ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບາງບົດຮຽນຂອງພັກກອມມູນິດຈີນ ກ່ຽວກັບການຮັບປະກັນສິດ ປະຊາທິປະໄຕ ຂອງສະມາຊິກພັກ
ຈຳນວນຜູ້ອ່ານ: 44
ອະນຸມັດວັນທີ: 09/03/2018

      ປະຫວັດການຂະຫຍາຍຕົວຂອງພັກກອມມູ ນິດຈີນ ໄດ້ຢັ້ງຢືນໃຫ້ພວກເຮົາເຫັນວ່າ ທັດສະນະ "ປະຊາທິປະໄຕພາຍໃນພັກ ແມ່ນຊີວິດຂອງພັກ" ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XVI ຂອງພັກ, ສູນກາງພັກກອມມູນິດຈີນ ໂດຍພາຍໃຕ້ການ ເປັນປະທານຂອງສະຫາຍເລຂາທິການໃຫຍ່ ຫູຈິນທ່າວ ໄດ້ຕັ້ງໜ້າກໍ່ສ້າງປະຊາທິປະໄຕພາຍໃນພັກ ຂອງຕົນ, ມັນສະແດງອອກດ້ວຍທັດສະນະທີ່ວ່າ: ສະມາຊິກພັກແມ່ນເນື້ອເຍື່ອໃນຮ່າງກາຍຂອງພັກ ແລະ ທັງແມ່ນອັດຕະພາບໃນການກະທຳຂອງພັກ ແລະ ໄດ້ສ້າງລະບຽບກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກກອມມູນິດຈີນ

      ບາດກ້າວການຂະຫຍາຍຕົວໃໝ່ແມ່ນບັນຫາທີ່ໜ້າສົນໃຈທີ່ສຸດ ໃນກອງປະຊຸມໃຫຍ່ສູນກາງ ຄັ້ງທີ 1 (ສະໄໝທີ XVII) ພັກກອມມູນິດຈີນໄດ້ເສີມຂະຫຍາຍ ແລະ ພັດທະນາແນວຄິດຕື່ມອີກຄື: ເຄົາລົບຖານະອັດຕະພາບຂອງສະມາຊິກພັກ" ແລະ ທັດສະນະດັ່ງກ່າວໄດ້ກຳນົດລະອຽດກ່ຽວກັບເປົ້າໝາຍພື້ນຖານຂອງການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ. ບົນພື້ນຖານສະຫຼຸບຖອດຖອນບົດຮຽນຂອງບັນດາທ້ອງຖິ່ນຕ່າງໆ, ພັກຄອມມູນິດຈີນໄດ້ກຳນົດຢ່າງເປີດເຜີຍທຸກໆວຽກງານຂອງພັກ ແມ່ນຫຼັກມູນທີ່ເປັນພື້ນຖານໃຫ້ແກ່ການເສີມຂະ  ຫຍາຍປະຊາທິໄປໄຕພາຍໃນພັກ. "ກົດລະບຽບຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກ ກອມມູນິດຈີນ" ປະກອບມີ 5 ພາກ, 38 ມາດຕາ ຊຶ່ງໄດ້ນຳໃຊ້ຢ່າງເປັນທາງການແລ້ວ ເພື່ອປ່ຽນແທນລະບຽບ ກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກກອມມູນິດຈີນ (ສະບັບທົດ ລອງ) ທີ່ໄດ້ວາງອອກໃນເມື່ອກ່ອນ.

      ມາເຖິງກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດຈີນ (ເດືອນພະຈິກ 2012), ພັກກອມມູ ນິດຈີນ ໄດ້ກຳນົດສິດຜົນປະໂຫຍດຂອງສະມາຊິກພັກ ແມ່ນເນື້ອໃນສຳຄັນຂອງປະຊາທິປະໄຕພາຍໃນພັກ; ພ້ອມກັນນັ້ນ ກໍໄດ້ເຄົາລົບ ແລະ ຮັບປະກັນສິດຜົນປະໂຫຍດສ່ວນບຸກຄົນຂອງແຕ່ລະສະມາຊິກພັກແມ່ນເງື່ອນໄຂສຳຄັນທຳອິດ ເພື່ອເສີມຂະ ຫຍາຍລະບອບປະຊາທິປະໄຕ ຊຶ່ງພັກບໍ່ສາມາດຂາດໄດ້. ພັກກອມມູນິດຈີນ ໄດ້ສືບຕໍ່ຢັ້ງຢືນວ່າ: "ຈຳເປັນຕ້ອງເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງຄົບຖ້ວນ, ເຄົາລົບນັບຖືຖານະອັດຕະພາບຂອງສະມາຊິກພັກ, ເສີມຂະຫຍາຍລັກສະນະຕັ້ງໜ້າ ແລະ ລັກສະນະຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນ ແລະ ຂອງບັນດາສະມາຊິກພັກ..., ພະຍາຍາມສ້າງສະຖານະການເມືອງມີຊີວິດຊີວາ, ມີພິກໄຫວ, ຄ່ອງແຄ້ວ ທັງມີການລວມສູນ, ມີປະຊາທິປະໄຕ, ມີລະບຽບວິໄນ ມີເສລີພາບ, ມີແນວຄິດເອກະພາບ, ມີຈິດໃຈເບີກບານສະບາຍ ຂອງສ່ວນບຸກຄົນ". ດັ່ງນັ້ນ, ສາມາດເຫັນໄດ້ວ່າ ມີ 2 ບັນຫາພື້ນຖານທີ່ໄດ້ຮັບການແກ້ໄຂ ຄື:

1. ກ່ຽວກັບສິດຜົນປະໂຫຍດຂອງສະມາຊິກພັກ.

      ໃນ "ກົດລະບຽບຂອງພັກຄອມມູນິດຈີນ" ແລະ "ກົດລະບຽບຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກຄອມມູນິດຈີນ" ລ້ວນແຕ່ຈຳເປັນຕ້ອງເນັ້ນໜັກເຖິງການກຳນົດສິດປະຊາທິປະໄຕຂອງສະມາຊິກພັກ, ບັນດາບັນຫາຕ່າງໆທີ່ພົວພັນເຖິງ ການເຂົ້າຮ່ວມຢ່າງມີປະຊາທິປະໄຕ, ການເລືອກຕັ້ງຢ່າງມີປະຊາທິປະໄຕ, ການຕັດສິນບັນຫາຢ່າງມີປະຊາທິປະໄຕ ແລະ ການຕິດຕາມກວດກາຢ່າງມີປະຊາທິປະໄຕໃນສອງເອກະສານແມ່ນມີເນື້ອໃນເປີດໃຫ້ສະມາຊິກພັກມີສິດຕຳນິທຸກໆອົງການຈັດຕັ້ງຂອງພັກ ແລະ ສະມາຊິກພັກທຸກຄົນ ດ້ວຍປະໂຫຍກຄຳເວົ້າ ຫຼື ດ້ວຍການຂຽນໜັງສືໃນເວລາຢູ່ໃນກອງປະຊຸມຂອງພັກ. ສະມາຊິກພັກມີສິດສະເໜີຄຳຮ້ອງ, ຮ້ອງຟ້ອງດ້ວຍຄວາມຮັບຜິດຊອບ ເພື່ອໃສ່ລະບຽບຕໍ່ກັບທຸກໆການຈັດຕັ້ງພັກ ແລະ ມາ ຊິກພັກ ທີ່ມີການກະທຳຜິດທີ່ຜິດກົດໝາຍແທ້ໆ; ມີສິດສະເໜີຈຸດປະສົງ ເພື່ອໃຊ້ວິທີການຕໍ່ກັບສະມາຊິກພັກທີ່ມີພຶດຕິກຳກະທຳຜິດກົດໝາຍ, ໃສ່ລຽບຕໍ່ກັບການຈັດຕັ້ງພັກປະຈຳທ້ອງຖິ່ນ ຫຼື ການຈັດຕັ້ງພັກຂັ້ນເທິງ ແລະ ເວລາປະຕິບັດການຕຳນິສົ່ງຂ່າວກັນ ສະມາຊິກພັກຕ້ອງປະຕິບັດຕາມຫຼັກການຂອງການຈັດຕັ້ງ, ປະຕິບັດຖືກຕ້ອງຕາມລຳດັບດຳເນີນ ການ, ບໍ່ສາມາດທີ່ຈະເຮັດແບບຕາມອຳເພີໃຈ; ພ້ອມ ນັ້ນກໍບໍ່ສາມາດນຳເອົາເລື່ອງດັ່ງກ່າວໄປເຜີຍແຜ່, ເຮັດໃຫ້ມີຫາງສຽງບໍ່ດີ ແລະ ບິດເບືອນຄວາມເປັນຈິງ, ຍິ່ງໄປກວ່ານັ້ນກໍບໍ່ສາມາດທີ່ຈະສ້າງເລື່ອງເທັດຂຶ້ນໃຫ້ເປັນເລື່ອງແທ້, ຕູ່ຫາໃສ່ຮ້າຍປ້າຍສີຄົນອື່ນ. ເວລາການຈັດຕັ້ງພັກຈະປຶກສາຫາລື ແລະ ຕັດ ສິນບັນຫາໃດໜຶ່ງສະມາຊິກພັກມີສິດເຂົ້າຮ່ວມ, ປະ ກອບຄຳເຫັນ ແລະ ລົງປະຊາມະຕິຕາມລະບຽບຫຼັກການທີ່ວາງໄວ້ ເມື່ອເວລາຂໍການລົງປະຊາມະຕິ ສະມາຊິກພັກສາມາດເຫັນດີລົງປະຊາມະຕິ, ບໍ່ເຫັນ ດີ ຫຼື ສົ່ງເຈ້ຍຂາວກໍໄດ້. ສຳລັບສະມາຊິກພັກ ເວລາເຂົ້າຮ່ວມການເລືອກຕັ້ງໃດໜຶ່ງ ກໍມີສິດຊອກຮູ້ສະພາບການ ແລະ ການປະພຶດຂອງຜູ້ລົງສະໝັກ, ສາມາດສະເໜີໃຫ້ປ່ຽນຜູ້ລົງສະໝັກ ຫຼື ບໍ່ເລືອກເອົາບຸກຄົນດັ່ງກ່າວແລ້ວເລືອກເອົາບຸກຄົນອື່ນ.

       ສະມາຊິກພັກ ເມື່ອພົບບັນຫາສຳຄັນທີ່ກ່ຽວກັບດ້ານການເມືອງ, ວຽກງານ, ການສຶກສາ... ທີ່ຕ້ອງການຄວາມຊ່ວຍເຫຼືອຈາກການຈັດຕັ້ງແມ່ນມີສິດສະເໜີຈຸດປະສົງຕໍ່ກັບການຈັດຕັ້ງພັກທີ່ຕົນເອງຮ່ວມຊີວິດ, ການຈັດຕັ້ງພັກຂັ້ນເທິງ ຈົນເຖິງຂັ້ນສູນກາງ ຖ້າສະມາຊິກພັກຫາກບໍ່ເຫັນດີກັບວິທີການ, ການຕີລາຄາ, ຜົນຫຼຸບການກວດສອບ ຫຼື ການພິຈາລະນາອື່ນໆຂອງການຈັດຕັ້ງພັກຕໍ່ກັບຕົນເອງ ກໍສາມາດເຮັດໃບຄຳຮ້ອງຂຶ້ນຫາການຈັດຕັ້ງທີ່ຕົນພັກທີ່ຕົນເອງສັງກັດ, ການຈັດຕັ້ງພັກຂັ້ນເທິງຈົນເຖິງຂັ້ນ ສູນກາງ. ຫຼື ຖ້າຫາກສະມາຊິກພັກເຫັນວ່າວິທີການ, ການຕີລາຄາ, ຜົນຫຼຸບການກວດສອບ ຫຼື ການພິຈາລະນາອື່ນໆຂອງການຈັດຕັ້ງພັກຕໍ່ກັບສະມາຊິກພັກຫາກບໍ່ທັນຖືກຕ້ອງເໝາະສົມ ຫຼື ບໍ່ສົມຄວນກໍ ສາມາດເຮັດໃບຄຳຮ້ອງຂຶ້ນຫາການຈັດຕັ້ງແຕ່ລະຂັ້ນຈົນເຖິງຂັ້ນສູນກາງ.

        ເມື່ອສິດອັນຊອບທຳຂອງສະມາຊິກພັກຖືກການຈັດຕັ້ງພັກ ຫຼື ສະມາຊິກພັກຄົນອື່ນລະເມີດກໍ ມີສິດຮ້ອງຟ້ອງສະເໜີຕໍ່ກັບການຈັດຕັ້ງພັກທີ່ຕົນເອງສັງກັດ ຈົນເຖິງການຈັດຕັ້ງຂັ້ນສູນກາງ, ສຳລັບ ສະມາຊິກພັກມີສິດສະເໜີເຖິງການຈັດຕັ້ງພັກທີ່ກ່ຽວ ຂ້ອງຕອບ ແລະ ແກ້ໄຂເພາະການຈັດຕັ້ງດັ່ງກ່າວມີຄວາມຮັບຜິດຊອບຕໍ່ກັບຄຳສະເໜີ ແລະ ຄຳຮ້ອງຟ້ອງຂອງສະມາຊິກພັກທີ່ສະເໜີນັ້ນ.

2. ກ່ຽວກັບເງື່ອນໄຂຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກ.ໃນ 2 ເອກະສານນີ້ ຄື "ກົດລະບຽບຂອງພັກກອມມູນິດຈີນ" ແລະ "ກົດລະບຽບຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກກອມມູນິດຈີນ" ລ້ວນແຕ່ລະບຸ ແລະ ກຳນົດກ່ຽວກັບຫຼັກການ, ລະບອບ ແລະ ວິທີການ ແນໃສ່ຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກ ໂດຍຜ່ານຈາກການກຳນົດໜ້າທີ່ຮັບຜິດຊອບລະອຽດຂອງການຈັດຕັ້ງພັກແຕ່ລະຂັ້ນແລ້ວ ຍັງຈຳເປັນຕ້ອງໄດ້ສ້າງເງື່ອນໄຂແນໃສ່ຮັບປະກັນສິດປະຊາທິປະໄຕຂອງສະມາຊິກ ພັກໃຫ້ໄດ້ຮັບການປະຕິບັດຢ່າງຄົບຖ້ວນ. ໃນນັ້ນ, ກໍໄດ້ກຳນົດບາງເນື້ອໃນຢ່າງຈະແຈ້ງເຊັ່ນ: ການຈັດ ຕັ້ງພັກ ຄວນສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ສະມາຊິກພັກ ເພື່ອໄດ້ອ່ານເອກະສານທີ່ກ່ຽວຂ້ອງຕ່າງໆ ພາຍໃນພັກ, ແຕ່ວ່າສະມາຊິກພັກບໍ່ສາມາດອ່ານເອກະສານດັ່ງກ່າວໂດຍກົງ ເພາະວ່າຖ້າຜູ້ກ່ຽວຫາກ ຂາດຄວາມສາມາດໃນອ່ານ ຫຼື ເຫດຜົນອື່ນໆການຈັດຕັ້ງຕ້ອງໄດ້ໃຊ້ວິທີເຊື່ອມຊຶມ ແລະ ອະທິບາຍເອກະສານດັ່ງກ່າວໃຫ້ແກ່ບຸກຄົນນັ້ນ.

        ການຈັດຕັ້ງພັກຕ້ອງໄດ້ສະໜັບສະໜູນ ແລະ ຊຸກຍູ້ໃຫ້ສະມາຊິກພັກ ອອກຄຳເຫັນ ແລະ ຂໍ້ສະເໜີຕໍ່ກັບວຽກງານຂອງພັກ, ການຈັດຕັ້ງພັກຕ້ອງເອົາໃຈໃສ່ງ່ຽງຫູຟັງບັນດາຄຳຄິດເຫັນທີ່ບໍ່ເຫັນດີ ເປັນເອກະພາບ. ຕໍ່ກັບສະມາຊິກພັກທີ່ມີຄຳຄິດເຫັນບໍ່ເປັນເອກະພາບນັ້ນ ການຈັດຕັ້ງພັກກໍຈະບໍ່ໄດ້ອັກຄະຕິ ຫຼື ປະຕິບັດການສຳຫຼວດກວດກາສະມາຊິກພັກດັ່ງກ່າວ ແຕ່ຄວນປະຕິບັດການສຶກສາອົບຮົມວຽກງານແນວຄິດ, ຊ່ວຍເຫຼືອແນໃສ່ເຮັດໃຫ້ຜູ້ກ່ຽວສາມາດເດັດດ່ຽວ ແລະ ເຕັມໃຈຍອມຮັບເອົາມະຕິຕົກລົງຂອງພັກ.

        ການຈັດຕັ້ງພັກຕ້ອງໄດ້ສ້າງສາ ແລະ ປັບປຸງບູລະນະລະບອບປົກປ້ອງສິດຜົນປະໂຫຍດຂອງຜູ້ທີ່ກະທຳຜິດ ຫຼື ຖືກກ່າວຫາ. ຕ້ອງໄດ້ຮັກສາຄວາມລັບຂອງຜູ້ທີ່ກະທຳຜິດ ຫຼື ຖືກກ່າວຫານັ້ນຢ່າງເຄັ່ງຄັດ, ພ້ອມທັງຮັກສາເນື້ອໃນການກະທຳຜິດ ຫຼື ຂໍ້ກ່າວຫາຢ່າງປິດລັບ, ຫ້າມບໍ່ໃຫ້ນຳເອົາເອກະສານຄຳຮ້ອງຟ້ອງໃຫ້ແກ່ການຈັດຕັ້ງທີ່ຜູ້ກ່ຽວສັງກັດ ແລະ ຜູ້ຖືກກ່າວຫາເດັດຂາດ, ກໍຫ້າມບໍ່ໃຫ້ອັກຄະຕິ, ສ້າງ ຄວາມຫຍຸ້ງຍາກ ຫຼື ຂົ່ມຂູ່ຕໍ່ກັບຜູ້ຂຽນໃບສະເໜີຮ້ອງຟ້ອງ ແລະ ບໍ່ໄດ້ແກ້ແຄ້ນຄືນຕໍ່ກັບບຸກຄົນດັ່ງກ່າວ ບໍ່ວ່າຈະດ້ວຍວິທີໃດກໍຕາມ.

          ກ່ອນທີ່ການຈັດຕັ້ງພັກຈະອອກມະຕິຕົກລົງ ຫຼື ຂໍ້ຕົກລົງທີ່ສຳຄັນ ຕ້ອງໄດ້ໃຊ້ວິທີສຳຫຼວດຄວາມຄິດເຫັນຂອງສະມາຊິກພັກໃນຂອບເຂດໃດໜຶ່ງທີ່ແນ່ນອນຢ່າງເໝາະສົມເສຍກ່ອນ. ຕໍ່ກັບຈຳນວນ ສະມາຊິກພັກສ່ວນຫຼາຍມັກຈະຍົກການເລື່ອນການ ອອກຂໍ້ຕົກລົງ ຫຼື ມະຕິຕົກລົງ, ແຕ່ຈະໄດ້ຄົ້ນຄວ້າຕື່ມ, ແລກປ່ຽນຄຳຄິດເຫັນຕື່ມ, ສະເໜີໃຫ້ກອງປະຊຸມໃຫຍ່ຄັ້ງຕໍ່ໄປສືບຕໍ່ແກ້ໄຂ. ສຳລັບເອກະສານທີ່ການຈັດຕັ້ງພັກອີງໃສ່ ເພື່ອອອກຂໍ້ຕົກລົງ ໃສ່ລະບຽບ ແລະ ຂໍ້ຕົກລົງວິໄນຕໍ່ກັບສະມາຊິກພັກຕ້ອງໄດ້ສ່ອງ ໜ້າກັບຜູ້ກ່ຽວສາກ່ອນ ເພື່ອສອບຖາມສະພາບການ ແລະ ໃຫ້ຜູ້ກ່ຽວອະທິບາຍເລື່ອງທີ່ເກີດຂຶ້ນ; ຂໍ້ຕົກລົງວິໄນຕ້ອງຂຽນລະອຽດເນື້ອໃນຄຳຮ້ອງຂໍ ຂອງສະມາຊິກພັກທີ່ຕົນໄດ້ຮັບ ແລະ ຕ້ອງໄດ້ຈັດຕັ້ງການພິຈາລະນາຄຳຮ້ອງ; ພ້ອມນັ້ນກໍຕ້ອງມີການເຊັນຢັ້ງຢືນຈາກສະມາຊິກພັກທີ່ຖືກລົງວິໄນນັ້ນໃນກໍລະນີຜູ້ທີ່ຖືກລົງວິໄນຫາກບໍ່ເຫັນດີຕໍ່ກັບຄຳຕັດສິນກໍສາມາດຍື່ນຄຳຮ້ອງໄດ້ອີກ. ນອກນັ້ນ, ໃນກໍລະນີຫາກຜູ້ຖືກລົງວິໄນຫາກບໍ່ຍອມເຊັນຮັບ ຫຼື ບໍ່ສາມາດເຊັນຮັບຮອງ ບໍ່ວ່າຈະກໍລະນີໃດກໍຕາມ ການຈັດຕັ້ງພັກຕ້ອງຂຽນລະອຽດໃສ່ໃນໃບຂໍ້ຕົກລົງດັ່ງກ່າວ. ຕໍ່ກັບສະມາຊິກພັກທີ່ຖືກວິໄນ, ການຈັດຕັ້ງພັກຕ້ອງຊ່ວຍສະຫາຍດັ່ງກ່າວໃຫ້ມີແນວຄິດທີ່ຖືກຕ້ອງ ແລະ ປັບປຸງສິ່ງທີ່ຜິດພາດ. ໃນກໍລະນີສະມາຊິກພັກທີ່ຖືກວິໄນ ແຕ່ຂໍອຸທອນແມ່ນຍັງສືບຕໍ່ເປັນສະມາຊິກພັກຢູ່ການຈັດຕັ້ງພັກກໍຕ້ອງ ໄດ້ຕິດຕາມເບິ່ງການປະພຶດຂອງສະມາຊິກພັກດັ່ງກ່າວ ວ່າມີການປ່ຽນແປງ ຫຼື ບໍ່, ພາຍຫຼັງໝົດອາຍຸການອຸທອນແລ້ວ ກໍຄວນພິຈາກລະນາຄືນຂອງການລົງວິໄນຕໍ່ກັບສະມາຊິກພັກຜູ້ດັ່ງກ່າວ; ຖ້າຫາກວ່າສະມາຊິກພັກດັ່ງກ່າວຫາກຍັງສືບຕໍ່ເຮັດຜິດບໍ່ຍອມ ປັບປຸງປ່ຽນແປງ ຫຼື ປະກົດເຫັນວ່າໄດ້ ກະທຳຜິດອັນໃໝ່ອີກຕື່ມກໍຈະຖືກລົງວິໄນເຖິງຂັ້ນໃຫ້ອອກຈາກການເປັນສະມາຊິກພັກ.

        ຄຽງຄູ່ກັນນັ້ນ, ໃນເອກະສານກຍັງມີເນື້ອໃນ ກ່ຽວກັບພາລະບົດບາດໃນການຕິດຕາມກວດກາ ຂອງການຈັດຕັ້ງພັກທຸກຂັ້ນ ແລະ ພະນັກງານການນຳແຕ່ລະຂັ້ນຂອງພັກ ໃນການຮັບປະກັນການປົກປ້ອງສິດຜົນປະໂຫຍດຂອງສະມາຊິກພັກ. ຍັງມີເນື້ອໃນສຳຄັນອີກເນື້ອໃນໜຶ່ງ ທີ່ໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: ຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກແມ່ນໜ້າທີ່ຮັບຜິດຊອບທີ່ສຳຄັນຂອງການຈັດຕັ້ງແຕ່ລະຂັ້ນ ແລະ ພະນັກງານການນຳແຕ່ລະຂັ້ນຂອງພັກ. ຕໍ່ກັບຜູ້ທີ່ຂາດຄວາມຮັບຜິດຊອບ, ບໍ່ສາມາດເຮັດລ້ອນໜ້າທີ່ກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກ ກໍຕ້ອງໄດ້ຕິດຕາມກວດກາຄືນຕາມລະບຽບຫຼັກການ.

        ອົງການກວດກາ-ຄະນະວິໄນບັນດາຂັ້ນຂອງພັກ ໂດຍພາຍໃຕ້ການຊີ້ນຳຂອງເລຂາຄະນະພັກ ຂັ້ນດຽວກັນ ແລະ ຄະນະກວດກາ-ຄະນະວິໄນຂັ້ນເທິງຕ້ອງໄດ້ເຮັດວຽກຮັບປະກັນສິດຜົນປະໂຫຍດ ຂອງສະມາຊິກພັກໃຫ້ໄດ້ຮັບຜົນດີ, ພິຈາລະນາທຸກໆຄຳສະເໜີຟ້ອງຮ້ອງ ຫຼື ຂໍອຸທອນທີ່ພົວພັນເຖິງການຮັບປະກັນສິດ, ຜົນປະໂຫຍດຂອງສະມາຊິກພັກ, ກວດກາ ແລະ ພິຈາລະນາກໍລະນີຕ່າງໆທີ່ລະເມີດຕໍ່ສິດຜົນປະໂຫຍດຂອງສະມາຊິກພັກ, ປະຕິບັດການສືບສວນ, ສອບສວນ ແລະ ກວດກາຕໍ່ກັບສະພາບພະນັກງານການນຳຂອງພັກ ແລະ ການຈັດຕັ້ງພັກຂັ້ນລຸ່ມ ໄດ້ປະຕິບັດຖືກຕ້ອງຕາມສິດໜ້າທີ່ຂອງຕົນຕໍ່ກັບການຮັກສາສິດ, ຜົນປະໂຫຍດ ຂອງສະມາຊິກພັກແລ້ວບໍ່.

         ພະນັກງານການນຳແຕ່ລະຂັ້ນຂອງພັກຕ້ອງເປັນແບບຢ່າງໃຫ້ສະມາຊິກພັກປະຕິບັດຕາມ ແລະ ປະຕິບັດຕາມລະບຽບຫຼັກການຢ່າງເຄັ່ງຄັດຕໍ່ກັບການຮັບປະກັນສິດຜົນປະໂຫຍດຂອງສະມາຊິກພັກ, ພິຈາລະນາການປະພຶດທີ່ລະເມີດຕໍ່ກັບສິດຜົນປະໂຫຍດຂອງສະມາຊິກພັກ. ຕໍ່ກັບສະມາຊິກພັກທີ່ມີການກະທຳທີ່ກະທຳຜິດລະເມີດຕໍ່ສິດຜົນປະໂຫຍດຂອງສະມາຊິກພັກນັ້ນ, ການຈັດຕັ້ງທີ່ຜູ້ກ່ຽວສັງກັດ ຫຼື ການຈັດຕັ້ງພັກຂັ້ນເທິງສາມາດນຳໃຊ້ວິທີການໃນການຕັກເຕືອນ ຫຼື ອອກສຳສັ່ງໃຫ້ຜູ້ກ່ຽວຢຸດເຊົາການກະທຳທີ່ລະເມີດສິດດັ່ງກ່າວ; ນອກ ນັ້ນ ກໍມີສິດໃນການອອກຄຳສັ່ງໃຫ້ຂໍໂທດ, ຄຳສັ່ງໃຫ້ກວດສອບ ຫຼື ກວດກາຄືນ... ເພື່ອພິຈາລະນາ ບັນຫາ, ຖ້າໜັກໄປກວ່ານັ້ນແມ່ນໃຫ້ປະຕິບັດລົງວິໄນພັກຕາມລະບຽບຫຼັກການ...

ໂດຍ: ເກດມະນີ ພົມມະລາດ