ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
10 ຄະຕິຂອງ ສະຫາຍ ເຕິ້ງສຽວຜິງ ທີ່ປະໄວ້ໃຫ້ແກ່ຄົນຮຸ່ນຫຼັງ ໃນການສ້າງສາ ພັດທະນາ ປະເທດສາທາລະນະລັດ ປະຊາຊົນຈີນ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 19/02/2018

          ໃນການປະຕິຮູບຂອງ ສປ ຈີນ, ສະຫາຍ ເຕິ້ງສຽວຜິງ ໄດ້ວາດພາບອັນສວຍງາມຂອງປະເທດຈີນ ດ້ວຍວິໄສທັດທີ່ມອງກວ້າງເຫັນໄກຕໍ່ກັບບັນຫາທີ່ອາດຈະເກີດຂຶ້ນໃນຂະບວນການປະຕິຮູບ 10 ຄະຕິເຕືອນໄວ້ດັ່ງນີ້:

          ຄະຕິ 1: ໃນການແບ່ງປັນລາຍໄດ້ແຫ່ງຊາດ ຕ້ອງເຮັດໃຫ້ທຸກຄົນໄດ້ຮັບຜົນປະໂຫຍດ.

          ພວກເຮົາ (ສປ ຈີນ) ແມ່ນປະເທດສັງຄົມນິຍົມ, ການແບ່ງປັນລາຍໄດ້ແຫ່ງຊາດຕ້ອງ ໃຫ້ທຸກຄົນໄດ້ ຮັບຜົນປະໂຫຍດ, ບໍ່ມີຄົນທີ່ຮັ່ງມີເກີນໄປ ແລະ ທຸກຈົນເກີນໄປ, ດັ່ງນັ້ນ, ຊີວິດການເປັນຢູ່ຕ້ອງດີຂຶ້ນໂດຍ ພື້ນຖານ.

          ຄະຕິ 2: ຖ້າກໍໃຫ້ເກີດການຜັນແຍກເປັນສອງຂົ້ວ, ປະເທດຈີນກໍຈະເກີດຄວາມບໍ່ສະຫງົບ.

          ລັກສະນະທີ່ດີເດັ່ນກວ່າຂອງສັງຄົມນິຍົມກໍແມ່ນຮັ່ງມີໄປພ້ອມກັນ, ອັນນີ້ກໍເປັນສິ່ງໜຶ່ງທີ່ສ່ອງແສງ ເຖິງທາດແທ້ຂອງ ສັງຄົມນິຍົມ, ຖ້າຫາກເກີດມີການຜັນແຍກເປັນສອງຂົ້ວແລ້ວ ສະພາບເງື່ອນໄຂກໍຈະບໍ່ຄືເກົ່າ, ບັນຫາຊົນເຜົ່າ, ບັນຫາລະຫວ່າງເຂດຕໍ່ເຂດ ແລະ ບັນຫາຊົນຊັ້ນຕ່າງໆກໍ່ຈະຂະຫຍາຍຕົວ, ແລະແນ່ນອນວ່າ ບັນຫາລະຫວ່າງສູນກາງກັບທ້ອງຖິ່ນກໍຈະຂະຫຍາຍຕົວ, ທີ່ອາດກໍ່ໃຫ້ເກີດຄວາມບໍ່ສະຫງົບພາຍ ໃນໄດ້.

          ຄະຕິ 3: ຖ້າຫາກການປະຕິຮູບກໍໃຫ້ເກີດການຜັນແຍກເປັນສອງຂົ້ວ ຖືວ່າການປະຕິຮູບນັ້ນລົ້ມເລວ.

          ຈຸດພິເສດຂອງສັງຄົມນິຍົມທີ່ແຕກຕ່າງຈາກທຶນນິຍົມນັ້ນກໍແມ່ນຮັ່ງມີໄປພ້ອມກັນ, ບໍ່ກໍໃຫ້ເກີດມີການຜັນແຍກເປັນສອງຂົ້ວ.

          ຄະຕິ 4: ຮອດທ້າຍສະຕະວັດທີ 20 ຕ້ອງໄດ້ແກ້ໄຂບັນຫາການຜັນແຍກເປັນສອງຂົ້ວຢ່າງເອົາຈິງ ເອົາຈັງ.

          ເດີນຕາມເສັ້ນທາງສັງຄົມນິຍົມ ກໍຕ້ອງບັນລຸໄດ້ຄວາມຮັ່ງມີໄປພ້ອມກັນເທື່ອລະກ້າວ. ຖ້າຫາກຄົນ ທີ່ຮັ່ງມີຢູ່ແລ້ວນັບມື້ນັບຮັ່ງມີຂຶ້ນກວ່າເກົ່າ, ກົງກັນຂ້າມ ຄົນທຸກຈົນຢູ່ແລ້ວພັດນັບມື້ນັບທຸກຈົນລົງ, ກໍຈະກໍ່ໃຫ້ ເກີດມີການຜັນແຍກເປັນສອງຂົ້ວ, ແຕ່ລະບອບສັງຄົມນິຍົມສາມາດທີ່ຈະຫຼີກລ້ຽງຕໍ່ກັບບັນຫາດັ່ງກ່າວນີ້ໄດ້. ສາມາດມະໂນພາບໄດ້ວ່າ ເມື່ອຮອດທ້າຍສະຕະວັດທີ 20 ປະເທດຈີນກໍຈະກ້າວເຂົ້າສູ່ສັງຄົມອິ່ມໜຳ ສຳລານ, ໃນເວລານັ້ນ ຕ້ອງໄດ້ນຳສະເໜີອອກມາ ແລະ ແກ້ໄຂບັນຫາດັ່ງກ່າວນີ້ຢ່າງເອົາຈິງເອົາຈັງ.

          ຄະຕິ 5: ຈະກໍ່ສ້າງຕົວເມືອງໃຫ້ມີຄວາມສວຍສົດງົດງາມພຽງໃດກໍຕາມ, ຖ້າຫາກສະພາບການ ຢູ່ຊົນ ນະບົດຂາດຄວາມໝັ້ນຄົງທີ່ເປັນພື້ນຖານ ກໍຄືບັນຫາຄວາມຫຼຸດໂຕນກັນລະຫວ່າງຕົວເມືອງໃຫຍ່ກັບຊົນນະ ບົດ.

          ປະເທດຈີນມີປະຊາກອນກວມ 80% ທີ່ອາໃສ່ຢູ່ຊົນນະບົດ, ປະເທດຊາດຈະມີສະເຖຍລະພາບ ຫຼືບໍ່ ກ່ອນອື່ນໝົດກໍຕ້ອງເບິ່ງວ່າປະຊາກອນ 80% ນັ້ນມີຄວາມໝັ້ນຄົງ ຫຼື ບໍ່. ຈະກໍ່ສ້າງຕົວເມືອງໃຫ້ສວຍສົດງົດ ງາມພຽງໃດກໍຕາມ, ຫາກຊົນນະບົດຂາດຄວາມໝັ້ນຄົງທີ່ເປັນພື້ນຖານ, ສັງຄົມຈີນຈະສະຫງົບຫຼືບໍ່, ເສດຖະ ກິດຈີນຈະສາມາດພັດທະນາຕໍ່ໄດ້ ຫຼື ບໍ່, ກ່ອນອື່ນໝົດກໍ່ຕ້ອງເບິ່ງວ່າຊົນນະບົດ ສາມາດພັດທະນາໄດ້ ຫຼື ບໍ່, ຊີວິດການເປັນຢູ່ຂອງຊາວກະສິກອນດີຂື້ນກວ່າເກົ່າ ຫຼື ບໍ່.

          ຄະຕິ 6: ຂະແໜງການທີ່ເຮັດວຽກທາງດ້ານແນວຄິດ, ວັດທະນະທຳ, ການສຶກສາ ແລະ ສາທາລະ ນະສຸກຕ່າງກໍຕ້ອງຖືເອົາ "ເພື່ອຜົນປະໂຫຍດສັງຄົມ" ເປັນກົດບັດອັນໜຶ່ງອັນດຽວເທົ່ານັ້ນໃນທຸກການເຄື່ອນ ໄຫວຂອງຕົນ.

          ວິສາຫະກິດຂອງຂະແໜງການເຫຼົ່ານີ້ກໍຕ້ອງຖືເອົາ "ເພື່ອຜົນປະໂຫຍດສັງຄົມ" ເປັນກົດບັດສູງສຸດ.

          ຄະຕິ 7: ຖ້າຫາກແກ້ໄຂ "ບັນຫາການສຶກສາ" ບໍ່ໄດ້ດີ ກໍຈະເປັນຖ່ວງດຶງວຽກງານອື່ນ, ເພາະບັນຫາ ດັ່ງກ່າວນີ້ ຕ້ອງຮັບຜິດຊອບຕໍ່ພາລະກຳປະຫວັດສາດ.

          ເສດຖະກິດຂອງຈີນ ເມື່ອຮອດໄລຍະທີ່ສ້າງສາປະເທດຊາດຄົບຮອບ 100 ປີ ກໍອາດພັດທະນາໄປ ຮອດລະດັບທີ່ໃກ້ຄຽງກັບບັນດາປະເທດທີ່ພັດທະນາແລ້ວ, ປະເທດໃຫຍ່ທີ່ມີປະຊາກອນ 1 ຕື້ກວ່າ, ຖ້າຫາກ ການສຶກສາພັດທະນາໄປໄດ້ດີ, ຄວາມໄດ້ປຽບທາງດ້ານຊັບພະຍາກອນປັນຍາຊົນແມ່ນບໍ່ມີປະເທດໃດຈະ ມາທຽບທັນໄດ້. ເມື່ອມີຄວາມໄດ້ປຽບທາງດ້ານຊັບພະຍາກອນປັນຍາຊົນແລ້ວ ບວກກັບລະບອບສັງຄົມນິ ຍົມທີ່ມີກ້າວໜ້າ, ເປົ້າໝາຍຂອງພວກເຮົາກໍສາມາດຮັບປະກັນວ່າບັນລຸໄດ້ຕາມຄາດໝາຍ. ສູນກາງໄດ້ ສະເໜີອອກວ່າ ຕ້ອງເອົາໃຈໃສ່ການສຶກສາໃຫ້ຫຼາຍ ແລະ ລິເລີ່ມຈາກໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມ, ເຮັດແບບນີ້ແມ່ນສະແດງເຖິງວິໄສທັດອັນເປັນຍຸດທະສາດ, ຖ້າຫາກບໍ່ສະເໜີພາລະກິດດັ່ງກ່າວນີ້ ຕໍ່ພັກໃນ ເວລານີ້, ກໍຈະຖ່ວງດຶງວຽກງານອື່ນໆ, ດັ່ງນັ້ນ ວຽກງານການສຶກສາ ຈຶ່ງເປັນວຽກງານທີ່ຕ້ອງຮັບຜິດຊອບຕໍ່ພາ ລະກຳປະຫວັດສາດ.

          ຄະຕິ 8: ປະເທດຈີນຈະເກີດມີບັນຫາ ກໍແມ່ນເກີດຢູ່ພາຍໃນກະໂຕພັກກອມມູນິດຈີນເອງ.

          ຄະຕິ 9: ການປະຕິຮູບທັງມວນນັ້ນ ສຸດທ້າຍຈະປະສົບຜົນສຳເລັດໄດ້ຫຼືບໍ່ ກໍແມ່ນຂຶ້ນກັບການປະຕິ ຮູບລະບົບການເມືອງ.

          ການປະຕິຮູບລະບົບການເມືອງກັບການປະຕິຮູບລະບົບເສດຖະກິດ ຕ້ອງອາໄສເຊິ່ງກັນ ແລະ ກັນ ແລະ ດຳເນີນໄປຄຽງຄູ່ກັນ. ມີພຽງແຕ່ດຳເນີນການປະຕິຮູບລະບົບເສດຖະກິດ, ແຕ່ບໍ່ດຳເນີນການປະຕິຮູບ ລະບົບການເມືອງ, ການປະຕິຮູບລະບົບເສດຖະກິດກໍບໍ່ສາມາດບຸກທະລຸໄດ້, ຍ້ອນວ່າພົບກັບສິ່ງກີດຂວາງ ທຳອິດກໍແມ່ນຄົນ. ວຽກງານທັງໝົດກໍແມ່ນຄົນເຮົາເປັນຜູ້ມາເຮັດ, "ເປັນເຈົ້າສະໜັບສະໜູນການກະຈາຍອຳ ນາດ, ແຕ່ກົງກັນຂ້າມພັດຍິ່ງກຳແໜ້ນອຳນາດ" ເປົ້າໝາຍຈະບັນລຸ ໄດ້ແນວໃດ?ເວົ້າຈາກມູມມອງນີ້ແລ້ວ, ການປະຕິຮູບທັງມວນຂອງພວກເຮົາຈະປະສົບຜົນສຳເລັດຫຼືບໍ່ໃນບັ້ນທ້າຍ, ກໍແມ່ນຂຶ້ນກັບການປະຕິຮູບ ລະ ບົບການເມືອງ.

          ຄະຕິ 10: ການປະຕິຮູບລະບົບການເມືອງຈະເຕະຕ້ອງເຖິງສິດຜົນປະໂຫຍດຂອງກຸ່ມຄົນ, ນິຕິບຸກ ຄົນ, ບຸກຄົນສ່ວນໜ່ອຍ ແຕ່ໃຫ້ຜົນປະໂຫຍດກັບສ່ວນລວມ ແລະ ຕ້ອງພົບພໍ້ກັບອຸປະສັກຫຼາຍໆຢ່າງ.

          ແຕ່ຖ້າຫາກບໍ່ດຳເນີນການປະຕິຮູບລະບົບການເມືອງ, ການປະຕິຮູບລະບົບເສດຖະກິດກໍ່ຍາກທີ່ຈະ ໄດ້ການຈັດຕັ້ງຜັນຂະຫຍາຍໄດ້ສຳເລັດຕາມຈຸດປະສົງທີ່ກຳນົດໄວ້...

ແປ ແລະ ຮຽບຮຽງໂດຍ: ສຳນຽງ ເມກລັນດອນ