ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບູລະນະລະບົບການເມືອງ ບົນພື້ນຖານລັດທິມາກເລນິນ ຢູ່ ສ ປປ ລາວ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ
ຈຳນວນຜູ້ອ່ານ: 105
ອະນຸມັດວັນທີ: 02/07/2018

 

        ໃນຫຼາຍປີມານີ້, ບັນດາອິດທິກຳລັງປໍລະປັກຕໍ່ລະບອບສັງຄົມນິຍົມ ຍັງມີຄວາມພະ ຍາຍາມໂຄສະນາໃສ່ຮ້າຍປ້າຍສີວ່າ, ລັດທິມາກ-ເລນິນໄດ້ພົ້ນສະໄໝໄປແລ້ວ, ຍ້ອນສະ ນັ້ນບໍ່ອາດກໍ່ສ້າງສັງຄົມໃໝ່ບົນພື້ນຖານທິດສະດີດັ່ງກ່າວໄດ້. ແຕ່ໃນຕົວຈິງ, ບັນດາປະເທດ ສັງຄົມນິຍົມທີ່ຍັງຄົງຕົວຢູ່ ແລະ ຍັງສືບຕໍ່ຂະຫຍາຍຕົວຈະເລີນກ້າວໜ້າ ກໍຍ້ອນໝູນໃຊ້ທິດ ສະດີມາກ-ເລນິນ ຢ່າງຖືກຕ້ອງເຂົ້າໃນສະພາບຄວາມເປັນຈິງຂອງປະເທດຕົນ; ໂດຍສະ ເພາະ, ປະເທດຂອງພວກເຮົາໄດ້ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກຢ່າງມີຫຼັກ ການ, ໂດຍເລີ່ມຈາກຂົງເຂດເສດຖະກິດ ແລະ ການບູລະນະລະບົບການເມືອງຢ່າງຖືກ ຕ້ອງ,​ ຄືດັ່ງປະທານ ໄກສອນ ພົມວິຫານວ່າ: “ຕ້ອງດຳເນີນໄປເທື່ອລະກ້າວຢ່າງໜັກ ແໜ້ນ, ບໍ່ຟ້າວຟັງ; ຕ້ອງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມລະມັດລະວັງ”. ຍ້ອນສະ ນັ້ນ, ການບູລະນະລະບົບການເມືອງ ກໍແມ່ນບັນຫາໜຶ່ງທີ່ຈຳເປັນເລັ່ງດ່ວນ ເພື່ອປຸກຈິດນຶກ ໃໝ່ໃຫ້ແກ່ສັງຄົມ, ໃຫ້ທຸກຄົນໃນສັງຄົມເຂົ້າໃຈຢ່າງເລິກເຊິ່ງ, ທັງເປັນການຕໍ່ສູ້ ແລະ ຕ້ານຢັນຄືນກັບແນວຄິດປໍລະປັກຕໍ່ລັດທິມາກ-ເລນິນ.

  1. ບັນຫາພື້ນຖານທິດສະດີ ກ່ຽວກັບການບູລະນະລະບົບການເມືອງ
  1. ຄວາມສຳນຶກກ່ຽວກັບລະບົບການເມືອງ ແລະ ການບູລະນະລະບົບການເມືອງ
  • ຄຳວ່າ: “ລະບົບການເມືອງ” ແມ່ນໝາຍເຖິງບັນດາການຈັດຕັ້ງການເມືອງໃນສັງຄົມ ຊຶ່ງໄດ້ເຕົ້າໂຮມກັນເຂົ້າຂອງບັນດາການຈັດຕັ້ງການເມືອງ ທີ່ມີການຈັດຕັ້ງ, ມີພາລະບົດ ບາດ, ໜ້າທີ່ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງການຈັດຕັ້ງນັ້ນ, ມີການພົວພັນ ລະຫວ່າງການຈັດຕັ້ງເຫຼົ່ານັ້ນນຳກັນ ແລະ ລະຫວ່າງການຈັດຕັ້ງເຫຼົ່ານັ້ນ ກັບປະຊາຊົນ ຊຶ່ງບັນຈຸໄວໃນລະບຽບ, ກົດໝາຍ. ສະນັ້ນສະຫຼຸບໄດ້ວ່າ ລະບົບການເມືອງແມ່ນມາດຕະ ເກນການເມືອງ-ສັງຄົມ ທີ່ມີໂຄງກອບເປັນເອກະພາບໜຶ່ງຂອງບັນດາທັດສະນະການເມືອງ, ບັນດາພັກຝ່າຍການເມືອງ, ລັດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ບົນພື້ນຖານ ໂຄງປະກອບສັງຄົມຂອງລະບອບສັງຄົມທີ່ແນ່ນອນໃດໜຶ່ງ ເພື່ອແນໃສປົກປັກຮັກສາ ແລະ ຂະຫຍາຍລະບອບດັ່ງກ່າວ.

          ຄວາມສຳນຶກທີ່ກ່າວມາຂ້າງເທິງນັ້ນ ຊີ້ໃຫ້ເຫັນວ່າ ລະບົບການເມືອງປະກອບດ້ວຍ 3 ພາກ ສ່ວນພື້ນຖານ, ຄື: ໜຶ່ງ: ລະບົບແນວຄິດທັດສະນະ, ແນວທາງການເມືອງ, ກົດໝາຍ, ນະໂຍບາຍ. ສອງ: ລະບົບໂຄງປະກອບຂອງບັນດາ ຊົນຊັ້ນ, ຊັ້ນຄົນ,​ ຊົນເຜົ່າ, ຊົນຊາດ. ສາມ: ລະບົບສະຖາບັນ, ການຈັດຕັ້ງ ແລະ ແບບແຜນວິທີການເຄື່ອນໄຫວ ຂອງບັນດາການຈັດຕັ້ງ, ພັກຝ່າຍການເມືອງ, ລັດ, ບັນດາການຈັດຕັ້ງການເມືອງ-ສັງຄົມ ແລະ ອື່ນໆ.

          ສັງລວມແລ້ວ: ໂຄງປະກອບລະບົບການເມືອງຂອງແຕ່ລະສັງຄົມ ລ້ວນແຕ່ມີສ່ວນປະກອບ ຄື: ພັກການ ເມືອງ, ລັດ ແລະ ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນການເມືອງປະເພດຕ່າງໆ. ຢູ່ໃນລະ ບອບທຶນນິຍົມ, ລະບົບການເມືອງແມ່ນປະກອບມີສອງພາກສ່ວນພື້ນຖານຄື: ພັກຝ່າຍການເມືອງ ແລະ ລັດຖະບານ; ສ່ວນລະບົບການເມືອງຂອງລະບອບສັງຄົມນິຍົມ ແລະ ນັບທັງລະບົບການເມືອງລະບອບປະຊາທິປະໄຕ ປະຊາຊົນ ຢູ່ ສປປລາວ ໃນປັດຈຸບັນ; ນອກຈາກການຈັດຕັ້ງພັກ ແລະ ອົງການລັດແລ້ວ ຍັງມີອົງການຈັດຕັ້ງທາງສັງຄົມອື່ນອີກ, ເຊັ່ນ: ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມປະຊາຊົນ ປະຕິວັດລາວ, ສະຫະພັນແມ່ຍິງລາວ, ສະຫະ ພັນກຳມະບານລາວ, ສະຫະພັນນັກຮົບເກົ່າ). ແຕ່ທັງໝົດນັ້ນຕ້ອງບົນພື້ນຖານລັດທິມາກ-ເລນິນ.

  • ຄຳວ່າ: “ບູລະນະລະບົບການເມືອງ” ແມ່ນການປັບປຸງບັນດາການຈັດຕັ້ງການເມືອງໃນລະບົບການເມືອງໃຫ້ດີ ຂຶ້ນ, ແມ່ນການດັດແປງແກ້ໄຂສິ່ງໃດໜຶ່ງທີ່ຄົງຄ້າງໃນບັນດາການຈັດຕັ້ງການເມືອງໃນລະບົບການເມືອງໃຫ້ຖືກຕ້ອງ ສອດຄ່ອງກວ່າເກົ່າໃຫ້ມີຄຸນນະພາບດີຂຶ້ນ ແລະ ມີປະສິດທິຜົນກວ່າເກົ່າ. ໝາຍວ່າ, ການບູລະນະລະບົບການເມືອງ ແມ່ນຂະບວນວິວັດໜຶ່ງທີ່ສຳຄັນ ເພື່ອແກ້ໄຂສິ່ງທີ່ຄົງຄ້າງ, ສິ່ງທີ່ກົດໜ່ວງຕໍ່ການກຳເນີດ, ການຄົງຕົວ ແລະ ການຂະ ຫຍາຍຕົວ ຂອງລະບົບການເມືອງໃນສັງຄົມໃດໜຶ່ງ. ການບູລະນະລະບົບການເມືອງແມ່ນງານສິນລະປະຢ່າງໜຶ່ງຂອງຜູ້ ນຳພາ, ຜູ້ບໍລິ ຫານ ແລະ ຜູ້ບັນຊາທີ່ນຳມາໃຊ້ວິທີການ; ຫຼືຫຼັກການເພື່ອກະຕຸກຊຸກຍູ້ ແລະ ແກ້ໄຂບັນຫາຄົງຄ້າງ, ສິ່ງກົດໜ່ວງຂອງ ການປະຕິບັດໜ້າທີ່ວຽກງານ ໃຫ້ດຳເນີນໄປຢ່າງຄ່ອງຕົວ ແລະ ມີປະສິດທິຜົນສູງໃນລະບົບການ ເມືອງ.

       ການບູລະນະລະບົບການເມືອງ ແມ່ນຂຶ້ນກັບການປົກຄອງຂອງຊົນຊັ້ນກຳອຳນາດ, ແຕ່ໂດຍລວມ ການບູລະ ນະລະບົບການເມືອງຂອງສັງຄົມໃດໜຶ່ງທີ່ແນ່ນອນ ຕ້ອງໄດ້ສຸມໃສ່ບາງຈຸດສຳຄັນ, ຄື: ໜຶ່ງ: ເອົາໃຈໃສ່ການກຳນົດ ດ້ານ ນິຕິກຳ, ດ້ານທີ່ຕັ້ງ, ພາລະບົບບາດ, ໜ້າທີ ແລະ ຂອບເຂດສິດຂອງບັນດາການຈັດຕັ້ບການເມືອງ; ສອງ: ເອົາໃຈໃສ່ປັບ ປຸງລະບົບໂຄງສ້າງ ຂອງບັນດາການຈັດຕັ້ງການເມືອງ; ສາມ: ປັບປຸງດ້ານບຸກຄະລາກອນ ທີ່ບັນຈຸເຂົ້າເຮັດວຽກໃນລະ ບົບການເມືອງ ທີ່ມີບັນດາການຈັດຕັ້ງການເມືອງເປັນໃຈກາງ.

       ສັງລວມແລ້ວ: ການບູລະນະລະບົບການເມືອງໄດ້ຮັບຜົນສຳເລັດ, ບັນຫາສຳຄັນທີ່ສຸດ ຕ້ອງຍຶດໝັ້ນຫຼັກການ, ລະບຽບວິໄນ, ກົດໝາຍ ແລະ ທາດແທ້ຂອງລະບົບການເມືອງ; ຖ້າຫາກວ່າ ການບູລະນະລະບົບກນເມືອງໃນສັງຄົມ ໃດໜຶ່ງ ຫາກບໍ່ໄປຕາມທິດຂອງຊົນຊັ້ນປົກຄອງວາງໄວ້ ແນ່ນອນວ່າການບູລະນະລະບົບການເມືອງແມ່ນບໍ່ມີປະສິດທິ ຜົນ.

  1. ຄວາມສຳຄັນ ຂອງການບູລະນະລະບົບການເມືອງຢູ່ ສປປ ລາວ

       ລະບົບການເມືອງຂອງ ສປປ ລາວແມ່ນບັນດາການຈັດຕັ້ງ ທີ່ມີລັກສະນະພິເສດໃນໂຄງປະກອບສັງຄົມ ເຊິ່ງມີໜ້າທີ່ດັດປັບກາພົວພັນສັງຄົມ ແລະ ການເຄື່ອນໄຫວການເມືອງສັງຄົມ. ມີທີ່ຕັ້ງເປັນໃຈກາງ ເພື່ອເຮັດບົດບາດກຳ ນົດແນວທາງການເມືອງ, ຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຕາມລັດຖະທຳມະນູນ, ກົດໝາຍ ຂອງແຕ່ລະອົງການຈັດຕັ້ງໃນລະບົບການເມືອງກຳນົດຂຶ້ນ. ດັ່ງນັ້ນ, ຄວາມສຳຄັນໃນການບູລະນະລະບົບການເມືອງຢູ່ ສປປ ລາວ ແມ່ນການປະກອບສ່ວນເຮັດໃຫ້ສາຍພົວພັນແບບພາຄີ ລະຫວ່າງການຈັດຕັ້ງການເມືອງໄດ້ແໜ້ນແຟ້ນຂຶ້ນ, ຊີ້ໃຫ້ເຫັນພັກເປັນຜູ້ກຳນົດແນວທາງການເຄື່ອນໄຫວຂອງທົ່ວສັງຄົມ, ລັດປະຕິບັດບົດບາດຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມ, ບັນດາການຈັດຕັ້ງສັງຄົມອື່ນໆລ້ວນແຕ່ເປັນກຳລັງແຮງ, ເປັນສ່ວນປະກອບສຳຄັນໃນການ ເຂົ້າຮ່ວມປະຕິບັດແນວ ທາງດັ່ງກ່າວໃຫ້ມີຜົນສຳເລັດ.

        ເພື່ອສ້າງຄວາມເປັນເອກະພາບທາງການເມືອງ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້; ເຮັດໃຫ້ບັນດາການຈັດ ຕັ້ງໃນລະບົບການເມືອງ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ຖືກຕ້ອງ; ສ້າງໃຫ້ການຈັດຕັ້ງການ ເມືອງພາຍໃນ ສປປ ລາວ ມີຄວາມເປັນເອກະພາບ, ມີຄວາມເປັນອັນໜຶ່ງອັນດຽວກັນໃນການປະຕິບັດໜ້າທີ່ການເມືອງ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງປະເທດຊາດ, ປະຊາຊົນ; ເຂົ້າຮ່ວມການເຄື່ອນໄຫວທາງດ້ານການເມືອງ ເພື່ອປົກ ປັກຮັກສາອຳນາດການປົກຄອງຮັບປະກັນໃຫ້ລັດປະຕິບັດບົດບາດພາຍໃນ, ສັງຄົມມີສະຖຽນລະພາບ, ມີຄວາມສະ ຫງົບ, ມີການພັດທະນາ ແລະ ຮ່ວມມືສາກົນ ພາກພື້ນ ແລະ ຂົງເຂດ, ເຮັດໃຫ້ບົດບາດຂອງລັດໄດ້ຮັບກນຍົກສູງຂຶ້ນ.

        ທຸກໆການຈັດຕັ້ງໃນລະບົບການເມືອງໄດ້ປະກອບສ່ວນເຂົ້າໃນຂະບວນການລວມໃນການພັດທະນາເສດຖະ ກິດ-ສັງຄົມຕາມພາລະບົດບາດ, ໜ້າທີ່ຂອງການຈັດຕັ້ງຕົນ, ມີຄວາມຮັບຜິດຊອບລວມຕໍ່ການຂະຫຍາຍຕົວຂອງປະ ເທດ ເຖິງວ່າການຈັດຕັ້ງເຫຼົ່ານັ້ນ ບໍ່ໄດ້ເຮັດໜ້າທີ່ໂດຍກົງກັບການພັດທະນາເສດຖະກິດ-ສັງຄົມ ແຕ່ໄດ້ເຮັດໜ້າທີ່ທາງ ອອ້ມ ດ້ວຍການກຳນົດແນວທາງການເຄື່ອນໄຫວ, ການປະກອບສ່ວນຊຸກຍູ້ທາງດ້ານສະຕິປັນຍາ ແລະ ກຳລັງແຮງທົ່ວ ສັງຄົມເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ອີກດ້ານໜຶ່ງ, ການຂະຫຍາຍຕົວຂອງປະເທດບໍ່ສາມາດຈະວັດແທກ ພຽງແຕ່ການຂະຫຍາຍຕົວທາງດ້ານເສດຖະກິດດ້ານດຽວ ຕ້ອງໄດ້ຕິດພັນກັບການພັດທະນາສັງຄົມ, ພັດທະນາທາງ ດ້ານຈິດໃຈ. ໝາຍຄວາມວ່າ ປະເທດຊາດຕ້ອງການໃຫ້ສັງຄົມມີຄວາມສະຫງົບ, ມີສະຖານະພາບ, ມີຄວາມສາມັກຄີ, ປອງດອງ. ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ທາງດ້ານເສດຖະກິດ, ເຮັດໃຫ້ປະເທດຊາດມີເສດຖະກິດ ຂະຫຍາຍຕົວດີຂຶ້ນເທື່ອລະກ້າວ ແຕ່ໂດຍລວມ ກໍ່ຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງສັງຄົມ, ມີຫຼາຍບັນຫາຕັ້ງ ຂຶ້ນໃນການປະຕິບັດກົນໄກເສດຖະກິດຕະຫຼາດ. ຍ້ອນສະນັ້ນ ຮຽກຮ້ອງທຸກໆການຈັດຕັ້ງໃນລະບົບການເມືອງຕ້ອງ ຖືສຳຄັນວຽກງານເຂົ້າຮ່ວມແກ້ໄຂຮ່ວມກັນ, ເປັນກຳລັງອັນດຽວກັນ, ສະໜັບສະໜູນອູ້ມຊູຊ່ວຍເຫຼືອກັນ ເພື່ອສ້າງ ຄວາມເຂັ້ມແຂງ.

  1. ສະພາບການເຄື່ອນໄຫວນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນການບູລະນະລະບົບການເມືອງຢູ່ ສປປ ລາວ ໃນໄລຍະຜ່ານມາ.
  1. ການເຄື່ອນໄຫວນຳພາ ຂອງພັກຕໍ່ກັບການປັບປຸງ ແລະ ບູລະນະລະບົບການເມືອງຢູ່ ສປປ ລາວ ໃນ ຊຸມປີຜ່ານມາ.
  2. : ເອົາໃຈໃສ່ການປັບປຸງດ້ານນິຕິກຳ, ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ ລະການຈັດຕັ້ງການເມືອງ ໃນລະບົບການເມືອງຄືນໃໝ່ ເພື່ອໃຫ້ສອດຄ່ອງກວ່າເກົ່າກັບສະພາບການໃໝ່; ທ່ານ ວ.ອ ເລ ນິນ ໄດ້ກ່າວວ່າ:”ເມື່ອສະພາບການໄດ້ປ່ຽນແປງໄປແລ້ວ ແລະ ພວກເຮົາຕ້ອງແກ້ໄຂບັນດາໜ້າທີ່ ທີ່ແຕກຕ່າງກັນກັບ ເມື່ອກ່ອນນັ້ນ ບໍ່ຄວນອວ່ຍໜ້າຄືນຫຼັງ ແລະ ບໍ່ຄວນໃຊ້ວິທີເກົ່າໆແບບມື້ຜ່ານມາ” ຍ້ອນສະນັ້ນ, ໃນເມື່ອກ່ອນພັກເຮົາ ຂຶ້ນກຳອຳນາດການປົກຄອງໃນທົ່ວປະເທດ, ສ້າງຕັ້ງລະບອບໃໝ່ຂຶ້ນ ໃນວັນທີ 2 ທັນວາ ປີ 1975, ສະພາບການ ແລະ ເງື່ອນໄຂການນຳພາຂອງພັກ ບໍ່ແມ່ນໃນສະໄໝສົງຄາມແລ້ວ, ແຕ່ຫາກແມ່ນໄລຍະປັບປຸງອຳນາດການປົກຄອງ ແລະ ຟື້ນ ຟູ ເສດຖະກິດ-ສັງຄົມຫຼັງສົງຄາມ ແລະ ການປະຕິບັດແນວທາງຍຸດທະສາດຂອງພັກ: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມ. ດັ່ງນັ້ນ, ວິທີການນຳພາຂອງພັກຕໍ່ທຸຂົງເຂດກໍໄດ້ມີການປ່ຽນແປງ ແລະ ຍົກສູງຂຶ້ນບາດກ້າວໜຶ່ງ, ໂດຍສະເພາະຂົງເຂດລະບົບການເມືອງນັ້ນ ກ່ອນອື່ນໝົດ, “ລະບົບຜະເດັດການນກຳມະ ຊີບ” ໃນເມື່ອກ່ອນປ່ຽນມາເປັນຄຳວ່າ “ລະບົບການເມືອງ” ໃນລະບອບປະຊາທິປະໄຕ ປະຊາຊົນ. ຫຼືໃນການນຳພາການ ຕໍ່ສູ້ກູ້ຊາດ ກໍຄືຕໍ່ກັບການກຳອຳນາດການປົກຄອງໃໝ່ຂອງພັກ ບໍ່ວ່າໄລຍະໃດກໍຕາມ ທ່ານ ວ.ອ ເລນິນ ໄດ້ຊີ້ບອກວ່າ “ມີພຽງແຕ່ພັກໃດ ທີ່ໄດ້ຮັບການຊີ້ທິດເຍືອງທາງ ຈາກທິດສະດີນຳໜ້າຈຶ່ງມີຄວາມສາມາດເຮັດຫຼ້ອນບົດບາດນັກຮົບນຳ ໜ້າ”; ໝາຍວ່າ ມີພຽງພັກທີ່ຮູ້ໝູນໃຊ້ທິດສະດີມາກຢ່າງຖືກຕ້ອງເທົ່ານັ້ນ ຈຶ່ງໄດ້ຮັບຜົນສຳເລັດໃນການນຳພາຂອງຕົນ. ດັ່ງນັ້ນ, ພັກເຮົາໄດ້ກຳແໜ້ນ ແລະ ຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ໂດຍເອົາໃຈໃສ່ການປັບປຸງ ແລະ ບູລະນະບັນ ດານິຕິກຳຕ່າງໆ ຂອງການຈັດຕັ້ງພັກ, ອົງການລັດ ແລະ ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນໃຫ້ແຈ້ງ ກວ່າເກົ່າ, ເປັນຕົ້ນ, ຂໍ້ກຳນົດກ່ຽວກັບທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດ, ຄວາມຮັບຜິດຊອບ ແລະ ການພົວພັນ ລະຫວ່າງການຈັດຕັ້ງການເມືອງດ້ວຍກັນ; ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກທີ່ເປັນວິທະຍາສາດ, ຍຶດໝັ້ນຫຼັກ ການລວມສູນປະຊາທິປະໄຕ, ແບ່ງໜ້າທີ່ຄວາມຮັບຜິດຊອບ ຈະແຈ້ງໃຫ້ແຕ່ລະຂັ້ນ, ນັບແຕ່ສູນກາງລົງຮອດທ້ອງຖິ່ນດີ ກວ່າເກົ່າ. ໃນນັ້ນ, ອົງການລັດໄດ້ປັບປຸງສຳເລັດ ລັດຖະທຳມະນູນເປັນກົດໝາຍແມ່ ຂອງ ສປປ ລາວ ໃນປີ 1991, ປັບປຸງເພີ້ມເຕີມໃນປີ 2003 ແລະ ປີ 2015; ແຕ່ລະກະຊວງ-ອົງການທຽບເທົ່າກະຊວງ ໄດ້ປັບປຸງນິຕິກຳກົດໝາຍ ເປັນຂອງຕົນເອງ, ມາຮອດປັດຈຸບັັນ ສປປ ລາວ ໄດ້ມີກົດໝາຍແລ້ວ 190 ກວ່າສະບັບ ເພື່ອຮອງຮັບໃນທຸກຂົງເຂດ ວຽກງານ ແລະ ສາມາດຍົກລະດັບການຄຸ້ມຄອງລັດ ແລະ ສັງຄົມ ດວ້ຍກົດໝາຍຂຶ້ນບາດກ້າວໜຶ່ງ.
  3. : ການປັບປຸງ ແລະ ບູລະນະລະບົບການເມືອງ; ຕໍ່ກັບອົງການຈັດຕັ້ງພັກປະຊາຊົນ ປະຕິວັດລາວ ຖືເປັນການຈັດຕັ້ງການເມືອງ ທີ່ເປັນແກນນຳໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ສປປ ລາວ; ເຊິ່ງກ່ອນນີ້ ຍ້ອນຄວາມຮຽກຮ້ອງຕ້ອງການຂອງຂະບວນການປະຕິວັດປົດປ່ອຍຊາດ, ຂອງພັກກອມມູນິດອິນດູຈີນໃຫ້ ແຕ່ລະປະເທດ ໃນອິນດູຈີນມີພັກກອມມູນິດແຕ່ລະປະເທດນຳພາ, ອັນໜຶ່ງກໍ ບົນພື້ນຖານຫຼັກມູນທິດສະດີມາກ ກ່າວ ວ່າ, ຖ້າຢາກມີກຳລັງແຮງອັນໜຶ່ງອັນດຽວກັນ ກໍຕ້ອງເປັນເອກະພາບການທາງດ້ານເຈດຈຳນົງ, ຕ້ອງມີຄວາມສາມັກຄີ ກັນ, ຕ້ອງມີການຈັດຕັ້ງທີ່ແໜ້ນໜາ ດ້ວຍຈຸດປະສົງສະເພາະໜ້າຂອງຊາວກອມມູນິດ ກໍແມ່ນ “ຈັດຕັ້ງຊາວກຳມະຊີບ ເປັນຊົນຊັ້ນ ເພື່ອໂຄ່ນລົ້ມການປົກຄອງຂອງຊົນຊັ້ນນາຍທຶນ, ຊົນຊັ້ນກຳມະຊີບຍາດເອົາອຳນາດການປົກຄອງ” ແລະ ໃນກອງປະຊຸມສາກົນກອມມູນິດ ເດືອນ ສິງຫາ, ປີ 1872 ທີ່ ລາໄຮ ຊຶ່ງ ທ່ານ ຝ.ອັງ ແກນ ໄດ້ຢ້ຳວ່າ ”ຜົນສຳເລັດ ຂອງຂະບວນການກຳມະກອນໃນແຕ່ລະປະເທດອາດຖືກຮັບປະກັນຈາກຄວາມເປັນເອກະພາບ ແລະ ມີການຈັດຕັ້ງ” ຍ້ອນສະນັ້ນ ພັກເຮົາໄດ້ກຳເນີດຂຶ້ນ. ເມື່ອກຳເນີດຂຶ້ນແລ້ວ  ພັກເຮົາກໍໄດ້ເອົາໃຈໃສ່ປັບປຸງບູລະນະຕົນເອງ ໃຫ້ມີຄວາມ ສາມາດນຳພາຂະບວນການປົດປ່ອຍຊາດຈົນສຳເລັດ. ມາໃນໄລຍະກຳອຳນາດ, ພັກເຮົາກໍຍິ່ງຕ້ອງມີການປັບປຸງໂຄງສ້າງ ການຈັດຕັ້ງຂອງພັກໃຫ້ສາມາດຕອບສະໜອງໜ້າທີ່ການເມືອງໃນເງື່ອນໄຂໃໝ່. ພັກເຮົາໄດ້ກຳນົດຮູບແບບການຈັດຕັ້ງ ແລະ ລະບົບສາຍໃຍການຈັດຕັ້ງແບບໃໝ່, ຮັບປະກັນຄວາມຄ່ອງຕົວໃນການນຳພາຂອງພັກ. ຕໍ່ບັນຫານີ້, ກົດລະບຽບ (ສະໄໝທີ X) ຂອງພັກໄດ້ກຳນົດວ່າ: “ລະບົບການຈັດຕັ້ງຂອງພັກແມ່ນຈັດຕັ້ງຂຶ້ນຕາມລະບົບການຈັດຕັ້ງບໍລິຫານ”; ບົນພື້ນຖານດັ່ງກ່າວມານັ້ນ, ເຮັດໃຫ້ທຸກໆຫົວໜ່ວຍບໍລິຫານ, ກົມກອງແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ສາມາດລົບ ລ້າງໄດ້ກົມກອງຂາວ, ຫຼື ບ້ານຂາວ; ເອົາໃຈໃສ່ປັບປຸງ ແລະ ຊັບຊ້ອນຈັດວາງຄະນະພັກແຕ່ລະຂັ້ນໃຫ້ຖືກຕ້ອງກັບ ຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດຜູ້ເປັນການນຳ; ປັບປຸງລະບົບໂຄງສ້າງຄະນະພັກ, ຮັບປະກັນລະບອບ “ຫົວ ໜ້າດຽວ” ນຳພາ; ຈັດຕັ້ງລະບົບອົງຄະນະພັກສຳເລັດ, ຄື: ໃນທົ່ວແຂວງ, ນະຄອນຫຼວງໂຮມເຂົ້າກັນເປັນອົງຄະ ນະພັກແຂວງ, ນະຄອນຫຼວງ; ທຸກການຈັດຕັ້ງພັກໃນກະຊວງ-ອົງການໂຮມເຂົ້າກັນເປັນອົງຄະນະພັກກະຊວງ-ອົງການ; ທຸກການຈັດຕັ້ງທົ່ວເມືອງ ໂຮມເຂົ້າກັນເປັນອົງຄະນະພັກເມືອງ; ການຈັດຕັ້ງພັກຂອງບັນດາກົມກອງ, ຫົວໜ່ວຍວິຊາ ການ ວິສາຫະກິດຂອງສູນກາງຕັ້ງຢູ່ທ້ອງຖິ່ນໃດຂຶ້ນກັບ ແລະ ພາຍໃຕ້ການນຳພາ ໂດຍກົງຂອງຄະນະພັກທ້ອງຖິ່ນນັ້ນ. ການຈັດຕັ້ງພັກຢູ່ສະຖານທູດ, ສະຖານກົງສູນ ຫຼື ອົງການຈັດຕັ້ງຕ່າງໆ ຂອງລາວປະຈຳຢູ່ຕ່າງປະເທດແມ່ນຂຶ້ນກັບ ຫຼື ພາຍໃຕ້ການນຳພາໂດຍກົງຂອງອົງຄະນະພັກກະຊວງການຕ່າງປະເທດ, ສ່ວນການຈັດຕັ້ງພັກຂອງນັກສຶກສາ ແລະ ໜ່ວຍງານອື່ນຢູ່ປະເທດໃດແມ່ນຂຶ້ນກັບຄະນະພັກສະຖານທູດ ຫຼື ກົງສູນລາວ ປະຈຳປະເທດນັ້ນ, ຖ້າປະເທດໃດບໍ່ ມີຄະນະພັກສະຖານທູດ ຫຼື ກົງສູນແມ່ນໃຫ້ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ.

          ໄປພ້ອມກັນນັ້ນ,​ ຄະນະພັກທຸກຂັ້ນກໍໄດ້ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງຕົນຂຶ້ນບາດ ກ້າວໜຶ່ງ, ໃນນັ້ນແມ່ນການກໍ່ສ້າງ ແລະ ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງຄະນະພັກໃຫ້ຖືກຕ້ອງ ສອດຄ່ອງກັບຫຼັກວິທະຍສາດ, ເຮັດໃຫ້ການສ່ອງແສງລາຍງານສະພາບການມີລັກສະນະຊັດເຈນກວ່າເກົ່າ; ປະຕິບັດຖືກ ຕ້ອງຫຼັກການລວມສູນປະຊາທິປະໄຕພາຍໃນພັກ; ການກຳນົດແນວທາງ ແລະ ການຈັດຕັ້ງປະຕິບັດແນວທາງຂອງພັກ ໄດ້ມີການກວດກາ ແລະ ປະເມີນຜົນເປັນປະຈຳ. ຕິດພັນກັບການຈັດຕັ້ງຝຶກອົບຮົມທິດສະດີການເມືອງຂອງພັກນັ້ນ ຄະ ນະພັກແຕ່ລະຂັ້ນ ກໍໄດ້ນຳພາຫັນເອົາພະນັກງານ ແລະ ສະມາຊິກພັກຂອງຕົນລົງສູ່ຮາກຖານ ຕາມທິດທາງຍຸດທະສາດ ການກໍ່ສ້າງຮາກຖານການເມືອງໃນໄລຍະໃໝ່, ວຽກງານສ້າງບ້ານ ກຸ່ມບ້ານພັດທະນາ ແລະ ລົບລ້າງຄວາມທຸກຍາກ; ຕິດ ພັນກັບວຽກງານ 3 ສ້າງ, ຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ຈາກການຫັນທິດລົງຮາກຖານ ບໍ່ພຽງແຕ່ຢັ້ງຢືນການພົວພັນສະໜິດແໜ້ນ ລະຫວ່າງ ທິດສະດີກັບພຶດຕິກຳຂອງພັກເທົ່ານັ້ນ, ແຕ່ມັນສ້າງໃຫ້ມື້ນຖານມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງ ດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ສາມາດເຊີດຊູຈິດໃຈເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າໃນການ ເຂົ້າຮ່ວມພັດທະນາເສດຖະກິດ-ສັງຄົມຢ່ງຟົດຟື້ນ.

          ຕໍ່ລັດ; ກ່ອນອື່ນຕ້ອງຮູ້ວ່າ ເງື່ອນໄຂຂອງການເປັນລັດທີ່ສົມບູນ ມີ 4 ອົງປະກອບ: ພື້ນແຜ່ນດິນ, ປະຊາກອນ, ລະບອບການເມືອງ ແລະ ອຳນາດອະທິປະໄຕຂອງລັດ. ຕົ້ນກຳເນີດຂອງລັດແມ່ນຕິດແໜ້ນ ກັບການຂະຫຍາຍຕົວດ້ານ ເສດຖະກິດ-ສັງຄົມມະນຸດ, ຕິດພັນກັບການຜັນແຍກສັງຄົມອອກເປັນຊົນຊັ້ນ ແລະ ຕິດພັນກັບການຕໍ່ສູ້ຊົນຊັ້ນທີ່ບໍ່ສາ ມາດລົງລອຍກັນໄດ້ລະຫວ່າງຊົນຊັ້ນ, ຕາມ ທ່ານ ວ.ອ ເລນິນວ່າ “ລັດແມ່ນຜະລິດຕະພັນຂອງສັງຄົມທີ່ມີຊົນຊັ້ນ ແລະ ທັງສະແດງອອກຂໍ້ຂັດແຍງທາງຊົນຊັ້ນທີ່ບໍ່ສາມາດລົງລອຍກັນໄດ້, ແມ່ນກົງຈັກຂອງຊົນຊັ້ນນີ້ ເພື່ອປາບປາມຊົນຊັ້ນ ອື່ນ, ແມ່ນກົງຈັກເພື່ອຮັກສາການປົກຄອງຊົນຊັ້ນນີ້ ຕໍ່ຊົນຊັ້ນອື່ນ” ພ້ອມກັນນັ້ນ, ທ່ານຍັງສ່ອງແສງໃຫ້ເຫັນທາດແທ້ ຂອງລັດ “ແມ່ນກົງຈັກປາບປາມພິເສດຂອງຊົນຊັ້ນ, ແມ່ນກົງຈັກເພື່ອຮັກສາອຳນາດການປົກຄອງຂອງຊົນຊັ້ນນີ້ເພື່ອ ປົກຄອງຊົນຊັ້ນອື່ນ”; ຈາກຫຼັກມູນພື້ນຖານດັ່ງກ່າວ, ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກໄດ້ຢືນຢັນວ່າ, ລັດ ຂອງ ສປປ ລາວ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະ ຊາຊົນ, ທຸກການເຄື່ອນໄຫວຂອງອົງການລັດ ລ້ວນແຕ່ແນໃສ່ນຳເອົາຄວາມຢູ່ດີມີສຸກມາສູ່ປະຊາຊົນ ແລະ ເຮັດໃຫ້ປະ ເທດຊາດມັ່ງຄັ່ງເຂັ້ມແຂງ. ຍ້ອນສະນັ້ນ, ໃນຊຸມປີຜ່ານມາ ພາຍໃຕ້ການນຳພາຂອງພັກ, ກົງຈັກການຈັດຕັ້ງຂອງລັດແຕ່ ລະຂັ້ນໄດ້ຮັບການບູລະນະເປັນກ້າວໆມາ, ມີການຊັບຊ້ອນຈັດວາງຄືນໃໝ່, ຫຼຸດຜ່ອນຂອດ ລະຫວ່າງກາງອັນທີ່ບໍ່ຈຳ ເປັນ ເພື່ອເຮັດໃຫ້ກົງຈັກມີຄວາມກະທັດຮັດ ແລະ ມີປະສິດທິຜົນ. ການພົວພັນລະຫວ່າງລັດ ກັບພັກໄດ້ຮັບການປັບປຸງ ດ້ວຍການຈຳແນກຈະແຈ້ງພາລະບົດບາດຂອງພັກ ແລະ ການຄຸ້ມຄອງລັດ. ລັດເຮັດໜ້າທີ່ຕຸ້ມຄອງມະຫາພາກ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງຮາກຖານ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການສູນ ກາງກັບທ້ອງຖິ່ນ. ໃນນັ້ນ, ສຸມໃສ່ແບ່ງຂັ້ນຄຸ້ມຄອງ ແລະ ດັດແປງກົນໄກປະສານງານ ລະຫວ່າງຂະແໜງການຂັ້ນສູນ ກາງດວ້ຍກັນ ແລະ ສະຫວ່າງສູນກາງກັບທ້ອງຖິ່ນໄດ້ຈະແຈ້ງ ແລະ ກົມກຽວຂຶ້ນຕື່ມ. ອົງການປົກຄອງທ້ອງຖິ່ນ ລວມທັງຂັ້ນບ້ານຢູ່ຫຼາຍບ່ອນໄດ້ມີການທົດລອງວຽກງານສາມສ້າງ, ເຊິ່ງໄດ້ຮັບຜົນສຳເລັດໃນເບື້ອງຕົ້ນ, ເຮັດໃຫ້ຮາກ ຖານບ້ານເມືອງໄດ້ຮັບການປັບປຸງ ແລະ ພັດທະນາມີຄວາມໜັກແໜ້ນ, ເຂັ້ມແຂງຕື່ມອີກ.

          ລັດຖະບານ ກໍມີຜົນສຳລັດໃນການປັບປຸງໂຄງສ້າງບາງກະຊວງຄືນໃໝ່, ສ້າງຕັ້ງເຂດພິເສດໄຊສົມບູນ ເປັນ ແຂວງທີ 17 ຂອງ ສປປ ລາວ; ພ້ອມນັ້ນ, ກໍໄດ້ມີຜົນສຳເລັດໃນການສ້າງພະນັກງານບັນຈຸຊັບຊ້ອນ ແລະ ຈັດວາງພະ ນັກງານ ບຸກຄະລາກອນຜູ້ມີຄວາມຮູ້, ຄວາມສາມາດເຂົ້າໃນຕຳແໜ່ງງານທີ່ສຳຄັນ ນັບແຕ່ຂັ້ນກະຊວງລົງຮອດຂັ້ນທ້ອງ ຖິ່ນ, ກວດກາ ແລະ ສອບເສັງລັດຖະກອນ ເພື່ອຄັດເລືອກເອົາຜູ້ມີມາດຖານຄົບຖ້ວນເຂົ້າໃນການຈັດຕັ້ງຂອງພັກ ແລະ ລັດ; ບັນດາອົງການຈັດຕັ້ງນິຕິບັນຍັດ ແລະ ຕຸລາການ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ກໍມີຜົນສຳເລັດການປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງຕົນ, ສາມາດຮັບໃຊ້ປະຊາຊົນ ແລະ ສັງຄົມໄດ້ທົ່ວເຖິງ, ເຮັດໃຫ້ການຄຸ້ມຄອງ ລັດດ້ວຍກົດໝາຍຫຼາຍຂຶ້ນ; ມີຫຼາຍຄະດີໃຫຍ່ນ້ອຍໄດ້ຮັບການພິຈາລະນາດ້ວຍຄວາມວ່ອງໄວ ແລະ ຖືກຕ້ອງ, ຈັດຕັ້ງ ໜ່ວຍຍຸດຕິທຳທ້ອງຖິ່ນ ແລະ ບ້ານປອດຄະດີ ເພື່ອຕອບສະໜອງ ແລະ ແກ້ໄຂຄວາມຂັດຂ້ອງຂອງສັງຄົມໄດ້ບັນລຸໄປ ດ້ວຍດີ.

          ຕໍ່ອົງການຈັດຕັ້ງມະຫາຊົນ ໃນລັດທິມາກ-ເລນິນ ໄດ້ຢັ້ງຢືນວ່າ “ມະຫາຊົນເປັນຜູ້ສ້າງປະຫວັດ”, ທ່ານ ວ.ອ ເລນິນ ເວົ້າວ່າໄລຍະພັກກຳອຳນາດ, ສິ່ງທີ່ເປັນອັນຕະລາຍທີ່ສຸດ ແລະ ສິ່ງທີ່ເປັນໜ້າຢ້ານທີ່ສຸດ ຕໍ່ກັບພັກກຳອຳນາດ ແມ່ນ “ການຫ່າງເຫີນພົວພັນກັບມະຫາຊົນ”, ການຫ່າງເຫີນແມ່ນບໍ່ມີຜົນດີຕໍ່ພັກ ແລະ ລັດ, ພັກຕ້ອງ “ດຳລົງຊີວິດໃນ ໝູ່ມະຫາຊົນ, ຮູ້ສະພາບຂອງມະຫາຊົນ, ຮູ້ທັງໝົດ. ເຂົ້າໃຈມະຫາຊົນ, ຮູ້ເຂົ້າຮ່ວມນຳມະຫາຊົນ. ສຸດທ້າຍຍາດໄດ້ ຄວາມເຊື່ອໝັ້ນເດັດຖານຂອງມະຫາຊົນ”. ສຳລັບ, ພັກເຮົາແລ້ວ ຍິ່ງຖືສຳຄັນບົດບາດອົງການຈັດຕັ້ງພາຄີແນວລາວສ້າງ ຊາດ ແລະ ອົງການຈັດຕັ້ງມະຫາຊົນ ແມ່ນໜຶ່ງໃນລະບົບການເມືອງຂອງພັກ ໃນລະບອບປະຊາທິປະໄຕປະຊາຊົນທີ່ ມີພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ; ອົງການຈັດຕັ້ງມະຫາຊົນປະກອບດ້ວຍ: ອົງການຈັດຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສະຫະພັນແມ່ຍິງລາວ, ສະຫະພັນກຳມະບານລາວ ແລະ ສະຫະພັນນັກຮົບເກົ່າ, ພ້ອມດ້ວຍອົງການພາ ຄີແນວລາວສ້າງຊາດແມ່ນອົງການຕົວແທນຜົນປະໂຫຍດຂອງຊັ້ນຄົນຕ່າງໆ ທີ່ແຕກຕ່າງກັນໃນສັງຄົມ, ມີບົດບາດໃຫຍ່ ຫຼວງໃນການຈັດຕັ້ງ ແລະ ປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມການສ້າງສາ, ປົກປັກຮັກສາ ແລະ ຄຸ້ມຄອງປະເທດ ຊາດ. ບັນດາອົງການດັ່ງກ່າວມີສິດ ແລະ ມີຄວາມຮັບຜິດຊອບ ເຂົ້າຮ່ວມໃນການສ້າງນະໂຍບາຍ, ກົດໝາຍ ແລະ ຕິດ ຕາມກວດກາການເຄື່ອນໄຫວຂອງອົງການລັດ. ການບູລະນະອົງການຈັດຕັ້ງມະຫາຊົນແມ່ນອີງໃສ່ແນວທາງນະໂຍບາຍ, ລະບຽບວິໄນ, ຂໍ້ກຳນົດ, ກົດໝາຍຂອງພັກ ແລະ ລັດ, ອີງໃສ່ກົດໝາຍຂອງແຕ່ລະອົງການຈັດຕັ້ງມະຫາຊົນ ເພື່ອມາຜັນ ຂະຫຍາຍ ປັບປຸງດ້ານໂຄງສ້າງພະແນກການ, ຂະແໜງການວິຊາສະເພາະ ຄວາມຮັບຜິດຊອບຂອງບັນດາອົງການຈັດ ຕັ້ງມະຫາຊົນ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນຄືນໃໝ່ ທັງນີ້ກໍ່ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະ ກິດ-ສັງຄົມໃນປັດຈຸບັນ.

          ເວົ້າລວມ,  ຈາກໝາກຜົນການປັບປຸງ ແລະ ບູລະນະລະບົບການເມືອງໄດ້ເຮັດໃຫ້ບັນດາການຈັດຕັ້ງໃນລະບົບ ການເມືອງປະຊາທິປະໄຕປະຊາຊົນ ຍັງສືບຕໍ່ມີຄວາມຈົງຮັກພັກດີ ແລະ ມີຄວາມເຊື່ອໝັ້ນນຳພາຂອງພັກ ປະກອບ ສ່ວນຢ່າງສຳຄັນທີ່ສຸດ ເຂົ້າໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຕາມພາລະບົດບາດຂອງຕົນ ແລະ ສົມແລ້ວ ທີ່ເປັນກຳລັງແຮງໃຫ້ແກ່ພັກ.

          ສາມ: ການປັບປຸງດ້ານບຸກຄະລາກອນຂອງການຈັດຕັ້ງໃນລະບົບການເມືອງ; ໃນຊຸມປີຜ່ານມາ, ຄະນະພັກ ທຸກຂັ້ນໄດ້ເອົາໃຈໃສ່ນຳພາວຽກງານບຸກຄະລາກອນ, ໃນນັ້ນຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງອົງການ ຕ່າງໆມີຜົນສຳເລັດ. ເອົາໃຈໃສ່ກໍ່ສ້າງ ແລະ ບຳລຸງການຍົກລະດັບໃຫ້ແກ່ຖັນແຖວພະນັກງານທັງໄລຍະສັ້ນ ແລະ ໄລຍະ ຍາວ, ຢູ່ພາຍໃນ ແລະ ຕ່າງປະເທດ “6.022 ສະຫາຍ, ຍິງ 1.281 ສະຫາຍ”; ປັບປຸງຮອງຮັບເອົາແຜນຍຸດທະສາດ ພັດທະນາຊັບພະຍາກອນມະນຸດ, ອີງໃສ່ຄວາມຮູ້, ຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຂອງພັກ ແລະ ລັດ. ເອົາໃຈໃສ່ສັບປ່ຽນໜ້າທີ່ບ່ອນປະຈຳການ ໂດຍເອົາພະນັກງານ, ບຸກຄະລາກອນຢູ່ຂັ້ນສູນກາງຈຳ ນວນໜຶ່ງລົງໄປທ້ອງຖິ່ນ ແລະ ເອົາແຕ່ທ້ອງຖິ່ນຂຶ້ນມາຊັບຊ້ອນໜ້າທີ່ຢູ່ສູນກາງ; ພ້ອມນີ້ບັນດາການຈັດຕັ້ງໃນລະບົບ ການເມືອງຂັ້ນທ້ອງຖິ່ນ, ແຂວງ, ນະຄອນຫຼວງ ກໍໄດ້ສົ່ງບຸກຄະລາກອນຂອງຕົນລົງປະຈຳຢູ່ເມືອງ, ຢູ່ກຸ່ມບ້ານ ແລະ ບ້ານ ເພື່ອເຮັດວຽກງານສາມສ້າງ.

          ເວົ້າລວມແລ້ວ ວຽກງານບຸກຄະລາກອນແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ; ພະນັກງານ, ບຸກຄະລາກອນທີ່ເປັນຫຼັກແຫຼ່ງແກ່ນສານຍັງເປັນຫຼັກແຫຼ່ງນຳພາວຽກງານ ຕາມແນວທາງນະໂຍບາຍຂອງ ພັກ ແລະ ລັດວາງອອກ.

  1. ບາງຂໍ້ຄົງຄ້າງ. ໃນຫຼາຍປີ ຜ່ານມາ ເຖິງວ່າຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຕໍ່ວຽກງານບູລະນະລະບົບການ ເມືອງຢ່າງເປັນປົກກະຕິ ແຕ່ຍັງມີບາງຂໍ້ຄົງຄ້າງຈຳນວນໜຶ່ງ ຮຽກຮ້ອງທຸກພາກສ່ວນຕ້ອງຕັ້ງໜ້າແກ້ໄຂ, ເປັນຕົ້ນແມ່ນ: 1) ການປັບປຸງ ແລະ ບູລະນະການຈັດຕັ້ງໃນລະບົບການເມືອງແມ່ນມີດ້ານບໍ່ທັນສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງສັງຄົມໄດ້ເທື່ອ, ເຊັ່ນ: ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມມີຫຼາຍດ້ານບໍ່ເຂັ້ມງວດ ແລະ ບໍ່ສັກສິດ ຕາມທີ່ລະບຸໄວ້ໃນກົດໝາຍ. 2) ອົງການຈັດຕັ້ງມະຫາຊົນໃນບາງຂັ້ນທ້ອງຖິ່ນ ຍັງບໍ່ທັນປັບປຸງປ່ຽນແປງຕົນເອງ, ເນື້ອ ໃນ ແລະ ຮູບການເຄື່ອນໄຫວຍັງຊ້ຳຊ້ອນກັບອົງການບໍລິຫານ; ການສ້າງຂະບວນການຍັງບໍ່ທັນຫຼາກຫຼາຍສີສັນ. 3) ສຳ ຫຼັບການປັບປຸງ ແລະ ບູລະນະການຈັດຕັ້ງຂອງພັກແມ່ນຍັງມີດ້ານບໍ່ທັນເລິກເຊິ່ງ, ຂາດການກວດກາ ແລະ ຕິດຕາມ, ສະຫຼຸບຖອດຖອນບົດຮຽນ; ຍັງມີຄະນະພັກ, ພະນັກງານສະມາຊິກພັກຈຳນວນໜຶ່ງ ບໍ່ທັນຈັດຕັ້ງປະຕິບັດຫຼັກການ ລວມສູນປະຊາທິປະໄຕ ບໍ່ທັນຮັດກຸມ, ການແບ່ງງານແບ່ງຄວາມຮັບຜິດຊອບບໍ່ແຈ້ງ, ການບັນຊາວຽກບໍ່ເຂັ້ມງວດ; ປະ ໃຫ້ມີສະພາບການແຜ່ລາມ. ການຕໍ່ສູ້ພາຍໃນພັກມີລັກສະນະງຽບເຫງົາ, ບໍ່ຟົດຟື້ນ; ການຕຳນິສົ່ງຂ່າວພາຍໃນພັກມີລັກ ສະນະຫຼຸດລົງ; ການລົງວິໄນຕໍ່ຜູ້ກະທຳຜິດບໍ່ເດັດຂາດ ແລະ ບໍ່ທັນການ. ຍ້ອນສະນັ້ນ ເຮັດໃຫ້ຈຳນວນສະມາຊິກພັກ ມີຈຳນວນບໍ່ນ້ອຍເຊື່ອມຖອຍ.
  1. ທິດທາງ ແລະ ໜ້າທີ່ໃນການນຳພາຂອງພັກ ປະຊາຊົນປະຕິວັດລາວ ຕໍ່ກັບການບູລະນະລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ສປປ ລາວ.
  1. ຍົກສູງຄວາມຮູ້, ເຊື່ອມຊຶມ ແລະ ຄົ້ນຄວ້າ ກ່ຽວກັບລະບົບການເມືອງໃນລະບອບປະຊາທິປະໄຕ ປະຊາຊົນ ເພື່ອເປັນພື້ນຖານໃຫ້ແກ່ການສຶກສາ, ໂຄສະນາ ແລະ ເພື່ອປະກອບສ່ວນໃຫ້ແກ່ສ້າງແຜນນະໂຍບາຍ, ນະໂຍບາຍຕ່າງໆຂອງພັກ ແລະ ລັດ. ການຄົ້ນຄວ້າທາງດ້ານທິດສະດີວິທະຍາສາດ ແລະ ພຶດຕິກຳ, ຮູບແບບການຈັດຕັ້ງ ແລະ ແບບວິທີການເຄື່ອນໄຫວຂອງລະບົບການຂອງຕໍ່ລັດ ແລະ ການຈັດຕັ້ງການເມືອງ-ສັງຄົມ; ບັນຫາເສີມຂະຫຍາຍປະຊາທິປະໄຕພາຍໃນ, ໃນເງື່ອນໄຂພັກດຽວກັບອຳນາດ; ການກໍ່ສ້າງລັດແຫ່ງກົດໝາຍ ໃນລະບອບປະຊາທິປະໄຕ ປະຊາຊົນຕາມທິດກ້າວຂຶ້ນສັງຄົມນິຍົມ, ກົນໄກປະສານງານ, ການແບ່ງງານ, ແບ່ງຄວາມຮັບຜິດຊອບນຳພາ ແລະ ການຄຸ້ມຄອງ; ບັນຫາ ກວດກາຕິດຕາມຂອງອຳນາດລັດ, ອຳນາດນິຕິບັນຍັດ, ຕຸລາການ, ການກວດກາ-ກວດສອບລັດຖະບານ ຕ້ານການສໍ້ ລາດບັງຫຼວງ, ການກວດກາພັກ ແລະ ລັດ, ການກໍ່ສ້າງພັກ ແລະ ກໍ່ສ້າງພະນັກງານ, ບັນຫາສະພາບການເຄັ່ງຮ້ອນ, ການ ເຊື່ອມຖອຍດ້ານຄຸນສົມບັດ ຂອງພະນັກງານ ແລະ ສະມາຊິກພັກ, ແບບແຜນການດຳລົງຊີວິດ ໃນເງື່ອນໄຂໃໝ່ຂອງ ພະນັກງານ ສະມາຊິກພັກ ແລະ ລັດຖະກອນ ແລະ ອື່ນໆ. ທັງໝົດບັນຫາເຫຼົ່ານັ້ນ, ອົງການທີ່ກ່ຽວຂ້ອງຕ້ອງຮີບຮ້ອນ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ຄົ້ນຄວ້າ ແລະ ແກ້ໄຂໃຫ້ຖືກຕ້ອງເພື່ອເຮັດໃຫ້ລະບົບການເມືອງມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ໂປ່ງໃສ.
  2. ເພີ້ມທະວີບົດບາດນຳພາ ຂອງພັກໃນລະບົບການເມືອງ. ພັກເຮົາຍາມໃດກໍຢືນຢັນວ່າ: ພັກເປັນແກນນຳພາທົ່ວ ສັງຄົມ; ການນຳພາຂອງພັກຕໍ່ລັດ ແລະ ອົງການຈັດຕັ້ງມະຫາຊົນ, ອົງການພາຄີແນວລາວສ້າງຊາດ ແລະ ອື່ນໆ ແມ່ນຜ່ານການກຳນົດແນວທາງການເຄື່ອນໄຫວ, ແນວທາງການເມືອງຂອງອົງການຈັດຕັ້ງການເມືອງຕ່າງໆ, ສຶກສາອົບ ຮົມໃຫ້ແກ່ສະມາຊິກພັກອົງການຈັດຕັ້ງນັ້ນ, ມະຫາຊົນໄດ້ເຊື່ອມຊຶມ, ກຳແໜ້ນແນວທາງດັ່ງກ່າວຢ່າງເລິກເຊິ່ງ ເພື່ອໃຫ້ ເຂົາເຈົ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດ, ຫັນແນວທາງໃຫ້ເປັນຮູບປະທຳ ເປັນໂຄງການເຄື່ອນໄຫວຕົວຈິງ.

       ເນື້ອໃນໜຶ່ງທີາສຳຄັນໃນການນຳພາຂອງພັກ ແມ່ນການເອົາໃຈໃສ່ກໍ່ສ້າງ, ບຳລຸງ ຍົກລະດັບໃຫ້ພະນັກງານຜູ້ທີ່ ມີຄວາມຮູ້, ຄວາມສາມາດໄປຮັບຜິດຊອບແຕ່ລະຂົງເຂດວຽກງານໃນບັນດາການຈັດຕັ້ງການເມືອງ. ພ້ອມກັນນັ້ນ ພັກ ເຮົາຕ້ອງໄດ້ເອົາໃຈໃສ່ການກວດກາປະເມີນຜົນເປັນປະຈຳຕໍ່ກັບການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານຂອງແຕ່ ລະອົງການຈັດຕັ້ງ, ຂອງສະມາຊິກໃນທົ່ວສັງຄົມໃນການຈັດຕັ້ງປະຕິບັດໃນໜ້າທີ່ການເມືອງດັ່ງກ່າວ.

       ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີການນຳພາ ແລະ ວິທີການເຄື່ອນໄຫວຕົວຈິງ, ຕິດແທດກັບຮາກຖານ, ສ້າງສາຍພົວພັນລະຫວ່າງພັກ ກັບປະຊາຊົນ, ມະຫາຊົນຕ້ອງຕິດພັນຢ່າງສະໜິດແໜ້ນນຳກັນ, ຮັບຮູ້ ແລະ ເຂົ້າໃຈ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງຮາກຖານ, ເພື່ອຊອກວິທີນຳພາ ທີ່ຖືກຕ້ອງ, ສອດຄ່ອງ. ໝາຍວ່າ, ການນຳພາ ຂອງພັກແມ່ນຈັດຕັ້ງ ການເຮັດທົດລອງຢູ່ບ່ອນໃດໜຶ່ງຈາກນັ້ນຈຶ່ງຖອດຖອນບົນຮຽນ ແລະ ຂະຫຍາຍອອກໄປສູ່ຂົງ ເຂດອື່ນໆ.

       ພັກເຮົາ ຍາມໃດກໍຍຶດໝັ້ນຕໍ່ທິດນຳການນຳພາທີ່ວ່າ: ພັກບໍ່ປະລະການນຳພາ, ແຕ່ບໍ່ເຮັດໜ້າທີ່ຄຸ້ມຄອງແທນ ລັດ, ຄຸ້ມຄອງສັງຄົມໂດຍກົງ, ບໍ່ເຮັດໜ້າທີ່ແທນອົງການຈັດຕັ້ງມະຫາຊົນ. ຍາມໃດກໍເສີມຂະຫຍາຍຫົວຄິດປະດິດສ້າງ ຂອງອົງການຈັດຕັ້ງນັ້ນ ໃຫ້ສາມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງການຈັດຕັ້ງນັ້ນ.

  1. ສືບຕໍ່ປັບປຸງການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການອຳນາດລັດ. ອົງການອຳນາດລັດແມ່ນປະກອບດ້ວຍ 3 ອົງການ: ອົງການບໍລິຫານ, ອົງການນິຕິບັນຍັດ ແລະ ອົງການຕຸລາການ. ການນຳພາຂອງພັກຕໍ່ການປັບປຸງບູລະນະສາມ ອົງການດັ່ງກ່າວ ຕ້ອງໄດ້ເນັ້ນໜັກບາງຈຸດ, ຄື: ຕໍ່ອົງການບໍລິຫານ ຫຼື ລັດຖະບານ, ອົງການປົກຄອງຂັ້ນທ້ອງຖິ່ນຕ້ອງ ໄດ້ເອົາໃຈໃສ່ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການກຳນົດບົດບາດຄຸ້ມຄອງມະຫາພາກຂອງລັດ ແລະ ການຄຸ້ມຄອງຈະລະພາກຂອງບັນດາຫົວໜ່ວຍທຸລະກິດ, ວາງລະບອບ, ລະບຽບ, ກົນໄກປະສານງານ ສົມທົບເຊິ່ງ ກັນ ແລະ ກັນ, ເຮັດໃຫ້ການພົວພັນ ມັນໄປຊ່ອງທາງດຽວກັນ, ສອດຄ່ອງ ແລະ ກົມກຽວກັນ; ຄົ້ນຄວ້າສ້າງລະບຽບ ການ ທີ່ເຫັນວ່າມີຄວາມຈຳເປັນ ເພື່ອແນໃສ່ໃຫ້ການຄຸ້ມຄອງສັງຄົມມີປະສິດທິຜົນ, ຈັດຕັ້ງການປະເມີນຜົນ, ກວດກາ ການເຄືອນໄຫວປະຕິບັດໜ້າທີ່ຂອງລັດ ຢ່າງເປັນປົກກະຕິ, ຕໍ່ເນື່ອງເພື່ອຮັບປະກັນການເຄື່ອນໄຫວຖືກຕ້ອງຕາມລະ ບຽບຫຼັກການ.
  2. ຫຼື ສະພາແຫ່ງຊາດຂັ້ນສູນກາງ ແລະ ທ້ອງຖິ່ນ, ພາລະບົດບາດຕົ້ນຕໍແມ່ນການຮັບຮອງ ເອົາກົດໝາຍ ແລະ ການກວດກາ ການປະຕິບັດກົດໝາຍ ຂອງບັນດາອົງການ, ຂະແໜງການແຕ່ລະຂັ້ນສູນກາງລົງຮອດ  ຂັ້ນທ້ອງຖິ່ນ. ໜ້າທີ່ພື້ນຖານໃນສະພາແມ່ນສຸມໃສ່ກວດກາຄືນບັນດາກົດໝາຍ ທີ່ສະພາຮັບຮອງ ແລະ ປະກາດໃຊ້ໄປ ແລ້ວນັ້ນ ມັນສອດຄ່ອງກັບສະພາບຄວາມເປັນຈິງໃນການພັດທະນາເສດຖະກິດ-ສັງຄົມ, ອັນໃດເຫັນງວ່າບໍ່ສອດຄ່ອງ, ບໍ່ແທດເໝາະຄວນມີການປັບປຸງ, ແກ້ໄຂໃຫ້ມັນໄວ້ ເພື່ອສ້າງຄວາມສົນໃຈ, ເພິ່ງພໍໃຈຕໍ່ການສ້າງເງື່ອນໄຂໃຫ້ແກ່ການ ເຄື່ອນໄຫວປະຕິບັດໜ້າທີ່ ຂອງລັດຖະບານໃນການຄຸ້ມຄອງລັດ-ຄຸມຄອງສັງຄົມ, ການກວດກາການປະຕິບັດໜ້າທີ່ຂອງ ລັດຖະບານ, ອຳນາດການປົກຄອງທ້ອງຖິ່ນ ຄວນໄດ້ມີການປະຕິບັດຢ່າງເຂັ້ມງວດ, ແຕ່ກໍຕ້ອງມີການສົມທົບເຊິ່ງກັນ ແລະ ກັນ ເພື່ອຮັບປະກັນຄວາມຍຸດຕິທຳແກ່ສະມາຊິກໃນສັງຄົມ.
  3. ແລະ ອົງການໄອຍະການປະຊາຊົນ; ສອງຂະແໜງການ ດັ່ງກ່າວມີການພົວພັນກັນຢ່າງສະໜິດແໜ້ນ; ໜ້າທີ່ຕົ້ນຕໍຂອງອົງການຕຸລາການແມ່ນການແກ້ໄຂຄຳປະຕິບັດການຕັດສິນ ຂອງສານ; ແມ່ນບັນຫາໜຶ່ງພັກຕ້ອງນຳພາເພື່ອຊ່ວຍໃຫ້ການຕັດສິນໄດ້ຮັບຄວາມຍຸດຕິທຳ, ເຮັດໃຫ້ການຕັດສິນສາມາດ ປະຕິບັດໄດ້ ເຊິ່ງເນື່ອງຈາກຫຼາຍສາເຫດດ້ານອັດຕະວິໄສ ແລະ ພາວະວິໄສທີ່ແຕກຕ່າງກັນ. ໃນການປັບປຸງບູລະນະອົງ ການຕຸລາການ ຕ້ອງສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດພະນັກງານທີ່ເຮັດວຽກຢູ່ໃນຂົງເຂດນີ້ໂດຍກົງ, ເປັນຕົ້ນ ພະນັກງານເຮັດໜ້າທີ່ສືບສວນສອບສວນ, ຜູ້ພິພາກສາ ແລະ ອື່ນໆ ເພື່ອເຮັດໃຫ້ການຕັດສິນຄະດີຮັບປະກັນທາງດ້ານ ປະລິມານ ແລະ ຄຸນນະພາບ; ຜົນຂອງການຕັດສິນໃຫ້ຄູ່ຄວາມສາມາດນຳໄປຈັດຕັ້ງປະຕິບັດເປັນຮູບປະທຳເພື່ອສ້າງ ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຂອງປະຊາຊົນ ຕໍ່ອົງການຕຸລາການ, ໃນນັ້ນແມ່ນສານປະຊາຊົນໃນແຕ່ລະຂັ້ນ. ພະ ນັກງານທີ່ເຮັດວຽກດັ່ງກ່າວ ຕ້ອງໄດ້ຮັບການກໍ່ສ້າງຮອບດ້ານເຊັ່ນ: ຄວາມຮູ້ດ້ານວິຊາສະເພາະ, ຄວາມຮູ້ທາງດ້ານທິດ ສະດີການເມືອງ, ແນວທາງການເມືອງຂອງພັກ ແລະ ລັດໃນແຕ່ລະໄລຍະ. ພ້ອມນີ້ຕ້ອງເອົາໃຈໃສ່ກວດກາ ຂອງອົງການ ໄອຍະການປະຊາຊົນໃນການກວດກາການຕັດສິນຄະດີ, ກວດກາການສັ່ງຟ້ອງ ແລະ ກວດກາຂົງເຂດອື່ນໆ ທີ່ພົວພັນ ກັບພາລະບົດບາດຂອງອົງການໄອຍະການປະຊາຊົນໃຫ້ສູງຂຶ້ນ ເພື່ອຮັບປະກັນຄວາມຍຸດຕິທຳໃນສັງຄົມ.
  4. ປັບປຸງໃໝ່ເນື້ອໃນ ແລະ ແບບແຜນການເຄື່ອນໄຫວອົງການຈັດຕັ້ງມະຫາຊົນໃຫ້ສອດຄ່ອງກັບສະພາບການ ພັດທະເສດຖະກິດ-ສັງຄົມໃນປັດຈຸບັນນີ້. ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການພາຄີແນວລາວສ້າງຊາດຕ້ອງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດຕາມພາລະບົດບາດ ຂອງແຕ່ລະອົງການ ເພື່ອດຶງດູດກຳລັງແຮງສັງຄົມ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຫຼາຍຂຶ້ນ; ປັບປຸງເນື້ອໃນ ແລະ ຮູບການເຄື່ອນໄຫວໃຫ້ ມີຫຼາຍຮູບແບບ, ຫຼາຍວິທີ ເພື່ອນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດ ແລະ ສັງຄົມ; ການເຄື່ອນໄຫວຕ້ອງປະຕິບັດ ຖືກຕ້ອງຕາມຂັ້ນຕອນ, ຕາມລະບຽບກົດໝາຍຂອງອົງການທີ່ໄດ້ກຳນົດໄວ້; ສົ່ງເສີມການປະດິດສ້າງຂອງສະມາຊິກອົງ ການ ແລະ ມະຫາຊົນ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ເພື່ອສ້າງຄວາມເຂັ້ມແຂງ, ສັງຄົມມີຄວາມຍຸດຕິ ທຳ ແລະ ສີວິໄລ.
  5. ເອົາໃຈໃສ່ກໍ່ສ້າງພະນັກງານທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງໃຫ້ແກ່ລະບົບການເມືອງ. ການເຄື່ອນໄຫວປະຕິບັດໜາທີ່ການເມືອງ ຂອງລະບົບການເມືອງລະບອບປະຊາທິປະໄຕ ປະຊາຊົນ ແມ່ນຂຶ້ນກັບປະລິ ມານ ແລະ ຄຸນນະພາບ ຂອງອົງການຈັດຕັ້ງມະຫາຊົນນັ້ນ, ປະລິມານຫຼາຍ, ແຕ່ຄຸນນະພາບບໍ່ສູງ ການຈັດຕັ້ງປະຕິບັດ ວຽກງານ ບໍ່ສາມາດເຮັດສຳເລັດໄດ້. ສະນັ້ນສອງຢ່າງຕ້ອງມີການພົວພັນກັນຢ່າງສະໜິດແໜ້ນ. ດັ່ງນັ້ນ, ການກໍ່ສ້າງພະ ນັກງານໃຫ້ລະບົບການເມືອງຕ້ອງໄດ້ເອົາໃຈໃສ່: ໜຶ່ງ: ກໍ່ສ້າງ-ບຳລຸງ, ຍົກລະດັບໃຫ້ສະມາຊິກພັກມີຄວາມໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ແລະ ວິທີເຮັດວຽກ; ພະນັກງານຕ້ອງມີວິ ຊາສະເພາະ, ມີຄວາມຮູ້, ຄວາມສາມາດ ເພື່ອປະຕິບັດໜ້າທີ່ວຽກງານທີ່ໄດ້ມອບໝາຍໃຫ້ມີຜົນສຳເລັດ. ໝາຍວ່າ, ພະນັກງານຢູ່ຂະແໜງການໃດຕ້ອງມີຄວາມຮູ້ຂະແໜງການນັ້ນຢ່າງເລິກເຊິ່ງ. ສອງ: ສ້າງໃຫ້ພະນັກງານມີຄຸນທາດການ ເມືອງ, ຫຼັກໝັ້ນຊົນຊັ້ນ, ມີຄຸນສົມບັດສິນທຳປະຕິວັດ; ຕີຖອຍພະຍາດອາດຍາສິດ, ລ່ວງອຳນາດ ບໍ່ປະຕິບັດຕາມລະ ບຽບກົດໝາຍ. ສາມ: ສ້າງພະນັກງານໃຫ້ມີແບບແຜນວິທີເຮັດວຽກມີວິທະຍາສາດແທດຕົວຈິງ, ຕິດພັນກັບມະຫາຊົນ, ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ມະຫາຊົນ.
  6. ເອົາໃຈໃສ່ນຳພາການເຄື່ອນໄຫວປະສານສົມທົບເຮັດໜ້າທີ່ການເມືອງຂອງບັນດາການຈັດຕັ້ງການເມືອງໃນລະ ບົບການເມືອງປະຊາທິປະໄຕ ປະຊາຊົນໃຫ້ດີ. ປັດໄຈຄ້ຳປະກັນຜົນສຳເລັດໜ້າທີ່ການເມືອງ ຂອງແຕ່ລະອົງການໃນລະ ບົບການເມືອງ ແມ່ນຄວາມເປັນເອກະພາບ, ຄວາມເປັນອັນໜຶ່ງອັນດຽວກັນໃນການເຄື່ອນໄຫວວຽກງານ, ຮັບໃຊ້ໃຫ້ແກ່ ຈຸດປະສົງອັນດຽວກັນ. ຜ່ານການປະຕິບັດໜ້າທີ່ອົງການເຫຼົ່ານີ້, ມີຫຼາຍອັນຍັງບໍ່ໄປລວງດຽວກັນ ຫຼື ກ້າວກ່າຍເຊິ່ງກັນ ແລະ ກັນ. ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປະສານສົມທົບກັນ ແບ່ງຄວາມຮັບຜິດຊອບກັນ, ປຶກສາຫາລືນຳກັນ, ເປັນເອກະພາບໃນທິດປະຕິບັດ, ແຕ່ບໍ່ກ້າວກາຍ, ລ່ວງສິດ, ລ່ວງອຳນາດຂອງກັນ ແລະ ກັນ. ເສີມຂະຫຍາຍສິດປະ ຊາທິປະໄຕຂອງແຕ່ລະອົງການຈັດຕັ້ງ, ແຕ່ບໍ່ເຮັດໜ້າທີ່ແທນກັນ, ເຮັດຕາມບົດບາດຂອງໃຜມັນ.
  7. ຕ້ອງນຳພາກວດກາການເຄື່ອນໄຫວຂອງລະບົບການເມືອງປະຊາທິປະໄຕ ປະຊາຊົນ. ການກວດກາແມ່ນແມ່ນ ຂອດການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂັ້ນຕອນສຸດທ້າຍຂອງແຕ່ລະອົງການ. ການປະຕິບັດໜ້າທີ່ວຽກງານຈະ ສຳເລັດ ຫຼື ບໍ່ນັ້ນ ແມ່ນຢູ່ບ່ອນຂັ້ນຕອນຂອງການກວດກາ. ໃນຕໍ່ໜ້າການກວດກາຂອງແຕ່ລະພາກສ່ວນປະກອບໃນລະ ບົບການເມືອງຕ້ອງເອົາໃຈໃສ່, ຄື: 1) ກວດກາຕ້ອງເລີ້ມແຕ່ຫົວທີ, ກວດກາຕັ້ງແຕ່ການກຳນົດແນວທາງການເຄື່ອນໄຫວ, ການຈັດຕັ້ງປະຕິບັດ ແລະ ການປະເມີນຜົນ ຫຼື ກວດກາຂັ້ນສຸດທ້າຍໃນການປະຕິບັດໜ້າທີ່ວຽກງານ. 2) ດຳເນີນການ ກວດກາຂອງແຕ່ລະພາກສ່ວນຕ້ອງດຳເນີນເປັນປົກະຕິ, ມີຄວາມຕໍເນື່ອງ, ມີຄວາມເປັນລະບົບ, ກວດກາຮອບດ້ານ. 3) ປະສິດທິຜົນຂອງການກວດກາແມ່ນຕ້ອງໄດ້ປະສານສົມທົບຫຼາຍຮູບການກວດກາ, ພິເສດຕ້ອງໄດ້ເອົາມະຫາຊົນຮ່ວມ ກວດກາ, ສ້າງເງື່ອນໄຂເອື້ອອຳນວຍຕ່າງໆ ໃຫ້ເຂົາເຈົາເຂົ້າຮ່ວມໃນການກວດກາເປັນປົກະຕິດ້ວຍການກຳນົດກົນໄກ, ລະບອບລະບຽບຕ່າງໆເພື່ອຜົນສຳເລັດຂອງການກວດກາ.
  8. : ການປັບປຸງບູລະນະລະບົບການເມືອງໃນລະບອບປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳ ພາຂອງພັກປະຊາຊົນ ປະຕິວັດລາວຢູ່ສປປລາວ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ແມ່ນມີຄວາມຈຳເປັນ ແລະ ສຳຄັນເພື່ອ ເຮັດໃຫ້ລະບົບການເມືອງເປັນສ່ວນປະກອບສຳຄັນ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງປະເທດຊາດ. ໜຶ່ງໃນນັ້ນ, ທຸກພາກສ່ວນຕ້ອງເອົາໃຈໃສ່ໝູນໃຊ້ຢ່າງຖືກຕ້ອງ ແລະ ປະດິດສ້າງຫຼັກມູນທິດສະດີມາກ-ເລນິນ, ຜັນຂະ ຫຍາຍທັດສະນະ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດເຂົ້າໃນການ ປັບປຸງ ແລະ ບູລະນະລະບົບການເມືອງຢ່າງເປັນປະຈຳ. ເພື່ອເຮັດໃຫ້ລະບົບການເມືອງຂອງ ສປປ ລາວ ມີຄວາມເປັນ ເອກະພາບ, ມີຄວາມສຳພັນສະໜິດແໜ້ນນຳກັນ; ບໍ່ສາມາດຕັດແຍກອອກຈາກກັນນໄດ້ ເຊິ່ງພັກປະຊາຊົນ ປະຕິວັດ ລາວເປັນແກນນຳ, ອົງການລັດ ເປັນຜູ້ຈັດຕັ້ງປະຕິບັດໂດຍກົງ ແລະ ມີອົງການຈັດຕັ້ງເຫຼົ່ານັ້ນ ເມື່ອໄດ້ຮັບການສ້າງຕັ້ງ   ຂຶ້ນແລ້ວໃຫ້ມີຄວາມຮັດກຸມ, ກະທັດຮັດ, ແຕ່ສາມາດປະຕິບັດໜ້າທີ່ມີຜົນສຳເລັດ ແລະ ເປັນຮູບປະທຳ. ສ່ວນທິດ ທາງສືບຕໍ່ປັບປຸງບູລະນະ ການຈັດຕັ້ງໃນລະບົບການເມືອງແມ່ນເຮັດໃຫ້ການຈັດຕັ້ງຕ່າງໆ ສາມາດປະຕິບັດຕາມພາລະ ບົດບາດ, ໜ້າທີ່, ສິດຂອງຕົນຢ່າງເຕັມສ່ວນ; ບໍ່ກ້າວກາຍ, ບໍ່ລ່ວງສິດ, ບໍ່ລ່ວງພາລະບົດບາດ, ບໍ່ເຮັດໜ້າທີ່ແທນກັນ, ແຕປະຕິບັດຕາມຈຸດປະສົງອັນດຽວຄືເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ, ປະກອບສ່ວນປະຕິບັດ ສອງໜ້າທີ່ຢຸດທະ ສາດປະສົບຜົນສຳເລັດ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີ ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.

ໂດຍ:​ ປອ ຄຳພັນ ມີລາວົງ

ຄັດຈາກ ວາລະສານກໍ່ສ້າງພັກ ປະຈຳເດືອນມີນາ 2018