ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສິ່ງໃດທີ່ອັນຕະລາຍກ່ວາການສໍ້ລາດບັງຫຼວງ?
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 09/08/2018

          ຫຼາຍ​ໆປະ​ເທດ​ກຳລັງ​​ເຈັບ​ຫົວ​ກັບ​ບັນຫາການ​ສໍ້​ລາດ​ບັງ​ຫຼວງ​, ຍ້ອນ​ວ່າ ລະຫວ່າງຄຳວ່າ: “ການສໍ້​ລາດ​ບັງ​ຫຼວງ” ກັບ “ຄວາມອັນຕະລາຍ” ນັ້ນສາມາດ​ທີ່​ຈະ​​ໃຊ້​ເຄື່ອງໝາຍ​ທີ່ “ເທົ່າກັນ”​ ໄດ້​. ບັນດາ​ປະ ເທດ​ທີ່​​ເກີດເຫດການ​ຄວາມວຸ້ນວາຍສັບສົນທາງການເມືອງ ຈົນ​ກ້າວໄປເຖິງ​ສົງຄາມກາງເມືອງ ​ແລະ ​ເຖິງຂັ້ນຮ້າຍແຮງມີແບ່ງ​​ແຍກດິນແດນ. ບໍ່​ວ່າ​ຈະ​ເກີດ​ມາ​ຈາກ​ສາ​ເຫດ​​ໃດແດ່ກໍຕາມ ​ໜຶ່ງໃນ​ນັ້ນ​​ກໍແມ່ນບັນຫາການ​ສໍ້​ລາດ​ບັງ​ຫຼວງ​ທີ່​ເປັນ​ປັດໄຈ​ໜຶ່ງ​ທີ່ສຳຄັນຢ່າງແນ່ນອນ. ຄວາມອັນຕະລາຍທີ່ໃຫຍ່ທີ່ສຸດໃນສະເພາະໜ້າ​ ​ກໍຄືບັນຫາການສໍ້ລາດບັງຫຼວງ”​ ມັນໄດ້​ກາຍ​ເປັນ​ບັນຫາ​ທີ່​ແຜ່ລາມ ແລະ ຮັບຮູ້​ໄດ້ຢ່າງທົ່ວເຖິງກັນ​​ໃນ​ທົ່ວ​ສັງຄົມ.

          ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ໄພອັນຕະລາຍ, ​​ແຕ່​ມີ​ສິ່ງ​ທີ່​ອັນຕະລາຍ​ກວ່າ​ການ​ສໍ້​ລາດ​ບັງ​ຫຼວງ ຫຼື ບໍ່? ຄຳ​ຕອບ​ກໍຄື​: ມີ, ​ມັນ​ກໍ​ແມ່ນການ​ທີ່​ບໍ່​ຖື​ພຶດຕິກຳສໍ້​ລາດ​ບັງ​ຫຼວງ​​ເປັນການ​ສໍ້​ລາດ​ບັງ​ຫຼວງ. ​ເຫດການ​ຕົວ​ຈິງ ຈາກ​ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​​ໃຫ້​ເຫັນ​​​ວ່າ ຜູ້​​ທີ່​ໄດ້​ກະ​ທຳ​ການ​ສໍ້​ລາດ​ບັງ​ຫຼວງ ​ແຕ່​ເຂົາ​ເຈົ້າກໍບໍ່​ໄດ້​ຍອມຮັບ​ວ່າຕົນ​ເອງນັ້ນໄດ້​ສໍ້​ລາດ​ບັງ​ຫຼວງ, ​ເຖິງ​ແມ່ນ​ວ່າ​ຈະ​ຖືກ​ຈັບ​ຕົວ​​ເຂົ້າ​ຄຸມຂັງແລ້ວກໍ່ຕາມ ​ເຂົາເຈົ້າ​ກໍຍັງ​ຊອກຫາຄຳ​​ແກ້​ຕົວ​ຕ່າງໆ​ນາໆ, ທັງໆ​ທີ່​ເປັນ​ລາຍ​ຮັບ​ທີ່​ໄດ້​ມາ​ແບບບໍ່​ຈະ​ແຈ້ງທີ່​ຖືກຈັດແບ່ງ​​ຢູ່ໃນ​ລາຍ​ຮັບ​ມືດ ​ແຕ່​ເຂົາ​ເຈົ້າກໍຍັງ​​ເວົ້າ​ວ່າ​ ມັນແມ່ນ​ລາຍ​ຮັບທີ່​ຖືກຕ້ອງ​ ແລະ​​ ​ສົມເຫດສົມຜົນ; ທັງໆ​ທີ່​ເປັນ​ການ​ກະທຳ​ທີ່​ຜິດ​ລະບຽບ​ກົດໝາຍ ​ເຂົາ​ເຈົ້າ​ກໍເວົ້າ​ວ່າ​​ແມ່ນ​ເປັນ​ປະ​ເພນີ​, ຄວາມຊິນເຄີຍທີ່​ປະຕິບັດ​ກັນ​ໂດຍທົ່ວ​ໄປ. ຈົນ​ວ່າມັນ​ເປື່ອຍ​​ເຍື່ອຍ​ໝົດ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍຍັງ​ຄິດ​ວ່າ​ມັນ​ແມ່ນ “​ເຕົ້າຮູ້​ເໝັນ”, ກິ່ນເໝັນ ​ແຕ່​​​ກິນ​ແຊບ. ນອກ​ນີ້ຍັງ​ມີ​ຄົນ​ຈຳນວນ​ໜຶ່ງ​ຖື​ການ​ສໍ້​ລາດ​ບັງ​ຫຼວງ​ທາງ​ດ້ານ​ເສດຖະກິດ​ວ່າ​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ ​ແຕ່ພັດບໍ່​ຖື​ການກະທຳ​ໃນແບບດຽວ​ກັນທາງ​ດ້ານ​ການ​ເມືອງ​ນັ້ນເປັນການ​ສໍ້​ລາດ​ບັງ​ຫຼວງ. “ການ​ທີ່ບໍ່​ຖື​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງ​​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ” ນັ້ນ​ບໍ່​ພຽງ​ແຕ່​ບໍ່​ເປັນ​ຜົນ​ດີ​ຕໍ່​ການ​ສະກັດ​ກັ້ນ​ການ​ສໍ້​ລາດບັງ​ຫຼວງ, ​ແຕ່​​ມັນຫາກ​ຍັງ​ເປັນ​ການ​ສົ່ງ​ເສີມ​ເຮັດ​​ໃຫ້​ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ​ແຜ່​ລາມ​ອອກ​ໄປ, ຈົນ​ກາຍ​ເປັນ “ການ​ສໍ້​ລາດ​ບັງ​ຫຼວງ​ທີ່ມີ​ລັກສະນະ​ຊໍ້າເຮື້ອ”.

          “ການ​ທີ່​ບໍ່​ຖື​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ”​ ​​ແມ່ນມີຄວາມ​ອັນ​ຕະລາຍ​ກວ່າ, ສະ​ນັ້ນ ມີ​ຫຼືບໍ່​ມີ​ສິ່ງ​ທີ່​ອັນ​ຕະລາຍ​ກວ່າ​ມັນ? ຄວນ​ທີ່​ຈະ​ຍອມຮັບ​ວ່າມັນ​ຕ້ອງ​ມີ​ຢ່າງແນ່ນອນ ​ແລະ ​ສິ່ງນັ້ນ​ກໍຄື: ມີ​ມາດ​ຕະການປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງຢ່າງຄັກ​ແນ່​ ແຕ່​ບໍ່​ໃຊ້, ມີ​ອຳນາດ​ປາບ​ປາມ​ໃນ​ມື​ແຕ່​ບໍ່ (ກ້າ)​​ໃຊ້​ມັນ.

          “ການ​ທີ່​ບໍ່​ຖື​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງ​ເປັນການ​ສໍ້​ລາດ​ບັງ​ຫຼວງ”​ ​ແມ່ນ​ເວົ້າ​ສະ​ເພາະ​ເຈາະ​ຈົງ​ພະນັກ ງານ​ທີ່​ໄດ້​ມີ​ການກະທຳ​ການ​ສໍ້​ລາດ​ບັງ​ຫຼວງ​ແລ້​ວ, ​ເມື່ອ​ສົມ​ທຽບ​​ເບິ່ງແລ້ວ ສິ່ງ​ທີ່​ຄວນ​ໃຫ້​ຄວາມ​ສຳຄັນ​ກວ່າ ລະ​ແມ່ນ: ​ເປັນ​ຫຍັງຜູ້​ຄົນທີ່​ບໍ່​ເຄີຍກະທຳ​ການສໍ້​ລາດ​ບັງ​ຫຼວງມາ​ກ່ອນ ​ຈຶ່ງ​ໄດ້​ກາ​ຍ​ເປັນ​ຄົນ​ສໍ້​ລາດ​ບັງ​ຫຼວງ. ຄົນ​ທີ່​​​​ໄດ້ທຳ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​​ເບື້ອງ​ຕົ້ນ​​ກໍ່​ເປັນ​ຄົນ​ດີ ​ແລະ ບາງ​ຄົນ​ກໍເປັນ​ເຖິງ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ປາບ​ປາມ​ການ​ສໍ້​ລາດ​ຫຼວງທີ່ເປັນ​ແບບຢ່າງມາ​ກ່ອນ, ດັ່ງ​ນັ້ນ ​ໃນ​ຂະນະ​ທີ່​ພວກ​ເຮົາ​ກ່າວ​ຄຳວ່າ “ລົງ​ໂທດ​ໃຫ້​ໜັກ” ຕໍ່​ຜູ້​ກະທຳ​ຜິດ ກໍຄວນ​ທີ່​ຈະ​ຄິດ​ເສຍດາຍມັນ, ໃນ​ຂະນະ​ທີ່ຕັດສິນ​ໃຈ “ຈະ​ບໍ່​ປະ​ນິປະນອມ” ກັບ​ມັນ ກໍ່​ບໍ່​ຄວນ​ທີ່​ຈະ “ພໍ​ອົກ​ພໍ​ໃຈ​ຕໍ່ຜົນງານທີ່ຍາດມາໄດ້” ​ແລ້ວ​ຢຸດ​ໜິ້ງ. ​ໃນ​ສະພາວະ​ປົກກະຕິ​ທົ່ວ​ໄປ ຈຳນວນຜູ້​ຄົນ​ທີ່​ກະທຳ​ຜິດ​ສໍ້​ລາດ​ບັງ​ຫຼວງ​ກວມຈຳນວນ​ປະຊາກອນ​​ທົ່ວ​ປະ​ເທດ ​ແລະ ກວມ​ຈຳ​ນວນ​ພະນັກງານ​ແມ່ນ​ມີ​ຕົວ​​ເລກ​​ໃນ​ຂອບ​ເຂດລະດັບ​ໃດ​ໜຶ່ງ​ທີ່​​ແນ່ນອນ, ຖ້າ​ຫາກ​ຕົວ​ເລກ​ດັ່ງກ່າວນັ້ນ ​ຫາກ​ສູງ​ກ່ວາ​ຄ່າ​ປົກກະຕິ ກໍ່​ຈະຕ້ອງ​ຊອກ​ຫາ​ສາ​ເຫດ​ຈາກ​ກົງຈັກໂຄງ​ບົນ ​ແລະ ຈະ​ຕ້ອງ​ກວດ​ສອບ​ຄືນ​​ເຖີງສະພາບ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ, ລະບຽບ​ກົດໝາຍ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ວ່າ​​ເປັນ​ຄື​ແນວ​​ໃດ​ແລ້ວ.

           ​ແມ່ນ​ແຕ່​ແມ່​ເຖົ້າ​ທີ່​ກືກ​ໜັງສື​ກໍ່​ຍັງ​ຮູ້​ວ່າ ຄວນ​ທີ່​ຈະ​ເອົາ​ເຄື່ອງນຸ່ງຫົ່ມ​ອອກ​ມາ​ຕາກ​ແດດ​ກ່ອນ​ທີ່​ລະດູ ຝົນ​ຫຼື​ລະດູ​ໜາວ​ຈະ​ມາ​ເຖີງ, ຕ້ອງ​ຕັ້ງ​ຄຳ​ຖາມ​ວ່າ: ຕາກ​ແດດ​ເຮັດ​ຫຍັງ? ​ຄຳ​ຕອບ​ກໍ່​ຄື ປ້ອງ​ກັນ​ບໍ່​ໃຫ້​ມັນ​ຕົກ ​ໂມກ. ບົດຮຽນ​ທາງດ້ານປະ​ຫວັດ​ສາດ​ຈາກ​ຫຼາຍ​ປະ​ເທດ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ສະກັດ​ກັ້ນ​ ແລະ ​ປາບ​ປາມ​ບັນ​ຫາ​ການ​ສໍ້ລາດ​ບັງ​ຫຼວງ​ກໍຄື: ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນຢ້ານກົວ​ແສງ​ສະຫວ່າງ​ທີ່​ສຸດ.

          ​ແສງ​​ແດດ​ບໍ່​ສາມາດ​ທີ່​ຈະ​ສ່ອງ​ເຂົ້າ​ຫ້ອງ​ມືດ​ໄດ້, ຢາກ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ຕົກ​ໂມກ ກໍ່​ຕ້ອງ​ເຮັດ​ໃຫ້​ແສງ​​​ແດດສາມາດ​ສ່ອງ​ເຂົ້າ​ໄປເຖີງ​ໄດ້. ​ເວົ້າສຳລັບ​ພະນັກງານ​ແລ້ວ​ກໍ່​ແມ່ນ​ ເປີດ​ເຜີຍລາຍ​ຮັບ ​ແລະ ຊັບ​ສິນຂອງ​ຕົນ​ເອງ. ການ​ນຳ ​ແລະ ພະນັກງານ​ໃນ​ທຸກ​ຕຳ​ແໜ່​ງງານ​ຂອງພັກ-​ລັດລ້ວນ​ແລ້ວ​ແຕ່​ເປັນ​ຕຳ​ແໜ່​ງ ທີ່​ສຳຄັນ​ ແລະ ຈຳ​ເປັນ, ປະຊາຊົນ​ອາດຈະ​ບໍ່​​ເຫັນ​ດີ​​ເຫັນ​ພ້ອມ​ນຳ​ທັດສະນະ​ແນວທາງ​ຂອງ​ລັດ, ​ແຕ່​ທ້າຍ​ສຸດ​ແລ້ວ​ ກໍ່​ຍັງຕ້ອງໄດ້ໄປ​ຕາມ​ຄຳ​ຕັດສິນ​ຂອງ​ພະນັກງານລັດ​. ຕາບ​ໃດ​ທີ່​ທ່ານຍັງ​ຄົງ​ດຳລົງ​ຕຳ​ແໜ່​ງຢູ່ ຜູ້​ຄົນ​ທົ່ວ​ໄປກໍ່​ຈະ​ຕ້ອງ​​ໄດ້​ໄປ​ຕາມ​ທ່ານ, ກໍ່​ຍ້ອນ​ວ່າ​ເທີ​ງຫົວ​ທ່ານ​ມີ​ມຸງກຸດແຫ່ງອຳນາດ, ດັ່ງ​ນັ້ນທ່ານ​ຈຶ່ງ​ສົມຄວນ​ທີ່​ຈະ​​ຕ້ອງຖືກ​ຕິດຕາມ​ກວດກາ​ຢ່າງເຂັ້ມ​ງວດ​ກ່ວາ​ຜູ້​ອື່ນ. ຍ້ອນ​ວ່າ “ສິດອຳນາດ” ນັ້ນມັນ​ງ່າຍ​ທີ່​ຈະ​ປ່ຽນ​ໄປ​ເປັນ “​ຊັບສິນເງິນທອງ”. ສະ​ນັ້ນ ​ປະຊາຊົນ​ມີສິດ​ທີ່​ຈະ​ຕິດຕາມ​ກວດກາ​ຊັບສິນເງິນທອງ​ໃນ​ຄອບຄອງ​ຂອງ​ທ່ານ. ພະນັກງານ​ເປີດ​ເຜີຍລາຍ​ຮັບ ​ແມ່ນ​ເປັນ​ທີ່​ຮັບ​ຮູ້​ກັນ​ໃນ​ສາກົນ​ວ່າເປັນຢາຂ້າ​ພະຍາດ​ສໍ້​ລາດ​ບັງ​ຫຼວງ​ທີ່​ໄດ້​ຮັບຜົນ​ດີ​ທີ່​ສຸດ. ພະນັກງານ​ເປີດ​ເຜີຍ​ລາຍ​ຮັບ ​ບໍ່​ພຽງ​ແຕ່​ສາມາດ​ຍົກ​ສູງ​ຄວາມ​ສະ​ເໝີ​ພາບ ​ແລະ ​ຄວາມເປັນ​ທຳ​ຂອງ​ລັດຖະບານ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ຍົກ​ສູງ​ຊື່​ສຽງບາ​ລະ​ມີ​ຂອງ​ກະໂຕພະນັກ ງານ​ອີກ​ດ້ວຍ…ຯ

ແປ ແລະ ຮຽບຮຽງຈາກສື່ອອນລາຍ (ແວັບໄຊປະຊາຊົນ) ຂອງພັກກອມມູນິດຈີນ

ແປ ແລະ ຮຽບຮຽງໂດຍ: ສຳນຽງ ເມກລັນດອນ