຼົງເຫຼືອ. ການໝົດໄປຂອງລັດຜະເດັດການກຳມະຊີບບໍ່ແມ່ນ ດ້ວຍເສັ້ນທາງ “ດັບສູນ”, “ລຶບລ້າງ” ແຕ່ດ້ວຍເສັ້ນທາງ “ສູນສະລາຍດ້ວຍຕົວມັນເອງ”. ການສູນສະລາຍຂອງລັດຜະ ເດັດການກຳມະຊີບ, ກໍຄືຂະບວນການກ້າວ ຂຶ້ນລັດທິສັງຄົມນິຍົມແມ່ນໄລຍະເວລາທີ່ຍາວນານ.

  1. ແນວຄິດ ໂຮ່ ຈິມິນ ແລະ ພັກກອມມູນິດຫວຽດນາມກ່ຽວກັບຂະບວນການສ້າງລັດປະຊາທິປະໄຕ ປະຊາຊົນ ແລະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ

ໝູນໃຊ້ແນວຄິດຂອງລັດທິມາກ-ເລນິນ, ພິເສດແມ່ນທັດສະນະຂອງທ່ານ ເລນິນກ່ຽວກັບລັດຜະເດັດການກຳມະຊີບ ແລະ ບັນດາຮູບການຂອງມັນໃນນັ້ນມີລັດປະຊາທິປະໄຕປະຊາຊົນ, ໂຮ່ ຈິມິນ ແລະ ພັກກອມມູນິດຫວຽດ ນາມໄດ້ດຳເນີນໄດ້ດຳເນີນການປະດິດສ້າງ ແລະ ບູລະນະລັດປະຊາທິປະໄຕປະຊາຊົນໃນຂະບວນການປະຕິວັດ ແລະ ກຳນົດທິດກ້າວຂຶ້ນລັດທິສັງຄົມນິຍົມຢູ່ຫວຽດນາມ. ໃນຂະບວນການປຸກລະດົມ ກ້າວໄປເຖິງການປະຕິວັດເດືອນ ສິງຫາ ປີ 1945, ບົນພື້ນຖານຮັບຮູ້ບັນຫາລັດໃນທິດສະດີມາກ-ເລນິນ ແລະ ເລີ່ມຈາກເງື່ອນໄຂປະຫວັດສາດ-ຕົວຈິງຂອງພຶດຕິກຳສັງຄົມຫວຽດນາມ, ປະທານ ໂຮ່ ຈິມິນ ແລະ ພັກກອມມູນິດຫວຽດນາມໄດ້ມີການພັດທະນາຈິນຕະນາ ການທາງດ້ານທິດສະດີກ່ຽວກັບລັດ, ສ້າງລັດປະຊາທິປະໄຕປະຊາຊົນ ແລະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ.

         ອາດຢັ້ງຢືນໄດ້ວ່າ ທັດສະນະຂອງໂຮ່ ຈິມິນ ກ່ຽວກັບສາມໄລຍະບົນເສັ້ນທາງພັດທະນາຂອງການປະຕິວັດ ຫວຽດນາມສະແດງອອກແຈ້ງ ແລະ ເລິກເຊິ່ງຢູ່ໃນລະບົບແນວຄິດຂອງເພິ່ນ. ນັ້ນຄືທັດສະນະກ່ຽວກັບການປົດປ່ອຍ ຊາດ, ສ້າງລັດປະຊາທິປະໄຕປະຊາຊົນ, ກ້າວຂຶ້ນລັດທິສັງຄົມນິຍົມ. ໃນສາມທັດສະນະດັ່ງກ່າວ, ລັດປະຊາທິປະໄຕປະ ຊາຊົນແມ່ນໄລຍະປະຕິເສດຢ່າງຂາດຕົວ ບັນດາສິ່ງເສດເຫຼືອຈາກລະບອບລ່າເມືອງຂຶ້ນ, ສັກດີນາ, ພ້ອມດຽວກັນນັ້ນ ນັ້ນກໍແມ່ນໄລຍະແຫ່ງການຢັ້ງຢືນເພື່ອສ້າງຕັ້ງບັນດາພື້ນຖານ, ຮາກຖານໃຫ້ແກ່ລະບອບສັງຄົມໃໝ່ຢູ່ລະດັບການພັດ ທະນາທີ່ສູງກວ່າຄືລັດທິສັງຄົມນິຍົມ. ຄືແນວນັ້ນ, ລັດປະຊາທິປະໄຕປະຊາຊົນແມ່ນໄລຍະເວລາອັນຈຳເປັນອັນໜຶ່ງ ແລະ ສຳຄັນທີ່ສຸດບົນເສັ້ນທາງພັດທະນາສັງຄົມຂອງຫວຽດນາມ. 

          ລັດປະຊາທິປະໄຕປະຊາຊົນ ແມ່ນການປະຕິເສດຢ່າງຂາດຕົວລະບອບລ່າເມືອງຂຶ້ນ, ສັກດີນາ. ໂຮ່ ຈິມິນ ໄດ້ຍົກບັນດາໜ້າທີ່ຮີບດ່ວນຈຳເປັນຕ້ອງໄດ້ສ້າງລັດປະຊາທິປະໄຕປະຊາຊົນຂຶ້ນ ຢູ່ນຳບົດສົນທະນາໃນກອງປະຊຸມລັດຖະ ບານຊົ່ວຄາວປະເທດຫວຽດນາມໃໝ່ (ວັນທີ 3 ເດືອນ ກັນຍາ ປີ 1945). ພິເສດ, ເພິ່ນເນັ້ນໜັກວ່າ ພາຍໃຕ້ລະບອບປະຊາທິປະໄຕປະຊາຊົນ, ປະຊາຊົນຫວຽດນາມໄດ້ຮັບທຸກສິດເສລີພາບປະຊາທິປະໄຕ, ກ່ອນອື່ນແມ່ນເຂົ້າຮ່ວມໃນບັ້ນ “ເລືອກຕັ້ງທົ່ວໄປ” ໂດຍລະບົບຄະແນນສຽງເລືອກຕັ້ງສູງສຸດ ແລະ ຜ່ານສະພາທີ່ໄດ້ຮັບການສ້າງຕັ້ງຈາກການເລືອກຕັ້ງ ແລະ ສ້າງລັດຖະທຳມະນູນປະຊາທິປະໄຕຂຶ້ນ. ໂດຍ ໂຮ່ ຈິມິນ ແມ່ນຜູ້ທຳອິດທີ່ເວົ້າເຖິງສິດເປັນເຈົ້າຂອງປະຊາຊົນ.​ໃນບົດ “ຄຸນສົມບັດຂອງປະຊາຊົນ” ລົງໃນໜັງສືພິມ “ເຢິນເຊີນ (ປະຊາຊົນ)” (ວັນທີ 15/1/1955), ໂຮ່ ຈິມິນ ຢັ້ງຢືນວ່າ “ປະເທດເຮົາແມ່ນປະເທດປະຊາທິປະໄຕ, ໝາຍວ່າ ລັດໂດຍແມ່ນປະຊາຊົນເປັນເຈົ້າ”. ສາມາດເວົ້າ ໄດ້ວ່າ ແກ່ນສານແນວຄິດຂອງເພິ່ນກ່ຽວກັບລັດປະຊາທິປະໄຕປະຊາຊົນ ແມ່ນແນວຄິດກ່ຽວກັບປະຊາທິປະໄຕ. ພ້ອມດຽວກັນນັ້ນ, ໂຮ່ ຈິມິນ ຍັງຮຽກຮ້ອງໃຫ້ລັດປະຊາທິໄຕປະຊາຊົນຕ້ອງເຮັດໝົດທຸກວຽກງານທີ່ມີຜົນປະໂຫຍດແກ່ປະຊາຊົນ ແລະ ຕ້ອງຫຼີກລ້ຽງທຸກວຽກງານທີ່ສົ່ງຜົນຮ້າຍໃຫ້ປະຊາຊົນ, ພະນັກງານແມ່ນລັດຖະກອນຂອງປະຊາຊົນ.

          ຄືແນວນັ້ນ, ຕາມ ໂຮ່ ຈິມິນ, ລັດປະຊາທິໄຕປະຊາຊົນຖືກເຂົ້າໃຈວ່າແມ່ນ ລະບຽບສັງຄົມອັນໜຶ່ງໃນນັ້ນປະ ຊາຊົນເປັນເຈົ້າສັງຄົມໂດຍກົງ ແລະ ໂດຍຜ່ານກົງຈັກລັດເພື່ອປະຕິບັດສິດເປັນເຈົ້າຂອງຕົນ. ໂດຍຄວາມໝາຍດັ່ງກ່າວລັດແຊກຊຶມເຂົ້າໄປທົ່ວທຸກທິດທາງຂອງຊີວິດສັງຄົມຢ່າງແທ້ຈິງ, ບໍ່ພຽງແຕ່ຈຳກັດຢູ່ນຳຊີວິດການເມືອງເທົ່ານັ້ນ. ລັດປະ ຊາທິປະໄຕປະຊາຊົນຄືແນວນັ້ນ ແມ່ນເໝາະສົມກັບທັດສະນະຂອງລັດທິ ມາກ-ເລນິນ ຢູ່ບ່ອນວ່າ, ລັດ ແລະ ກົດໝາຍ ສະແດງອອກຢ່າງແທ້ຈິງໃຫ້ແກ່ຜົນປະໂຫຍດລວມ, ເຈດຈຳນົງລວມຂອງປະຊາຊົນທຸກຄົນ. ພ້ອມດຽວກັນນັ້ນ, ເມື່ອ ຜົນປະໂຫຍດ ແລະ ເຈດຈຳນົງລວມຂອງປະຊາຊົນໝົດທຸກຄົນໄດ້ຮັບການສະແດງອອກຢູ່ນຳລັດ ແລະ ກົດໝາຍ, ເຊິ່ງລັດດັ່ງກ່າວນັ້ນແມ່ນລັດແຫ່ງອຳນາດກົດໝາຍ. ສາມາດເວົ້າໄດ້ວ່າ ປະທານ ໂຮ່ ຈິມິນ ໄດ້ກຳນົດພື້ນຖານແກ່ການສ້າງລັດແຫ່ງອຳນາດກົດໝາຍໜຶ່ງຂຶ້ນ, ໂດຍສະເພາະ ເມື່ອເພິ່ນເປັນບັນນາທິການລັດຖະທຳມະນູນປີ 1946-ລັດຖະທຳ ມະນູນ ສະບັບດັ່ງກ່າວຖືວ່າແມ່ນຄວາມກ້າວໜ້າທີ່ສຸດຂອງຊາວຫວຽດນາມ ແລະ ນຳໃຊ້ຊື່ປະເທດວ່າ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ (ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ).

          ສາມາດເຫັນໄດ້ວ່າ, ໃນແນວຄິດ ໂຮ່ ຈິມິນ, ລັດປະຊາທິປະໄຕປະຊາຊົນແມ່ນລັດຂອງໄລຍະຂ້າມຜ່ານຈາກ ສັງຄົມສັກດີນາ, ເຄິ່ງເມືອງຂຶ້ນ ກ້າວຂຶ້ນລະບອບສັງຄົມນິຍົມ. ຫວຽດນາມຄ່ອຍໆກ້າວຂຶ້ນສັງຄົມນິຍົມຈາກລະບອບ ປະຊາທິປະໄຕປະຊາຊົນທີ່ມີລະດັບການພັດທະນາທີ່ສູງ, ລະດັບການພັດທະນາສູງດັ່ງກ່າວນັ້ນສະແດງອອກ ກ່ອນອື່ນ ໝົດແມ່ນຢູ່ນຳຄວາມກ້າວໜ້າໃນຄວາມສາມາດເປັນເຈົາຂອງປະຊາຊົນ, ຢູ່ນຳການບູລະນະກົງຈັກລັດ ແລະ ລະບົບກົດໝາຍ ໃນຖານະທີ່ເປັນເຄື່ອງມືແຫ່ງສິດອຳນາດຂອງປະຊາຊົນ. ຍິ່ງໄປກວ່ານັ້ນ,​ ຕາມທັດສະນະຂອງ ໂຮ່ຈິມິນ, ບາດ ກ້າວປ່ຽນແປງຈາກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນລະບອບສັງຄົມນິຍົມແມ່ນບາດກ້າວປ່ຽນແປງທາງດ້ານຄຸນນະພາບ. ສະນັ້ນ, ບາດກ້າວປ່ຽນແປງນີ້ບໍ່ສາມາດປະຕິບັດໂດຍໄວໄດ້ ແຕ່ຕ້ອງປະຕິບັດຢ່າງຊ້າໆຢູ່ໃນຂະບວນການ ແລະ ມີຫຼາຍໄລຍະ. ຂະບວນການນີ້ຍາວ ຫຼື ສັ້ນແມ່ນຂຶ້ນກັບຄວາມພະຍາຍາມອອກແຮງຂອງທົ່ວປວງຊົນ. ທັງໝົດບັນດາແນວຄິດເທິງນັ້ນຂອງ ໂຮ່ ຈິມິນ ໄດ້ກາຍເປັນພື້ນຖານທິດສະດີ ແລະ ວິທີວິທະຍາອັນສຳຄັນໃຫ້ແກ່ພັກກອມມູນິດຫວຽດນາມມີແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍພັດທະນາສັງຄົມຢ່າງຖືກຕ້ອງຢູ່ໃນໄລຍະການປະຕິວັດ: 1945-1954, 1955-1975, 1976-1986 ແລະ 1986 ເຖິງປັດຈຸບັນ.

          ສາມາດສັງເຂບບັນດາທັດສະນະຂອງປະທານ ໂຮ່ ຈິມິນ ແລະ ພັກກອມມູນິດຫວຽດນາມກ່ຽວກັບຂະບວນ ການພັດທະນາຂອງລັດປະຊາທິປະໄຕປະຊາຊົນ ຈົນເຖິງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຄືດັ່ງລຸ່ມນີ້:

  • ໄລຍະແຕ່ປີ 1945 ເຖິງ 1954: ການປະຕິວັດເດືອນ ສິງຫາ ປີ 1945 ສຳເລັດຜົນ, ລັດຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ຖືກກຳເນີດ ເປັນຂີດໝາຍແຫ່ງການກຳເນີດລະບົບການເມືອງປະຊາທິປະໄຕປະຊາ ຊົນຢູ່ຫວຽດ ນາມ. ໃນລະບົບນີ້ ລັດປະຊາທິປະໄຕປະຊາຊົນ ສະແດງອອກແມ່ນລັດຖະກອນຜູ້ຮັບໃຊ້ປະຊາຊົນ, ຖືປະຊາຊົນແມ່ນເຈົ້ານາຍ ແລະ ປະຊາຊົນເປັນເຈົ້າ, ພະນັກງານດຳລົງຊີວິດ ແລະ ເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ສັດໂປ່ງໃສ, ຊອບທຳ,​ ເຫັນແກ່ສ່ວນລວມ, ບໍ່ເຫັນແກ່ສ່ວນຕົວ. ສ່ວນບົດບາດນຳພາຂອງພັກໃນຍຸກສະໄໝນີ້ ເກືອບວ່າຖືກສະແດງອອກໂດຍຜ່ານບົດບາດຂອງສະພາ ແລະ ລັດຖະບານ. ລັດປະຊາທິປະໄຕປະຊາຊົນອີງໃສ່ພື້ນຖານຂອງກ້ອນກຳລັງມະຫາສາມັກຄີແຫ່ງຊາດອັນກວ້າງຂວາງ, ບໍ່ຈຳແນກຊົນຊັ້ນ, ລະບົບແນວຄິດ,​ ສາສະໜາ, ບໍ່ມີນະໂຍບາຍຕໍ່ສູ້ຊົນຊັ້ນ. ຖືຜົນປະໂຫຍດຂອງຊາດເປັນສິ່ງສູງສຸດ. ສາມາດຢັ້ງຢືນວ່າ ລັດປະຊາທິປະໄຕປະຊາຊົນ ໃນສະໄໝນີ້ສະແດງອອກໂດຍແມ່ນລັດແຫ່ງອຳນາດກົດໝາຍອັນໜຶ່ງຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
  • ໄລຍະແຕ່ປີ 1955 ເຖິງ 1975: ຢູ່ຫວຽດນາມ, ເມື່ອຊົນຊັ້ນກຳມະກອນຖືບົດບາດນຳພາການປະຕິ ວັດ ເຊິ່ງໄຊຊະນະຂອງການປະຕິວັດຊາດປະຊາທິປະໄຕປະຊາຊົນ ກໍແມ່ນການເລີ່ມຕົ້ນຂອງການປະຕິວັດສັງຄົມນິຍົມ. ລັດປະຊາທິປະໄຕປະຊາຊົນ ກ້າວເຂົ້າສູ່ໄລຍະການປະຕິບັດໜ້າທີ່ປະຫວັດສາດຂອງຜະເດັດການກຳມະຊີບຢູ່ພາກເໜືອ. ພື້ນຖານທິດສະດີໃຫ້ແກ່ການກຳເນີດລະບົບຜະເດັດການກຳມະຊີບນີ້ແມ່ນທິດສະດີຂອງລັດທິ ມາກ-ເລນິນ ກ່ຽວກັບ ໄລຍະຂ້າມຜ່ານ, ກ່ຽວກັບຜະເດັດການກຳມະຊີບ. ພື້ນຖານການເມືອງຂອງລະບົບຜະເດັດການກຳມະຊີບໄດ້ຖືກກຳ ເນີດແຕ່ປີ 1930 (ການກຳເນີດຂອງພັກກອມມູນິດຫວຽດນາມ). ສ່ວນພື້ນຖານສັງຄົມຂອງລະບົບຜະເດັດການກຳມະ ຊີບ ນີ້ແມ່ນພັນທະພາບລະຫວ່າງຊົນຊັ້ນກຳມະກອນກັບຊົນຊັ້ນຊາວນາ ແລະ ຊັ້ນຄົນທີ່ເປັນປັນຍາຊົນ.
  • ໄລຍະແຕ່ປີ 1976 ເຖິງ 1985: ຈາກລະບົບຜະເດັດການປະຊາທິປະໄຕປະຊາຊົນ ເຮັດໜ້າທີ່ປະຫວັດສາດຂອງຜະເດັດການກຳມະຊີບ ໃນຂອບເຂດພາກເໜືອໄປສູ່ລະບົບຜະເດັດການກຳມະຊີບເຄື່ອນໄຫວໃນ ຂອບເຂດທົ່ວປະເທດ (ທັງພາກເໜືອ ແລະ ພາກໃຕ້). ບັນດາເນື້ອໃນຂອງລະບົບຜະເດັດການກຳມະຊີບກຳນົດສິດ ເປັນເຈົ້າຂອງປະຊາຊົນໄດ້ຮັບການຫັນເປັນລະບອບລະບຽບການດ້ວຍກົດໝາຍ ແລະ ການຈັດຕັ້ງ. ພ້ອມດຽວກັນນັ້ນ, ລັດຢູ່ໃນໄລຍະຂ້າມຜ່ານແມ່ນ “ລັດຜະເດັດການກຳມະຊີບປະຕິບັດລະບອບປະຊາທິປະໄຕສັງຄົມນິຍົມ”, ແມ່ນການ ຈັດຕັ້ງປະຕິບັດສິດເປັນເຈົ້າລວມໝູ່ຊົນຊັ້ນກຳມະກອນ ແລະ ປະຊາຊົນຊາວຜູ້ອອກແຮງງານ, ການຈັດຕັ້ງໜຶ່ງໂດຍ ຜ່ານສິ່ງດັ່ງກ່າວນັ້ນພັກກອມມູນິດປະຕິບັດການນຳພາຕໍ່ຂະບວນການພັດທະນາຂອງສັງຄົມ. ສາມາດເຫັນໄດ້ວ່າການປະ ດິດສ້າງ ໃນໄລຍະນີ້ຂອງພັກກອມມູນິດຫວຽດນາມແມ່ນ ໄດ້ຖືເອົາການເປັນເຈົ້າລວມມູ່ສັງຄົມນິຍົມ ແມ່ນທາດແທ້ ຂອງລະບົບ ຜະເດັດການກຳມະຊີບຢູ່ຫວຽດນາມ, ໄດ້ສ້າງໄດ້ກົນໄກລວມໃນການເຄື່ອນໄຫວຂອງລະບົບການເມືອງຢູ່ ທົ່ວທຸກຂັ້ນ,​ ບັນດາທ້ອງຖິ່ນໂດຍຜ່ານຂອດການພົວພັນລະຫວ່າງພັກນຳພາ, ປະຊາຊົນເປັນເຈົ້າ ແລະ ລັດຄຸ້ມຄອງ.
  • ໄລຍະແຕ່ປີ 1986 ເຖິງປັດຈຸບັນ: ນີ້ແມ່ນໄລຍະທີ່ພັກກອມມູນິດຫວຽດນາມປະຕິບັດແນວທາງແຫ່ງ ການສ້າງລະບົບການເມືອງແຫ່ງຍຸກປ່ຽນແປງໃໝ່. ໜຶ່ງໃນບັນດາເນື້ອໃນສຳຄັນທີ່ສຸດຂອງການປ່ຽນແປງໃໝ່ນີ້ແມ່ນ “ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ” ໂດຍມີ 5 ຈຸດພິເສດພື້ນຖານມີດັ່ງນີ້:
  • ລັດແຫ່ງອຳນາດກົດໝາຍສັງຄົມນິຍົມແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສິດອຳນາດທັງໝົດຂອງລັດແມ່ນຂຶ້ນນຳປະຊາຊົນ.
  • ອຳນາດລັດເປັນເອກະພາບ, ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ ແລະ ມີການປະສານສົມທົບຢ່າງ ແໜ້ນໜາລະຫວ່າງບັນດາອົງການລັດໃນການປະຕິບັດບັນດາສິດນິຕິບັນຍັດ, ບໍລິຫານ ແລະ ຕຸລາການ.
  • ລັດໄດ້ຮັບການຈັດຕັ້ງ ແລະ ເຄື່ອນໄຫວບົນພື້ນຖານລັດຖະທຳມະນູນ, ກົດໝາຍ ແລະ ຮັບປະກັນ ໃຫ້ລັດຖະທຳມະນູນ ແລະ ບັນດາກົດໝາຍມີຖານະສູງສຸດຢູ່ໃນການຄວບຄຸມບັນດາການພົວພັນທາງສັງຄົມ.
  • ລັດເຄົາລົບ ແລະ ຮັບປະກັນສິດທິມະນຸດ, ສິດທິພົນລະເມືອງ, ຍົກສູງໜ້າທີ່ທາງດ້ານນິຕິກຳລະ ຫວ່າງລັດ ແລະ ພົນລະເມືອງ, ປະຕິບັດປະຊາທິປະໄຕ, ພ້ອມດຽວກັນນັ້ນກໍເພີ້ມທະວີລະບຽບວິໄນ.
  • ລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ມີພັກໜຶ່ງດຽວນຳພາ, ມີການຕິດຕາມຈາກປະຊາຊົນ, ການສ່ອງແສງ (ຫາງສຽງ) ຈາກສັງຄົມຂອງແນວໂຮມແຫ່ງຊາດ  ແລະ ບັນດາສະມາຊິກຂອງແນວໂຮມ.

      ພ້ອມກັບຂະບວນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມນັ້ນ ພັກກອມມູນິດຫວຽດນາມກໍມີການ ປ່ຽນແປງຢ່າງປະດິດສ້າງເພື່ອແທດເໝາະກັບສະພາບການຂອງສັງຄົມຫວຽດນາມໃນໄລຍະປັດຈຸບັນ, ນັ້ນແມ່ນການ ປ່ຽນແປງຈາກນິຍາມລະບົບຜະເດັດການກຳມະຊີບໄປເປັນຊື່ໃໝ່ຄື ລະບົບການເມືອງ ແຕ່ປີ 1989 ເຖິງປັດຈຸບັນ.

  • , ທາດແທ້ປະຊາທິປະໄຕຂອງລັດປະຊາທິປະໄຕປະຊາຊົນ ສະແດງອອກຄື ແມ່ນລັດແຫ່ງ ອຳນາດກົດໝາຍໜຶ່ງຕາມແນວຄິດຂອງ ໂຮ່ ຈິມິນ ໄດ້ຮັບການຢັ້ງຢືນຈະແຈ້ງຈາກກອງປະຊຸມໃຫຍ່ຜູ້ແທນທົ່ງປະເທດ ຄັ້ງທີ X ຂອງພັກກອມມູນິດຫວຽດນາມ: ລັດແມ່ນຕົວແທນສິດເປັນເຈົ້າຂອງປະຊາຊົນ, ພ້ອມດຽວກັນນັ້ນແມ່ນຜູ້ ຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ. ທຸກແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດລ້ວນແຕ່ຕ້ອງ ສ່ອງແສງເຖິງຜົນປະໂຫຍດຂອງປະຊາຊົນສ່ວນຫຼາຍ. ປະຊາຊົນບໍ່ພຽງແຕ່ມີສິດ ແຕ່ຍັງມີພັນທະເຂົ້າຮ່ວມແຜນກຳນົດ ແລະ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.
  • , ປະດິດສ້າງບັນດາທັດສະນະຂອງລັດທິມາກ-ເລນິນກ່ຽວກັບບັນຫາ ປະຊາທິປະໄຕ, ໄລຍະຂ້າມຜ່ານ, ຜະເດັດ ການກຳມະຊີບເຂົ້າໃນບັນດາເງື່ອນໄຂຕົວຈິງຂອງຫວຽດນາມ, ປະທານ ໂຮ່ ຈິມິນ ແລະ ພັກກອມມູນິດຫວຽດນາມປະຕິບັດໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງໃນຂະບວນການປະຕິວັດຫວຽດ ນາມເວົ້າລວມ ແລະ ພາລະກິດກໍ່ສ້າງຈາກລັດປະຊາທິປະໄຕປະຊາຊົນທຳອິດ ຈົນເຖິງລັດແຫ່ງອຳນາດກົດໝາຍສັງ ຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ຮສ.ປອ.ຫງວຽນ ດິ້ງເຕື້ອງ

ສະຖາບັນປັດຊະຍາ-ສວສຊ ຫວຽດນາມ